ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ຄາດວ່າ ຍັງຈະມີຄົນຕິດເຊື້ອໄວຣັສໂຄວິດ -19 ເພີ້ມຂຶ້ນເລື້ອຍໆ


ກອງປະຊຸມຖະແຫລງຂ່າວຂອງຄະນະສະເພາະກິດຄວບຄຸມການລະບາດຂອງໂຄວິດ-19
ກອງປະຊຸມຖະແຫລງຂ່າວຂອງຄະນະສະເພາະກິດຄວບຄຸມການລະບາດຂອງໂຄວິດ-19

ເຈົ້າໜ້າທີ່ຂັ້ນສູງຂອງລາວຄາດວ່າ ຍັງຈະມີຄົນຕິດເຊື້ອໄວຣັສໂຄວິດ (Covid)-19 ເພີ້ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນໃນກຸ່ມແຮງງານລາວ ຫລາຍກວ່າ 7 ໝື່ນຄົນ ທີ່ເດີນທາງກັບມາຈາກໄທນັ້ນ, ຊົງລິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫລງຍອມຮັບ
ວ່າ ການຕິດເຊື້ອໄວຣັສສາຍພັນໃໝ່ໂຄວິດ (Covid)-19 ໃນລາວ ເຖິງແມ່ນວ່າຈະຍັງຄົງ
ຢູ່ໃນລະດັບຕໍ່າຢູ່ກໍຕາມ ຫາກແຕ່ກໍຖືວ່າ ເປັນສະພາບການທີ່ມີຄວາມສ່ຽງ ທີ່ຈະມີການຕິດ
ເຊື້ອໂຄວິດ (Covid)-19 ເພີ້ມຂຶ້ນໄດ້ຕະຫລອດເວລາ ໂດຍສະເພາະແມ່ນໃນກຸ່ມແຮງ
ງານລາວ ຫລາຍກວ່າ 7 ໝື່ນຄົນ ທີ່ເດີນທາງກັບມາຈາກໄທ ໃນຊ່ວງ ວັນທີ 23-27 ມີນາ
2020 ທີ່ກໍາລັງຖືກກັກບໍລິເວນ 14 ວັນ ຢູ່ໃນເຂດແຂວງຕ່າງໆຂອງລາວນັ້ນ ຖືເປັນກຸ່ມສ່ຽງ
ທີ່ຈະຕິດເຊື້ອໂຄວິດ (Covid)-19 ໃນວົງກວ້າງ ສະນັ້ນ ເພື່ອເປັນການປ້ອງກັນບັນຫາດັ່ງ
ກ່າວ ທຸກພາກສ່ວນຈະຕ້ອງປະຕິບັດຢ່າງເຂັ້ມງວດ ຕາມມາດຕະການທີ່ຄະນະສະເພາະ
ກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ຂອງພະຍາດໂຄວິດ (Covid)-19
ໃນລາວໄດ້ວາງອອກນັ້ນ, ດັ່ງທີ່ ທ່ານ ພູທອນຖະແຫລງຢືນຢັນວ່າ:
“ຕໍ່ສະພາບການລະບາດນີ້ ທາງຄະນະສະເພາະກິດຂອງພວກຂ້າພະເຈົ້າ ກະຄາດວ່າ
ມັນຍັງຈະມີການແຜ່ເຊື້ອອອກໄປຢູ່ ແລ້ວກະຈະມີຜູ້ຕິດເຊື້ອນີ້ເພີ້ມຂຶ້ນ ຄະຊັ້ນໂອກາດ
ນີ້ ກະເພື່ອເປັນການແຈ້ງຂ່າວເຕືອນແຕ່ຫົວທີ ຈຶ່ງຮຽກຮ້ອງໃຫ້ທຸກພາສ່ວນໃນສັງຄົມ,
ອົງການຈັດຕັ້ງ, ພາກລັດ, ພາກເອກະຊົນ, ຊຸມຊົນ, ຄອບຄົວ ແລ້ວກະບຸກຄົນນັ້ນ ຂໍໃຫ້
ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດໄດ້ແຈ້ງການອອກໄປ
ແລ້ວນັ້ນ ເພື່ອເຮັດໃຫ້ການແຜ່ເຊື້ອນີ້ຈໍາກັດຢູ່ໃນວົງແຄບ ແລະເຮັດໃຫ້ການສູນເສຍ
ນີ້ໜ້ອຍເທົ່າທີ່ຈະໜ້ອຍໄດ້.”

ກໍາມະກອນລາວຫລາຍຮ້ອຍຄົນກໍາລັງຟັງຄໍາແນະນໍາຢູ່ສະຖານທີ່ກັກກັນໃກ້ກັບຂົວມິດຕະພາບພາຍຫລັງກັບມາຈາກໄທ
ກໍາມະກອນລາວຫລາຍຮ້ອຍຄົນກໍາລັງຟັງຄໍາແນະນໍາຢູ່ສະຖານທີ່ກັກກັນໃກ້ກັບຂົວມິດຕະພາບພາຍຫລັງກັບມາຈາກໄທ

