ການລົງທຶນໂດຍກົງຂອງຕ່າງປະເທດໃນລາວ ເກີນລະດັບຄາດໝາຍ ໃນປີ 2019 ຫາກແຕ່ ມີການນຳເງິນທຶນເຂົ້າມາໃນລາວ ໂດຍຜ່ານລະບົບທະນາຄານຄິດເປັນສັດສ່ວນພຽງແຕ່ 17 ເປີເຊັນ ເທົ່ານັ້ນ ຂອງມູນຄ່າລົງທຶນທັງໝົດ. ຊົງລິດ ໂພນເງິນ ມີລາຍລະອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ຈາກບາງກອກ.
ທ່ານສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແລະທັງເປັນລັດຖະມົນຕີກະຊວງ
ແຜນການ ແລະການລົງທຶນ ຖະແຫລງຢືນຢັນວ່າ ການລົງທຶນຂອງພາກເອກະຊົນລາວ ແລະ ຕ່າງປະເທດຢູ່ໃນລາວ ໃນປີ 2019 ທີ່ຜ່ານມາຖືວ່າ ເກີນລະດັບຄາດໝາຍທີ່ວາງໄວ້ ໂດຍເຫັນໄດ້ຈາກສະເພາະໃນຊ່ວງ 9 ເດືອນ ຂອງປີ 2019 ກໍປາກົດວ່າ ມີການລົງທຶນໃນ 1,266 ໂຄງການ ຄິດເປັນມູນຄ່າລວມເຖິງ 2,307 ລ້ານ ໂດລາ ຫລື 20,304 ຕື້ ກີບ ຄິດເປັນ 88 ເປີເຊັນ ຂອງແຜນການປີ ໂດຍເມື່ອປະກອບກັບການທີ່ລັດຖະບານລາວ ໄດ້ໃຫ້ການສົ່ງເສີມ ແລະອຳນວຍຄວາມສະດວກ ໃນທຸກໆດ້ານດ້ວຍແລ້ວ ຈຶ່ງໝັ້ນໃຈວ່າ ການລົງທຶນຂອງຕ່າງປະເທດໃນລາວ ຕະຫລອດປີ 2019 ຈະລື່ນແຜນການເປົ້າໝາຍທີ່ວາງໄວ້ ຊຶ່ງທ່ານສອນໄຊ ໄດ້ຖະແຫລງຢືນຢັນວ່າ:
“ສຳລັບການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ ທັງໝົດມີ 1,266 ໂຄງການ, ມີມູນຄ່າ 2,307 ລ້ານ ໂດລາ ປະມານ 20,304 ຕື້ກີບ ເທົ່າກັບ 88 ເປີເຊັນ ຂອງແຜນການ ແລະຄາດວ່າ ໝົດປີ ຈະສາມາດບັນລຸໄດ້ຕາມແຜນການ ຫລືລື່ນແຜນການທີ່ວງໄວ້ ເນື່ອງຈາກວ່າ ລັດຖະບານ ມີນະໂຍບາຍ ເພື່ອອຳນວຍຄວາມສະດວກ ໃນການນຳທຶນ ແລະວັດຖຸອຸປະກອນຕ່າງໆ ເຂົ້າມາໃຊ້ ໃນໂຄງການ ຂະໜາດໃຫຍ່ ທີ່ກຳລັງດຳເນີນກິດຈະການຕາມແຜນໃນປັດຈຸບັນ.”
ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນຂອງຫວຽດນາມ ເປີດເຜີຍວ່າ
ການລົງທຶນຂອງຕ່າງປະເທດ ໃນລາວ ມີມູນຄ່າລວມເກີນກວ່າ 2,620 ລ້ານ ໂດລາ ໃນປີ 2019 ແຕ່ກໍປາກົດວ່າ ໄດ້ມີການນຳເງິນທຶນເຂົ້າມາໃນລາວ ໂດຍຜ່ານລະບົບທະນາຄານ ຄິດເປັນສັດສ່ວນພຽງແຕ່ 17 ເປີເຊັນ ເທົ່ານັ້ນ ຂອງມູນຄ່າລົງທຶນທັງໝົດດັ່ງກ່າວ. ທັງນີ້ກໍເພາະວ່າ ການລົງທຶນສ່ວນໃຫຍ່ ເປັນການລົງທຶນຂອງຈີນ ທີ່ໄດ້ມີການນຳເອົາວັດສະດຸ, ອຸປະກອນຕ່າງໆ ຈາກຈີນເຂົ້າມາໃນລາວໂດຍກົງ ທັງຍັງມີການນຳເຂົ້າບຸກຄະລາກອນຈາກຈີນເປັນຫລັກອີກດ້ວຍ ຈຶ່ງບໍ່ຈຳເປັນນຳທຶນເຂົ້າມາໃນລາວແຕ່ຢ່າງໃດ.
ໃນປັດຈຸບັນນີ້ ການລົງທຶນຂອງບັນດາບໍລິສັດເອກະຊົນຈີນ ໃນລາວມີມູນຄ່າລວມຫຼາຍ
ກວ່າ 11,000 ລ້ານ ໂດລາ ໃນ 777 ໂຄງການ ຊຶ່ງຖືເປັນຜູ້ລົງທຶນອັນດັບນຶ່ງໃນລາວ
ຕິດຕາມດ້ວຍໄທ ທີ່ມີມູນຄ່າລົງທຶນເກີນກວ່າ 4,495 ລ້ານ ໂດລາ ໃນ 752 ໂຄງການ.
