ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ເຫັນດີດ້ານຫຼັກການ ໃຫ້ເປີດການທ່ອງທ່ຽວ ສຳລັບຄົນທີ່ມາຈາກ ປະເທດທີ່ບໍ່ມີການລະບາດຂອງ COVID-19


ເຈົ້າໜ້າທີສະເພາະກິດຄວບຄຸມ ໂຄວິດ-19 ໃນ ສປປ ລາວ.
ເຈົ້າໜ້າທີສະເພາະກິດຄວບຄຸມ ໂຄວິດ-19 ໃນ ສປປ ລາວ.

ປະເທດ ລາວ ຍັງຄົງໃຊ້ມາດຕະການຈຳກັດຄົນເຂົ້າເມືອງຢ່າງເຄັ່ງຄັດຢູ່ໃນປັດ ຈຸບັນນີ້ ນັບຕັ້ງແຕ່ໂຣກລະບາດໄວຣັສໂຄໂຣນາ ໄດ້ເລີ່ມຂຶ້ນ. ແຕ່ວ່າທາງການ ລາວ ກໍໄດ້ມີການຜ່ອນຜັນ ອະນຸຍາດໃຫ້ປະຊາຊົນ ລາວ ທີ່ອາໄສຢູ່ຕ່າງປະ ເທດ ແລະ ຜູ້ຊ່ຽວຊານຕ່າງຊາດທີ່ມີວຽກງານຈຳເປັນເດີນ ທາງເຂົ້າມາໃນ ລາວ ໂດຍໃຫ້ປະຕິບັດຕາມກົດລະບຽບຕ່າງໆຂອງລັດຖະບານ.

ໃນວັນທີ 30 ກັນຍາ ທີ່ຜ່ານມາເຈົ້າໜ້າທີ່ລັດຖະບານ ລາວ ໄດ້ປະກາດວ່າຕົນໄດ້ມີການເຫັນດີດ້ານຫຼັກການ ກ່ຽວກັບ ການຜ່ອນຜັນຂໍ້ຫ້າມໄວຣັສໂຄໂຣນາ ລວມທັງໝົດ 6 ຢ່າງ ແລະ ລວມໃນນັ້ນແມ່ນການອະນຸຍາດໃຫ້ບັນດານັກທ່ອງຈາກປະເທດທີ່ບໍ່ມີການລະບາດຂອງໄວຣັສໂຄໂຣນາ ເດີນທາງເຂົ້າມາໃນລາວ, ເຊິ່ງທ່ານຮອງສາສະດາ ຈານ ດຣ. ສູນທອນ ເມືອງປາກ, ຮອງລັດຖະ ມົນຕີກະຊວງສາທາລະນະສຸກ ກ່າວວ່າ “ເຫັນດີດ້ານຫຼັກການໃຫ້ເປີດການທ່ອງທ່ຽວເປັນກຸ່ມ ສຳ ລັບນັກທ່ອງທ່ຽວທີ່ມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19 ຢູ່ໃນຊຸມຊົນເພື່ອຊ່ວຍແກ້ໄຂຜົນກະທົບທາງດ້ານເສດຖະກິດ ເຊິ່ງຄະນະສະເພາະກິດຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າມາດຕະການໃນການຈັດຕັ້ງປະຕິບັດໃຫ້ລະອຽດ.”

ສຳລັບການເຫັນດີຜ່ອນຜັນອີກອັນນຶ່ງ ກໍແມ່ນກຳຈັດບໍລິເວນສຳລັບຜູ້ທີ່ເດີນທາງມາຈາກປະເທດ ທີ່ບໍ່ມີການລະບາດຂອງ COVID-19, ເຊິ່ງເວລາພົນລະເມືອງລາວ ເດີນທາງເຂົ້າປະເທດແມ່ນໃຫ້ກວດຫາເຊື້ອ ແລະ ລໍຖ້າຜົນກວດໃນໄລຍະ 48 ຊົ່ວໂມງ, ຖ້າບໍ່ພົບເຊື້ອ ເຂົາເຈົ້າກໍຈະສາມາດໄປຈຳກັດບໍລິເວນຢູ່ທີ່ພັກ ຫຼື ຢູ່ເຮືອນຂອງຕົນເອງໄດ້.

ແຕ່ໂດຍທົ່ວໄປແລ້ວ, ລັດຖະບານ ລາວ ແມ່ນຍັງສືບຕໍ່ປິດເຂດຊາຍແດນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ ແລະ ບໍ່ອອກວີຊາໃຫ້ບຸກຄົນທີ່ມາຈາກປະເທດທີ່ມີການລະບາດຂອງ COVID-19.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG