ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທຸລະກິດບໍລິການ ແລະທ່ອງທ່ຽວລາວຖືກ ກະທົບ ຢ່າງໜັກຈາກ ການລະບາດຂອງ ໄວຣັສ ໂຄວິດ-19


ພະນັກງານລໍຖ້າກວດອຸນຫະພູມຂອງຜູ້ໂດຍສານເຂົ້າ-ອອກລາວ ທີ່ສະໜາມບິນສາກົນວັດໄຕ
ພະນັກງານລໍຖ້າກວດອຸນຫະພູມຂອງຜູ້ໂດຍສານເຂົ້າ-ອອກລາວ ທີ່ສະໜາມບິນສາກົນວັດໄຕ

ການລະບາດຂອງເຊື້ອໄວຣັສ Covid-19 ມີ ຜົນກະທົບ ຢ່າງໜັກໜ່ວງຕໍ່ ທຸລະກິດບໍ
ລິການ ແລະທ່ອງທ່ຽວໃນລາວ ໂດຍສະເພາະ ກິດຈະການໂຮງແຮມ ແລະທຸລະກິດ
ການບິນ ທີ່ລູກຄ້າຫາຍໄປ ເປັນສ່ວນຫລາຍ.

ທ່ານ ບຸນ​ມາ ເພັດສາ​ວົງ​, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວໃນສັງກັດຂອງກະຊວງ ຖະແຫລງຂ່າວ, ວັດທະນະທໍາແລະທ່ອງທ່ຽວ ຖະແຫລງຢືນຢັນວ່າ ພາກທຸລະກິດບໍລິ
ການ ແລະທ່ອງທ່ຽວໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ ຈາກບັນຫາການລະບາດຂອງ
ເຊື້ອໄວຣັສ Covid-19 ໃນປັດຈຸບັນນີ້ ໂດຍສະເພາະແມ່ນ ທຸລະກິດໂຮງແຮມທີ່ມີລູກຄ້າ ເປັນຊາວຈີນ ຕົວຢ່າງຄືໂຮງແຮມ Land Mark ໃນນະຄອນຫລວງວຽງຈັນ ກໍປາກົດວ່າ ລູກຄ້າຊາວຈີນທີ່ຈອງຫ້ອງພັກໄວ້ 30,000 ກວ່າຄົນ ນັ້ນໄດ້ພາກັນໄດ້ພາກັນຍົກເລີກ
ການຈອງ ຫ້ອງພັກໄປທັງໝົດ 100 ເປີເຊັນ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ໂຮງແຮມຕ້ອງສູນ ເສຍລາຍໄດ້ໄປຢ່າງຫລວງຫລາຍເທົ່ານັ້ນ ຫາກແຕ່ຍັງຈະເຮັດໃຫ້ຕ້ອງມີການເລີກຈ້າງ ງານພະນັກງານຈໍານວນບໍ່ໜ້ອຍໃນໄວໆນີ້ ອີກດ້ວຍ ຖ້າຫາກວ່າບໍ່ໄດ້ຮັບການຊ່ວຍ ເຫລືອຈາກລັດຖະບານລາວ ດ້ວຍການຍົກເວັ້ນໃນດ້ານພາສີອາກອນຕ່າງໆ ໄປຈົນກວ່າ ສະພາບການຈະກັບຄືນສູ່ປົກກະຕິ.

ສະພາບບັນຫາດຽວກັນນີ້ ກໍໄດ້ເກີດຂຶ້ນກັບວິສາຫະກິດການບິນລາວ ຫລື Lao Airline ອີກເຊັ່ນກັນ ເນື່ອງຈາກວ່າຈໍານວນຜູ້ໂດຍສານຫາຍໄປເປັນສ່ວນໃຫຍ່ ຈຶ່ງເຮັດໃຫ້ຕ້ອງ ໂຈະຖ້ຽວບິນໄປຕ່າງປະເທດ ໃນເສັ້ນທາງທີ່ສໍາຄັນ ໂດຍສະເພາະແມ່ນຖ້ຽວບິນທັງໄປ
ຈີນ ແລະເກົາຫລີໃຕ້ນັ້ນ ໄດ້ເຮັດໃຫ້ສາຍການ ບິນລາວ ຕ້ອງຂາດລາຍໄດ້ໄປເກີນກວ່າ
50 ເປີເຊັນ ເຮັດໃຫ້ຈະຕ້ອງພະນັກງານບັນດາພະນັກງານບໍ່ເກີນ 30 ເປີເຊັນຂອງ ຈໍາ ນວນພະນັກງານທັງໝົດທີ່ມີຢູ່ 1,000 ກວ່າຄົນ. ໂດຍພະນັກງານຈະບໍ່ໄດ້ຮັບເງິນເດືອນ ຈົນກວ່າວ່າ ສະພາບການໄດ້ກັບຄືນສູ່ສະພາວະປົກກະຕິແລ້ວນັ້ນ ດັ່ງທີ່ທ່ານ ບຸນ​ມາ
ຈັນ​ທະ​ວົງ​ສາ ຜູ້​ອຳ​ນວຍ​ການ ​ໃຫຍ່​ລັດ​ວິ​ສະ​ຫະ​ກິດ​ການ​ບິນ ລາວ ຖະ​ແຫຼງຢືນຢັນ​ວ່າ​:

“ໂດຍສະເພາະແມ່ນໜ່ວຍງານທີ່ບໍ່ໄດ້ເຮັດໜ້າທີ່ໂດຍກົງກັບຄວາມປອດໄພການບິນ ເຮົາໄດ້ລະດົມ ໃຫ້ພັກຜ່ອນ ໂດຍບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ ເຊັ່ນວ່າ ຈຸບິນທີ່ວ່າເຫລືອຢູ່ ເພາະເສັ້ນບິນ ຫລາຍເສັ້ນບິນເຮົາບໍ່ໄດ້ບິນ ແລ້ວກໍພະນັກງານ ບໍລິຫານທີ່ບໍ່ໄດ້ເຮັດໜ້າທີ່ໂດຍກົງກັບການບໍລິການ ແລະ ຄວາມປອດໄພການບິນ, ພະນັກງານທັງໝົດຂອງການບິນລາວ ນປັດຈຸບັນນີ້ ຈໍານວນ 1,000 ກວ່າຄົນເນາະ ຈະໃຫ້ພັກນີ້ບໍ່ເກີນ 30 ເປີເຊັນຂອງຈໍານວນພະນັກງານທັງໝົດ ແລະພວກເຮົາຈະ
ພະຍາຍາມບໍ່ໃຫ້ ຕັດເງິນເດືອນຜູ້ທີ່ວ່າມີເງິນເດືອນຕໍ່າ.”

ເຄື່ອງກວດອຸນຫະພູມຂອງຄົນໂດຍສານເຂົ້າ-ອອກລາວທີ່ສະໜາມບິນວັດໄຕເພື່ອກວດ ຫາເຊື້ອໄວຣັສໂຄວິດ 19
ເຄື່ອງກວດອຸນຫະພູມຂອງຄົນໂດຍສານເຂົ້າ-ອອກລາວທີ່ສະໜາມບິນວັດໄຕເພື່ອກວດ ຫາເຊື້ອໄວຣັສໂຄວິດ 19

ທ່ານ ບຸນ​ມາ ຍອມ​ຮັບ​ວ່ານັກ​ທ່ອງ​ທ່ຽວ​ຈີນ ແລະເກົາຫລີໃຕ້ເປັນ​ແຫຼ່ງ​ລາຍ​ຮັບ​ທີ່​ສຳ​ຄັນ
​ຂອງ​ພາ​ກ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ໃນລາວ. ສຳ​ລັບ​ລັດ​ວິ​ສາ​ຫະ​ກິດ​ການ​ບິນລາວ ນັ້ນ
ໄດ້ສູນ​ເສຍ​ລາຍ​ຮັບ​ໄປ​ແລ້ວ​ເຖິງ 70 ເປີ​ເຊັນ​ເພາະ​ການ​ຍົກ​ເລີກ​ຖ້ຽວ​ບິນ​ສ່ວນ​ໃຫຍ່​ລະ​
ຫວ່າງລາວ ກັບຈີນ ນັບ​ຈາກ​ຕົ້ນ​ເດືອນ​ກຸມ​ພາ 2020 ເປັນ​ຕົ້ນ​ມາ ທັງ​ຍັງ​ບໍ່​ມີ​ກຳ​ນົດ​ທີ່​ຊັດ
​ເຈນ​ອີກ​ດ້ວຍວ່າ ຈະສາມາດກັບຄືນມາເປີດຖ້ຽວບິນລະຫວ່າງລາວກັບຈີນ ແລະເກົາຫລີ ໃຕ້ໄດ້ເມື່ອໃດແທ້.

