ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສ່ວນ​ແບ່ງ​ ຈາກ​ການ​ຂາຍ​ໄຟ​ຟ້າ ຂອງ​ລາວ ຍັງ​ຕ່ຳ ຍ້ອນ​ຕ້ອງ​ໃຊ້​ໜີ້ ແຕ່​​ຈະ​ເພີ້ມ​ຂຶ້ນ ໃນ 10 ປີ​ຂ້າງ​ໜ້າ


ພິ​ທີ​ເຊັນ​ສັນ​ຍາ​ຊື້​ຂາຍ​ໄຟ​ຟ້າ​ຂອງບ​ໍ​ລິ​ສັດ​ວິ​ສະ​ຫະ​ກິດ​ໄຟ​ຟ້າ​ລາວກັບ​ບໍ​ລິ​ສັດ​ຕ່າງ​ປະ​ເທດ
ພິ​ທີ​ເຊັນ​ສັນ​ຍາ​ຊື້​ຂາຍ​ໄຟ​ຟ້າ​ຂອງບ​ໍ​ລິ​ສັດ​ວິ​ສະ​ຫະ​ກິດ​ໄຟ​ຟ້າ​ລາວກັບ​ບໍ​ລິ​ສັດ​ຕ່າງ​ປະ​ເທດ

ລາຍ​ໄດ້​ຂອງລັດ​ຖະ​ບານ​ລາວ​ຈາກ​ສ່ວນ​ແບ່ງ​ໃນ​ການ​ຂາຍ​ພະ​ລັງ​ງານ​ໄຟ​ຟ້າຍັງຢູ່​ໃນ​ລະ​ດັບ​ຕ່ຳ ເພາະ​ວ່າຍັງຢູ່​ໄລຍະທີ່​ກຸ່ມ​ລົງ​ທຶນໃນ​ໂຄງ​ການ​ເຂື່ອນ​ຕ່າງໆ​ ຈະ​ຕ້ອງ​ນຳ​ລາຍ​ຮັບ​ສ່ວນ​ໃຫຍ່​ໄປ​ຊຳ​ລະ​ໜີ້​ສິນເງິນ​ກູ້.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງ
ຍອມຮັບວ່າ ລັດ​ຖະ​ບານ​ລາວມີ​ລາຍ​ໄດ້​ຈາກ​ສ່ວນແບ່ງໃນ​ການ​ຂາຍ​ພະ​ລັງ​ງານ​ໄຟ​ຟ້າ​ ຂອງ​ໂຄງ​ການ​ເ​ຂື່ອນຕ່າງໆ ​ໃນ​ລະ​ດັບ​ທີ່​ຕ່ຳ ເພາະ​ວ່າ​ໃນ​ປັດ​ຈຸ​ບັນ​ນີ້​ເປັນ​ໄລ​ຍະ​ທີ່​ບັນ​ດາ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ຕ່າງໆ ທີ່​ກໍ່​ສ້າງ​ສຳ​ເລັດ​ແລ້ວ ແລະ​ໄດ້​ຜະ​ລິດ​ພະ​ລັງ​ງ​ງານ​ໄຟ​ຟ້າ​ອອກ​ຂາຍ​ທັງ​ພາຍ​ໃນ ແລ​ະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ແລ້ວ​ນັ້ນ ຈະ​ຕ້ອງ​ນຳ​ລາຍ​ຮັບ​ສ່ວນ​ໃຫຍ່​ໄປ​ຊຳລະ​ໜີ້​ເງິນ​ກູ້​ຈາກທະ​ນາ​ຄານ​ຕ່າງໆ​ ໃນ​ຕ່າງ​ປ​ະ​ເທດເປັນ​ດ້ານ​ຫລັກ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ​ຈຶ່ງ​ເຮັດ​ໃຫ້​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ຕ່າງໆ​ ຍັງ​ມີ​ຜົນ​ກຳ​ໄລ
ໂດຍ​ມີພຽງລາຍ​ຮັບ​ສຳ​ລັບ​ນຳ​ໃຊ້ໃນ​ກາ​ນ​ຜ່ອນຊໍາ​ລະໜີ້​ເງິນ​ກູ້ ແລະ​ຜົນ​ຕອບ​ແທນ
​ຂອງ​ຜູ້​ລົງ​ທຶນ​ໃນ​ໂຄ​ການ​ເປັນ​ສ່ວນ​ໃຫ​ຍ່ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ລາວ ໄດ້​ຮັບ​ສ່ວນ​ແບ່ງ
ຈາກ​ຄ່າ​ສຳ​ປະ​ທານແລະ​ອາ​ກອນ​ລາຍໄດ້​ເປັນ​ດ້ານ​ຫລັກ. ສ່ວນ​ລາຍ​ໄດ້​ທີ່​ເປັນ​ສ່ວນແບ່ງ​
ຈາກ​ຜົນ​ກຳ​ໄລ​ນັ້ນ​ ກໍຈະໄດ້​ຮັບ​ເພີ້ມ​ຂຶ້ນ​ເລື້ອຍໆ ນັບ​ແຕ່​ປີ 2029 ເປັນ​ຕົ້ນ​ໄປ ແລະ​ຈະ​
ເພີ້ມ​ຂຶ້ນ​ອີກ​ ເມື່ອ​ໂຄງ​ການ​ຕ່າງໆ​ໄດ້​ໂອນ​ມາ​ເປັນ​ຂອງ​ລັດ​ຖະ​ບານ ດັ່ງ​ທີ່​ທ່ານ​ຄໍາ​ມະ​ນີ
​ຢືນ​ຢັນ​ວ່າ :

