ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນ​ກາງ​ພັກ-ລັດ ຈັດ​ຕັ້ງ​ແຜນ​ການ​ປະ​ຕິ​ບັດ​ງານ ຕ້ານການ​ສໍ້​ລາດ​ບັງ​ຫຼວງ ໂດຍ​ພະ​ນັກ​ງານພັກ-ລັດ


ຄະ​ນະ​ກຳ​ມະ​ການ​ກົມການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ
ຄະ​ນະ​ກຳ​ມະ​ການ​ກົມການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ຮອງ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ ການ​ສໍ້​ລາດ​ບັງ​ຫຼວງ ພາຍ​ໃນ​ວົງ​ການ​ລັດ​ຖະ​ບານ​ລາວ
ຍັງ​ຄົງເກີດ​ຂຶ້ນ​ຢູ່​ເລື້ອຍ​ມາ ໂດຍ​ເຖິງ​ແມ່ນ​ວ່າ ສູນ​ກາງ​ພັກ ໄດ້​ດຳ​ເນີນ​ມາດ​ຕະ​ການກວດ
​ກາ​ຢ່າງ​ເຂັ້ມ​ງວດ​ກໍ​ຕາມ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.


ທ່ານ​ພັນ​ຄຳ ວິ​ພາ​ວັນ ຮອງ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ ການ​ສໍ້​ລາດ​ບັງ​ຫຼວງ ໂດຍ​ພະ​ນັກ​ງານພັກ-ລັດ ຍັງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ທັງ​ຢູ່​ໃນ​ຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນ​ທົ່ວ​ປະ​ເທດ
ໃນ​ຂະ​ນະ​ທີ່​ການ​ດຳ​ເນີນມາດ​ຕະ​ການ​ປາບ​ປາມ​ນັ້ນ ກໍ​ບໍ່​ມີ​ປະ​ສິດ​ທິ​ພາບ ຈຶ່ງ​ເຮັດ​ໃຫ້
ເກີດ​ການ​ເສຍ​ຫາຍ​ທາງ​ດ້ານ​ງົບ​ປະ​ມານ ແລະ​ຊັບ​ສິນ​ຂອງ​ລັດ ໄປ​ຢ່າງ​ຫຼວງ​ຫຼາຍ
ແລະ​ເຮັດ​ໃຫ້​ກອງ​ປະ​ຊຸມ​ໃ​ຫຍ່ ຄັ້ງ​ທີ 10 ຂອງ​ພັກປະ​ຊາ​ຊົນປະ​ຕິ​ວັດ​ລາວ ຕ້ອງ​ມີ​ຄຳ​ສັ່ງ​
ໃຫ້​ດຳ​ເນີນ​ມາດ​ຕະ​ການປາບ​ປາມ ແລະ​ລົງ​ໂທດ​ຢ່າງ​ເດັດ​ຂາດ ຕໍ່​ຜູ້​ກະ​ທຳ​ຜິດ ໃນ​ໄລ​ຍະ
​ຕໍ່​ໄປ​ນີ້.

