ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລັດ​ຖະ​ບານ​ລາວ ສູນ​ເສຍ​ເງິນ ​​ຢ່າງມະ​ຫາ​ສານ ຍ້ອນ​ການ​ທຸ​ຈະ​ລິດ ​ຂອງ​ພວກ​ພະ​ນັກ​ງານ​ພັກ-ລັດ ຈຳ​ນວນ​ຫຼວງ​ຫຼາຍ


ຄະ​ນະ​ກວດ​​ສອບ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ພັກ​ລັດ ທີ່​ທຳ​ການ​ຝຶກ​ອົບ​ຮົບ
ຄະ​ນະ​ກວດ​​ສອບ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ພັກ​ລັດ ທີ່​ທຳ​ການ​ຝຶກ​ອົບ​ຮົບ

ຄະ​ນະກວດ​ກາ​ພັກ-ລັດ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ລາວ ກວດ​ພົບ​ວ່າ​ມີ​ການ​ທຸຈະ​ລິດ
ເກີດ​ຂຶ້ນໃນ​ທຸກ​ລະ​ດັບ​ຊັ້ນ​ໃນ​ວົງ​ການ​ລັດ​ຖະ​ບານ​ທີ່​ເປັນ​ການ​ຮ່ວມ​ມື ລະ​ຫວ່າງ
​ພະ​ນັກງານ​ລັດ​ກັບ​ນັກ​ທຸ​ລະ​ກິດ​ ຫຼາຍກວ່າ 1,200 ຄົນ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​
ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຄະ​ນະພັກ-ລັດ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ
ດ້ວຍ​ຂໍ້​ມູນທີ່​ປະ​ຊາ​ຊົນ​ລາວ ໄດ້​ແຈ້ງ​ຜ່ານ​ທາງ​ລະ​ບົບ​ໂທ​ລະ​ສັບ​ສາຍ​ຕົງ ໃນ​ໂອ​ກາດ
ທີ່​ມີ​ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ປີ 2018 ຜ່ານ​ມາ​ນັ້ນ​ເຮັດ
​ໃຫ້ຄະ​ນະ​ກວດ​ກາພັກ​ລັດ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ກວດ​ພົບ​ການ​ທຸຈະ​ລິດ
ໃນ​ໂຄງ​ການ​ພັດ​ທະ​ນາຕ່າງໆ​ຂອງ​ລັດ​ຖະ​ບານ​ລາວ ທີ່​ເປັນ​ການ​ຮ່ວມ​ມື ລະ​ຫວ່າງ
​ບັນ​ດາ​ພະ​ນັກ​ງານ​ລັດ ກັບ​ນັກ​ທຸ​ລະ​ກິດ ຈຳ​ນວນ 1,200 ກວ່າ​ຄົນ ແລະ​ເຮັດ​ໃຫ້​ລັດ​ຖະ
​ບານ ເສຍ​ຫາຍ​ຫຼາຍກວ່າ 846 ຕື້​ກີບ ກັບ 600,000 ໂດ​ລາ ແລະ​ເກືອບ 310 ລ້ານ​
ບາດ ພ້ອມ​ດ້ວຍ​ເງິນ​ຈີນ ອີກກວ່າ32,000 ຢວນ.

ໃນຈຳ​ນວນຜູ້​ກະທຳ​ການ​ທຸ​ຈະລິດ​ດັ່ງ​ກ່າວ ແບ່ງ​ເປັນພະ​ນັກ​ງານ​ລັດ 970 ​ຄົນ
ກັບ​ນັກ​ທຸ​ລະ​ກິດ 315 ຄົນ ທີ່​ຮ່ວມ​ມື​ກັນ​ທຸ​ດຈະ​ລິດໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆຂອງ
​ລັດ​ຖະ​ບານລາວ ຈຳ​ນວນ 105 ໂຄງ​ການ ຊຶ່ງ​ກໍ​ມີ​ທັງ ​ການ​ໃຊ້​ອຳ​ນາດ​ໜ້າ​ທີ່​ເພື່ອ​
ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ ການ​ຮັບ​ສິນ​ບົນ ການ​ຍັກ​ຍອກ​ແລະ​ການ​ສໍ້​ໂກງ​ເອົາ​ຊັບ​ສິນ
​ຂອງ​ລັດ ການ​ປອມ​ແປງ​ເອກ​ກະ​ສານ​ສຳ​ຄັນ​ຂອງ​ລັດ ການ​ປອມ​ແປງມາດ​ຕະ​ຖານ​
ແລະ​ເທັກ​ນິກ​ຕ່າງໆ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ໂຄງ​ການ​ພັດ​ທະ​ນາ​ທີ່​ລັດ​ຖະ​ບານ​ລາວ​ກູ່​ຢືມ
​ເງິນ​ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອລ້າ​ຈາກ​ຕ່າງ​ປະ​ເທດ ເປັນ​ດ້ານ​ຫຼັກ​ນັ້ນ ຍັງ​ເຮັດ​ໃຫ້​
ລັດ​ຖະ​ບານ​ລາວ​ຖືກ​ນາໆ​ຊາດ​ກົດ​ດັນ ເພື່ອ​ໃຫ້​ແກ້​ບັນ​ຫາ​ທີ່​ເກີດ​ຂຶ້ນ ຢ່າງ​ຮີບ​ດ່ວນ
​ອີກ​ດ້ວຍ.

ທັງນີ້ ການກວດ​ກາ​ພັກ-ລັດ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ດຳ​ເນີນ​ການ​ລົງ​ໂທດ
​ດ້ວຍ​ການ​ປະ​ຕິ​ບັດ​ວິ​ໄນ ຕໍ່​ພະ​ນັກ​ງານ​ລັດ 849 ຄົນ ພ້ອມ​ທັງ​ດຳ​ເນີນ​ຄະ​ດີ ໃນ​ຊັ້ນ
​ສານ 113 ຄົນ ແລະ​ຖືກ​ສານ​ຕັດ​ສິນ​ໂທດ​ທາງ​ແພ່ງ​ແລະ​ອາ​ຍາ​ແລ້ວ 55 ຄົນ ເຮັດ​ໃຫ້
​ເກັບ​ເງິນ​ຄືນ​ມາ​ໄດ້​ແລ້ວ 370 ກວ່າ​ຕື້​ກີບ ກັບ 24 ລ້ານ​ບາດ 262,000 ໂດ​ລາ
ແລະ 32,000 ຢວນ ທັງ​ຍັງ​ໄດ້ຍົກ​ເລີກສິດ​ສຳ​ປະ​ທານ​ຂອງນັກ​ທຸ​ລະ​ກິດ 315 ຄົນ​
ອີກ​ດ້ວຍ.

ທາງດ້ານ ທ່ານ​ບຸນ​ທອງ ຈິດ​ມະ​ນີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ຊາດເພື່ອ​ຕ້ານ
​ການ​ສໍ້​ລາດ​ບັງ​ຫຼວງ ຖະ​ແຫຼງ​ຢືນ​ຢັນ ວ່າ​ການ​ທຸຈະ​ກິດຄໍ​ຣັບ​ຊັນ ໂດຍ​ພະ​ນັກ​ງານ
ຂອງ​ພັກ​ແລະ​ລັດ​ຖະ​ບານ​ລາວ ຍັງ​ເກີດຂຶ້ນ ຢ່າງກວ້າງ​ຂວາງ ໃນ​ທຸກ​ລະ​ດັບ​ຊັ້ນ
ແລະ​ມີ​ລັກ​ສະ​ນະ​ທີ່​ເປັນ​ບັນ​ຫາ ທີ່​ແກ່​ຍາວ ແລະ​ຝັງ​ເລິກ ໃນ​ທຸກ​ພາກ​ສ່ວນ ຈຶ່ງ​ເຮັດ​
ໃຫ້ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່​ຈະ​ແກ້​ໄຂ​ແລະ​ລົບ​ລ້າງ ໃຫ້​ໝົດ​ໄປ ຈາກວົງ​ການ​ພັກ-ລັດ
ໄດ້​ຢ່າງ​ແທ້​ຈິງ ດັ່ງ​ທີ່​ທ່ານ​ບຸນ​ທອງ ໃຫ້​ການ​ຢືນ​ຢັນ​ວ່າ: “ບັນ​ດາ​ການ​ເສຍ​ຫາຍ
ແມ່ນ​ເກີດ​ມາ​ຈາກ​ການ​ຄຸ້ມ​ຄອງ​ການ​ປະ​ຕິ​ບັດ​ໂຄງການ​ຕ່າງໆ ບໍ່​ຮັດ​ກຸ​ມ ມີ​ວຽກ
ໃນ​ໂຄງ​ການ ແຕ່​ບໍ່​ເຮັດ ລາ​ຄາ​ຫົວ​ໜ່ວຍ​ວຽກ​ທີ່​ຈະ​ເຮັດ​ແພງ​ເກີນ​ຄວາມ​ເປັນ​ຈິງ
​ຫຼາຍ​ເທົ່າວຽກ​ງານ​ບໍ່​ທັນ​ເຮັດ ແຕ່ບອກວ່າ ໄດ້​ເຮັດ​ສຳ​ເລັດ​ແລ້ວ ການ​ຄົ້ນ​ຄວ້າ
ແລະ​ການເຮັດ​ສັນ​ຍາ​ບໍ່​ແທດ​ກັບ​ຕົວ​ຈິງແລະ​ຍິ່ງກວ່ານັ້ນ ແມ່ນ​ເກີດ​ມາ​ຈາກ​ການ​
ສ້າງ​ແຜນການ​ຍັກ​ຍອກ ສໍ້​ໂກງ​ເອົາ​ງົບ​ປະ​ມານ​ຂອງ​ລັດ​ ມາ​ແບ່ງ​ປັນ​ກັນໃ​ຊ້​ຈ່າຍ
​ມີ​ການ​ລັກ​ຊື້-ຂາຍ​ດິນ​ລັດ ມູນ​ຄ່າ​ຊັບ​ສິນ​ຂອງ​ລັດ​ທີ່​ຫັນ​ເປັນ​ທຶນ​ແລະ​ອື່ນໆ.”

