ທາງການລາວ ເພີ້ມຄວາມເຂັ້ມງວດເຂົ້າໃນການກວດສຸຂະພາບຊາວຈີນ ແລະຊາວຕ່າງຊາດທີ່ເດີນທາງຈາກຈີນເຂົ້າມາໃນລາວ ໂດຍໃຫ້ຕິດຕັ້ງເຄື່ອງວັດແທກອຸນຫະພູມຮ່າງກາຍ ໄວ້ປະຈຳດ່ານສາກົນ ທົ່ວປະເທດ. ຊົງລິດໂພນເງິນ ມີລາຍງານນີ້ມາສະເໜີທ່ານຈາກບາງກອກ.
ກະຊວງສາທາລະນະສຸກໄດ້ມີໜັງສືແຈ້ງການເລກທີ 030 ລົງວັນທີ 20 ມັງກອນ 2020 ເລື້ອງການກຽມຄວາມພ້ອມຢູ່ດ່ານເພື່ອຮັບມືໃນການກັນ ແລະຄວບຄຸມພະຍາດປອດອັກເສບຈາກເຊື້ອໄວຣັສ Corona ສາຍພັນໃໝ່ ໂດຍໄດ້ຈັດສົ່ງໜັງສືແຈ້ງການດັ່ງກ່າວ ໄປເຖິງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບຂັ້ນແຂວງ ແລະນະຄອນຫລວງວຽງຈັນ, ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະຂົນສົ່ງ, ຫົວໜ້າພະແນກສາທາລະນະສຸກນະຄອນຫລວງວຽງຈັນ ແລະແຂວງໃນທົ່ວປະເທດ ເພື່ອຂໍການຮ່ວມມື ແລະການສະໜັບສະໜຸນເຂົ້າໃນການກັນ ແລະຄວບຄຸມພະຍາດດັ່ງກ່າວ.
ທັງນີ້ຫົວໜ້າດ່ານສາກົນທາງບົກ ແລະດ່ານສະໜາມບິນ ຈະຕ້ອງອຳນວຍຄວາມສະດວກ ໃຫ້ແກ່ທີມງານຈາກກະຊວງສາທາລະນະສຸກ ໃນການເຄື່ອນໄຫວຕິດຕາມຊຸກຍູ້ ແລະສ້າງຄວາມເຂັ້ມແຂງຂອງການກັນ ແລະຄວບຄຸມພະຍາດຕິດຕໍ່ ໃຫ້ເອົາໃຈໃສ່ປັບປຸງວຽກງານສາທາລະນະສຸກ ປະຈຳດ່ານ ແລະນຳໃຊ້ເຄື່ອງວັດແທກອຸນຫະພູມຮ່າງກາຍ ເພື່ອຕິດຕາມເຝົ້າລະວັງ ແລະລາຍງານກໍລະນີສົງໄສຢ່າງໃກ້ຊິດ ໂດຍໃຫ້ເນັ້ນໜັກແຂວງທີ່ມີຊາຍແດນຕິດຕໍ່ກັບຈີນ ເຊັ່ນແຂວງຜົ້ງສາລີ, ຫລວງນ້ຳທາ ແລະອຸດົມໄຊ ລວມເຖິງສະໜາມບິນວັດໄຕ, ສະໜາມບິນສາກົນຫລວງພະບາງ ແລະດ່ານອື່ນໆ ທີ່ມີຜູ້ໂດຍສານເຂົ້າ-ອອກລາວ.
ພ້ອມກັນນີ້ ດ່ານສາກົນຕ່າງໆ ຍັງຈະຕ້ອງໃຫ້ຂໍ້ມູນຂ່າວສານແກ່ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກລາວ ໂດຍນຳໃຊ້ສື່ ສິ່ງພິມ ແລະການປະກາດເທິງເຮືອບິນ, ອຳນວຍຄວາສະດວກ ໃນການຈັດສັນກະກຽມສະຖານທີ່ ເພື່ອຄັດກອງຜູ້ໂດຍສານທີ່ເດີນທາງຈາກຈີນ ແລະກຳນົດເສັ້ນທາງ ເຄື່ອນຍ້າຍຄົນເຈັບຈາກດ່ານໄປໂຮງໝໍ ລວມເຖິງການຈັດຝຶກອົບຮົມກ່ຽວກັບວຽກງານກັນ ແລະຄວບຄຸມພະຍາດຕິດຕໍ່ໃຫ້ພະນັກງານປະຈຳດ່ານອີກດ້ວຍ ໂດຍທີ່ ກະຊວງສາທາລະນະສຸກ ໄດ້ຕັ້ງສູນປະສານງານໃນຕະຫລອດ 24 ຊົ່ວໂມງ.
