ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງທຶນຂອງຕ່າງປະເທດໃນລາວ ຫລຸດລົງ ເຖິງ 78.8 ເປີເຊັນ ໃນ 6 ເດືອນຕົ້ນປີນີ້ທຽບໃສ່ ໄລຍະດຽວກັນ ໃນປີ 2019


ເຂດເສດຖະກິດສະເພາະຢູ່ບຶງທາດຫລວງ ທາງຕາເວັນອອກຂອງນະຄອນຫລວງວຽງຈັນ
ເຂດເສດຖະກິດສະເພາະຢູ່ບຶງທາດຫລວງ ທາງຕາເວັນອອກຂອງນະຄອນຫລວງວຽງຈັນ

ການລົງທຶນໂດຍກົງຂອງຕ່າງປະເທດໃນລາວ ຫລຸດລົງເຖິງ 78.8 ເປີເຊັນໃນຊ່ວງ 6 ເດືອນຕົ້ນປີ 2020 ທຽບໃສ່ກັບໄລຍະດຽວກັນໃນປີ 2019 ໂດຍມີສາເຫດມາຈາກການລະບາດຂອງໄວຣັສ ເປັນຫລັກ. ຊົງລິດ ໂພນເງິນມີລາຍງານກ່ຽວກັບເລື້ອງມາຈາກບາງກອກ.

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຖະແຫລງຢືນຢັນວ່າ ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໂດຍກົງໃນລາວມີຈໍານວນ 23 ໂຄງການ ຄິດເປັນ ມູນຄ່າລົງທຶນລວມ 2,064 ລ້ານໂດລາ ໃນຊ່ວງ 6 ເດືອນຕົ້ນປີ 2020 ຊຶ່ງນັບເປັນສະພາວະການລົງ ທຶນທີ່ ຫລຸດລົງຫລາຍພໍສົມຄວນ ຫລືຄິດເປັນອັດຕາສະເລ່ຍເຖິງ 78.8 ເປີເຊັນ ເມື່ອທຽບໃສ່ກັບໄລຍະດຽວກັນ ໃນປີ 2019 ທີ່ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນລາວ ຄິດເປັນມູນຄ່າລວມເຖິງ 9,710 ລ້ານໂດລາ ໂດຍມີສາເຫດ ທີ່ສໍາຄັນມາຈາກການລະບາດຂອງພະຍາດໄວຣັສ Covid-19 ໃນທົ່ວໂລກ ຈຶ່ງເຮັດໃຫ້ຄະນະ ກໍາມະການຄຸ້ມຄອງ ແລະສົ່ງເສີມການລົງທຶນໃນລາວມີໂອກາດໄດ້ພິຈາລະນາ ອະນຸມັດ ການລົງທຶນຂອງ ຕ່າງຊາດໃນລາວພຽງແຕ່ 23 ໂຄງການເທົ່ານັ້ນ ໃນໄລຍະ 6 ເດືອນຕົ້ນປີ 2020 ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການ ຢືນຢັນວ່າ:
ຄະນະກໍາມະການຄຸ້ມຄອງ ແລະສົ່ງເສີມການລົງທຶນຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ ກໍໄດ້ຄົ້ນຄວ້າ ກວດກາບັນດາໂຄງການທີ່ໄດ້ອະນຸມັດແລ້ວ ແລະພິຈາລະນາຮັບຮອງເພື່ອສະເໜີລັດຖະບານອະນຸມັດ ຕໍ່ໂຄງການໃໝ່ສໍາລັບຄະນະ ກໍາມະການຄຸ້ມຄອງ ແລະສົ່ງເສີມການລົງທຶນຂັ້ນສູນກາງຜ່ານມາ ກະໄດ້ ອະນຸມັດ 23 ໂຄງການ ມູນຄ່າ 2.64 ຕື້ໂດລາ ທຽບໃສ່ໄລຍະດຽວກັນ ຂອງປີ 2019 ເຫັນວ່າ ຫລຸດປີ 2019 ຊຶ່ງບັນລຸໄດ້ 9.71 ຕື້ໂດລາ.”

