ໜີ້ສິນພາຍໃນຂອງລັດຖະບານລາວ ເພີ້ມຂຶ້ນຢ່າງຫລວງຫລາຍ ເພາະການອະນຸຍາດ
ໃຫ້ບັນດາບໍລິສັດເອກະຊົນເປັນຜູ້ລົງທຶນໃຫ້ກ່ອນໃນບັນດາໂຄງການພັດທະນາຕ່າງໆ
ທີ່ເຮັດໃຫ້ລັດຖະບານຕ້ອງຊໍາຄືນໃນພາຍຫລັງ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການເງິນຖະ
ແຫລງຍອມຮັບວ່າ ລັດຖະບານລາວກໍາລັງປະເຊີນກັບບັນຫາໜີ້ສິນພາຍໃນເພີ້ມຂຶ້ນ
ຢ່າງຫລວງຫລາຍ ໂດຍມີສາເຫດມາຈາກການທີ່ໄດ້ອະນຸຍາດໃຫ້ບັນດາບໍລິສັດ
ເອກະຊົນເປັນຜູ້ອອກຫລືລົງທຶນໃຫ້ກ່ອນ ໃນບັນດາໂຄງການພັດທະນາຕ່າງໆ ທີ່
ລັດຖະບານບໍ່ມີຄວາມພ້ອມໃນດ້ານງົບປະມານ ແລະເມື່ອບໍລິສັດເອກະຊົນໄດ້ດໍາ
ເນີນງານສໍາເລັດແລ້ວນັ້ນ ຈຶ່ງເຮັດໃຫ້ລັດຖະບານມີພັນທະທີ່ຕ້ອງຊໍາລະຄືນເງິນທຶນ
ດັ່ງກ່າວ ພ້ອມດ້ວຍດອກເບ້ຍທີ່ໄດ້ຕົກລົງໄວ້ ໃນສັນຍາຂອງແຕ່ລະໂຄງການນັ້ນ.
ໂດຍໜີ້ສິນດັ່ງກ່າວນີ້ ຍັງບໍ່ທັນລວມເຖິງໜີ້ສິນ ທີ່ເກີດຈາກການກູ້ຢືມເພື່ອ ດຸ່ນດ່ຽງ
ງົບປະມານແຕ່ຢ່າງໃດ ດັ່ງທີ່ທ່ານສົມດີ ໄດ້ໃຫ້ການອະທິບາຍວ່າ:
“ສໍາລັບໜີ້ພາຍໃນນີ້ມັນກະແບ່ງອອກເປັນ 2 ອັນ. ອັນນຶ່ງໜິ ແມ່ນໜີ້ລົງທຶນ. ອັນສອງ
ລະແມ່ນໜີ້ສໍາລັບຂອງງົບປະມານ. ສໍາລັບໜີ້ສິນລົງທຶນຂອງລັດນີ້ ກະແມ່ນກະຊວງ
ແຜນການ ແລະການລົງທຶນນີ້ ເປັນຜູ້ຈັດຕັ້ງປະຕິບັດ ກວດກາ ຕິດຕາມ. ມາຮອດ
ປັດຈຸບັນນີ້ ພວກເຮົາກະໄດ້ຊໍາລະເງິນໂຄງການລົງທຶນ 400 ຕື້ ແຕ່ວ່າ ກໍຍັງຢູ່ 10
ປາຍພັນຕື້ ທີ່ເປັນໂຄງການທີ່ສໍາເລັດແລ້ວ ທີ່ຈະຕ້ອງໄດ້ສືບຕໍ່ສໍາລະ. ອັນນີ້ ທາງ
ກະຊວງແຜນການ ແລະການລົງທຶນ ເພິ່ນເປັນຜູ້ຈັດສັນ. ໝາຍຄວາມວ່າ ກະຊວງ
ການເງິນບໍ່ເອົາໂຄງການລົງທຶນມາຊໍາລະດ້ວຍຕົນເອງ. ແຕ່ມອບໃຫ້ກະຊວງແຜນ
ການແລະການລົງທຶນ ເປັນຜູ້ກວດກາຕິດຕາມແລ້ວກະສົ່ງມາໃຫ້ພວກເຮົາຊໍາລະ.”