ທ່ານ ​ຄຳ​ມະ​ນີ ອິນ​ທິ​ລາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່
ທ່ານ ​ຄຳ​ມະ​ນີ ອິນ​ທິ​ລາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່

“ພ​ວກ​ເຮົາ​ຍັງ​ຢູ່ໃນ​ໄລະ​ຍະ​ຊຳ​ລະ​ສະ​ສາງ​ໜີ້​ສິນ​ກັບ​ບັນ​ດາ​ສະ​ຖາ​ບັນ​ໃຫ້​ເງິນ​ກູ້​ດ່ວນ
ຕົ້ນ​ທຶນ ແລ​ະ​ດອກ​ເບ້ຍ ສະ​ນັ້ນ​ຈຶ່ງ​ເຮັດ​ໃຫ້ລາຍ​ຮັບທີ່​ເຂົ້າ​ລັດ​ຖະ​ບ​ານ​ໂດຍ​ກົງຫັ້ນ​ຍັງ​
ບໍ່​ທັນ​ໄດ້​ສູງ​ຂຶ້ນ. ແຕ່​ຢ່າງ​ໃດ​ກໍ​ຕາມ​ເຂື່ອນ​ຫ້ວຍ​ເຫາະ ຈ​ະ​ເຂົ້າ​ມາ​ເປັນ​ຂອງ​ລັດ​ຖະ​
ບານເຮົາ​ຮ້ອຍ​ສ່ວນ​ຮ້ອຍໃນ​ຊ່ວງ​ປີ 2029 ເປັນ​ຕົ້ນ​ໄປ ແລະ​ຫຼັງ​ຈາກ​ນັ້ນ ​ກໍ​ຈະ​ລ​ຽນ
ກັນ​ເຂົ້າ​ມາ​ເປັນ​ລຳ​ດັບ. ໃນ​ເວ​ລາ​ນັ້ນ​ພວກ​ເຮົາ​ຈະ​ມີ​ລາຍ​ໄດ້​ຢ່າງ​ມະ​ຫາ​ສານ​ເຂົ້າ​
ມາ​ແຕ່​ລະ​ໂຄງ​ການ.”

ສ່ວນທ່ານ ສຸລິນທອນ ເລືອງຄຳສິງ ນັກຊ່ຽວຊານຂອງທະນາຄານພັດທະນາເອເຊຍ
(ADB) ປະຈຳ ລາວ ຢືນຢັນວ່າ ການຜະລິດພະລັງງານໄຟຟ້າຂອງລາວໃນປີ 2018 ໄດ້ຂະຫຍາຍຕົວເພີ້ມສູງຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນທຽບໃສ່ປີ 2017 ຊຶ່ງເຮັດ
ໃຫ້ການສົ່ງອອກພະລັງງານໄຟຟ້າຂອງລາວ ຍັງສືບຕໍ່ເພີ້ມສູງຂຶ້ນ ໂດຍສະເພາະ ແມ່ນ
ການສົ່ງພະລັງງານໄຟຟ້າ ໄປຂາຍໃຫ້ໄທໄດ້ປັບຕົວສູງຂຶ້ນເຖິງ 23 ເປີເຊັນ. ແຕ່ວ່າເນື່ອງ​ຈາກຜົນກະທົບຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກເມື່ອວັນທີ 23 ກໍລະກົດ
2018 ຊຶ່ງເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນການກວດສອບທຸກໂຄງການເຂື່ອນ
ໃນເວລານີ້ ກໍຍ່ອມຈະກະທົບ ຕໍ່ການຜະລິດພະລັງງານໄຟຟ້າຂອງລາວ ໃນປີ 2019
ຢ່າງຫລີກລ່ຽງບໍ່ໄດ້.

