ສະພາບແວດລ້ອມຂອງການດໍາເນີນທຸລະກິດໃນລາວ ຍັງບໍ່ດີຂຶ້ນໃນປີ 2020 ນີ້ ເພາະວ່າ ການຈັດຕັ້ງປະຕິບັດຂອງບັນດາພະນັກງານໃນທຸກພາກສ່ວນທີ່ກ່ຽວຂ້ອງມີປະສິດທິພາບ
ຕໍ່າໃນທຸກໆ ດ້ານ. ຊົງລິດໂພນເງິນມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານຈາກບາງກອກ.
ທ່ານຄໍາພັນ ວິພາວັນ, ຮອງປະທານປະເທດ ແລະກໍາມະການກົມການເມືອງສູນກາງພັກ ຢືນຢັນວ່າ ສະພາບແວດລ້ອມຂອງການດຳເນີນທຸລະກິດໃນລາວຍັງບໍ່ມີພັດທະນາການ ທີ່ດີຂຶ້ນໃນປີ 2020 ນີ້ ກໍເພາະວ່າ ການຈັດຕັ້ງປະຕິບັດຂອງບັນດາພະນັກງານໃນທຸກ ພາກສ່ວນທີ່ກ່ຽວຂ້ອງມີປະສິດທິພາບຕໍ່າໃນທຸກໆ ດ້ານ ໂດຍສະເພາະແມ່ນການບໍ່ລົງ ມືຈັດຕັ້ງປະຕິບັດໃນພາກຕົວຈິງ ແລະມີແຕ່ການປາກເວົ້າ ເຖິງເປົ້າໝາຍລ້າໆ ນັ້ນກໍ ຄືສາເຫດສໍາຄັນ ທີ່ເຮັດໃຫ້ສະພາບແວດລ້ອມຂອງການດໍາເນີນທຸລະກິດໃນລາວໄດ້ ຖືກຈັດອັນດັບໃຫ້ຕົກຕໍ່າລົງນັບມື້ ດັ່ງທີ່ທ່ານ ພານຄໍາໄດ້ໃຫ້ການຢືນຢັນວ່າ:
“ຄວາມສະດວກໃນການລົງທຶນກ່ອນກອງປະຊຸມໃຫຍ່ຄັ້ງທີ 10 ເຮົາຢູ່ທີ 130 ປາຍ ຖອຍມາອີກປີກາຍ 140 ປາຍ. ດຽວນີ້ 150 ປາຍ ມັນບຸກຢູ່ໃສເອົ໋າ ຂໍຖາມເບິ່ງ ຢູ່ໃສບຸກທະລຸວຽກງານບໍລິຫານ ເປີດໃຈແກ້ໄຂສິ່ງກີດຂວາງ ເປີດປະຕູ ເວົ້າລ້າ ຕົວຈິງເຮົາບໍ່ເຮັດ ເຮົາເຮັດຂີ້ຮ້າຍກວ່າເກົ່າ. ມັນເກີດຈາກແນວຄິດບໍ່ເຮັດນີ້ໄດ໋ ມັນຈັ່ງເປັນແນວນັ້ນ ຫລືວ່າ ຍ້ອນເຮົາຢ້ານເສຍນີ້ບໍ ຢ້ານເສຍຄະແນນ ມັນຈັ່ງ
ບໍ່ມີໃຜ ກ້າຕໍາໜິກັນ.”
ສ່ວນທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ຍອມຮັບວ່າ ການຍົກລະດັບປະສິດທິ
ພາບ ໃນການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນ ຄືເປົ້າໝາຍທີ່ສໍາຄັນທີ່ລັດ ຖະບານລາວຕ້ອງການ ທີ່ຈະຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບປະທໍາ ດ້ວຍຫວັງວ່າ ຈະເຮັດໃຫ້ສະພາບແວດລ້ອມຂອງການດໍາເນີນ ທຸລະກິດໃນລາວ ໄດ້ຮັບການຈັດອັນ
ດັບທີ່ດີຂຶ້ນ ເພື່ອທີ່ຈະດຶງດູດ ເອົາການລົງທຶນຈາກຕ່າງປະເທດ ໃຫ້ເຂົ້າມາໃນລາວໄດ້ ເພີ້ມຂຶ້ນໃນປີ 2020 ຫາກແຕ່ກໍເປັນໄປໄດ້ຍາກແລ້ວ ເນື່ອງຈາກວ່າ ທະນາຄານໂລກ ໄດ້ຈັດໃຫ້ລາວຢູ່ ໃນອັນດັບ 154 ຈາກ 190 ປະເທດທົ່ວໂລກໂດຍເປັນອັນດັບດຽວກັນ
ກັບໃນປີ 2019 ເພາະເຫັນວ່າລັດຖະບານລາວຍັງບໍ່ໄດ້ມີການປັບປຸງສະພາບແວດລ້ອມ
ຂອງການ ດໍາເນີນທຸລະກິດໃຫ້ດີຂຶ້ນແຕ່ຢ່າງໃດ ໂດຍສະເພາະແມ່ນການບັງຄັບໃຊ້ກົດ
ໝາຍນັ້ນ ດັ່ງທີ່ ທ່ານທອງລຸນ ຢືນຢັນວ່າ:
“ການແກ້ໄຂສະພາບແວດລ້ອມ ຄວາມໂປ່ງໃສໃນການລົງທຶນ, ການດໍາເນີນທຸລະກິດ
ເຖິງວ່າ ລັດຖະບານໄດ້ປັບປຸງໃຫ້ດີຂຶ້ນ ທາງດ້ານນິຕິກໍາ ແຕ່ທາງດ້ານພຶດຕິກໍານັ້ນ ບໍ່ໄປຕາມກັນ ຍັງມີຫລາຍໂຕຊີ້ວັດ ບໍ່ສາມາດແຂ່ງຂັນໄດ້ກັບປະເທດອື່ນ ຈຶ່ງພາໃຫ້
ອັນດັບໂຕຊີ້ວັດການຍາກ-ງ່າຍ ຂອງການດໍາເນີນທຸລະກິດປີ 2020 ຢູ່ໃນລະດັບ 154 ສອງໂຕຊີ້ວັດ ມີຄວາມກ້າວໜ້າດີຂຶ້ນຫລາຍ ແຕ່ວ່າຫົກ ໂຕຊີ້ວັດຜັດຖອຍຫລັງ.”
