ທາງການລາວຈະສົ່ງເສີມໃຫ້ບັນດາບໍລິສັດ ເອກະຊົນຈີນໄປລົງທຶນໃນເຂດເສດຖະ
ກິດພິເສດສະຫວັນ-ເຊໂນໃຫ້ຫລາຍຂຶ້ນ ໂດຍຈະຈັດໃຫ້ມີການພົບປະເພື່ອໃຫ້ຂໍ້
ມູນກັບບັນດາບໍລິສັດຈີນເປັນພິເສດ.
ທ່ານທອງໃສ ໄຊຍະວົງຄໍາດີ ຫົວໜ້າ ເຂດເສດຖະກິດພິເສດສະຫວັນ-ເຊໂນ ຊຶ່ງຕັ້ງຢູ່ໃນແຂວງສະຫວັນນະເຂດ ຖະແຫລງຢືນຢັນວ່າ ຄະນະກໍາມະການບໍລິຫານ ແລະຄຸ້ມຄອງເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ວາງເປົ້າໝາຍ ທີ່ຈະສົ່ງເສີມໃຫ້ບັນດາບໍລິສັດເອກະຊົນຈີນເຂົ້າມາລົງທຶນໃນເຂດເສດຖະກິດພິເສດສະຫວັນ-ເຊໂນ ໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ. ເຖິງແມ່ນວ່າ ບັນດາບໍລິສັດເອກະຊົນຈີນຈະລົງທຶນຍັງບໍ່ທັນຫລາຍ ຫາກແຕ່ກໍເຊື່ອວ່າ ການລົງທຶນຂອງຈີນໃນເຂດເສດຖະກິດພິເສດສະຫວັນ-ເຊໂນ ຈະເພີ້ມຂຶ້ນຢ່າງວ່ອງໄວ ຖ້າຫາກມີການພົບປະເພື່ອໃຫ້ຂໍ້ມູນແກ່ບັນດາບໍລິສັດຈີນຫລາຍຂຶ້ນເປັນພິເສດ ດັ່ງທີ່ທ່ານທອງໃສໃຫ້ການຢືນຢັນວ່າ:
“ປັດຈຸບັນນີ້ ສະເພາະໃນເຂດເສດຖະກິດພິເສດສະຫວັນ-ເຊໂນຂອງພວກເຮົານີ້
ມີບໍລິສັດທີ່ວ່າໄດ້ໄປຈົດທະບຽນ 90 ບໍລິສັດແລ້ວ. ສ່ວນມາກນີ້ ກໍມາຈາກໃນອາ
ຊຽນ ມາຈາກຍີ່ປຸ່ນ, ເກົາຫລີ ແລະສ່ວນນຶ່ງ ກໍມາຈາກສປ ຈີນ ທີ່ສ່ວນຫລາຍກໍ
ລົງທຶນໃນພາກອຸດສະຫະກໍາເບົາ, ອຸດສະຫະກໍາການປະກອບ ແລະອຸດສະຫະ
ກໍາການບໍລິການ ແລະຄິດວ່າ ໃນອະນາຄົດຖ້າເຮົາສາມາດກະຈາຍຂໍ້ມູນ-ຂ່າວ
ສານ, ສ້າງກິດຈະກໍາໃຫ້ມີການໂຄສະນາ ຂົນຂວາຍການລົງທຶນ ໃຫ້ທັງພາກລັດ
-ເອກະຊົນຂອງຈີນ ສາມາດຮັບຮູ້ໄດ້ເຖິງແນວທາງ-ນະໂຍບາຍການລົງທຶນ
ຂອງບ້ານເຮົາ ຄິດວ່າຈະສາມາດດຶງດູດເອົານັກລົງທຶນຈີນໄປລົງທຶນໃນລາວ
ເພີ້ມຂຶ້ນຕື່ມອີກ.”
ຫາກແຕ່ວ່າ ກ່ອນໜ້ານີ້ ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບ
ພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ໃຫ້ການຢືນຢັນວ່າ ກຸ່ມບໍລິສັດດອກ
ງິ້ວຄຳຈາກປະເທດ ຈີນ ຊຶ່ງເປັນຜູ້ລົງທຶນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຢູ່
ທີ່ແຂວງບໍ່ແກ້ວ ຍັງບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຕາມສັນຍາການລົງທຶນ ແລະລະ
ບຽບກົດໝາຍວ່າດ້ວຍການນຳໃຊ້ທີ່ດິນໃນເຂດສຳປະທານໄດ້ຢ່າງຄົບຖ້ວນ.
