ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອາດຊະຍາກຳ ກ່ຽວ​ຂ້ອງ​ກັບ​ການ​ທ່ອງ​ທ່ຽວ ​ຢູ່​ລາວ ເພີ້ມຂຶ້ນ ນັບມື້ ຍ້ອນ​ຜູ້​ປະ​ກອບ​ການບໍ່​ໃຫ້​ຄວາມ​ຮ່ວມ​ມື


ກຸ່ມ​ນັກ​ທ່ອງ​ທ່ຽວ​ຈີນ ຈຳ​ນວນ​ນຶ່ງທີ່​ເຂົ້າ​ມາຢ້ຽມ​ຢາມ​ລາວ
ກຸ່ມ​ນັກ​ທ່ອງ​ທ່ຽວ​ຈີນ ຈຳ​ນວນ​ນຶ່ງທີ່​ເຂົ້າ​ມາຢ້ຽມ​ຢາມ​ລາວ

ຮອງລັດ​ຖະ​ມົນ​ຕີ​ລາວລະ​ບຸ​ວ່າ ບໍ​ລິ​ສັດ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ດ້ານ​ບໍ​ລິ​ການ ແລະ​ການ​ທ່ອງ​ທ່ຽວ ຈຳ​ນວນບໍ່​ໜ້ອຍ​ທີ່ບໍ່​ໃຫ້​ການ​ຮ່ວມ​ມື ກັບ​ພາກ​ລັດ ໃນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຈຶ່ງ​ເຮັດ​ໃຫ້​ເກີດ​ບັນ​ຫາ​ອາດ​ຊະ​ຍາ​ກຳ ເພີ້ມ​ຂຶ້ນ​ນັບ​ມື້. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຈາກ​ບາງກອກ.

ພົນ​ຕີ​ກົງ​ທອງ ພົງ​ພິ​ຈິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນຄວາມ​ສະ​ຫງົບ​ພາຍ​ໃນ ຖະ​ແຫລງ​ຢືນ​ຢັນ​ວ່າ ການ​ຈັດ​ຕັ້ງ ປະ​ຕິ​ບັດ ທີ່​ຜິດ​ລະ​ບຽບ​ກົດ​ໝາຍ​ໃນ​ພາກ​ທຸ​ລະ​ກິດ ດ້ານ​ບໍ​ລິ​ການ ແລະ​ການ​ທ່ອງ​ທ່ຽວໃນ​ລາວ ໄດ້​ເຮັດ​ໃຫ້​ມີ​ບັນ​ຫາ​ອາ​ຊະ​ຍາ​ກຳ ເພີ້ມ​ຫລາຍຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ການ​ທີ່​ບັນ​ດາບໍ​ລິ​ສັດ​ທີ່​ດຳ​ເນີນ​ກິດ​ຈະ​ການໂຮງ​ແຮມ, ເຮືອນ​ພັກ, ຮ້ານ​ກິນ​ດື່ມ ແລະ​ສະ​ຖານ ບັນ​ເທີງຕ່າງໆ ບໍ່​ຍອມ​ໃຫ້​ການ​ຮ່ວມ​ມື ໃນ​ການ​ລາຍ​ງານ​ສະ​ພາບ​ການ​ຮຸນ​ແຮງ​ຫລື​ອາດ​ຊະ​ຍາ​ກຳ​ຕ່າງໆ ທີ່​ເກີດ​ຂຶ້ນນັ້ນ ຖື​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ສົ່ງ​ຜົນ​ກະ​ທົບ ຕໍ່​ການ​ພັດ​ທະ​ນາ​ໃນ​ດ້ານ​ບໍ​ລິ​ການ ແລະ​ທ່ອງ​ທຽວ​ໃນ​ລາວ ໂດຍ​ຕົງ ຊຶ່ງ​ລວມ​ເຖິງ​ການ​ດຳ​ເນີນ​ກິດ​ຈະ​ການ ຢ່າງບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ບໍ​ລິ​ສັດ​ຕ່າງ​ຊາດ​ໃນ​ລາວ​ອີກ​ດ້ວຍ​ດັ່ງ​ທີ່​ທ່ານ ພົນ​ຕີ ກົງ​ທອງ ໄດ້​ຖະ​ແຫລງ ຢືນ​ຢັນ​ວ່າ:

​ພົນ​ຕີ​ກົງ​ທອງ ພົງ​ພິ​ຈິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນຄວາມ​ສະ​ຫງົບ​ພາຍ​ໃນ
​ພົນ​ຕີ​ກົງ​ທອງ ພົງ​ພິ​ຈິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນຄວາມ​ສະ​ຫງົບ​ພາຍ​ໃນ