ທ່ານ ສົມດີ ໃຫ້ການຢືນຢັນອີກດ້ວຍວ່າ ລັດຖະບານລາວຍັງຈະຕ້ອງປະເຊີນກັບບັນ
ຫາການເປັນໜີ້ຕ່າງປະເທດເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍມີສາເຫດມາຈາກການ
ກູ້ຢືມເງິນທຶນມາດຸ່ນດ່ຽງດ້ານງົບປະມານລາຍຈ່າຍ ທີ່ນໍາໃຊ້ເຂົ້າໃນໂຄງການພັດທະນາ
ຕ່າງໆ ທີ່ເປັນການລົງທຶນຂອງ ລັດຖະບານໃນແຕ່ລະປີ.
ໂດຍໃນທ້າຍປີ 2016 ກໍປາກົດວ່າລັດຖະບານ ລາວ ມີໜີ້ຕ່າງປະເທດຄິດເປັນມູນຄ່າ
ລວມ 6,900 ກວ່າລ້ານໂດລາ ເທົ່າກັບ 52 ເປີເຊັນ ຂອງຍອດຜະລິດຕະພັນລວມ
(GDP) ແລະ ໃນຂະນະດຽວກັນກໍມີໜີ້ສິນພາຍໃນປະເທດອີກໃນມູນຄ່າ 836 ກວ່າ
ລ້ານໂດລາ ຄິດເປັນ 6.3 ເປີເຊັນຂອງ GDP. ສ່ວນໃນປີ 2017 ກໍຄາດວ່າຈະເພີ່ມຂຶ້ນ
ອີກທັງໜີ້ຕ່າງປະເທດ ແລະໜີ້ສິນພາຍໃນ ເພາະການເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍ
ຈຶ່ງຕ້ອງໄດ້ມີການກູ້ຢືມເພີ້ມຂຶ້ນນັ້ນເອງ.
ຫາກແຕ່ເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດຕາ
ທີ່ເໝາະສົມກັບສະພາບຕົວຈິງດ້ານລາຍຮັບ-ລາຍຈ່າຍຂອງລັດຖະບານລາວ ສະ
ພາແຫ່ງຊາດກໍໄດ້ຈໍາກັດສິດ ໂດຍອະນຸຍາດໃຫ້ລັດຖະບານລາວສາມາດກູ້ຢືມຈາກ
ຕ່າງປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາ ໃນແຕ່ລະປີ.
ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດຂອງ
ລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ ກໍຄືເພີ່ມຂຶ້ນຈາກ 2,470 ກວ່າລ້ານໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາໃນປີ 2015 ແລະ 6,900 ກວ່າລ້ານໂດລາໃນປີ 2016 ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນເປັນ 8,000 ລ້ານ
ກວ່າໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງ
ເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະ
ເຮັດໃຫ້ GDP ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 24.8 ລ້ານກີບ ຫຼື
ປະມານ 3,100 ໂດລາຕໍ່ຄົນໃນປີ 2020.
ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນກໍບໍ່ແມ່ນເລື່ອງງ່າຍເພາະວ່າ
ລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາ
ສະເລ່ຍບໍ່ຕໍ່າກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍໍລິການຈະຕ້ອງ
ຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈະຕ້ອງ
ລະດົມທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ໃນມູນຄ່າລວມເຖິງ 27,000 ລ້ານ
ໂດລາໃນຊ່ວງປີ 2016-2020 ດັ່ງກ່າວ.
ສ່ວນໃນດ້ານງົບປະມານລາຍຮັບນັ້ນ ລັດຖະບານລາວ ກໍໄດ້ວາງເປົ້າໝາຍທີ່ຈະຈັດເກັບ
ໃຫ້ໄດ້ເພີ່ມຂຶ້ນເຖິງ 50 ເປີເຊັນ ໃນຊ່ວງປີ 2016 ຫາ 2020 ທຽບໃສ່ຊ່ວງປີ 2011-2015 ຊຶ່ງກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ 149,600 ຕື້ກີບຄິດເປັນ 19-20 ເປີເຊັນ
ຂອງ GDP ໃນຊ່ວງ 5 ປີດັ່ງກ່າວ.
ອີງຕາມແຜນງົບປະມານຕະຫລອປີ 2017 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະ
ຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າລວມບໍ່ໜ້ອຍກວ່າ 23,946 ຕື້ກີບ ຫາກແຕ່ໃນໄລຍະ
6 ເດືອນຕົ້ນປີນີ້ ກໍປາກົດວ່າ ລັດຖະບານລາວ ສາມາດຈັດເກັບລາຍຮັຍໄດ້ພຽງ
10,296.78 ຕື້ກີບ ຄິດເປັນ 43 ເປີເຊັນຂອງແຜນການປີ.