ດ້ວຍເຫດນີ້ ຈຶ່ງເປັນໜ້າທີ່ຂອງກະຊວງທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງ
ຖິ່ນທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳຕັ້ງຢູ່ນັ້ນ ຈະຕ້ອງປະສານງານກັບບໍລິສັດຜູ້
ລົງທຶນເພື່ອໃຫ້ດຳເນີນການຢ່າງຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍການ
ສົ່ງເສີມການລົງທຶນໃນລາວ ທີ່ໄດ້ດັດແກ້ໃໝ່ໃນທ້າຍປີ 2016 ໂດຍທີ່ສຳຄັນກໍຄືມາດ
ຕາ 42 ທີ່ກຳນົດອາຍຸສຳປະທານທີ່ດິນໄດ້ຍາວສຸດບໍ່ເກີນ 50 ປີ ໃນຂະນະທີ່ສຳປະ
ທານທີ່ດິນເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີອາຍຸເຖິງ 99 ປີ ຈຶ່ງຈະຕ້ອງມີການ
ດັດແກ້ສຳປະທານໃຫ້ສອດຄ່ອງກັບກົດໝາຍດັ່ງກ່າວ.
ກ່ອນໜ້ານີ້ ຄະນະກຳມະການເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະ
ກິດສະເພາະແຫ່ງຊາດ ລາຍງານວ່າ ກຸ່ມບໍລິສັດດອກງິ້ວຄຳ ໄດ້ນຳໃຊ້ເງິນລົງທຶນໄປ
ແລ້ວຄິດເປັນມູນຄ່າເກີນກວ່າ 657 ລ້ານໂດລາ ສຳລັບພັດທະນາລະບົບພື້ນຖານໂຄງ
ລ່າງໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງຖືວ່າ
ເປັນບໍລິສັດທີ່ໄດ້ນຳໃຊ້ເງິນລົງທຶນໄປແລ້ວຫຼາຍທີ່ສຸດໃນຂະນະນີ້.
ໃນປັດຈຸບັນ ມີການລົງທຶນຂອງກຸ່ມທຸລະກິດຈາກຕ່າງປະເທດຢູ່ໃນເຂດເສດຖະກິດພິ
ເສດ ແລະເຂດເສດຖະກິດສະເພາະທັງ 13 ແຫ່ງໃນ ລາວ ຄິດເປັນມູນຄ່າລວມຫຼາຍ
ກວ່າ 4,000 ລ້ານໂດລາ ແລະໃນນີ້ກໍໄດ້ມີການນຳເງິນທຶນເຂົ້າມາໃນລາວແລ້ວ
1,200 ກວ່າລ້ານໂດລາ ທີ່ເປັນການລົງທຶນຂອງບໍລິສັດເອກະຊົນຕ່າງຊາດ 500 ກວ່າ
ລາຍ ຊຶ່ງໃນນີ້ເປັນການລົງທຶນຂອງບັນດາບໍລິສັດຈາກຈີນ 234 ລາຍ ຈຶ່ງຖືເປັນກຸ່ມທຸ
ລະກິດຕ່າງຊາດທີ່ລົງທຶນໃນລາວ ຫຼາຍທີ່ສຸດ ແລະໄດ້ມີການຈ້າງງານແລ້ວຫຼາຍກວ່າ
22,000 ຕຳແໜ່ງ.
ທັງນີ້ລັດຖະບານລາວ ໄດ້ປັບປຸງທັງນະໂຍບາຍ ແລະນິຕິກຳຕ່າງໆເພື່ອອຳນວຍຄວາມ
ສະດວກ ແລະ ສົ່ງເສີມບໍລິສັດຕ່າງຊາດໃຫ້ເຂົ້າມາລົງທຶນໃນລາວ ຫຼາຍຂຶ້ນນັບມື້ ໂດຍສະເພາະກໍແມ່ນການກຳນົດກົດລະບຽບຢ່າງລະອຽດທີ່ກ່ຽວກັບການສ້າງຕັ້ງ
ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະທີ່ລັດຖະບານລາວ ໄດ້ວາງ
ເປົ້າໝາຍຈະສ້າງຕັ້ງໃຫ້ໄດ້ເຖິງ 58 ແຫ່ງໃນທົ່ວປະເທດພາຍໃນປີ 2020.