ເຂດເສດຖະກິດພິເສດບໍ່ເຕັນໃນແຂວງຫລວງນໍ້າທາທີ່ຕິດກັບຊາຍແດນຈີນ
ເຂດເສດຖະກິດພິເສດບໍ່ເຕັນໃນແຂວງຫລວງນໍ້າທາທີ່ຕິດກັບຊາຍແດນຈີນ

ທ່ານ​ນາງ​ຄຳ​ຈັນ ວົງ​ແສນ​ບຸນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ຖະ​ແຫຼງ ຍອ​ມຮັບ​ວ່າ ການ​ອະ​ນຸ​ຍາດ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​ໃນ​ລາວ ໂດຍ​ລະ​ບົບ​ໃຫ້​ບໍ​ລິ​ການ​ແບບ​ປະ​ຕູ​ດຽວ ຫຼື One Stop Service ຂອງ​ລັດ​ຖະ​ບານ​ລາວ ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ແລະ​ເກີດ​ການ​ຊັກ​ຊ້າ​ໃນ​ທຸກ​ຂັ້ນ​ຕອນ ໂດຍ​ເຖິງ​ແມ່ນ​ວ່າ​ ໃນ​ກົດ​ໝາຍ​ສົ່ງ​ເສີມ​ການ​ລົງ​ທຶນ​ໃນ​ລາວ​ ໄດ້​ກຳ​ໜົດ​ໄວ້​ຢ່າງ​ຊັດ​ເຈນ​ວ່າ ການ​ອະ​ນຸ​ຍາດ​ການ​ລົງ​ທຶນ​ໃນ​ທຸ​ລະ​ກິດ​ທີ່​ລັດຄວບ​ຄຸມ​ນັ້ນ ​ໃຫ້​ໃຊ້​ເວ​ລາ​ພິ​ຈາ​ລະ​ນາ​ບໍ່​ເກີນ 8 ວັນ​ທຳ​ການ ແລະ​ພາຍ​ໃນ 60 ວັນ​ທຳ​ການ​ ສຳ​ລັບ​ການ​ລົງ​ທຶນໃນ​ກິດ​ຈະ​ການ​ສຳ​ປະ​ທານ​ຈາກ​ລັດ​ກໍ​ຕາມ ແຕ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຕ​ຈິງ​ນັ້ນ​ກໍ​ຍັງ​ຄົງ​ບໍ່​ສາ​ມາດ​ເຮັດ​ໄດ້​ເລີຍ ເພາະ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ລັດ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ດັ່ງ​ທີ່​ທ່ານ​ນາງ​ຄຳ​ຈັນ ​ໄດ້ຢືນ​ຢັນ​ວ່າ:
ສາ​ເຫດ​ທີ່​ຍັງ​ເກີດ​ສະ​ພາບ​ດັ່ງ​ກ່າວຍ້ອນ ​ນຶ່ງ​ຍັງ​ບໍ່​ທັນ​ມີ​ກົນ​ໄກ​ການ​ສ້າງ​ຕັ້ງ​ໜ່ວຍ​ງານ
ປະ​ສານ​ງານ​ສັງ​ກັດ​ຢູ່​ນຳ​ຂະ​ແໜງ​ການຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນ. ສອງ​ພະ​ນັກ​ງາ​ນ​ຜູ້​ທີ່​
ເຮັດ​ວຽກ​ງານ​ປະ​ຕູ​ດຽວ ຍັງ​ບໍ່​ທັນ​ຍົກ​
ສູງ​ຄວາ​ມ​ເປັນ​ເຈົ້າ​ການ​ໃນ​ການ​ຕິດ​ຕາມ​ເອກ​ກະ​ສານທີ່​ສົ່ງ​ຂໍ​ຄວາມ​ເຫັນ​ນຳ​ບັນ​ດາ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ສາມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ບໍ​ລິ​ການ​ລົງ​ທຶນ​ປະ​ຕູ​ດຽວ​ຢູ່​ຂັ້ນທ້ອ​ງ​ຖິ່ນ​ຍັງ​ປະ​ຕິ​ບັດ​ບໍ່​ທັນ​ໄດ້​ດີ ຍ້ອນ​ຂໍ້​ຈຳ​ກັດ​ທາງ​ດ້ານ​ຈຳ​ນວນ​ພະ​ນັກ​ງານ ແລະ​ສະ​ຖານ​ທີ່​ເຮັດວຽກຍັງ​ພົບ ຄວາມ​ຫຍຸ້ງຍ​າກ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ເປີດ​ເຜີຍ​ວ່າ ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນລາວມີ​ມູນ​ຄ່າ​ລວມ​ເກີນກວ່າ 2,620 ລ້ານ​ໂດ​ລ​າ ໃນ​ປີ 2019 ແຕ່​ກໍ​ປາ​ກົດ​ວ່າ​ໄດ້​ມີ​ການ​ນຳ​ເງິນລົງທຶນ​ເຂົ້າ​ມາ​ໃນ​ລາວ ໂດຍ​ຜ່າ​ນ​ລະ​ບົບ​ທະ​ນາ​ຄານ ຄິ​ດເປັນສັດ​ສ່ວນ​ພຽງ​ແຕ່ 17 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ມູນ​ຄ່າ​ລົງ​ທຶນ​ທັງ​ໝົດ​ດັ່ງ​ກ່າວ ທັງ​ນີ້​ກໍ​ເພາະ​ວ່າ​ການ​ລົງ​ທຶນ​ສ່ວນໃຫຍ່ເປັນ​ການ​ລົງ​ທຶນ​ຂອງ​ຈີນ ທີ່​ໄດ້​ມີ​ການ​ນຳ​ເອົາ​ວັດ​ສະ​ດຸ​ອຸ​ປະ​ກອນ​ຕ່າງໆ​ຈາກ​ຈີນ​ເຂົ້າ​ມາ​ໃນ​ລາວ​ໂດຍ​ກົງ ທັງ​ຍັງ​ມີ​ການ​ນຳ​ເຂົ້າ​ບຸກ​ຄະ​ລາ​ກອນ​ຈາກ​ຈີນ​ເປັນ​ຫລັກ​ອີກ​ດ້ວຍ ຈຶ່ງ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ນຳ​ເງິນ​ທຶນ​ເຂົ້າ​ມາ​ໃນ​ລາວ​ແຕ່​ຢ່າງ​ໃດ.

