ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພ​ແຫ້ງ​ແລ້ງ​ຈະ​ເຮັດ​ໃຫ້ ຜົນ​ຜະ​ລິດ​ກະ​ສິ​ກຳ ​ໃນ​ລາວ ຕ່ຳ​ກວ່າ​ແຜນ​ການ ​ເຖິງ 40 ເປີ​ເຊັນ ໃນ​ປີນີ້


​ທົ່ງ​ນາ​ທີ່​ແຫ້ງ​ແລ້ງແຫ່ງ​ນຶ່ງ​ໃນ​ລາວ​ຍ້ອນ​ຝົກ​ຕົກ​ລົງ​ມາບໍ່​ພຽງ​ພໍ
​ທົ່ງ​ນາ​ທີ່​ແຫ້ງ​ແລ້ງແຫ່ງ​ນຶ່ງ​ໃນ​ລາວ​ຍ້ອນ​ຝົກ​ຕົກ​ລົງ​ມາບໍ່​ພຽງ​ພໍ

ໄພ​ແຫ້ງ​ແລ້ງ​ຢ່າງ​ໜັກ​ໜ່ວງ​ໃນ​ລາວ ຈະ​ເຮັດ​ໃຫ້​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້​ເຖິງ 40 ເປີ​ເຊັນ ເນື່ອງ​ຈາກ​ເຂື່ອນ​ຕ່າງໆ ປ່ອຍ​ນ້ຳ​ໜ້ອຍ​ລົງ ເພາະ​ຕ້ອງ​ການ​ເກັບ​ນ້ຳ​ໄວ້​ໃນ​ເຂື່ອນ​ໃຫ້​ເຖິ​ງ​ລ​ະ​ດູ​ຝົນ. ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ງານ​ມະ​ສະ​ເໜ​ີ​ທ່ານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ເປີດ​ເຜີຍ​ວ່າ ລັດ​ຖະ​ບານ​ລາວ ໄດ້​ວາງ​ເປົ້າ​ໝາຍ ຊຸກ​ຍູ້​ການ​ປູກ​ເຂົ້າ​ນາ​ແຊງ​ໃຫ້​ໄດ້ 100,000 ເຮັກ​ຕາ ແລະ​ປູກ​ພືດ​ຜັກ​ໃຫ້​ໄດ້ 150,000 ເຮັກ​ຕາ ໃນ​ລະ​ດູ​ແລ້ງ ປີ 2019-2020 ແຕ່​ວ່າ​ກໍ​ຄົງ​ຈະເປັນໄປ​ໄດ້​ຍາກ ເພາະ​ບັນ​ຫາ​ຂາດ​ແຄນ​ນ້ຳ ຢ່າງ​ໜັກ​ໜ່ວງ ໃນ​ເວ​ລານີ້ ເຮັດ​ໃຫ້​ຄອງ​ຊົນ​ລະ​ປະ​ທານ​ສາ​ມາດ​ຕອບ​ສະ​ໜອງ​ນ້ຳ​ໃຫ້​ກັບ​ພື້ນ​ທີ່​ກະ​ສິ​ກຳ ໄດ້​ພຽງ 150,000 ເຮັກ​ຕາໃນ​ນີ້ ແບ່ງ​ເປັນ​ພື້ນ​ທີ່​ປູກ​ເຂົ້າ​ນາ​ແຊງ 85,000 ເຮັກ​ຕາ ແລະ​ພື້ນ​ທີ່​ປູກ​ພືດ​ລະ​ດູ​ແລ້ງ 65,000 ເຮັກ​ຕາ ຊຶ່ງ​ຕ່ຳ​ກວ່າ​ແຜນ​ການ​ເຖິງ 40 ເປີ​ເຊັນ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນ​ດາ​ເຂື່ອນໃນ​ລາວ ໄດ້​ຈຳ​ກັດ​ການ​ປ່ອຍ​ນ້ຳ​ອອກ​ຈາກ​ອ່າງ​ໂຕ່ງ ເນື່ອງ​ຈາກວ່າ ຈະ​ຕ້ອງ​ກັກ​ເກັບ​ນ້ຳ​ໄວ້​ໃນ​ເຂື່ອນ​ໃຫ້ ໃຫ້​ເຖິ​ງ​ລ​ະ​ດູ​ຝົນໃນ 5-6 ເດືອນຂ້າງ​ໜ້ານີ້.

