ຊາວຕ່າງຊາດລັກລອບທຳງານໃນລາວ ໂດຍບໍ່ໄດ້ຮັບອະນຸຍາດ ຍັງມີຈຳນວນເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງສົ່ງຜົນກະທົບ ຕໍ່ການຈ້າງງານຄົນລາວ ແລະສ້າງບັນຫາຫຍໍ້ທໍ້ໃນສັງຄົມລາວເພີ້ມຂຶ້ນດ້ວຍ.
ທ່ານສອນໄຊ ສິພັນດອນ, ຮອງນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ການລັກລອບທຳງານ ໂດຍບໍ່ຖືກຕ້ອງຕາມກົດໝາຍໃນລາວ ໂດຍຊາວຕ່າງປະເທດຍັງມີຈຳນວນເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນດ້ານນຶ່ງກໍຍ້ອນວ່າແຮງງານລາວ ບໍ່ມີລະດັບຄວາມສາມາດຕາມຕ້ອງການຂອງບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ຈຶ່ງຕ້ອງນຳເຂົ້າແຮງງານຈາກຕ່າງປະເທດ. ຫາກແຕ່ບັນຫາກໍຄືການນຳເຂົ້າແຮງງານຕ່າງປະເທດຈຳນວນຫລາຍ ໄດ້ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຶ່ງການຈັດຕັ້ງໄດ້ຄືແນວນີ້ ກໍຍ້ອນວ່າ ພະນັກງານລັດເຂົ້າໄປມີສ່ວນໄດ້ຮັບຜົນປະໂຫຍດດ້ວຍ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
“ຄົນຕ່າງປະເທດຫລືວ່າ ແຮງງານຕ່າງປະເທດທີ່ເຂົ້າມາເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ປະເທດເຮົານີ້ ສູນເສຍທາງດ້ານເສດຖະກິດສັງຄົມ. ແຮງງານລາວຈຳນວນນຶ່ງ ກະບໍ່ມີວຽກເຮັດງານທຳ ແລ້ວກະມີ ບັນຫາທາງລົບອື່ນໆ ຕາມມາ. ແຕ່ວ່າ ບັນຫາມັນກະມີຢູ່ວ່າ ກົດໝາຍ ແລະລະບຽບການສຳລັບການຄຸ້ມຄອງຄົນຕ່າງປະເທດປັດຈຸບັນນີ້ ບໍ່ທັນໄດ້ຮັບການລັງຄັບໃຊ້ໃຫ້ດີເທົ່າທີ່ຄວນ ສາເຫດກໍແມ່ນ ມາຈາກເຈົ້າໜ້າທີ່ ແລະພາກສ່ວນກ່ຽວຂ້ອງຍັງບໍ່ທັນນຳເອົາກົດໝາຍ ຫລື ລະບຽບການ ທີ່ກ່ຽວຂ້ອງໄປເຜີຍແຜ່ ແລະນຳໃຊ້ເຂົ້າ
ໃນວຽກງານດັ່ງກ່າວ.”
ທັງນີ້ ໂດຍຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 62/ນຍ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການຂຶ້ນທະບຽນ ແລະອອກບັດອະນຸຍາດການເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດໃນລາວ ໄດ້ມອບໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະກະຊວງປ້ອງກັນຄວາມສະຫງົບ ເປັນພາກສ່ວນຮັບຜິດຊອບຮ່ວມກັນໃນການຂຶ້ນທະບຽນແຮງງານຊາດໃນລາວ. ນັບແຕ່ປີ 2016 ເປັນຕົ້ນມາ ປາກົດວ່າ ໄດ້ຂຶ້ນທະບຽນແຮງງານຕ່າງຊາດ 