ໃນ​ປັດ​ຈຸ​ບັນ ​ການ​ລົງ​ທຶ​ນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ເອກ​ກະ​ຊົນ​ຈີນ​ໃນ​ລ​າວ​ມີ​ມູນ​ຄ່າ​ລວມ ກວ່າ 11,000 ລ້ານໂດ​ລາ ​ໃນ 777 ໂຄງ​ການ ຊຶ່ງ​ຖື​ເປັນ​ຜູ້​ລົງ​ທຶນ​ອັນ​ດັບ​ນຶ່ງໃນ​ລາວ ​ຕິດ​ຕາມ​ດ້ວຍ​ໄທ​ທີ່ີ​ມີມູນ​ຄ່າລົງ​ທຶນ 4,495 ລ້ານ​ໂດ​ລາໃນ 752 ໂຄງ​ການ. ສ່ວນ​ຫວຽດ​ນາມ​ມີ​ມູນ​ຄ່າ​ລົງ​ທຶນ 4,100 ລ້ານ​ໂດ​ລາ​ ໃນ 258 ໂຄງ​ການ ຊຶ່ງ​ໄດ້​ຫລົດ​ລົງ​ຈາກ 5,100 ລ້ານໂດ​ລາ ​ໃນ​ປີ 2017 ຈັດ​ເປັນ​ອັນ​ດັບ​ທີ 3 ຮອງ​ຈາກ​ຈີນ ແລະ​ໄທ ທັ້ງ​ນີ້ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນ​ຫາ​ດ້ານ​ເງິນ​ທຶນ​ເຊັ່ນ ກໍ​ລະ​ນີ​ຂອງ​ບໍ​ລິ​ສັດ Hoang Anh Gia Lai ຊຶ່ງ​ເຮັດ​ໃຫ້ການ​ກໍ່​ສ້າງ​ສະ​ໜາມ​ບິນ​ທີ່​ບ້ານ​ໜອງ​ຄ້າງ ເມືອງ​ຊໍ​າ​ເໜືອ ແຂວງ​ຫົວ​ພັນ ເກີດ​ບັນ​ຫາ​ຊັກ​ຊ້າ​ມາ​ແລ້ວກວ່າ 3 ປີ.

ນອກ​ຈາກ​ນີ້ ບໍ​ລິ​ສັດ Hoang Anh Gia Lai ຍັງ​ໄດ້​ຂາຍ​ສຳ​ປະ​ທານ​ສວນ​ຢາງ​ພາ​ລາ ທີ່​ມີ​ເນື້ອ​ທີ່ກວ້າງກວ່າ 20,000 ເຮັກ​ຕາ ພ້ອມ​ໂຮງ​ງານ​ປຸງ​ແຕ່ງ​ນ້ຳຕານ​ໃນ​ແຂວງ​ອັ​ດ​ຕະ​ປຶ​ໃຫ້​ກັບ​ເອກ​ກະ​ຊົນ​ຈີນ ເນື່ອງ​ຈາກ​ວ່າ​ບໍ​ລິ​ສັດ​ປະ​ເຊີ​ນ​ກັບ​ບັນ​ຫາ​ຂາດ​ທຶນ ແລະ​ເປັນ​ໜີ້​ຢ່າງ​ໜັກ​ໜ່ວງ ອັນ​ເປັນ​ຜົນ​ຈາກ​ການ​ຕົກ​ຕ່ຳ​ຂອງ​ລາ​ຄາ​ຢາງ​ພາ​ລາ​.

XS
SM
MD
LG