ລັດຖະບານລາວອອກຄຳສັ່ງຫ້າມການໂຄສະນາ ເຄື່ອງດື່ມທຸກຊະນິດ ທີ່ມີທາດເຫລົ້າປະສົມ ເພາະເຊື່ອວ່າ ເປັນສາເຫດສຳຄັນ ທີ່ເຮັດໃຫ້ເຍົາວະຊົນລາວ ມົ້ວສຸມ ດື່ມສິ່ງມືນເມົາ ແລະນຳໄປສູ່ການກໍ່ອາດຊະຍາກຳເພີ້ມຂຶ້ນ. ຊົງລິດ ໂພນເງິນມີລາຍງານມາສະເໜີທ່ານ ຈາກບາງກອກ.
ທ່ານ ບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ຖະແຫລງວ່າ ຄຳສັ່ງໃຫ້ຍຸຕິການໂຄສະນາ ເຄື່ອງດື່ມທີ່ມີທາດເຫລົ້າທຸກຊະນິດໃນຄັ້ງນີ້ ເປັນການຈັດຕັ້ງ ປະຕິບັດ ມາດຕະການຊີ້ນຳຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໃນໂອກາດກອງປະຊຸມ ລັດຖະບານເມື່ອວັນທີ 23 ມັງກອນ 2018 ແລະພາຍຫລັງທີ່ໄດ້ມີການປຶກສາຫາລືຮ່ວມກັນ ກັບທຸກພາກສ່ວນກ່ຽວຂ້ອງ ແລະຢ່າງຮອບດ້ານເມື່ອວັນທີ 8 ພຶດສະພາ 2019 ຜ່ານມານີ້ ຈຶ່ງໄດ້ມີມະຕິຮ່ວມກັນວ່າ ເຫັນສົມຄວນໃຫ້ຍຸຕິ ການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກຊະນິດ ແລະການຈັດກິດຈະກຳ ທີ່ເປັນການສົ່ງເສີມການຂາຍ ເຊັ່ນ ສາວເຊຍເບຍ ແລະອື່ນໆ ທີ່ເປັນການຊັກຊວນໃຫ້ດື່ມເຫລົ້າ-ເບຍນັ້ນ.
ທາງດ້ານທ່ານສູນທອນ ພົມມະຈັກ, ປະທານບໍລິສັດເບຍລາວຈຳກັດ ຢືນຢັນວ່າ ບໍລິສັດເບຍລາວມີຄວາມພ້ອມ ທີ່ຈະປະຕິບັດຄຳສັ່ງດັ່ງກ່າວ ໃນທັນທີ ໂດຍຈະທຳການປັບພາບລັກສະນະຂອງສາວເຊຍເບຍ ໄປເປັນນັກສົ່ງເສີມການຂາຍເຄື່ອງດື່ມທີ່ບໍ່ມີທາດເຫລົ້າແທນ ດັ່ງທີ່ທ່ານ ສູນທອນ ໄດ້ຖະແຫລງວ່າ:
“ແຈ້ງການຫລືວ່າ ກົດໝາຍນັ້ນ ແມ່ນເປັນສິ່ງທີ່ພວກຂ້າພະເຈົ້າຕອ້ງນ້ອມຮັບ ແລະຕ້ອງປະຕິບັດ ຢູ່ແລ້ວ ເປັນຕົ້ນ ເພິ່ນເລັງໃສ່ສອງ ຈຸດ ເລື້ອງການໂຄສະນາຕ່າງໆນີ້ ກໍເຫັນວ່າໄລຍະຜ່ານມາ ບາງອັນມັນ ກະຫລາຍເກີນໄປແທ້ ຊຶ່ງວ່າ ອັນນັ້ນ ພວກເຮົາຈະໄດ້ມາແກ້ ປັບປຸງໃຫ້ມັນສອດຄ່ອງກັບກົດໝາຍ. ແຕ່ຊິມີການ ໂຄສະນາຢູ່ ແຕ່ວ່າ ກາເບິ່ງແນວໃດມັນຈະບໍ່ກະທົບ ຫລືວ່າ ບໍ່ເປັນການເຊີນຊວນໃຫ້ຄົນດື່ມຫລາຍເກີນໄປເນາະ ໃຫ້ດື່ມດ້ວຍຄວາມຮັບຜິດຊອບ ເພາະວ່າເຄື່ອງດື່ມທີ່ມີທາດເຫລົ້າມັນໄດ້ຕິດພັນກັບສັງຄົມເຮົາ ມາຫລາຍພັນປີແລ້ວ.”
ສ່ວນ ດຣ. ບຸນເພັງ ພິລາວົງ, ຫົວໜ້າກົມອະນາໄຍ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ໃຫ້ການຢືນຢັນກ່ຽວກັບຜົນການສຳຫລວດ ການບໍລິໂພກເຄື່ອງດື່ມມີທາດເຫລົ້າ ຄົນລະ 15 ລິດຕໍ່ປີ ຂະນະທີ່ການບໍລິໂພກເຄື່ອງດື່ມ ທີ່ມີທາດເຫລົ້າທັງປະເທດລາວ ຢູ່ອັດຕາສະເລ່ຍຄົນລະ 7.3 ລິດຕໍ່ປີ ຫລືຄິດເປັນການບໍລະໂພກເຄື່ອງດື່ມທີ່ມີທາດເຫລົ້າທັງປະເທດ ມີປະລິມານລວມ ຫລາຍກວ່າ 50 ລ້ານລິດ ຕໍ່ປີ ແລະຖືເປັນອັດຕາສະເລ່ຍສູງສຸດໃນກຸ່ມອາຊຽນອີກດ້ວຍ.
