ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ສາມາດຢືມເງິນ ຈາກ ຕ່າງປະເທດ ໄດ້ບໍ່ເກີນ 400 ລ້ານ ໂດລາ ຕໍ່ປີ


ການເປີດທະນາຄານຈີນແຫ່ງນຶ່ງໃນລາວ
ການເປີດທະນາຄານຈີນແຫ່ງນຶ່ງໃນລາວ

ສະພາແຫ່ງຊາດລາວຈໍາກັດສິດໃນການກໍ່ໜີ້ສິນຂອງລັດຖະບານ ໂດຍອະນຸຍາດໃຫ້
ສາມາດກູ້ຢືມເງິນຈາກຕ່າງປະເທດເພື່ອດຸ່ນດ່ຽງງົບປະມານລາຍຈ່າຍໄດ້ໃນມູນຄ່າບໍ່ເກີນ
400 ລ້ານໂດລາ ໃນແຕ່ລະປີ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ
ຖະແຫລງຍອມຮັບວ່າ ລັດຖະບານລາວຍັງຈະຕ້ອງປະເຊີນກັບສະພາວະເປັນໜີ້ຕ່າງ
ປະເທດເພີ້ມຂຶ້ນເລື້ອຍໆ ໂດຍມີສາເຫດຈາກການກູ້ຢືມເງິນທຶນມາດຸ່ນດ່ຽງດ້ານງົບ
ປະມານລາຍຈ່າຍ ທີ່ນໍາໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ທີ່ເປັນການລົງທຶນຂອງ ລັດຖະບານໃນແຕ່ລະປີ.

ໃນທ້າຍປີ 2016 ກໍປາກົດວ່າລັດຖະບານ ລາວ ມີໜີ້ຕ່າງປະເທດຄິດເປັນມູນຄ່າ
ລວມ 6,900 ກວ່າລ້ານໂດລາ ເທົ່າກັບ 52 ເປີເຊັນຂອງຍອດຜະລິດຕະພັນລວມ
(GDP) ແລະ ໃນຂະນະດຽວກັນກໍມີໜີ້ສິນພາຍໃນປະເທດອີກໃນມູນຄ່າ 836 ກວ່າ
ລ້ານໂດລາ ຄິດເປັນ 6.3 ເປີເຊັນຂອງ GDP, ສ່ວນໃນປີ 2017 ກໍຄາດວ່າຈະເພີ່ມ
ຂຶ້ນອີກທັງໜີ້ຕ່າງປະເທດ ແລະໜີ້ສິນພາຍໃນ ເພາະໃນໄຕມາດທີ 1 ຂອງປີ 2017
ນີ້ລັດຖະບານລາວ ກໍໄດ້ປະເຊີນກັບການຂາດດຸນດ້ານງົບປະມານລາຍຮັບ-ລາຍ
ຈ່າຍແລ້ວຄິດເປັນມູນຄ່າເຖິງ 957.7 ຕື້ກີບ ຈຶ່ງຕ້ອງມີການກູ້ຢືມຈາກແຫລ່ງທຶນທັງ
ພາຍໃນແລະຕ່າງປະເທດເພື່ອດຸ່ນດ່ຽງການຂາດດູນດັ່ງກ່າວ.

ຫາກແຕ່ວ່າ ເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດ
ຕາທີ່ເໝາະສົມກັບສະພາບຕົວຈິງດ້ານລາຍຮັບ-ລາຍຈ່າຍຂອງລັດຖະບານລາວ ສະ
ພາແຫ່ງຊາດກໍໄດ້ຈໍາກັດສິດ ໂດຍອະນຸຍາດໃຫ້ລັດຖະບານລາວ ສາມາດກູ້ຢືມຈາກ
ຕ່າງປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາ ໃນແຕ່ລະປີ ດັ່ງທີ່ທ່ານສົມດີ ດວງດີໃຫ້ການຢືນຢັນວ່າ:

“ສໍາລັບການກູ້ຢືມແຕ່ລະປີນີ້ ຢູ່ໃນກອບເພດານທີ່ທາງສະພາແຫ່ງຊາດໄດ້ອະນຸມັດ
ໃຫ້ກູ້ຢືມຄັນສິເວົ້າ ກະປີນຶ່ງ ໃນລະດັບທຸກມື້ນີ້ກະບໍ່ເກີນ 400 ລ້ານໂດລາ. ອັນນີ້ກໍ
ເປັນການກູ້ຢືມມາພັດທະນາໂຄງຮ່າງ ຫລືອື່ນໆໃຫ້ແກ່ລັດ ຍັງບໍ່ຄິດໄລ່ເຖິງເງິນກູ້ຢືມ
ສໍາລັບໂຄງການທີ່ມີປະສິດທິພາບທາງດ້ານເສດຖະກິດຕ່າງຫາກ ເພື່ອເຮັດແນວໃດ ບໍ່ໃຫ້ໜີ້ສິນຕ່າງປະເທດຂອງເຮົາເພີ້ມສູງຂຶ້ນ ສໍາລັບໜີ້ລົງທຶນຂອງລັດນີ້ ກະແມ່ນ
ກະຊວງແຜນການ ແລະການລົງທຶນນີ້ ເປັນຜູ້ຈັດຕັ້ງປະຕິບັດ.”

ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດຂອງ
ລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ ກໍຄືເພີ່ມຂຶ້ນຈາກ 2,470 ກວ່າລ້ານໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາໃນປີ 2015 ແລະ 6,900 ກວ່າລ້ານໂດລາໃນປີ 2016 ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນເປັນ 8,000 ລ້ານ
ກວ່າໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງ
ເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະ
ເຮັດໃຫ້ GDP ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 24.8 ລ້ານກີບ ຫຼື
ປະມານ 3,100 ໂດລາຕໍ່ຄົນໃນປີ 2020.

ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນກໍບໍ່ແມ່ນເລື່ອງງ່າຍເພາະວ່າ
ລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາ
ສະເລ່ຍບໍ່ຕໍ່າກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍໍລິການຈະຕ້ອງ ຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈະຕ້ອງ ລະດົມທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ໃນມູນຄ່າລວມເຖິງ 27,000 ລ້ານ
ໂດລາໃນຊ່ວງປີ 2016-2020 ດັ່ງກ່າວ.

ສ່ວນໃນດ້ານງົບປະມານລາຍຮັບນັ້ນ ລັດຖະບານ ລາວ ກໍໄດ້ວາງເປົ້າໝາຍທີ່ຈະຈັດເກັບ ໃຫ້ໄດ້ເພີ່ມຂຶ້ນເຖິງ 50 ເປີເຊັນ ໃນຊ່ວງປີ 2016 ຫາ 2020 ທຽບໃສ່ຊ່ວງປີ 2011-2015 ຊຶ່ງກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ 149,600 ຕື້ກີບຄິດເປັນ 19-20 ເປີເຊັນ
ຂອງ GDP ໃນຊ່ວງ 5 ປີດັ່ງກ່າວ ໂດຍໃນນີ້ຈະເປັນລາຍຮັບພາຍໃນ 131,800 ຕື້ກີບ
ເພີ່ມຂຶ້ນເຖິງ 72 ເປີເຊັນທຽບໃສ່ຊ່ວງປີ 2011-2015 ພ້ອມກັນນີ້ ລັດຖະບານລາວ ກໍຈະ ຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີ
ເຊັນທຽບໃສ່ຊ່ວງປີ 2011-2015 ແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນຂອງ GDP
ໃນຕະຫຼອດຊ່ວງປີ 2016-2020.

ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ກໍຍອມຮັບວ່າການຈັດເກັບລາຍຮັບຂອງລັດຖະບານລາວ
ໃນຊ່ວງ 3 ເດືອນທຳອິດຂອງແຜນການປີ 2017 ສາມາດປະຕິບັດໄດ້ຕໍ່າກວ່າຄາດໝາຍ
ຄື ຈັດເກັບລາຍຮັບໄດ້ພຽງ 4,621.58 ຕື້ກີບ ຊຶ່ງຄິດເປັນ 19.3 ເປີເຊັນຂອງແຜນການ
ຕະຫຼອດປີ 2017 ເທົ່ານັ້ນ.

XS
SM
MD
LG