ທັງ​ນີ້ ໂດຍ​ອີງ​ຕາມ​ລາຍ​ງານ​ຂອງ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່ ລະ​ບຸ​ວ່າ ເຂື່ອນ​ໄຟ​ຟ້າ ເທິງ​ແນວ​ແມ່​ນ້ຳ​ງື່ມ ທັງ 5 ໂຄງ​ການ ແລະ​ເຂື່ອນ​ໄຟ​ຟ້າ​ທີ່​ຕັ້ງ​ຢູ່​ເທິງ​ແມ່​ນ້ຳ​ລີກ​ອີກ 2 ໂຄງ​ການ ທີ່​ເປັນ​ສາ​ຂາ​ຂອງ​ແມ່​ນ້ຳ​ງື່ມນັ້ນ ກຳ​ລັງ​ປະ​ເຊີນ​ບັນ​ຫາ​ຂາດ​ແຄນ​ນ້ຳ​ຢ່າງ​ໜັກ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ຫລຸດ​ການ​ຜະ​ລິດ​ກະ​ແສ​ໄຟ​ຟ້າ ເພື່ອ​ທີ່​ວ່າ ຈະ​ໄດ້​ເກັບ​ກັກ​ນ້ຳ​ໄວ້ໃນ​ອ່າງ​ໂຕ່ງໃຫ້​ເຖິງ​ລະ​ດູ​ຝົນ​ໃນ​ປີ 2020 ສະ​ນັ້ນ ຈຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເນື່ອງ​ເຮັດ​ໃຫ້ ປະ​ຊາ​ຊົນ​ລາວ ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ນ້ຳໃຊ້ ທັງ​ໃນ​ດ້ານ​ກະ​ສິ​ກຳ ແລະ​ໃນ​ຊີ​ວິດ​ປະ​ຈຳ​ວັນ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ເພາະ​ການ​ຕອບ​ສະ​ໜອງ​ນ້ຳຈາກ​ຄອງ​ຊົນ​ລະ​ປະ​ທານ ສາ​ມາດ​ເຮັດ​ໄດ້​ຢ່າງ​ຈຳ​ກັດ ແລະ​ສາ​ມາດ​ຕອບ​ສະ​ໜອງ​ນ້ຳ​ໄດ້​ສະ​ເພາະ​ໃນ​ພື້ນ​ທີ່ ທີ່​ສ້ອມ​ແປງ​ຄອງ​ຊົນ​ລະ​ປະ​ທານ ເສັດ​ແລ້ວ​ເທົ່າ​ນັ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ພະ​ແນກ​ກະ​ສິ​ກຳ-ປ່າ​ໄມ້​ແຂວງວຽງ​ຈັນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:
“ພວກ​ເຮົາ​ໄດ້​ສຸມ​ໃສ່ແຕ່​ຕ​ອນ​ພົບ​ກັບ​ສະ​ພາບ​ແຫ້ງ​ແລ້ວ​ພຸ້ນ​ແຫລະເນາະ ສົມ​ທົບ​ກັບ​ຫ້ອງ​ການ​ກະ​ສິ​ກຳ-ປ່າ​ໄມ້​ເມືອງນີ້ ກວດ​ຄືນ​ເລື້ອງ​ລະ​ບົບ​ຊົນ​ລະ​ປະ​ທານ ເພື່ອ​ສະ​ໜອງ​ໃຫ້​ກັບ​ກຸ່ມ​ຊາວ​ນາ ໃນ​ເຂດ​ທີ່​ມັນ​ຖືກ​ແຫ້ງ​ແລ້ງ ຫັ້ນ​ແຫລະ ແລະ​ນຳ​ໃຊ້​ຊົນ​ລະ​ປະ​ທານນັ້ນ ຫລໍ່​ລ້ຽງ​ຕົ້ນ​ເຂົ້າ ກະ​ສາ​ມາດ​ແກ້​ໄຂ​ໄດ້​ຫລາຍ​ສົມ​ຄວນ ໂດ​ຍ​ສະ​ເພາະ​ແມ່ນ ຊົນ​ລະ​ປະ​ທານ​ນ້ຳ​ມັງ, ເມືອງ​ທຸ​ລະ​ຄົມ, ຊົນ​ລະ​ປະ​ທານ​ນ້ຳ​ຕົງ, ນ້ຳ​ສັງ, ເມືອງ​ເຟືອງ ແລະ​ເຂດ​ຮ່ອງ​ນ້ຳ​ມີ່ ເມືອງ​ຊະ​ນະ​ຄາມ ຈຳ​ນວນ​ນຶ່ງ ເນາະ​ສາ​ມາດ​ແກ້​ໄຂ​ໄດ້.”