ທາງດ້ານທ່ານ ອະລຸນໄຊ ສູນນະລາດ ຮອງເລຂາທິການສູນກາງຊາວໜຸ່ມປະຕິວັດ
ລາວ ຮອບຮັບວ່າ ປາກົດການຫຍໍ້ທໍ້ໃນສັງຄົມທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນນັບ
ມື້ນັ້ນ ໃນດ້ານນຶ່ງຍ່ອມບໍ່ສາມາດປະຕິເສດໄດ້ເລີຍວ່າ ມີເຍົາວະຊົນ ລາວ ໄດ້ເຂົ້າໄປ
ມີສ່ວນກ່ຽວຂ້ອງໃນບັນຫາຫຼາຍຂຶ້ນນັບມື້ດ້ວຍເຊັ່ນກັນ, ໂດຍສະເພາະການເຂົ້າໄປມີ
ສ່ວນກ່ຽວຂ້ອງໃນການກໍ່ອາຊະຍາກຳທີ່ກ່ຽວກັບການລັກລອບຄ້າຂາຍຢາເສບຕິດ
ອັນເປັນສາເຫດທີ່ນຳໄປສູ່ອາຊະຍາກຳອື່ນໆ ທີ່ກ່ຽວພັນກັນອີກດ້ວຍ.
ພັນໂທ ຄໍາຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່ ກອງກໍາລັງປ້ອງກັນຄວາມ
ສະຫງົບ ໃນເຂດນະຄອນຫລວງວຽງຈັນ ຢືນຢັນວ່າເຍົາວະຊົນລາວ ໄດ້ເຂົ້າໄປມີ
ສ່ວນກ່ຽວຂ້ອງໃນການກໍ່ອາດຊະຍາກໍາຕ່າງໆ ນັບມື້ ນັບຫລາຍຂຶ້ນ ໂດຍສະເພາະ
ແມ່ນການຕັ້ງເປັນແກ້ງລັກລອບຄ້າຢາເສບຕິດ ຊຶ່ງຖືເປັນບັນຫາຫຍໍ້ທໍ້ທາງສັງຄົມທີ່
ມີລະດັບຄວາມຮຸນແຮງເພີ້ມຂຶ້ນນັບມື້ ໃນເຂດນະຄອນຫລວງວຽງຈັນ.
ກ່ອນໜ້ານີ້ ກໍມີການລາຍງານວ່າ ທາງການຈີນໄດ້ຕົກລົງໃຫ້ການຊ່ວຍເຫລືອທາງການ
ລາວ ໃນການສ້າງຕັ້ງສູນປູກຈິດສໍານຶກດ້ານເທັກໂນໂລຈີທັນສະໄໝ ສໍາລັບເຍົາວະຊົນ
ລາວ ໂດຍໄດ້ກໍ່ສ້າງອາຄານ ແລະຕິດຕັ້ງສິ່ງອໍານວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ຄິດເປັນມູນຄ່າເຖິງ 10 ລ້ານໂດລາ ເພື່ອເສີມສ້າງບົດບາດຂອງເຍົາວະຊົນທີ່ມີຕໍ່ສັງຄົມລາວ ດ້ວຍກິດຈະກໍາຕ່າງໆ ທີ່ແນໃສ່ການປູກຈິດສໍານຶກ ໃຫ້ເຍົາວະຊົນລາວຕໍ່ຕ້ານຢາເສບຕິດ ແລະປາກົດການຫຍໍ້ທໍ້ໃນສັງຄົມ ເພາະພົບວ່າມີເຍົາວະຊົນລາວຫລາຍກວ່າ 4 ແສນຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ. ໃນຮອບ 1 ປີຜ່ານມາ ສາມາດດໍາເນີນຄະດີຢາເສບຕິດໄດ້ 2,508 ລາຍ ໃນນີ້ໄດ້ຈັບກຸມຜູ້ຕ້ອງຫາທີ່ລັກລອບຄ້າຢາເສບຕິດໄດ້ 3,754ຄົນ ລວມທັງເພດຍິງ 588 ຄົນ ຈຳນວນຄະດີຢາເສບຕິດ ເພີ້ມຂຶນເຖິງ 250 ຄະດີ ທຽບໃສ່ປີກ່ອນ ແລະ ຍຶດຢາເສບຕິດຊະນິດຕ່າງໆ ເຊັ່ນຢາບ້າ, ເຮໂຣອິນ, ຝິ່ນ, ກັນຊາ ແລະການເຄມີໄດ້ ລວມກັນຫລາຍກວ່າ 9,477 ກິໂລກຣາມ.