ທັງນີ້ໃນການຈັດອັນດັບດັ່ງກ່າວ ທະນາຄານໂລກໄດ້ພິຈາລະນາຈາກ 10 ດ້ານດ້ວຍກັນຄື ຄວາມຍາກ-ງ່າຍຂອງການເລີ້ມຕົ້ນດໍາເນີນທຸລະກິດໃນລາວ, ການຂໍອະນຸຍາດກ່ຽວກັບ ການກໍ່ສ້າງສະຖານທີ່ ແລະສິ່ງປຸກສ້າງ, ການຕອບສະໜອງດ້ານພະລັງງານໄຟຟ້າ, ການ ແຈ້ງທະບຽນສິນຊັບ, ການເຂົ້າເຖິງແຫລ່ງສິນເຊື່ອ, ການຄຸ້ມຄອງຜູ້ລົງທຶນລາຍຍ່ອຍ,
ມາດຕະຖານການສໍາລະພາສີອາກອນ, ການຄ້າຂ້າມແດນທີ່ສະດວກວ່ອງໄວ, ການບັງ
ຄັບຕາມສັນຍາລົງທຶນ ແລະການຕັດສິນໃນກໍລະນີລົ້ມລະລາຍ ຊຶ່ງປາກົດວ່າ ລາວໄດ້ຄະ
ແນນສະເລ່ຍ 50.8 ຈາກ 100 ຄະແນນ. ສ່ວນ 2 ດ້ານທີ່ມີການປັບປຸງດີຂຶ້ນກໍຄື ການເລີ້ມ
ຕົ້ນດໍາເນີນທຸລະກິດ ກັບການຕອບສະໜອງດ້ານພະລັງງານໄຟຟ້າ ຂະນະທີ່ການຕັດສິນ
ກໍລະນີລົ້ມລະລາຍ ແລະການຄຸ້ມຄອງຜູ້ລົງທຶນລາຍຍ່ອຍນັ້ນຈະຕ້ອງປັບປຸງຢ່າງຮີບດ່ວນ
ທີ່ສຸດ.
ສ່ວນສູນສະຖິຕິແຫ່ງຊາດລາວໄດ້ລາຍງານການສຳຫຼວດ ທີ່ກ່ຽວກັບການຜະລິດສິນຄ້າ
ແລະບໍລິການຂອງຫົວໜ່ວຍທຸລະກິດ 124,830 ລາຍໃນທົ່ວປະເທດລາວວ່າ 94 ເປີເຊັນ
ເປັນຫົວໜ່ວຍທຸລະກິດທີ່ຜະລິດສິນຄ້າ ແລະບໍລິການເພື່ອຕອບສະໜອງພາຍໃນເປັນ
ດ້ານຫລັກ ຈຶ່ງມີພຽງ 630 ລາຍ ຫຼື 0.5 ເປີເຊັນເທົ່ານັ້ນທີ່ມີການຜະລິດສິນຄ້າທີ່ສົ່ງອອກ.
ສ່ວນ 1,700 ກວ່າລາຍ ຫຼື 1.4 ເປີເຊັນ ທີ່ເນັ້ນທາງການສົ່ງອອກ ແລະຕອບສະໜອງ
ພາຍໃນ ແຕ່ວ່າມີພຽງ 119 ລາຍທີ່ໄດ້ຮັບກາໝາຍນຶ່ງເມືອງ-ນຶ່ງຜະລິດຕະພັນ (ODOP).
ສ່ວນທະນາຄາໂລກໄດ້ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະກາງ ຫລື
SMEs ໃນລາວ 20 ລ້ານໂດລາ ໃນຊ່ວງປີ 2014 ຫາ 2019 ໃນນີ້ເປັນການຊ່ວຍເຫຼືອ
ດ້ານເທັກນິກ 10 ລ້ານໂດລາ ແລະເງິນກູ້ສຳລັບ SMEs ມູນຄ່າ 10 ລ້ານໂດລາ ແຕ່ຜ່ານ
ມາທາງການລາວ ກໍໄດ້ມີການປ່ອຍເງິນກູ້ໃຫ້ SMEs ພຽງ 42 ລາຍຄຶດເປັນມູນຄ່າລວມ 4.4 ລ້ານໂດລາ ເທົ່ານັ້ນ.