ທົ່ງ​ນາ​ແຊງແຫ່ງ​ນຶ່ງ​ໃນ​ລາວ​ ທີ່ຢູ່​ໃກ້​ກັບ​ຄອງ​ຊົນ​ລະ​ປະ​ທານ​ຈຶ່ງ​ມີ​ນ້ຳ​ພຽງ​ພໍ​ສຳ​ລັບ​ການ​ດຳ​ນາ ໃນ​ລະ​ດູ​ແລ້ງ ປີນີ້
ທົ່ງ​ນາ​ແຊງແຫ່ງ​ນຶ່ງ​ໃນ​ລາວ​ ທີ່ຢູ່​ໃກ້​ກັບ​ຄອງ​ຊົນ​ລະ​ປະ​ທານ​ຈຶ່ງ​ມີ​ນ້ຳ​ພຽງ​ພໍ​ສຳ​ລັບ​ການ​ດຳ​ນາ ໃນ​ລະ​ດູ​ແລ້ງ ປີນີ້

ທາງດ້ານກົມອຸຕຸນິຍົມ ແລະອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງ
ແວດລ້ອມ ສະເໜີລາຍງານການວິເຄາະສະຖານະການ ແລະຢັ້ງຢືນຄວາມເປັນຈິງຂອງ
ປະລິມານນ້ຳທີ່ບົກແຫ້ງຜິດປົກກະຕິໃນນ້ຳງື່ມ ແລະນໍ້າຂອງໃນໄລຍະຜ່ານ​ມາວ່າເປັນ
ຍ້ອນປະລິມານນ້ຳຝົນຫລຸດລົງຫຼາຍ ຊຶ່ງຈາກການວັດແທກນັບຕັ້ງແຕ່ເດືອນມິຖຸນາ-ກັນ
ຍາ 2019 ພົບວ່າ ປະລິມານນ້ຳຝົນໄດ້ຫລຸດລົງຈາກຊ່ວງດຽວກັນໃນປີ 2018 ຜ່ານມາ
ຄິດເປັນອັດຕາສະເລ່ຍເກີນກວ່າ 75 ເປີເຊັນ ຈຶ່ງເຮັດໃຫ້ລະດັບນ້ຳງື່ມແລະນ້ຳຂອງ
ຫລຸດ​ລົງໃນທຸກພື້ນທີ່ນັບແຕ່ຫຼວງພະບາງລົງໄປຈົນເຖິງເຂດສີພັນດອນ-ຄອນພະເພັງ.