​“ຜູ້​ປະ​ກອບ​ການ​ທຸ​ລະ​ກິດ​ໂຮງ​ແຮມ, ເຮືອນ​ພັກ, ຮ້ານ​ອາ​ຫານ, ກິນ​ດື່ມ, ບັນ​ເທີງ ກະ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ຮ່ວມ​ມື ກັບ​ເຈົ້າ​ໜ້າ​ທີ່ ໂດຍ​ສະ​ເພາະ​ກໍ​ບໍ່​ຢາກ​ລາຍ​ງານ​ແຂກ​ທີ່​ພັກ​ເຊົາ, ບໍ່​ລາຍ​ງານ​ບັນ​ຫາ​ປາ​ກົດ​ການ​ຫຍໍ້​ທໍ້ ທີ່​ເກີດ​ຂຶ້ນ​ກັບ​ນັກ​ທ່ອງ​ທ່ຽວ ເຊັ່ນ​ມົ້ວ​ສຸມ​ຢາ​ເສບ​ຕິດ, ການ​ພະ​ນັນ​ດ ຊິງ​ຊັບ, ສໍ້​ໂກງ, ມີບ​າງ​ບໍ​ລິ​ສັດ ກໍ​ເອົາ​ຄົນ​ຕ່າງ​ປະ​ເທດ​ເຂົ້າ​ມາ​ເປັນ​ຜູ້​ບໍ​ລິ​ຫານ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຈາກ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕາມ​ກົດ​ໝາຍ​ຂອງ ສ​ປ​ປ​ລາວ.”

ໂດຍ​ສະ​ພາບ​ການ​ດັ່ງ​ກ່າວນີ້ ໄດ້​ຖືກ​ກະ​ແສ​ສັງ​ຄົມ​ວິ​ພາກ ວິ​ຈານ​ຢ່າງກວ້າງ​ຂວາງ ເຖິງ​ຂະ​ໜາດ​ທີ່​ໄດ້​ມີ​ການ​ຖ່າຍ​ທຳ​ເປັນ Clip VDO ແລະ​ນຳ​ເຜີບ​ແຜ່​ອອກ​ສູ່​ການ​ຮັບ​ຮູ້​ໃນ​ສັງ​ຄົມ​ລາວ ໃນ​ປັດ​ຈຸ​ບັນ ຊຶ່ງ​ທາງ​ຕຳ​ຫລວດ​ທ່ອງ​ທ່ຽວ​ຂອງ​ລາວ ກໍ​ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​ແນວນີ້​ໄດ້​ນັ້ນ ກໍ​ເພາະ​ວ່າ ໃນ​ພາກ​ເອ​ກະ​ຊົນ ທີ່​ດຳ​ເນີນ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ​ກໍ​ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ລະ​ບຽບ ກົດ​ໝາຍ ເຊັ່ນ​ດຽວ​ກັນ ໂດຍ​ສະ​ເພາະ​ແມ່ນ ນັບ​ຕັ້ງ​ແຕ່​ລັດ​ຖະ​ບານ​ລາວ​ໄດ້​ປະ​ກາດ​ຍົກ​ເລີກ​ການ​ສົ່ງ​ກຳ​ໜົດ​ການ​ທ່ອງ​ທ່ຽວ ກໍ​ຄື​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວບໍ່​ຕ້ອງ​ຈັດ​ສົ່ງ​ກຳ​ໜົດ​ການ​ທ່ອງ​ທ່ຽວ​ຈຳ​ນວນບໍ່​ໜ້ອຍ ທີ່ບໍ່​ຕໍ່​ທະ​ບຽນ​ໃນ​ການ​ດຳ​ເນີນ​ກິດ​ຈະ​ການ​ຢ່າງ​ຖືກ​ຕ້ອງ ຈຶ່ງ​ເຮັດ​ໃຫ້​ເກີດ​ເປັນ​ຊ່ອງ​ຫວ່າງ ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ທ່ອງ​ທ່ຽວ​ສາ​ມາດ ສວຍ​ໃຊ້ ເປັນ​ຊ່ອງ​ທາງໃນ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ ໃຫ້​ກັບ​ຕົນ​ເອງ ເພາະ​ວ່າ ໃນ​ປັດຈຸ​ບັນນີ້ ໃນ​ລາວມ​ບໍ​ລິ​ສັດ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ທ່ອງ​ທ່ຽວ 200 ກວ່າ​ລາຍ ແຕ່​ກໍ​ມີ​ຫລາຍກວ່າ 140 ລາຍ​ທີ່ບໍ່​ຕໍ່​ໃບ​ອະ​ນຸ​ຍາດ.