ໃນ​ປີ 2019 ທີ່ເປັນ​ປີ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ລາວ-ຈີນ ນັ້ນ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຕາມ​ເປົ້າ
​ໝາຍ​ທີ່​ວາງ​ໄວ້​ທຸກ​ດ້ານ​ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາລາວ ຈຳ​ນວນ​ທັງ
​ໝົດ 4,580,000 ຄົນ ​ເພີ່ມ​ຂຶ້ນ​ເຖິງ 9 ເປີ​ເຊັນທຽບ​ໃສ່​ປີ 2018 ໃນ​ນີ້​ເປັນ​ນັກ​ທ່ອງ​ທ່ຽວ
ຈີນຈຳ​ນວນ​ເຖິງ 1,022,724 ຄົນ, ​ເພີ່ມ​ຂຶ້ນ 27 ເປີ​ເຊັນ ທຽບ​ໃສ່​ປີ 2018. ສ່ວນໃນປີ
2020 ລັດ​ຖະ​ບານ ລາວ ມີເປົ້າໝາຍຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດເຂົ້າມາລາວ
ໃຫ້ໄດ້ເຖິງ 4.7 ລ້ານຄົນ ແລະສ້າງລາຍຮັບໃຫ້ໄດ້ບໍ່ໜ້ອຍກວ່າ 905 ລ້ານໂດລາ ໂດຍ
ໃນນີ້ຈະດຶງດູດເອົາ ນັກ​ທ່ອງ​ທ່ຽວຈາກ​ຈີນໃຫ້ໄດ້ 1.2 ລ້ານຄົນ ຫາກແຕ່ວ່າ​ດ້ວຍການ​ລະ​
ບາດຂອງ​ເຊື້ອ Covid-19 ກໍ​ຈຶ່ງເປັນໄປໄດ້ຍາກ ທີ່ລັດຖະບານລາວ ຈະສາມາດບັນລຸ
ເປົ້າໝາຍ ດັ່ງກ່າວໄດ້ຢ່າງແທ້ຈິງ.

ນອກຈາກນີ້ ​ສະ​ມ​າ​ຄົມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ອາ​ຊຽນລະ​ບຸ​ວ່າ ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ດຳ​
ເນີນ​ມາດ​ຕະ​ການ​ຢ່າງ​ຮອບ​ດ້ານ​ເພື່ອ​ພັດ​ທະ​ນາ ​ປັບ​ປຸງ​ ແລະ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ການ​
ທ່ອງ​ທ່ຽວໃນ​ລາວ ​ໃ​ຫ້​ໄດ້ມາດ​ຕະ​ຖານ​ສາ​ກົນ​ຢ່າງ​ແທ້​ຈິງ ທັງ​ນີ້ດ້ວຍ​ການ​ເພັ່ງ​ເລັງ​ໃສ່​ການ​
ຄຸ້ມ​ຄອງ​ສະ​ຖານ​ບັນ​ເທີງ ແລະ​ບໍ​ລິ​ການ​ຕ່າງໆ ເພື່ອ​ໃຫ້​ດຳ​ເນີນ​ທຸ​ລະ​ກິ​ດ​ຕາມ​ລະ​ບຽບ​ກົດ
​ໝາຍ​ຢ່າງ​ເຂັ້ມ​ງວດ ທັງ​ຈະ​ຕ້ອງ​ສ້າງ​ນິ​ຕິ​ກຳ​ໃໝ່​ໃນ​ການ​ຄຸ້ມ​ຄອງ ທຸ​ລະ​ກິດ​ບໍ​ລິ​ການ ແລະ
​ທ່ອງ​ທ່ຽວ​ໃຫ້​ສາມ​າດ​ແຂ່ງ​ຂັນ​ກັບ​ເພື່ອນ​ບ້ານ​ໄດ້ ຢ່າງ​ແທ້​ຈິງ​ອີກ​ດ້ວຍ

ທັງ​ນີ້ ​ພາກ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ​ໃນ​ລາວ ມີ​ລາຍ​ຮັບ​ຕ່ຳ​ສຸດ​ໃນ​ອາ​ຊຽນ ໂດຍ​ໄທ ​ມີ​ລາຍ
​ຮັບຈາກ​ການ​ທ່ອງ​ທ່ຽວ​ສູງ​ສຸດໃນອາ​ຊຽນ ກໍ​ຄືຫຼາຍກວ່າ 62,870 ລ້ານ​ໂດ​ລາ ສ່ວນ ສ​ປ​ປ
ລາວ ມີ​ລາຍ​ຮັບ​ຈາ​ກ​ການ​ທ່ອງ​ທ່ຽວ​ພຽງ​ແຕ່ 755 ລ້ານໂດ​ລາ ເທົ່າ​ນັ້ນ ຊຶ່ງ​ຕ່ຳ​ກວ່າໄທ 83
ເທົ່າ​ໃນ​ປີ 2020 ​ກໍ​ຄາດ​ວ່າ​ນັກ​ທ່ອງ​ທ່ຽວຕ່າງປະເທດ​ຈະເດີນທາງມາທ່ຽວລາວ ແລະໄທ
ຫຼຸດ​ລົງ​ເພາະ ​ການ​ລະ​ບາດ​ຂອງໄວຣັສ Covid-19 ນັ້ນ​ເອງ. ໃນໄລຍະກວ່າ 2 ເດືອນມາ
ນີ້ ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນລາວແລະ​ ໄທຫລຸດລົງຫຼາຍກວ່າ 70 ເປີເຊັນແລ້ວນັ້ນເອງ​.

XS
SM
MD
LG