ທັງນີ້ ນາຍົກລັດຖະມົນຕີລາວ ໄດ້ອອກມາດຕະການ ສະກັດກັ້ນ ການແຜ່ລະບາດ, ຄວບ
ຄຸມ ແລະກຽມພ້ອມຮອບດ້ານເພື່ອຕ້ານໄວຣັສໂຄວິດ (Covid)-19 ທີ່ມີຜົນບັງຄັບໃຊ້ລະ
ຫວ່າງວັນທີ 1-19 ເມສາ 2020 ໂດຍສັ່ງຫ້າມປະຊາຊົນອອກຈາກເຮືອນ, ຫ້າມເດີນທາງ
ຂ້າມແຂວງ, ຫ້າມພະນັກງານລັດໄປທໍາງານ, ຫ້າມຈັດງານທີ່ມີຄົນເຂົ້າຮ່ວມເກີນ 10 ຄົນ,
ຫ້າມກັກຕຸນສິນຄ້າ, ຫ້າມແຊ ແລະລົງຂ່າວປອມ, ໃຫ້ປິດສະຖານທີ່ບັນເທີງ ຕ່າງໆ, ປິດ
ຕະຫລາດກາງຄືນ, ໂຮງງານຕ່າງໆ, ໂຄງການກໍ່ສ້າງຂະໜາດໃຫຍ່, ແຕ່ວ່າໃຫ້ເປີດທະ
ນາຄານ, ຕະຫລາດຮຸ້ນ, ໂຮງໝໍ, ຄລີນິກ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ໄປສະນີ, ສື່ສານ,
ໄຟຟ້າ, ນໍ້າປະປາ ແລະໜ່ວຍເກັບຂີ້ເຫຍື້ອ ໄດ້ຕາມປົກກະຕິ ລວມເຖິງ ເປີດຕະຫລາດ
ກະສິກໍາ, ຮ້ານຄ້າຍ່ອຍ, ຊຸບເປີມາເກັດ, ປໍ້ານໍ້າມັນ, ໂຮງແຮມ, ຣີສອດ, ຮ້ານອາຫານ-
ເຄື່ອງດື່ມແບບຊື້ກັບໄປກິນເຮືອນ ແລະ ປິດດ່ານປະເພນີ, ດ່ານທ້ອງຖິ່ນ. ສ່ວນດ່ານສາ
ກົນແມ່ນເປີດແບບມີເງື່ອນໄຂ ທີ່ຈໍາເປັນເທົ່ານັ້ນ.

ສ່ວນສາເຫດທີ່ເຮັດໃຫ້ແຮງງານລາວ ຫລາຍກວ່າ 7 ໝື່ນຄົນໃນໄທຕ້ອງເດີນທາງກັບມາ
ລາວນັ້ນ ກໍເນື່ອງຈາກວ່າມີການດໍາເນີນມາດຕະການເພື່ອສະກັດກັ້ນ ການແຜ່ລະບາດ
ຂອງໄວຣັສໂຄວິດ (Covid)-19 ໃນໄທ ດ້ວຍການປິດສໍານັກງານ, ຫ້າງສັບພະສິນຄ້າ
ແລະສະຖານບໍລິການຕ່າງໆ ໃນຊ່ວງວັນທີ 22 ມີນາ ຫາ 12 ເມສາ 2020 ແລະການປະ
ກາດບັງຄັບໃຊ້ກົດໝາຍການບໍລິຫານງານໃນສະພາວະສຸກເສີນຂອງລັດຖະບານໄທຈາກ
ວັນທີ 26 ມີນາ ຫາ 24 ເມສາ 2020 ນັ້ນ ນອກຈາກຈະກະທົບຕໍ່ການດໍາເດີນກິດຈະການ
ຂອງບັນດາຫົວໜ່ວຍທຸລະກິດຕ່າງໆ ຢ່າງກວ້າງຂວາງແລ້ວກໍຍັງສົ່ງຜົນກະທົບຕໍ່ການ
ຈ້າງງານໃນທົ່ວປະເທດໄທອີກ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຮງງານລາວ ຈໍານວນຫລາຍ
ພັນຄົນພາກັນເດີນທາງຈາກໄທກັບຄືນມາລາວເປັນການຊົ່ວຄາວ ເພາະໃນເມື່ອວ່າ ແຮງ
ງານລາວເຫລົ່ານີ້ບໍ່ມີລາຍໄດ້ຈາກຄ່າຈ້າງ ກໍຍ່ອມບໍ່ສາມາດທີ່ຈະຄອງຊີບຢູ່ໃນໄທຕໍ່ໄປ
ໄດ້ນັ້ນເອງ.

ພະນັກງານແພດພົ່ນຢາຂ້າເຊື້ອພະຍາດ
ພະນັກງານແພດພົ່ນຢາຂ້າເຊື້ອພະຍາດ

ທາງດ້ານກະຊວງ ແຮງງານຂອງໄທ ລາຍງານວ່າ ໃນປັດຈຸບັນ ມີແຮງງານລາວທໍາງານ ຢູ່ໃນໄທຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ສ່ວນເຄືອຂ່າຍເພື່ອໃຫ້ການຊ່ວຍ ເຫລືອແຮງງານຕ່າງດ້າວ ໃນໄທ ປະເມີນວ່າ ມີແຮງງານລາວ ທີ່ລັກລອບທໍາງານ ໂດຍຜິດກົດໝາຍ ຢູ່ໃນໄທ 330,000 ກວ່າຄົນ ແລະເກີນກວ່າ 60 ເປີເຊັນ ແມ່ນເປັນເພດຍິງ ຈຶ່ງມີຄວາມສ່ຽງສູງ ທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດໃນໄທ ທັງຍັງເປັນກຸ່ມແຮງງານ ທີ່ເດີນທາງຈາກໄທກັບຄືນມາລາວ ໂດຍທີ່ບໍ່ຜ່ານດ່ານກວດຄົນເຂົ້າເມືອງ ທັງໃນລາວ ແລະໄທອີກດ້ວຍ ຈຶ່ງຖືວ່າ ເປັນກຸ່ມແຮງງານລາວ ທີ່ສ່ຽງຕໍ່ການຕິດໄວຣັສໂຄວິດ (Covid)-19 ດ້ວຍເຊັ່ນກັນ.

XS
SM
MD
LG