ລັດຖະບານລາວຕ້ອງປະເຊີນກັບການຂາດດຸນງົບປະມານ ໃນອັດຕາສະເລ່ຍທີ່ສູງ 7 ເປີເຊັນຂອງ GDP ໃນໄລຍະ 3 ເດືອນຕົ້ນປີ 2019 ທັງມີທ່າອ່ຽງເພີ້ມຂຶ້ນ ເຮັດໃຫ້ຕ້ອງເພິ່ງພາການຊ່ວຍເຫລືອຈາກຕ່າງປະເທດຫລາຍຂຶ້ນ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ ຫຼື ADB ເປີດເຜີຍວ່າລັດຖະບານ
ລາວ ຂາດດຸນງົບປະມານໃນປີ 2018 ທີ່ອັດຕາສະເລ່ຍເຖິງ 4.9 ເປີເຊັນ ຂອງ GDP
ທັງຍັງຄາດວ່າ ຈະເພີ່ມຂຶ້ນອີກໃນປີ 2019 ຖ້າຫາກການຈັດເກັບລາຍຮັບ ແລະຄຸມລາຍ
ຈ່າຍບໍ່ໄດ້ຕາມ ແຜນການ ທີ່ວາງໄວ້ ຊຶ່ງໃນໄລຍະ 3 ເດື້ອນຕົ້ນປີ 2019 ນີ້ ກໍປາກົດວ່າ
ລັດຖະບານລາວຕ້ອງປະເຊັນກັບການຂາດດຸນງົບປະມານ ໃນອັດຕາສະເລ່ຍທີ່ສູງ 7
ເປີເຊັນ ຂອງ GDP ແລ້ວ ເພາະການຈັດເກັບລາຍຮັບບໍ່ໄດ້ຕາມແຜນທີ່ວາງໄວ້ ໃນຂະ
ນະທີ່ລາຍຈ່າຍພາກລັດກັບສູງກວ່າແຜນການ ເນື່ອງຈາກວ່າ ຕ້ອງນຳໃຊ້ງົບປະມານ
ເພື່ອຟື້ນຟູສະພາບການຕ່າງໆ ຫລັງຈາກໄພນ້ຳຖ້ວມຄັ້ງໃຫຍ່ ໃນປີ 2018 ນັ້ນເອງ.
ທາງດ້ານ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ກໍຍອມຮັບວ່າ ລັດຖະບານ
ລາວ ກຳລັງປະເຊີນ ກັບບັນຫາຂາດດຸນໃນດ້ານງົບປະມານເພີ້ມຂຶ້ນຈິງ ແລະຖ້າຫາກ
ບັນຫາດັ່ງກ່າວບໍ່ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ ກໍຍັງຈະເຮັດໃຫ້ລັດຖະບານລາວຕ້ອງ
ເພິ່ງການຊ່ວຍເຫລືອຈາກຕ່າງປະເທດເພີ້ມຂຶ້ນອີກດ້ວຍ ເພາະຄາດໝາຍລາຍຮັບ
ຂອງລັດຖະບານລາວໃນປີ 2019 ຢູ່ທີ່ລະດັບ 26,000 ຕື້ກີບ ແຕ່ກໍມີລາຍຈ່າຍທີ່ຕັ້ງ
ໄວ້ຫລາຍກວ່າ 32,000 ຕື້ກີບ ດັ່ງທີ່ກທ່ານບຸນທອງໃຫ້ການຢືນຢັນວ່າ
“ມາເບິ່ງປີ 2019 ນີ້ ການຂາດດຸນຕົວຈິງກໍປະມານ 7 ເປີເຊັນລາຍຮັບຂອງໄທເຮົາປະມານ 26,000 ຕື້ ປີ 2019 ແຕ່ວ່າລາຍຈ່າຍຂອງໄທເຮົາກະປະມານ 32,000 ຕື້. ບາດນີ້ການຂາດດຸນໂຕນີ້ກະມາໄລ່ເບິ່ງເຮົາຈະເອົາມາແຕ່ໃສ ມາໃສ່ໂຕທີ່ມັນຍັງຂາດ ບໍ່ພໍ ແລ້ວກະຈະເອົາເງິນຊ່ວຍເຫລືອລ້າຂອງຕ່າງປະເທດມາຕື່ມເທົ່າໃດ ປາກົດວ່າກະຊວງການເງິນກະຍັງຊອກຫາຢູ່ມາຮອດປັດຈະບັນນີ້ ຍັງຢູ່ເທົ່າໃດ ມາເຮັດໃຫ້ມັນດຸ່ນດ່ຽງໃຫ້ໄດ້ຫັ້ນນະ.”
ໂດຍປີ 2018 ທີ່ຜ່ານມາລັດຖະບານລາວໄດ້ວາງເປົ້າໝາຍການຈັດເກັບລາຍຮັບໃຫ້ໄດ້
25,452 ຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງ GDP ແລະຄວບຄຸມລາຍຈ່າຍໃຫ້ບໍ່ເກີນ
32,809 ຕື້ກີບ ຫຼືຄິດເປັນ 21.94 ເປີເຊັນ ຂອງ GDP ຫາກແຕ່ກໍບໍ່ສາມາດຈັດຕັ້ງປະຕິ ບັດໄດ້ຈິງ ເຮັດໃຫ້ລັດຖະບານລາວຂາດດຸນງົບປະມານໃນມູນຄ່າ 7,560 ຕື້ກີບ ຄິດເປັນ
4.96 ເປີເຊັນ ຂອງ GDP. ສວ່ນການຊ່ວຍເຫລືອລ້າຈາກຕ່າວປະເທດກໍມີມູນຄ່າລວມ
2,752 ກີບສຳລັບປີ 2019 ລັດຖະບານລາວກໍໄດ້ວາງເປົ້າໝາຍ ຈະຄວບຄຸມການຂາດ
ດຸນງົບປະມານໃຫ້ບໍ່ເກີນ 7,089 ຕື້ກີບ ຫລື 4.28 ເປີເຊັນຂອງ GDP ຫາກແຕ່ຄົງຈະ
ເປັນໄປບໍ່ໄດ້ແລ້ວ.
ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ດວງດີ ຮອງນາາຍົກລັດຖະມົນຕີ ແລະລັດຖະມົນຕີວ່າ ການກະຊວງການເງິນຖະແຫລງຢືນຢັນວ່າ ໃນປີ 2019 ນີ້ ລັດຖະບານລາວ ໄດ້ວາງ
ເປົ້າໝາຍ ທີ່ຈະປະຢັດການໃຊ້ຈ່າຍທາງດ້ານການບໍລິຫານໃຫ້ໄດ້ 20 ເປີເຊັນ ທຽບ
ໃສ່ປີ 2018 ດ້ວຍການຢຸດການໃຊ້ຈ່າຍທີ່ຟຸມເຟືອຍຂອງໜ່ວຍງານລັດໃນທົ່ວປະເທດ
ໃຫ້ໄດ້ຢ່າງແທ້ຈິງ.
ທ່ານ ສົມດີ ຍອມຮັບວ່າ ໜີ້ສິນຂອງລັດຖະບານລາວ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ
ຫາກແຕ່ການຈັດເກັບລາຍຮັບ ກັບບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມເປົ້າໝາຍທີ່ວາງ
ໄວ້ແລະເມື່ອປະກອບກັບການທີ່ລັດຖະບານລາວ ມີພັນທະ ຈະຕ້ອງຊຳລະຄືນໜີ້ເງິນກູ້
ທັງພາຍໃນ ແລະຕ່າງປະເທດຫຼາຍຂຶ້ນ ໃນໄລຍະ 3 ປີຕໍ່ໜ້າ ຈຶ່ງເຮັດໃຫ້ຈະຕ້ອງຫາ
ແຫລ່ງເງິນທຶນ ສຳລັບນຳມາຊຳລະຄືນໜີ້ດັ່ງກ່າວໃຫ້ໄດ້ ຢ່າງເທົ່າທັນກັບເວລາ ໂດຍ
ທາງເລືອກທີ່ສາມາດຈະຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳທີ່ສຸດ ໃນເວລານີ້ ກໍຄື
ການອອກພັນທະບັດລັດຖະບານ ເພື່ອລະດົມເງິນທຶນກູ້ຢືມຈາກຕ່າງປະເທດເປັນດ້ານ
ຫລັກ.
ທາງດ້ານຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວຢືນຢັນວ່າ ລັດຖະ
ບານລາວ ຍັງຈະຕ້ອງປະເຊີນກັບ ການເປັນໜີ້ເພີ່ມຂຶ້ນອີກ ໂດຍມີສາເຫດມາຈາກ
ການກູ້ຢືມເງິນທັງພາຍໃນ ແລະຕ່າງປະເທດ ເພື່ອນຳມາໃຊ້ ໃນການດຸ່ນດ່ຽງດ້ານ
ລາຍຈ່າຍທີ່ສູງກວ່າລາຍຮັບໃນແຕ່ລະປີ ໂດຍປີ 2018 ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມຫຼາຍກວ່າ 12,104 ລ້ານໂດລາ ຄິດເປັນ 65.3 ເປີເຊັນ ຂອງຍອດ
ຜະລິດຕະພັນລວມພາຍໃນ ຫຼື GDP ທັງຄາດວ່າ ຈະເພີ່ມຂຶ້ນເປັນ 13,491 ລ້ານ ໂດ
ລາ ຫຼື 68 ເປີເຊັນຂອງ GDP ໃນປີ 2019 ອີກດ້ວຍ.