ສ່ວນຫວຽດນາມ ມີມູນຄ່າການລົງທຶນ 4,100 ລ້ານ ໂດລາ ໃນ 258 ໂຄງການ ຊຶ່ງຫລຸດ ລົງຈາກ 5,100 ລ້ານ ໂດລາ ໃນປີ 2017
ຖືກຈັດເປັນອັນດັບທີ 3 ຮອງຈາກຈີນ ແລະໄທ. ທັງນີ້ ໂດຍມີສາເຫດມາຈາກບັນຫາດ້ານ
ເງິນທຶນ ເຊັ່ນ ກໍລະນີຂອງບໍລິສັດ Hoang Anh Gia Lai ຊຶ່ງເຮັດໃຫ້ການກໍ່ສ້າງສະໜາມ ບິນໃໝ່ ຢູ່ທີ່ບ້ານໜອງຄ້າງ, ເມືອງຊຳເໜືອ, ແຂວງຫົວພັນ ເກີດບັນຫາຊັກຊ້າ ມາໄດ້ 3
ປີກວ່າແລ້ວ ໂດຍການດຳເນີນງານ ຈາກປີ 2014 ມາເຖິງປັດຈຸບັນ ໄດ້ຄືບໜ້າແລ້ວພຽງ
40 ເປີເຊັນເທົ່ານັ້ນ ແລະຖືວ່າຊັກຊ້າໃນທຸກດ້ານ ເພາະຕາມແຜນການໄດ້ກຳນົດໃຫ້ການ
ກໍ່ສ້າງຈະຕ້ອງແລ້ວສຳເລັດ ແລະເປີດໃຊ້ໃຫ້ໄດ້ພາຍໃນທ້າຍປີ 2016 ເປັນຢ່າງຊ້ານັ້ນ ເອງ.
ນອກຈາກນີ້ ບໍລິສັດ Hoang Anh Gia Lai ຍັງໄດ້ຂາຍສຳປະທານສວນຢາງພາລາ ໃນເນື້ອທີ່ 20,000 ກວ່າເຮັກຕາ ພ້ອມໂຮງງານປຸງແຕ່ງນໍ້າຕານໃນແຂວງອັດຕະປື ໃຫ້ກັບເອກຊົນຈີນ ເນື່ອງຈາກວ່າບໍລິສັດ ປະເຊີນກັບບັນຫາຂາດທຶນ ແລະເປັນໜີ້ ຢ່າງໜັກໜ່ວງ ອັນເປັນຜົນມາຈາກການຕົກຕ່ຳຂອງລາຄາຢາງພາລາ ໃນຕະຫລາດໂລກ ທີ່ຫຼຸດ
ລົງຈາກ 14,000 ກີບ ຕໍ່ກິໂລກຣາມ ໃນປີ 2013 ມາເປັນ 5,000 ກີບ ຕໍ່ກິໂລກຣາມໃນ ເວລານີ້.
ສ່ວນບໍລິສັດ Earn and Young ທີ່ຮັບຜິດຊອບການກວດສອບບັນຫາໜີ້ສິນຂອງບໍລິສັດ Hoang Anh Gia Lai ລາຍງານວ່າ ກຸ່ມບໍລິສັດ Hoang Anh Gia Lai ມີພາລະໜີ້
ຫລາຍກວ່າ 366 ລ້ານໂດລາ ທີ່ຈະຕ້ອງຊຳລະຄືນໃຫ້ກັບບັນດາທະນາຄານໃນຫວຽດ
ນາມ ກັບທັງເປັນໜີ້ກອງທຶນ Temasek ຂອງ ລັດຖະບານສິງກະໂປອີກເຖິງ 50 ລ້ານ
ໂດລາ.
ທັງນີ້ ລັດຖະບານລາວໄດ້ຕົກລົງໃນສັນຍາລົງທຶນເພື່ອກໍ່ສ້າງສະໜາມບິນໃໝ່ 2 ແຫ່ງ
ຢູ່ໃນ ແຂວງຫົວພັນ ແລະອັດຕະປື ເມື່ອປີ 2013 ທີ່ຜ່ານມາ ໂດຍທີ່ກຸ່ມບໍລິສັດ Hoang
Anh Gia Lai ໄດ້ຕົກລົງ ເປັນຝ່າຍອອກທຶນໃຫ້ກ່ອນທັງ 2 ແຫ່ງ ໃນມູນຄ່າລວມຫຼາຍ
ກວ່າ 110 ລ້ານໂດລາ ໂດຍ ສະໜາມບິນສາກົນທີ່ແຂວງອັດຕະປື ກໍໄດ້ສ້າງສຳເລັດ ແລະ
ເປີດໃຊ້ ນັບແຕ່ເດືອນຕຸລາ 2016 ເປັນຕົ້ນມາ ເພາະຈຳນວນຜູ້ໂດຍສານມີໜ້ອຍ. ສ່ວນ
ສະໜາມບິນໜອງຄ້າງ ກໍເລີ້ມກໍ່ສ້າງອີກເທື່ອໃໝ່ ໃນປີ 2020 ນີ້.