ລາຍງານຂອງກົມອຸຕຸນິຍົມ ແລະອຸທົກກສາດ ລະບຸອີກດ້ວຍວ່າ ສະພາວະໂລກຮ້ອນທີ່
ເອີ້ນວ່າ El Nino ຄືສາເຫດສຳຄັນທີ່ເຮັດໃຫ້ເກີດໄພແຫ້ງແລ້ງ ໂດຍສະເພາະແມ່ນເຂດ ແຂວງພາກເໜືອດ້ານຕາເວັນຕົກຂອງລາວນັ້ນ ເປັນເຂດທີ່ມີຝົນຕົກໜ້ອຍທີ່ສຸດ ຊຶ່ງຈາກ ການວັດແທກໃນເດືອນກໍລະກົດ 2019 ພົບວ່າແຂວງບໍ່ແກ້ວມີປະລິມານນ້ຳຝົນພຽງ 3
ເປີເຊັນ, ໄຊຍະບູລີ ແລະຫຼວງນ້ຳທາ ກໍມີປະລິມານນໍ້າຝົນພຽງ 15 ເປີເຊັນ ແລະ 19 ເປີ
ເຊັນ ທຽບໃສ່ປະລິມານນ້ຳຝົນໃນເດືອນກໍລະກົດ 2018. ສ່ວນ​ປະ​ລິ​ມານ​ນ້ຳ​ຝົນ ຢູ່​ເຂດ​
ນ້ຳ​ອູກໍ​ຫລຸດ​ລົງເຖິງ 41 ເປີ​ເຊັນ.

ທາງດ້ານເຈົ້າໜ້າທີ່ໃນຄະນະກຳມາທິການແມ່ນ້ຳຂອງ (Mekong River-
Commission -MRC) ເປີດເຜີຍວ່າ ການກໍ່ສ້າງເຂື່ອນໄຟຟ້າໃນລາວ ຊຶ່ງໃນປັດຈຸບັນ
ມີຢູ່ເຖິງ 73 ໂຄງການ ທີ່ຜະລິດໄຟຟ້າແລ້ວນັ້ນ ຖືເປັນປັດໄຈທີ່ເຮັດໃຫ້ນ້ຳຂອງບົກແຫ້ງ
ເນື່ອງຈາກວ່າເຂື່ອນໄຟຟ້າໃນລາວ ກໍຕ້ອງກັກເກັບນ້ຳໄວ້ໃນອ່າງໂຕ່ງທີ່ມີປະລິມານຮວມ
ກັນເຖິງ 40,000 ກວ່າລ້ານແມັດກ້ອນ ແລະເມື່ອສົມທົບກັບປະລິມານນ້ຳຝົນຕົກລົງມາ
ໜ້ອຍ ຈຶ່ງເຮັດ​ໃຫ້​ເຂື່ອນ​ຕ່າງໆ​ໃນ​ລາວ ຫລຸດການ​ຜະ​ລິດ​ໄຟ​ຟ້າ ຊຶ່ງ​ກໍ​ຄື ຫລຸດ​ການ​ປ່ອຍ​
ນ້ຳ​ລົງ​ສູ່​ເຂດ​ລຸ່ມ​ແມ່​ນ້ຳ​ຂອງນັ້ນ​ເອງ.

ຍິ່ງໄປກວ່ານັ້ນ ການທີ່ຈີນໄດ້ກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງສຳເລັດແລ້ວ
11 ໂຄງການ ທີ່ມີຄວາມອາດສາມາດເກັບກັກນ້ຳໄດ້ໃນປະລິມານລວມກັນຫຼາຍກວ່າ
49,000 ລ້ານເມັດກ້ອນໃນປັດຈຸບັນ ກໍຄືສາເຫດສຳຄັນອີກປະການນຶ່ງທີ່ເຮັດໃຫ້ນ້ຳ
ຂອງບົກແຫ້ງໃນເວລານີ້ ເພາະຈີນໄດ້ຫລຸດການປ່ອຍນ້ຳອອກຈາກເຂື່ອນຊຽງຮຸ່ງລົງ
50 ເປີເຊັນ ຈາກລະດັບປົກກະຕິ ນັບແຕ່ເດືອນມິຖຸນາ 2019 ເປັນຕົ້ນມາ.

XS
SM
MD
LG