ທາງດ້ານ ທ່ານ​ບຸນ​ທອງ ຈິດ​ມະ​ນີ ປະ​ທານ​ອົງ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງແຫ່ງ​ຊາດ
ຢືນ​ຢັນ​ວ່າ ຄະ​ນະ​ກຳ​ມະ​ການ​ກົມການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ມີ​
ມະ​ຕິ​ຕົກ​ລົງ ແລະ​ມອບ​ໝາຍໃຫ້​ອົງ​ການກວດ​ກາ​ພັກ-ລັດ ເປັນ​ພາກ​ສ່ວນ​ທີ່​ຮັບ​ຜິດ​ຊອບ
​ໃນ​ການ​ພິ​ຈາ​ລະ​ນາ ກ່ຽວ​ກັບ​ການ​ນຳ​ສະ​ເໜີ ແລະ​ເຜີຍ​ແຜ່​ກໍ​ລະ​ນີ ຫຼື​ຄະ​ດີ​ທຸ​ດ​ຈະລິດ
ຄໍ​ຣັບ​ຊັນ ຂອງ​ບັນ​ດາ​ພະ​ນັກ​ງານ​ພັກ​ລັດ ອອກ​ສູ່​ການ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ລາວ
ຢ່າງກວ້າງ​ຂວາງ ໂດຍ​ຜ່ານ​ເຄືອ​ຂ່າຍ​ສື່ມວນ​ຊົນ​ໃນ​ທົ່ວ​ປະ​ເທດ ຫາກ​ແຕ່​ວ່າ ຈະ​ມີ​
ການ​ຍົກ​ເວັ້ນ​ບາງ​ກໍ​ລະ​ນີ ຫຼື​ຄະ​ດີ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ
ເປັນ​ສຳ​ຄັນ​ ດັ່ງ​ທີ່​ທ່ານ​ບຸນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ຜົນຂອງ​ການກວດ​ກາ​ໃດ ທີ່​ໄດ້​ເຊັນ​ຮັບ​ຮອງ​ແລ້ວ ຈະ​ໄດ້​ເອົາ​ອອກ​ເປີດ​ເຜີຍ
​ເປັນ​ແຕ່ລະ​ກໍ​ລະ​ນີ ເພື່ອ​ໃຫ້​ສັງ​ຄົມ​ຮັບ​ຊາບ ໂດຍ​ຜ່ານ​ສື່​ຕ່າງໆ ແຕ່​ວ່າ​ມັນ​ກໍ​ຕ້ອງ​
ໄດ້​ເລືອກ​ເຟັ້​ນ​ບາງ​ກໍ​ລະ​ນີ ເພາະ​ວ່າ​ມັນ​ຂຶ້ນ​ກັບ​ຂັ້ນ​ເທິງວ່າ ອັນ​ໃດ​ທີ່​ເຮົາ​ຄວນ
ອອກເປີດ​ເຜີຍ ກວ້າງ​ຂວາງ ແລະ​ອັນ​ໃດ​ທີ່​ພວກ​ເຮົາ​ເວົ້າ​ກັນ​ຢູ່​ພາຍ​ໃນເພາະ​ວ່າ
ຜົນ​ຂອງການກວດ​ກາ ກ່ຽວ​ກັບ​ການສໍ້​ລາດ​ບັງ​ຫຼວງ ການ​ປະ​ຕິ​ບັດ​ໂຄງ​ການ​ຕ່າງໆ
​ທີ່​ຜ່ານ​ມາ ມັນ​ມີ​ອັນ​ຫຼໍ່ແຫຼມ​ຫຼາຍ ມັນ​ພົວ​ພັນ​ນຳ ທັງພະ​ນັກ​ງານ ​ການ​ນຳ​ແລະ​
ວິ​ຊາ​ການ ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ.”

ທັງນີ້ ໂດຍ​ອົງ​ການກວດ​ກາ​ລັດ​ຖະ​ບານ ໄດ້​ກວດ​ພົບ​ໂຄງ​ການນອກ​ແຜນ​ການ​
ຂອງ​ລັດ​ຖະ​ບານ ຈຳ​ນວນ 285 ໂຄງ​ການ ທີ່​ແຂວງ​ຫຼວງ​ນ້ຳ​ທາອຸ​ດົມ​ໄຊ ຫຼວງ​ພະ​
ບາງ ຫົວ​ພັນ ຊຽງ​ຂວາງ ບໍ​ລິ​ຄຳ​ໄຊ ສະ​ຫວັນ​ນະ​ເຂດ ຈຳ​ປາ​ສັກ ອັດ​ຕະ​ປື ແລະ​
ວຽງ​ຈັນ ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 4,483 ຕື້​ກີບ ທີ່​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບໍ່​ເປັນ​ໄປ
​ຕາມ​ລະ​ບຽບກົດ​ໝາຍ ໃນ​ດ້ານ​ງົບ​ປະ​ມານ ລາຍ​ຮັບ-ລາຍ​ຈ່າຍ ແລະ​ບໍ່​ຜ່ານ
​ການ​ຮັບ​ຮອງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ລາວ ຊຶ່ງ​ຍັງ​ບໍ່​ຮວມ​ເຖິງ​ຜົນ​ເສຍ​ຫາຍ ທີ່​ເກີດ​ຂຶ້ນ
​ຈາກ​ການ​ລັກ​ລອບ​ຂົນ​ສົ່ງ​ໄມ້ ໄປ​ຕ່າງ​ປະ​ເທດ ໃນ​ມູນ​ຄ່າ​ເກີນກວ່າ 2,407 ຕື້​ກີບ
ຊຶ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ຄື​ແນວ​ນີ້ ກໍ​ຍອມ​ຈະ​ຕ້ອງມີ​ການ​ຮວມ​ມື​ກັນ ຢ່າງ​ເປັນ
​ຂະ​ບວນ​ການທັງໃນ​ພາກ​ສ່ວນ​ທີ່​ເປັນ​ພະ​ນັກ​ງານ​ລັດ ນັກ​ທຸ​ລະ​ກິດ ເອກ​ກະ​ຊົນ​ລາວ
ແລະ​ນັກ​ທຸ​ລະ​ກິດຕ່າງ​ຊາດ​ທີ່​ລົງ​ທຶນຢູ່​ໃນ​ລາວ ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ຄະ​ນະ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ມີ​ຄຳ​ສັ່ງ​ໃຫ້​
ບັນ​ດາ​ກະ​ຊວງ ອົງ​ການ​ຈັດ​ຕັ້ງມະ​ຫາ​ຊົນ​ຂອງ​ພັກ ໜ່ວ​ຍງານຂອງ​ລັດ​ແລະ​ອຳ​ນາດ
ການ​ປົກ​ຄອງ​ແຂວງ ໃນ​ທົ່ວ​ປະ​ເທດ​ລາວ ໃຫ້​ແຕ່ງ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ ເພື່ອ​ຕິດ
​ຕາມກວດ​ກາການຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ບັນ​ດາ​ສະ​ມາ​ຊິກ​ພັກ​ແລະ​ພະ​ນັກ​ງານ​
ໃນ​ສັງ​ກັດ​ຂອງ​ພວກ​ຕົນ ຢ່າງ​ໃກ້​ຊິດ ດ້ວຍ​ເປົ້າ​ໝາຍ ເພື່ອ​ການ​ຈັດ​ແບ່ງ​ລະ​ດັບ​ຊັ້ນ
​ແລະ​ຄຸ​ນະ​ພາບ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ຂອງ​ສະ​ມາ​ຊິກ​ພັກ ແລະ​ພະ​ນັກ​ງານ​ລັດ
ໃນ​ທົ່ວ​ປະ​ເທດ ໂດຍ​ໃຫ້​ກົມ​ຈັດ​ຕັ້ງ​ແລະ​ກົມກວດ​ກາ ເປັນ​ພາກ​ສ່ວນ​ທີ່​ຮັບ​ຜິ​ດຊອບ
ຮ່ວມ​ກັນ.

ໂດຍ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າ ໃນ​ໄລ​ຍະ 5 ປີ
ຜ່ານ​ມາ​ໄດ້​ກວດ​ພົບ​ວ່າ​ການທຸ​ດ​ຈະ​ລິດ ທີ່​ເຮັດ​ໃຫ້​ພັກ-ລັດ ເສຍ​ຫາຍຄິດ​ເປັນ​ມູນ​ຄ່າ
​ຫຼາຍກວ່າ 5,000 ຕື້​ກີບ ພ້ອມ​ດ້ວຍ​ເງິນ​ຕາຕ່າງ​ປະ​ເທດ ຫຼາຍກວ່າ 90 ລ້ານ​ໂດ​ລາ
ກັບ 40 ລ້ານ​ບາດ ຈາກການກວດ​ກາ 734 ເປົ້າ​ໝາຍ ຊຶ່ງ​ຈາກ​ການ​ຕິດ​ຕາມ​ກວດ​ກາ
ດັ່ງ​ກ່າວ ກໍ​ສາ​ມາດ ຍຶດ​ຊັບ​ສິນ​ກັບ​ຄືນ​ມາ​ໄດ້ 1,000 ກວ່າ​ຕື້​ກີບ 70 ກວ່າ​ລ້ານ ໂດ​ລາ
ແລະ 30 ກວ່າ​ລ້ານ​ບາດ ທັງ​ຍັງ​ຍຶດ​ເອົາ​ທີ່​ດິນ​ຂອງ​ລັດ​ທີ່​ຖືກລັກ​ລອບ ຂາຍ​ໃຫ້​ນັກ​ທຸ​ລະ​
ກິດ​ລາວ ແລະ​ຊາວຕ່າງ​ຊາດ ກັບ​ຄືນ​ມາ​ໄດ້ ໃນ​ເນື້ອ​ທີ່ກວ້າງກວ່າ 10,000 ເຮັກ​ຕາ.

XS
SM
MD
LG