ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຄືອຂ່າຍການຄ້າ ຢາເສບຕິດ ໃນລາວ ມີລັກສະນະ ຂ້າມຊາດ ເພີ້ມຂຶ້ນນັບມື້


ທ້າວໄຊຊະນະ ແກ້ວພິມພາ, ນັກຄ້າຢາເສບຕິ ດຂ້າມຊາດລາຍໃຫຍ່ຄົນນຶ່ງ ໃນລາວ ທີ່ຖືກຈັບ ແລະຂັງຄຸກຢູ່ປະເທດໄທ
ທ້າວໄຊຊະນະ ແກ້ວພິມພາ, ນັກຄ້າຢາເສບຕິ ດຂ້າມຊາດລາຍໃຫຍ່ຄົນນຶ່ງ ໃນລາວ ທີ່ຖືກຈັບ ແລະຂັງຄຸກຢູ່ປະເທດໄທ

ລັດຖະມົນຕີລາວ ຍອມຮັບວ່າເຄືອຂ່າຍການຄ້າຢາເສບຕິດໃນລາວ ມີລັກສະນະຂ້າມ
ຊາດເພີ້ມຂຶ້ນນັບມື້ ໂດຍມີການນໍາໃຊ້ເຄື່ອງເທັກໂນໂລຈີ ທີ່ທັນສະໄໝໃນດ້ານການຂົນ
ສົ່ງ ແລະການສື່ສານລະຫວ່າງປະເທດ.

ທ່ານສົມແກ້ວ ສີລາວົງ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບພາຍໃນຖະ
ແຫຼງຍອມຮັບວ່າ ເຄືອຂ່າຍການຄ້າຢາເສບຕິດໃນລາວ ມີລັກສະນະຂ້າມຊາດເພີ້ມຂຶ້ນ
ນັບມື້ ໂດຍກຸ່ມແກັ້ງຢາເສບຕິດມີການນໍາໃຊ້ເຄື່ອງເທັກໂນໂລຈີ ທີ່ທັນສະໄໝທັງໃນດ້ານ
ຂົນສົ່ງ ແລະການສື່ສານທີ່ຍາກຕໍ່ການກວດກາ ແລະຕິດຕາມຈັບກຸມ ຈຶ່ງເຮັດໃຫ້ຂະບວນ
ການຄ້າຢາເສບຕິດຂ້າມຊາດສາມາດລັກລອບຂົນສົ່ງຢາເສບຕິດຜ່ານລາວໄປຕ່າງປະເທດ
ໄດ້ຢ່າງຫລວງຫລາຍ.

ນັກຄ້າຢາເສບຕິດຄົນນຶ່ງທີ່ຖືກຈັບ ພ້ອມຂອງກາງ
ນັກຄ້າຢາເສບຕິດຄົນນຶ່ງທີ່ຖືກຈັບ ພ້ອມຂອງກາງ

ຍິ່ງໄປກວ່ານັ້ນ ການທີ່ລາວຕົກເປັນເຂດລັກລອບຂົນສົ່ງຢາເສບຕິດ ຈາກເຂດສາມຫລ່ຽມ
ຄໍາໄປຕ່າງປະເທດດັ່ງກ່າວ ຍັງເຮັດໃຫ້ສັງຄົມລາວຕ້ອງປະເຊີນກັບບັນຫາການຊົມໃຊ້ຢາ
ເສບຕິດແລະບັນຫາອາຊະຍາກໍາ ທີ່ກ່ຽວກັບຢາເສບຕິດເພີ້ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ດັ່ງທີ່ທ່ານສົມແກ້ວຢືນຢັນວ່າ

ການພົວພັນຊື້ຂາຍ ຂົນສົ່ງຢາເສບຕິດຢູ່ໃນລາວ ມີທັງຄົນລາວ ແລະຄົນຕ່າງປະເທດ
ມີການເຄື່ອນໄຫວຊື້ຂາຍຂ້າມຊາດ ແລະມີການນໍາໃຊ້ພາຫະນະ ເທັກນິກທີ່ທັນສະ
ໄໝ ເຂົ້າໃນການຂົນສົ່ງຢາເສບຕິດຢ່າງແນບນຽນທີ່ສຸດ ແລະບັນຫາທີ່ໜ້າເປັນຫ່ວງ
ທີ່ສຸດ ແມ່ນຢາເສບຕິດຊຶມເລິກເຂົ້າໃນທຸກຊັ້ນຄົນ ໃນສັງຄົມ, ສ້າງຜົນເສຍຫາຍທາງ
ດ້ານເສດຖະກິດ ວັດທະນະທໍາ ສັງຄົມຂອງຊາດ ສ້າງຄວາມບໍ່ສະຫງົບໃຫ້ແກ່ປະ
ເທດຊາດ ແລະບ້ານເມືອງ.

