ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂະຫຍາຍຕົວ ທາງເສດຖະກິດ ຂອງລາວ ໃນປີ 2017 ບໍ່ໄດ້ຕາມ ລະດັບ ຄາດໝາຍ


ງານຕະຫລາດນັດ ເພື່ອວາງສະແດງ ນຶ່ງຜະລິດຕະພັນ-ນຶ່ງຕົວເມືອງ ຫລື odop ແຫ່ງນຶ່ງໃນລາວ
ງານຕະຫລາດນັດ ເພື່ອວາງສະແດງ ນຶ່ງຜະລິດຕະພັນ-ນຶ່ງຕົວເມືອງ ຫລື odop ແຫ່ງນຶ່ງໃນລາວ

ນາຍົກລັດຖະມົນຕີລາວຍອມຮັບວ່າ ເສດຖະກິດຂອງລາວຂະຫຍາຍຕົວຕໍ່າກວ່າ
ຄາດໝາຍແຜນການ ທີ່ວາງໄວ້ໃນປີ 2017 ແຕ່ກໍເຊື່ອໝັ້ນວ່າ ພື້ນຖານເສດຖະກິດ
ຂອງລາວ ຍັງມີສະຖຽນລະພາບ ແລະຍັງຈະຂະຫຍາຍຕົວເພີ້ມຂຶ້ນຕໍ່ໄປ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະ
ໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວຊຸດທີ 8 ທີ່ໄຂຂຶ້ນຢ່າງເປັນທາງການ
ໃນວັນທີ 16 ຕຸລາ ແລະຍັງຈະດໍາເນີນຕໍ່ໄປຈົນເຖິງວັນທີ 16 ພຶດສະຈິກາ 2017 ນີ້ວ່າ ການຈັດຕັ້ງປະຕິບັດແຜນການພັດທະນາທາງເສດຖະກິດຂອງລາວ ໃນປີ 2017 ນີ້ ຈະບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ ກໍຄື ໃນຂະນະທີ່ຄາດໝາຍ
ທີ່ວາງເອົາໄວ້ວ່າຈະຊຸກຍູ້ໃຫ້ຍອດຜະລິດພາຍໃນ (GDP) ຂະຫຍາຍຕົວເພີ້ມຂຶ້ນ
ໃນອັດຕາສະເລ່ຍ 7 ເປີເຊັນ ເມື່ອທຽບໃສ່ປີ 2016 ຫາກແຕ່ການຈັດຕັ້ງປະຕິບັດ
ຕົວຈິງ ຈະສາມາດບັນລຸໄດ້ພຽງ 6,83 ເປີເຊັນເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ຜູ້ນໍາລັດຖະບານລາວກໍຍັງເຊື່ອໝັ້ນວ່າ ພື້ນຖານເສດຖະກິດ
ຂອງລາວຍັງຄົງມີສະຖຽນລະພາບ ແລະຍັງຈະຂະຫຍາຍຕົວເພີ້ມຂຶ້ນຕໍ່ໄປຢ່າງ
ຕໍ່ເນື່ອງ ທັງລັດຖະບານລາວຍັງຈະເພີ້ມລະດັບປະສິດທິພາບ ການບໍລິຫານ ແລະຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆ ຕາມລະບຽບກົດໝາຍ ໂດຍຈະບໍ່ອະນຸຍາດໃຫ້ມີໂຄງການນອກແຜນການຢ່າງເດັດຂາດອີກດ້ວຍ ດັ່ງທີ່
ທ່ານທອງລຸນ ຢືນຢັນວ່າ:

“ເຖິງແມ່ນວ່າ ລັດຖະບານອາດຈະບໍ່ບັນລຸຕົວເລກຄາດໝາຍການເຕີບໂຕໃນ
ອັດຕາ 7 ເປີເຊັນໄດ້ກໍຕາມ ຕາມຂໍ້ມູນຄາດຄະເນວ່າ ຈະໄດ້ພຽງແຕ່ 6,83 ເປີ
ເຊັນ. ແຕ່ດ້ວຍພື້ນຖານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ແລະມີບາດ
ກ້າວຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະການຄຸ້ມຄອງ ແລະບໍລິຫານລັດໃຫ້ເຂົ້າ
ສູ່ກົດໝາຍ ແລະລະບຽບການ ກ້າວໄປເຖິງການຢຸດຕິການປະຕິບັດໂຄງການ
ແລະການສ້າງໜີ້ ນອກແຜນການງົບປະມານ.”

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

ທັງນີ້ ທ່ານທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ຈັດຕັ້ງທີມງານສະເພາະກິດຂຶ້ນມາຄະ
ນະນຶ່ງ ເມື່ອບໍ່ນານມານີ້ ເພື່ອໃຫ້ຮັບຜິດຊອບການຈັດຕັ້ງປະຕິບັດໃນທຸກໆດ້ານ
ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນ
ການເປົ້າໝາຍທີ່ວາງໄວ້ດ້ວຍການປະສານງານລະຫວ່າງກະຊວງ​ການ​ເງິນ, ກະຊວງ
​ແຜນການ​ ແລະ​ການ​ລົງທຶນ, ທະນາຄານ​ແຫ່ງ​ຊາດ, ກະຊວງ​ອຸດ​ສະຫະ​ກໍາ ​ແລະ​
ການ​ຄ້າກັບສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ຊຶ່ງ​ປະຊຸມ​ຮ່ວມ​ກັນ​ເປັນ​ປະ​ຈໍາ
ທຸກ​ເດືອນ ​ເພື່ອ​ວາງ​ມາດ​ຕະການ ​ແລະ​ຄົ້ນຄວ້າບັນດາ​ນະ​ໂຍບາຍ​ຕ່າງໆ ​ເພື່ອ​ນໍາ​ສະ​
ເໜີຕໍ່ກອງ​ປະຊຸມ​ຄະນະ​ລັດຖະບານ​ລາວ ​ໃນ​ທຸກໆ​ເດືອນ​ນັ້ນ​ເອງ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ
ກະຊວງ ການເງິນ ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ
7 ເປີເຊັນ ໃນແຜນການປີ 2016-2017 ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ
(GDP) ຂອງລາວ ມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼືປະມານ 16,210 ລ້ານ
ໂດລາ ໂດຍຈະຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341
ໂດລາຕໍ່ຄົນ ໃນທ້າຍປີ 2017 ນີ້ ແລະເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະ
ເລ່ຍ ຂອງປະຊາຊົນລາວ ທີ່ລະດັບ 1,970 ໂດລາຕໍ່ຄົນ ໃນປີ 2016 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ
ກໍບໍ່ ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ໃນການ
ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ 10 ມາດຕະການທີ່ລັດຖະບານລາວ
ໄດ້ກຳນົດໄວ້ໃນແຜນການປີ 2016-2017 ທີ່ປະກອບດ້ວຍການຄຸ້ມຄອງເສດຖະ
ກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດ
ຂະຫຍາຍຕົວ ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ
ແລະງົບປະມານໃຫ້ແຂງແຮງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບ
ໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ
ສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາວະ
ແວດລ້ອມ ໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ ຈາກຕ່າງ
ປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ພັດທະນາ
ການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະຫລຸດຜ່ອນ
ການນຳເຂົ້າຈາກຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກ
ຍາກ, ຄົ້ນຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນ
ຍົງໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດ
ໃຫ້ມີປະສິດທິຜົນ, ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດທີ່ແນ
ໃສ່ການຕ້ານການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ, ສະເໜີສະພາແຫ່ງຊາດແລະ
ສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳໃຫ້ສອດຄຮ້ອງກັບສະພາບ
ການຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນ
ລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

XS
SM
MD
LG