ທາງ​ດ້ານພັນ​ເອກ ກິ​ດ​ຕະ​ວົງ ສຸ​ຣິ​ຍາ ຫົວ​ໜ້າ​ກົມ​ຕຳ​ຫຼວດ​ທ່ອງ​ທ່ຽວ ກະ​ຊວງ​ປ້ອງ​ກັນ​
ຄວາມສະຫງົບພາຍໃນໃຫ້ການຍອມຮັບວ່າມີເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວຈຳນວນ
ນຶ່ງທີ່ປະຕິບັດໜ້າທີ່ບໍ່ເປັນໄປຕາມລະບຽບກົດໝາຍ ດ້ວຍການສວຍໃຊ້ໂອກາດປັບ
ໄໝ ແລະຮຽກຮັບເອົາເງິນຈາກບັນດາບໍລິສັດ ແລະ ນັກທ່ອງທ່ຽວຊາວຕ່າງຊາດທີ່ດຳ
ເນີນທຸລະກິດ ຫຼື ຈັດຕັ້ງປະຕິບັດຜິດລະບຽບກົດໝາຍການທ່ອງທ່ຽວໃນ ລາວ ແລະ
ເອົາເງິນທີ່ໄດ້ຈາກການປັບໄໝນັ້ນໄປເປັນຜົນປະໂຫຍດສ່ວນຕົວ.

ສ່ວນ​ທ່ານ ບໍ່​ແສງ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ-ວັດ​ທະ​ນະ
ທຳ ແລະ ທ່ອງທ່ຽວ ຍອມຮັບວ່າສາເຫດສຳຄັນທີ່ເຮັດໃຫ້ຊາວຕ່າງຊາດເດີນທາງເຂົ້າ
ມາທ່ຽວໃນລາວ ຫຼຸດລົງໃນໄລຍະຜ່ານມາມີ 2 ສາເຫດດ້ວຍກັນຄື ການບໍລິຫານວຽກ
ງານດ້ານການທ່ອງທ່ຽວໃນພາກລັດມີລັກສະນະຊ້ຳຊ້ອນກັນ ແລະ ການທ່ອງທ່ຽວໃນ
ລາວ ມີຄ່າໃຊ້ຈ່າຍຕ່າງໆສູງກວ່າປະເທດເພື່ອນບ້ານ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຊາວ
ຕ່າງຊາດບໍ່ຢາກເດີນທາງເຂົ້າມາໃນ ລາວ ອີກເທື່ອໃໝ່.

ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ລາວ ຈຳ​ນວນ 4,180,000
ກວ່າຄົນ ຊຶ່ງເພີ່ມຂຶ້ນ 8.2 ເປີເຊັນ ທຽບໃສ່ປີ 2017 ທີ່ມີນັກທ່ອງທ່ຽວຕ່າງຊາດເດີນ
ທາງເຂົ້າມາລາວ 3,868,000 ກວ່າຄົນໂດຍນັກທ່ອງທ່ຽວຈາກປະເທດໃນ ອາຊຽນ
ດ້ວຍກັນກໍຄືກຸ່ມທີ່ເດີນທາງເຂົ້າມາໃນ ລາວ ຫຼາຍທີ່ສຸດ.

ທາງ​ດ້າ​ນ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ​ອາ​ຊຽນ ລະ​ບຸ​ວ່າ​ລັດ​ຖະ​ບານ ລາວ ຈະ​ຕ້ອງ​ດຳ​ເນີນ
ມາດຕະການຢ່າງຮອບດ້ານເຂົ້າໃນການພັດທະນາປັບປຸງເພື່ອຍົກລະດັບຄຸນນະພາບ
ການທ່ອງທ່ຽວໃນ ລາວ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ທັງນີ້ດ້ວຍການເພັ່ງເລັງ
ໃສ່ການຄຸ້ມຄອງສະຖານບັນເທີງ ແລະ ບໍລິການຕ່າງໆ ເພື່ອໃຫ້ດຳເນີນທຸລະກິດຕາມ
ລະບຽບກົດໝາຍຢ່າງເຂັ້ມງວດ ທັງຈະຕ້ອງສ້າງນິຕິກຳໃໝ່ໃນການຄຸ້ມຄອງທຸລະກິດບໍ
ລິການ ແລະ ທ່ອງທ່ຽວໃຫ້ສາມາດແຂ່ງຂັນກັບເພື່ອນບ້ານໄດ້ຢ່າງແທ້ຈິງອີກດ້ວຍ
ເພາະພາກການທ່ອງທ່ຽວໃນ ລາວ ໃນລາຍຮັບຕ່ຳສຸດໃນ ອາຊຽນ ໂດຍ ໄທ ມີລາຍຮັບ
ຈາກການທ່ອງທ່ຽວສູງສຸດ ກໍຄືຫຼາຍກວ່າ 62,870 ລ້ານໂດລາ ສ່ວນລາຍມີລາຍຮັບ
ພຽງແຕ່ 755 ລ້ານໂດລາເທົ່ານັ້ນໃນປີ 2018 ທີ່ຜ່ານມາ.

XS
SM
MD
LG