ໃນປີ 2019 ມີນັກທ່ອງທ່ຽວຊາວຈີນເດີນທາງເຂົ້າມາລາວ ຈຳນວນ1,022,724 ຄົນເພີ່ມຂຶ້ນ 27 ເປີເຊັນທຽບໃສ່ປີ 2018 ຫລືຄິດເປັນຈຳນວນສະເລ່ຍ 2,800 ຄົນໃນແຕ່ລະວັນ. ສ່ວນໃນປີ 2020 ກໍຄາດວ່າ ຈະມີນັກທ່ອງທ່ຽວຊາວຈີນເດີນທາງເຂົ້າມາລາວຫລາຍກວ່າ 1,290,000 ຄົນ ຫາກແຕ່ວ່າເມື່ອເກີດບັນຫາພະຍາດອັກເສບປອດຈາກເຊື້ອໄວຣັສ Corona ສາຍພັນໃໝ່ ໃນລາວໃນເວລານີ້ ຈຶ່ງບໍ່ແນ່ໃຈວ່າ ຄາດໝາຍດັ່ງກ່າວຈະເກີດໄດ້ຈິງ ຫລືບໍ່ ເພາະວ່າ ຕົ້ນຕໍຂອງການແຜ່ລະບາດຂອງເຊື້ອໄວຣັສສາຍພັນໃໝ່ດັ່ງກ່າວນີ້ ກໍຄື ເມືອງວູຫານ ໃນພາກກາງຂອງຈີນ. ສະນັ້ນ ຖ້າຫາກການຈັດຕັ້ງມາດຕະຖານການສະກັດກັ້ນໃນລາວມີປະສິດທິຜົນຕ່ຳ ແລະຊາວຈີນຍັງເດີນທາງມາລາວເພີ້ມຂຶ້ນ ຍ່ອມມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະເກີດການລະບາດຢູ່ໃນລາວໃນໄລຍະຕໍ່ໄປ ເຖິງແມ່ນວ່າ ຈະຍັງບໍ່ມີລາຍງານການຕິດເຊື້ອໃນລາວໃນປັດຈຸບັນນີ້ກໍຕາມ.
ທັງນີ້ ທ່ານບຸນກອງ ສີຫາວົງ, ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຖະແຫລງ
ຍອມຮັບວ່າ ການບໍລິການດ້ານສາທາລະນະສຸກ ຂອງລັດຖະບານລາວ ໃນປັດຈຸບັນນີ້
ຍັງບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຕົວຈິງຂອງປະຊາຊົນລາວ ບັນດາເຜົ່າ
ໄດ້ຢ່າງທົ່ວເຖິງ ໂດຍນອກຈາກຈະມີສາເຫດຈາກການຂາດງົບປະມານ ຂອງລັດຖະ
ບານແລ້ວ ກໍຍັງມີສາເຫດທີ່ສຳຄັນຈາກການປະຕິບັດໜ້າທີ່ຂອງບັນດາແພດ ແລະ
ພະນັກງານຂອງລັດ ທີ່ຂາດຈັນຍາບັນ ແລະບໍ່ມີຈິດສຳນຶກ ໃນການໃຫ້ບໍລິການແກ່
ປະຊາຊົນລາວ ອີກດ້ວຍ ໂດຍສ່ວນໃຫຍ່ ຍັງເຫັນແກ່ຜົນປະໂຫຍດສ່ວນຕົວເປັນ
ສຳຄັນ ດັ່ງທີ່ ທ່ານບຸນກອງ ໄດ້ໃຫ້ການຢືນຢັນວ່າ:
“ຄວາມຮັບຜິດຊອບນີ້ ຍັງບໍ່ທັນສູງ ແລະກໍແລ່ນນຳຜົນປະໂຫຍດຫັ້ນແຫລະ ຄວາມ
ສາມາດຊອກຄົ້ນຫາພະຍາດແລະປິ່ນປົວ ກໍບໍ່ທັນຊັດເຈນ ແລະວ່ອງໄວທັນກັບຄວາມ
ຕ້ອງການ ກົນໄກບໍລິຫານໂຮງໝໍນີ້ ກໍຍັງບໍ່ທັນຄ່ອງຕົວ ແລະບໍລິການປິ່ນປົວນີ້ ຍັງ
ຈຳກັດ ແລ້ວກໍບົບວິທີເຮັດວຽກ ກໍບໍ່ທັນຖືກຕ້ອງເໝາະສົມ ແລະກໍບໍ່ຖືກຕາມ ມາດຕະຖານຂອງສາກົນ.
ແຕ່ຢ່າງໃດກໍຕາມອົງການອະນາໄມໂລກ ຫລື WHO ກໍໄດ້ແນະນຳວິທີການປະຕິບັດຕົວເພື່ອປ້ອງກັນການຕິດເຊື້ອໄວຣັສ Corona ສາຍພັນໃໝ່ ດ້ວຍການໃຫ້ສວມໃສ່ໜ້າກາກອະນາໄມ, ຕ້ອງລ້າງມືໃຫ້ສະອາດຕະຫລອດເວລາ ໃຫ້ຫລີກລ້ຽງການເດີນທາງໄປສະຖານທີ່ທີ່ມີຄົນຢູ່ຢ່າງໜາແໜ້ນ, ດື່ມນ້ຳສະອາດ ແລະກິນອາຫານທີ່ຮ້ອນ ເທົ່ານັ້ນ. ທັງຍັງຈະຕ້ອງຫລີກລ້ຽງການກິນອາຫານທີ່ບໍ່ປົກກະຕິເຊັ່ນ ປະເພດທີ່ປຸງແຕ່ງຈາກຊີ້ນສົດປ່າເປັນຕົ້ນ.