ນາຍົກລັດຖະມົນຕີລາວ ມີຄຳສັ່ງໃຫ້ພາກສ່ວນກ່ຽວຂ້ອງໃຫ້ເລັ່ງດຳເນີນການບັງຄັບຄະດີ ຕາມການຕັດສິນຂອງສານ ເນື່ອງຈາກມີຫລາຍວ່າ 29,000 ຄະດີ ທີ່ຍັງບໍ່ມີການບັງຄັບຄະດີຕາມການຕັດສິນຂອງສານ.
ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກລັດຖະບານລາວຖະແຫລງຢືນຢັນວ່າ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ມີຄຳສັ່ງໃຫ້ ພາກສ່ວນກ່ຽວຂ້ອງ ໃຫ້ເລັ່ງດຳເນີນ ການບັງຄັບຄະດີ ຕາມການຕັດສິນຂອງສານປະຊາຊົນລາວ ທັງນີ້ກໍເພື່ອເຮັດໃຫ້ປະຊາຊົນມີຈິດໃຈທີ່ສັດທາຕໍ່ຂະບວນການຍຸຕິທຳຂອງລາວ ຢ່າງແທ້ຈິງ ເນື່ອງຈາກປາກົດມີຫລາຍກວ່າ 29,000 ຄະດີ ທີ່ສານໄດ້ຕັດສິນແລ້ວ ຫາກແຕ່ຍັງບໍ່ມີການບັງຄັບຄະດີ ໃຫ້ເປັນໄປຕາມການຕັດສິນຂອງສານ ແຕ່ຢ່າງໃດ ແລະຖ້າຫາກວ່າມີການແກ່ຍາວໂດຍບໍ່ໄດ້ມີການບັງຄັບຄະດີເກີດຂຶ້ນຢ່າງແທ້ຈິງ ກໍຍ່ອມທີ່ຈະສົ່ງຜົນກະທົບເຮັດໃຫ້ປະຊາຊົນເຊື່ອມສັດທາຕໍ່ລະບົບສານຍຸຕິທຳຂອງລາວໄດ້ເຊັ່ນກັນ ດັ່ງທີ່ທ່ານຈະເລີນ ໄດ້ຖະແຫລງຢືນຢັນວ່າ:
“ທ່ານນາຍົກກະໄດ້ເນັ້ນໜັກໃຫ້ຊອກຫາວິທີການ ມາດຕະການ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ມີຜົນສັກສິດທາງດ້ານກົດໝາຍແລ້ວນັ້ນ ໃຫ້ເຂັ້ມງວດ ແລະມີຜົນສັກສິດ, ມີປະສິດທິຜົນໃນຂໍ້ນີ້ ທ່ານນາຍົກ ເພິ່ນກະໄດ້ເນັ້ນໜັກວ່າ ປັດຈຸບັນນີ້ ມີຄະດີທີ່ສານປະຊາຊົນຕັດສິນ ທີ່ມີຜົນສັກສິດທາງດ້ານກົດໝາຍເຖິງ 29,000 ກວ່າເລື້ອງ ທີ່ຍັງຄ້າງປະຕິບັດ ແລະປະຕິບັດໄດ້ຍາກ.”
ທ່ານຄຳພັນ ສິດທິດຳພາ ປະທານປະຊາຊົນສູງສຸດ ຖະແຫຼງວ່າສະເພາະຢູ່ຊັ້ນສານປະຊາຊົນສູງສຸດ ໄດ້ມີຄຳຕັດສິນຄະດີຢ່າງເດັດຂາດໄປແລ້ວ 24,430 ຄະດີ ໃນປີ 2017-2018 ຜ່ານມາ ຊຶ່ງໃນນີ້ແບ່ງເປັນຄະດີອາຍາ 19,617 ຄະດີ ແລະຄະດີແພ່ງ 4,813 ຄະດີ ໂດຍຄະດີທັງໝົດ ຍັງຢູ່ໃນຂັ້ນບັງຄັບຄະດີທີີ່ເປັນຄວາມຮັບຜິດຊອບຂອງພະນັກງານໄອຍະການໃນທົ່ວປະເທດ.