42,434 ຄົນ ແຕ່ໃນນີ້ກັບມີພຽງ 7,506 ຄົນເທົ່ານັ້ນ ທີ່ໄດ້ ຊຳລະຄ່າທຳນຽມການອະນຸຍາດທຳງານໃນລາວຢ່າງຖືກຕ້ອງ. ໝາຍຄວາມວ່າ ຍັງມີແຮງງານຕ່າງຊາດ ເຖິງ 34,928 ຄົນ ທີ່ຍັງບໍ່ຊຳລະຄ່າທຳນຽມການອະນຸຍາດດັ່ງກ່າວ ທີ່ມີອັດຕາຄ່າທຳນຽມຄົນລະ 3.6 ລ້ານກີບ ຕໍ່ປີນັ້ນ. ສ່ວນສາເຫດທີ່ເຮັດໃຫ້ແຮງງານຕ່າງຊາດເຫລົ່ານີ້ ຍັງສາມາດລັກລອບທຳງານຢູ່ໃນລາວໄດ້ນັ້ນ ກໍເພາະວ່າຄົນລາວ ໄດ້ໃຫ້ການຊ່ວຍເຫຼືອໂດຍໄດ້ຮັບຜົນຕອບແທນສ່ວນຕົວນັ້ນ ກໍຄືເຫດຜົນນຶ່ງ ດັ່ງທີ່ທ່ານບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ຢືນຢັນວ່າ:
“ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ ນັ້ນ ໂດຍລວມແລ້ວ ມັນບໍ່ແມ່ນຍ້ອນຄົນຕ່າງປະເທດທີ່ມາເຄື່ອນໄຫວໄດ້ຕາມລຳພັງໃຈຂອງເຂົາເຈົ້າ ແມ່ນຍ້ອນຄົນລາວເອງ ທີ່ໄດ້ອຳນວຍຄວາມສະດວກ ແລະສ້າງເງື່ອນໄຂ ໃຫ້ຄົນຕ່າງປະເທດເຄື່ອນໄຫວປະກອບອາຊີບ ເພື່ອຜົນປະໂຫຍດອັນເລັກໆ ນ້ອຍໆ ບໍ່ຄຳນຶງເຖິງຜົນປະໂຫຍດລວມ ອັນຍາວນານຂອງຊາດ ເຊັ່ນວ່າ ບັນຫາເລື້ອງການໃຫ້ທີ່ພັກເຊົາ, ການເຊົ່າທີ່ດິນ, ເຊົ່າທະບຽນວິສະຫະກິດ ທີ່ອອກຊື່ຄົນລາວ ນັບທັງການເຮັດສັນຍາທຸລະກິດທີ່ຂັດກັບກົດໝາຍ.”
ທາງດ້ານ ອົງການແຮງງານສາກົນ (ILO) ລະບຸວ່າລັດຖະບານລາວຈະຕ້ອງສົ່ງເສີມເອກ
ກະຊົນເພື່ອໃຫ້ລົງທຶນເຂົ້າໃນການພັດທະນາການສຶກສາລະດັບສູງຫຼາຍຂຶ້ນເພາະມະຫາ
ວິທະຍາໄລແຫ່ງຊາດລາວ ຮັບນັກສຶກສາໄດ້ 11,000 ກວ່າຄົນ ຂະນະທີ່ມີນັກຮຽນຈົບ
ມັດທະຍົມປາຍກວ່າ 60,000 ຄົນໃນແຕ່ລະປີ.
ທັງນີ້ ໂດຍ ILO ຄາດໝາຍວ່າພາຍໃນປີ 2020 ບັນດາຫົວໜ່ວຍທຸລະກິດຕ່າງໆ ໃນ
ລາວຈະຕ້ອງການກຳລັງແຮງງານຝີມືໃຫ້ໄດ້ 658,000 ກວ່າຄົນໃນ 25 ສາຂາອາຊີບ
ພ້ອມກັນນັ້ນທາງການລາວຍັງຕ້ອງພັດທະນາ ລະບົບການທົດສອບ ແລະອອກໃບຢັ້ງຢືນ
ມາດຕະຖານຝີມື ແຮງງານໃນ 27 ສາຂາອາຊີບໃຫ້ແຮງງານລາວ 12,500 ກວ່າຄົນ ໃນແຕ່ລະປີ.
ເພື່ອໃຫ້ສາມາດໄປທຳງານໃນຕ່າງປະເທດໄດ້ຢ່າງແທ້ຈິງ ໂດຍສະເພາະແມ່ນໃນກຸ່ມອາ
ຊຽນດ້ວຍກັນ. ຊຶ່ງໃນປີ 2018 ທາງການລາວສາມາດສ້າງວຽກເຮັດງານທຳໃນປະເທດ
ໄດ້ 15,025 ຄົນ ແລະຫລາຍ 129,044 ຄົນ ເດີນທາງໄປທຳງານໃນໄທ ຊຶ່ງສ່ວນໃຫຍ່
ກໍເປັນແຮງງານບໍ່ມີຝີມືຈຶ່ງໄດ້ຮັບຈ້າງໃນຂັ້ນຕ່ຳສຸດນັ້ນເອງ.