ທັງນີ້ ໂດຍພາຍໃນປີ 2021 ລາວຈະມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງ
ການທີ່ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟ
ຟ້າໄດ້ 67,000 ລ້ານກິໂລວັດ/ໂມງ/ປີ ໃນນີ້ແບ່ງເປັນແຫຼ່ງຜະລິດພະລັງ ງານໄຟຟ້າທີ່
ມີຢູ່ແລ້ວ 61 ໂຄງການ ມີກຳລັງຕິດຕັ້ງ 7,200 ເມກະວັດທີ່ສາມາດຜະລິດກະແສໄຟ
ຟ້າໄດ້ເຖິງ 37,086 ລ້ານກິໂລວັດ/ໂມງ ແລະ ກຳລັງກໍ່ສ້າງ 39 ໂຄງການ ມີກຳລັງຕິດ
ຕັ້ງລວມ 5,900 ເມກະວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 29,914 ລ້ານກິໂລວັດ/
ໂມງ ຊຶ່ງສ່ວນໃຫຍ່ມີກຳນົດແລ້ວສຳເລັດໃນປີ 2020-2021 ໃນນີ້ 85 ເປີເຊັນຂອງພະ
ລັງງານໄຟຟ້າທີ່ຜະລິດໄດ້ທັງໝົດຈະສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນໄທ
ທີ່ຕົກລົງຮັບຊື້ກະແສໄຟຟ້າຈາກລາວ ໃນປະລິມານລວມ 9,000 ເມກະວັດຕໍ່ປີນັບຈາກປີ
2019-2044 ນັ້ນ.

ສຳລັບໃນປີ 2018 ຜ່ານມາ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ນຳ
ເຂົ້າພະລັງງານໄຟຟ້າຈາກລາວໃນມູນຄ່າລວມ 48,238 ລ້ານບາດ ຫຼືປະມານ 1,462
ລ້ານໂດລາ ເມື່ອທຽບໃສ່ປີ 2017 ຊຶ່ງ​ຄິດ​ເປັນ​ອັດ​ຕາ​ສະ​ເລ່ຍເຖິງ 23 ເປີເຊັນ. ໃນ​ຂະ​
ນະ​ທີ່​ລາວ ນຳ​ເຂົ້າ​ໄຟ​ຟ້າ​ຈາກ​ໄທ ໃນ​ມູນ​ຄ່າລວມ 1,330 ລ້ານ​ບາດເພື່ອ​ຕອບ​ສະ​ໜອງ
​ການ​ຊົມ​ໃຊ້ ໃນ​ເຂດ​ທີ່​ລະ​ບົບຕາໜ່າງສາຍສົ່ງ ກະແສໄຟຟ້າຂອງ​ລາວ​ຍັງ​ໄປ​ບໍ່​ເຖິງ
ໂດຍ​ໃນ​ປັດ​ຈຸ​ບັນ ​ລະ​ບົບຕາໜ່າງສາຍສົ່ງໄດ້ໄປເຖິງປະຊາຊົນແລ້ວ 1 ລ້ານກວ່າຄົວ
ເຮືອນ ຫລື 90 ເປີເຊັນ ຂອງຈຳ​ນວນຄົວເຮືອນທັງໝົດ ຊຶ່ງຍັງເຫຼືອ 122,800 ກວ່າ
ຄົວເຮືອນ ທີ່ຍັງ​ບໍ່​ມາ​ໄຟ​ຟ້າ​ເພື່ອ​ຊົມ​ໃຊ້​ໃນ​ເວ​ລານີ້.

ຫາກແຕ່ກໍຄາດວ່າ ໄທ ຈະນຳເຂົ້າພະລັງງານໄຟຟ້າຈາກລາວໃນປະລິມານຄົງທີ່
ນັບຈາກປີ 2019 ໄປຈົນເຖິງປີ 2027 ເພາະວ່າ ໄທ ມີໄຟຟ້າສຳຮອງເກີນຄວາມ
ຕ້ອງການ ທີ່ເປັນຈິງເຖິງ 12,000 ເມກາວັດ ຊຶ່ງຄິດເປັນ 39 ເປີເຊັນ ທີ່ເກີນລະ
ດັບການຊົມໃຊ້ພະລັງງານໄຟຟ້າທັງໝົດຂອງໄທ ໃນປັດຈຸບັນ.

ທັງນີ້ການຊົມໃຊ້ພະລັງງານໄຟຟ້າໃນ ລາວ ໄດ້ເພີ່ມຂຶ້ນເປັນ 1,579 ເມກະວັດໃນປີ 2017. ສ່ວນໃນປີ 2018 ການຊົມໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເກີນກວ່າ 2,100 ເມກະວັດ. ໂດຍ ພາຍໃຕ້ສະພາບການດັ່ງກ່າວ ກໍເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ໄຟຟ້າໃນລາວ ຈະ ເພີ່ມຂຶ້ນເປັນ 2,862 ເມກະວັດໃນປີ 2020 ແລະ ເກີນກວ່າ 7,200 ເມກະວັດໃນປີ 2030.

XS
SM
MD
LG