ສ່ວນທ່ານຄຳສານ ສຸວົງ ປະທານໄອຍະການປະຊາຊົນສູງສຸດ ຍອມຮັບວ່າປະຊາ
ຊົນລາວ ມີຄວາມບໍ່ເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງບັນດາພະນັກງານໄອຍະ
ການເພີ້ມຂຶ້ນນັບມື້ ໂດຍມີສາເຫດມາຈາກການປະຕິບັດໜ້າທີ່ໂດຍບໍ່ສຸດຈະລິດ
ໂດຍສະເພາະແມ່ນການຮັບເອົາສິນບົນຈາກຜູ້ຕ້ອງຫາເພື່ອຊ່ວຍໃຫ້ພົ້ນຜິດທັງ
ໃນຄະດີແພ່ງ ແລະຄະດີອາຍານັ້ນຖືເປັນບັນຫາທີ່ເກີດຂຶ້ນຫຼາຍທີ່ສຸດ ແລະເພື່ອ
ເປັນການແກ້ໄຂບັນຫາດັ່ງກ່າວນີ້ ອົງການໄອຍະການປະຊາຊົນ ຈຶ່ງໄດ້ເລີ້ມເປີດ
ຮັບຈົດໝາຍຮ້ອງຮຽນໂດຍກົງຈາກປະຊາຊາຊົນ ໂດຍມີເງື່ອນໄຂວ່າປະຊາຊົນທີ່
ສົ່ງຈົດໝາຍຮ້ອງຮຽນນັ້ນຈະຕ້ອງເປີດເຜິຍຊື່ ແລະລົງລາຍເຊັນຂອງຕົນດ້ວຍ.
ແຕ່ຢ່າງໃດກໍຕາມ ໂດຍອີງຕາມລາຍງານຂອງອົງການໄອຍະການປະຊາຊົນສູງ
ສຸດກໍປາກົດວ່າໃນໄລຍະທີ່ຜ່ານມາ ອົງການໄອຍະການປະຊາຊົນສູງສຸດໄດ້ຮັບ
ຈົດໝາຍຮ້ອງຮຽນຈາກປະຊາຊົນລາວພຽງແຕ່ 3 ສະບັບເທົ່ານັ້ນ ໂດຍອົງການໄອ
ຍະການປະຊາຊົນສູງສຸດໄດ້ດຳເນີນການສອບສວນໄປແລ້ວ 1 ສະບັບ ແລະພົບວ່າ
ເປັນຈິງຕາມການຮ້ອງຟ້ອງຂອງປະຊາຊົນດັ່ງກ່າວ ຈຶ່ງໄດ້ດຳເນີນຄະດີອາຍາກັບ
ພະນັກງານໄອຍະການ 2 ຄົນ ແລະໄລ່ອອກ 3 ຄົນ ສ່ວນອີກ 2 ສະບັບກໍຈະດຳ
ເນີນການສອບສວນຕໍ່ໄປ.
ທາງດ້ານທ່ານສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດລາວຈາກແຂວງຈຳປາສັກ ໃຫ້ການຢືນຢັນວ່າຍັງມີຜູ້ພິພາກສາສານປະຊາຊົນຈຳນວນບໍ່ໜ້ອຍທີ່ປະຕິບັດໜ້າທີ່ໂດຍບໍ່ສຸດຈະລິດ ແລະບໍ່ມີຈັນຍາບັນຈຶ່ງໄດ້ມີການຕັດສິນຄະດີຢ່າງບໍ່ຍຸຕິທຳ ແລະບໍ່ເປັນກາງ ທັງຍັງມີການຮຽກຮ້ອງເອົາຜົນປະໂຫຍດຈາກຄູ່ກໍລະນີ ໃນຄະດີຄວາມຕ່າງໆອີກດ້ວຍ.
ສ່ວນອົງການ Human Right Watch ລາຍງານວ່າ ການບັງຄັບໃຊ້ກົດໝາຍໃນໜ່ວຍງານຕ່າງໆ ຂອງລັດຖະບານລາວທັງໃນຂັ້ນສູນກາງ ແລະໃນທ້ອງຖິ່ນ ຍັງເກີດບັນຫາຊັກຊ້າ ແລະບໍ່ມີປະສິດທິພາບ ໃນທົ່ວປະເທດ ທັງຍັງປາກົດວ່າ ໄດ້ມີການບັງຄັບໃຊ້ກົດໝາຍເກົ່າ ທີ່ຖືກແທນທີ່ໂດຍກົດໝາຍໃໝ່ແລ້ວ ພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍ ຕໍ່ປະຊາຊົນ ທີ່ຂັດແຍ້ງກັບພະນັກງານລັດທີ່ກ່ຽວກັບຜົນປະໂຫຍດໃນທີ່ດິນ ທີ່ຖືກບັງຄັບເວນຄືນຢ່າງບໍ່ຍຸຕິທຳອີກດ້ວຍ.
ເບິ່ງຄວາມເຫັນ (4)
ໂຫລດຄວາມເຫັນ ຕື່ມອີກ