ສ່ວນພົນຕີ ສິນລະວົງ ໄຊຍະກອນ ລັດຖະມົນຕີຊ່ອຍວ່າການ ກະຊວງປ້ອງກັນຄວາມ
ສະຫງົບຖະແຫລງຢືນຢັນວ່າ ໃນຮອບ 1 ປີຜ່ານມາ ສາມາດດຳເນີນຄະດີຢາເສບຕິດໄດ້
2,508 ລາຍ ໃນນີ້ ຈັບກຸມຜູ້ຕ້ອງຫາທີ່ລັກລອບຄ້າຢາເສບຕິດໄດ້ 3,700 ກວ່າຄົນຮວມ
ຜູ້ຕ້ອງຫາເພດຍິງ 558 ຄົນ ແລະທຽບໃສ່ປີກ່ອນ ກໍປາກົດວ່າ ການດຳເນີນຄະດີຢາເສບ
ຕິດເພີ້ມຂຶ້ນຈາກເດີມ ເຖິງ 250 ຄະດີ.

ສ່ວນຂອງກາງທີ່ຍຶດໄດ້ຈາກການຈັບກຸມນັ້ນ ປະກອບດ້ວຍ ຢາບ້າ 1,862.87 ກິໂລ
ກຣາມ ເຮໂຣອິນ 188.39 ກິໂລກຣາມ ຢາໄອສ໌ 144.66 ກິໂລກຣາມ ກັນຊາແຫ້ງ
425.46 ກິໂລກຣາມ ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6,831.16 ກິໂລກຣາມ ແກ່ນຝິ່ນ
25 ກິໂລກຣາມ ເຄື່ອງອັດຢາບ້າ 7 ເຄື່ອງ ເຄື່ອງອົບຢາບ້າ 1 ເຄື່ອງ ເຄື່ອງຂົ້ວຢາບ້າ 3
ເຄື່ອງ ເຄື່ອງບົດຢາບ້າ 1 ເຄື່ອງ ຫົວເຊື້ອນ້ຳຫອມ 560 ຊຸດ ລົດຍົນ 97 ຄັນ ລົດຈັກ
136 ຄັນ ແລະອື່ນໆ ອີກຈຳນວນນຶ່ງ.

ນອກຈາກນັ້ນ ທາງການຕຳຫຼວດລາວ ຍັງສາມາດມ້າງແກັ້ງຄ້າຢາເສບຕິດລາຍໃຫຍ່ໄດ້
5 ແກັ້ງ ໂດຍຈັບກຸມນັກຄ້າຢາເສບຕິດໄດ້ເຖິງ 33 ຄົນ ລວມເຖິງຜູ້ຕ້ອງຫາ 5 ຄົນ ທີ່ເປັນ
ສະມາຊິກໃນແກັ້ງຂອງທ້າວໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດລາຍໃຫຍ່ໃນລາວ
ທີ່ສານອາຍາໄທມີຄໍາພິພາກສາຕັດສິນຈຳຄຸກຕະຫຼອດຊີວິດ ເມື່ອເດືອນມີນາ 2018 ຜ່ານ
ມາ ຫລືພາຍຫລັງທີ່ທາງການຕໍາຫລວດໄທຈັບກຸມທ້າວໄຊຊະນະໄດ້ທີ່ສະໜາມບິນສຸວັນ
ນະພູມ ເມື່ອວັນທີ 19 ມັງກອນ 2017 ທີ່ຜ່ານມາ.

ສ່ວນທ່ານ ໄຊສີ ສັນຕິວົງ ລັດຖະມົນຕີວ່າການກະຊວງຍຸຕິທຳ ຍອມຮັບວ່ານັກໂທດ
ທີ່ກະທຳຄວາມຜິດກ່ຽວກັບຢາເສບຕິດ ເປັນກຸ່ມນັກໂທດທີ່ມີຈຳນວນເພີ້ມຂຶ້ນຢ່າງຫລາຍ
ທີ່ສຸດ ໂດຍສານປະຊາຊົນລາວ ໄດ້ພິຈາລະນາຕັດສິນຄວາມຜິດໄປແລ້ວ 28,475 ຄະດີ
ຈາກທັງໝົດ 29,780 ຄະດີໃນໄລຍະ 5 ປີທີ່ຜ່ານມານີ້.

ທາງດ້ານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດໄທ ໄດ້
ລາຍງານວ່າການຮ່ວມມືລະຫວ່າງທາງການ ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ
ຫວຽດນາມ ພາຍໃຕ້ປະຕິບັດການແມ່ນໍ້າຂອງປອດໄພຈາກບັນຫາຢາເສບຕິດ ທີ່ໄດ້
ຈັດຕັ້ງປະຕິບັດຮ່ວມກັນໃນຊ່ວງປີ 2013-2017 ຜ່ານມາສາມາດປາບປາມການຄ້າ
ຢາເສບຕິດໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ 160,000 ກວ່າຄົນ, ຍຶດຢາບ້າໄດ້
363 ລ້ານກວ່າເມັດ, ສານເຄມີ 270 ໂຕນ, ຢາໄອສ໌ກວ່າ 13 ໂຕນ, ເຮໂຣອິນ 7,553
ກິໂລກຣາມ, ຝິ່ນດິບກວ່າ 14 ໂຕນ, ກັນຊາແຫ້ງ 20 ໂຕນ, ອາວຸດ ແລະ ອຸປະກອນສື່ ສານທີ່ທັນສະໄໝ 1 ໝື່ນກວ່າລາຍການ.

XS
SM
MD
LG