ທ່ານ​ບຸນ​ທອງ ໄດ້​ຍົກ​ຕົວ​ຢ່າງ​ກ່ຽວ​ກັບ​ການກວດ​ກາ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ
​ລັດ​ຖະ​ບານ​ຈຳ​ນວນ 209 ໂຄງ​ການ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ນັ້ນ
ແບ່ງ​ເປັນ 103 ໂຄງ​ການ​ທີ່​ບໍ່ໄດ້​ຈັດ​ການ​ປະ​ມູນ​ແລະ 106 ໂຄງ​ການ​ ທີ່​ຈັດ​ການ
​ປະ​ມູນ ແຕ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍ​ງົ​ບປະ​ມານໄປ
5,331 ກວ່າ​ຕື້​ກີບ ສ່ວນ​ການ​ຍົກ​ເວັ້ນ​ອາ​ກອນ​ນຳ​ເຂົ້າ​ນ້ຳ​ມັນ ​ໃ​ຫ້​ກັບ​ບັນ​ດາບໍ​ລິ​ສັດ
​ຕ່າງ​ຊາດ ທີ່​ລົງ​ທຶນ​ໃນ​ລາວ ກໍ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ສູນ​ເສຍລາຍ​ຮັບ ໄປ​ເຖິງ
2,407 ຕື້​ກີບ​ໃນ​ແຕ່​ລະ​ປີ.

ພ້ອມກັນ​ນີ້ ຍັງ​ກວດ​ພົບ​ໂຄງ​ການນອກ​ແຜນ​ການ​ຂອງ​ລັດ​ຖະ​ບານ​ເຖິງ 285 ໂຄງ​ການ
ທີ່​ມີ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍກວ່າ 4,483 ຕື້​ກີບ ທີ່​ບໍ່​ເປັນ ໄປ​ຕາມ​ລະ​ບຽບ​ດ້ານ​ງົບ​ປະ​ມານ
ແລະ​ບໍ່​ຜ່ານ​ການ​ຮັບ​ຮອງຂອງ​ສະ​ພາ​ແຫ່ງ​ຊາດ ທັງ​ມີ​ການ​ລັກ​ລອບ​ຂົນ​ສົ່ງ​ໄມ້ ໄປ​ຕ່າງ​
ປະ​ເທດກວ່າ 4 ລ້ານ​ແມັດກ້ອນ ຊຶ່ງ​ເຮັດ​ໃຫ້​ອົງ​ການ​ເພື່ອ​ຄວາມ​ໂປ່ງ​ໃສ​ສາ​ກົນ
(Transparency International) ລາຍ​ງານ​ວ່າ ລັດ​ຖະ​ບານ​ລາວມີ​ຄວາມ​ໂປ່ງ​ໃສ
ໃນ​ການ​ບໍ​ລິ​ຫານ​ງານ ທີ່​ລະ​ດັບ 29 ຈາກ 100 ຄະ​ແນນ​ເຕັມ ໃນ​ປີ 2018 ທີ່​ຜ່ານ​ມາ.

XS
SM
MD
LG