ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ໃຫ້ສິດທິພິເສດ ກຸ່ມບໍລິສັດຈີນ ທີ່ລົງທຶນ ພັດທະນາ ບຶງທາດຫຼວງ


ປະຕູທາງເຂົ້າເຂດບຶງທາດຫລວງ ທີ່ກຳລັງຢູ່ໃນລະຫວ່າງກໍ່ສ້າງ ຢູ່ຖະໜົນ T 4 ໃກ້ໆສູນ ITEC.
ປະຕູທາງເຂົ້າເຂດບຶງທາດຫລວງ ທີ່ກຳລັງຢູ່ໃນລະຫວ່າງກໍ່ສ້າງ ຢູ່ຖະໜົນ T 4 ໃກ້ໆສູນ ITEC.
ທາງ​ການ​ລາວ​ຈະ​ໃຫ້​ສິດທິ​ພິ​ເສ​ດ ​ແກ່​ກຸ່ມ​ບໍລິສັດ​ຈີນ ທີ່​ລົງທຶນ
​ພັດທະນາ​ເຂ​ດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫລວງ ຊຶ່ງ​ລວມ​
ເຖິງ​ການ​ພິຈາລະນາ​ອອກ VISA ລະ​ຍະ​ຍາວ ​ໃຫ້​ແກ່​ບັນດາ
ນັກທຸລະ​ກິດ​ຈີນ​ດ້ວຍ.​

​ເຈົ້າໜ້າ​ທີ່​ຂັ້ນສູງ ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ
​ພິ​ເສດ​ ​ແລະເຂດ​ເສດຖະກິດ​ສະ​ເພາະ​ແຫ່ງ​ຊາດ​ລາວ ​ເປີດ​ເຜີຍວ່າ
ກຳມາທິການກົດໝາຍ ແລະກຳມາທິການເສດຖະກິດ ແຜນການແລະການເງິນ ຂອງ
ສະພາແຫ່ງຊາດລາວ ໄດ້ຮ່ວມກັນພິຈາລະນາກ່ຽວກັບ ການໃຫ້ສິດທິພິເສດ ແກ່ກຸ່ມ
ບໍລິສັດຈີນ ທີ່ລົງທຶນພັດທະນາເຂດເສດຖະກິດສະເພາະ ບຶງທາດຫລວງ ເພີ້ມຂຶ້ນເມື່ອ
ບໍ່ນານມານີ້.

ແຜນທີ່ ບໍລິເວນ ກຸ່ມບໍລິສັດ Shanghai Wan Feng ຜູ້ລົງທຶນ ໃນໂຄງການພັດທະນາ​ເຂ​ດ​ເສດຖະກິດ​ສະ​ເພາະ​ ບຶງ​ທາດຫລວງ.
ແຜນທີ່ ບໍລິເວນ ກຸ່ມບໍລິສັດ Shanghai Wan Feng ຜູ້ລົງທຶນ ໃນໂຄງການພັດທະນາ​ເຂ​ດ​ເສດຖະກິດ​ສະ​ເພາະ​ ບຶງ​ທາດຫລວງ.

ໂດຍສິດທິພິເສດທີ່ຄາດໝາຍວ່າ ກຸ່ມບໍລິສັດຈີນຈະໄດ້ຮັບເພີ້ມ
ຂຶ້ນນັ້ນ ກໍຄືສິດທິພິເສດດ້ານການລົງທຶນ ໃນການພັດທະນາ
ທຸລະກິດອະສັງຫາລິມະຊັບ ການອຳນວຍຄວາມສະດວກ
ໃຫ້ແກ່ນັກລົງທຶນລາຍຍ່ອຍ ໃນເຂດເສດຖະກິດສະເພາະບຶງ
ທາດຫລວງ ການໃຫ້ສິດທິພິເສດໃນການປ້ອງກັນຄວາມສະ
ຫງົບ ພາຍໃນເຂດເສດຖະກິດສະເພາະ ສິດທິພິເສດໃນການ
ຄຸ້ມຄອງ Apartment ຫຼືທີ່ຢູ່ອາໄສ ແລະການອອກວີຊ່າລະຍະ
ຍາວໃຫ້ແກ່ນັກທຸລະກິດຈີນ ທີ່ຢູ່ໃນເຂດເສດຖະກິດສະເພາະ
ບຶງທາດຫລວງດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ການພິຈາລະນາດັ່ງກ່າວນີ້ ກໍໄດ້ມີຂຶ້ນໃນ
ທ່າມກາງສະພາບການທີ່ກຸ່ມບໍລິສັດຈີນ ກໍຍັງບໍ່ສາມາດຕົກລົງ
ກັບປະຊາຊົນລາວ ທີ່ພັກອາໄສ ຢູ່ໃນເຂດບຶງທາດຫລວງໄດ້
ເລີຍ ເນື່ອງຈາກກຸ່ມບໍລິສັດຈີນຈະຊົດເຊີຍຄ່າທີ່ດິນ ໃນອັດຕາ
ທີ່ຕ່ຳກວ່າຄວາມເປັນຈິງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້
ໃຫ້ການຢືນຢັນວ່າ:

“ຜ່ານມານີ້ກະຖືວ່າ ມັນບໍ່ໄປຕາມລະບົບ ເລີຍເກີດມີບັນຫາຄວາມຫຍຸ້ງຍາກ
ເພາະວ່າບໍລິສັດນີ້ ໄປກວມເອົາດິນປະຊາຊົນ ໂຕນີ້ນິ ຄັນວ່າມັນໄປກວມເອົາ
ດິນປະຊາຊົນແລ້ວ ຕ້ອງໄດ້ແກ້ ໃຫ້ບໍລິສັດເປັນຜູ້ທົດແທນ ຫຼືວ່າຄັນປະຊາຊົນ
ບໍ່ໃຫ້ ບາງເທື່ອນີ້ກະບໍ່ໄດ້ ເພາະວ່າມັນບ່ອນທຳມາຫາກິນຂອງເຂົາເດ້.”


ທັງນີ້ໂດຍໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫລວງ ມີເນື້ອທີ່ສຳປະທານ 365
ເຮັກຕາ ຊຶ່ງເຮັດໃຫ້ຈະຕ້ອງມີການເວນຄືນທີ່ດິນ ຂອງປະຊາຊົນລາວ ຈຳນວນທັງໝົດ
480 ຕອນ ໂດຍທີ່ຜ່ານມາກຸ່ມບໍລິສັດຈາກຈີນ ກໍສາມາດຕົກລົງ ແລະຈ່າຍຄ່າຊົດເຊີຍ
ທີ່ດິນ ໃຫ້ກັບປະຊາຊົນລາວໄປແລ້ວ 361 ຕອນ ຄິດເປັນມູນຄ່າຫຼາຍກວ່າ 8 ລ້ານ
ດອນລາ ຈຶ່ງຍັງເຫຼືອອີກ 119 ຕອນທີ່ຍັງບໍ່ສາມາດຕົກລົງກັນໄດ້.
ພິທີວາງສີລາລຶກ ໂຄງການພັດທະນາ ເຂດເສດຖະກິດສະເພາະ ບຶງທາດຫລວງ ຢູ່ທີ່ນະຄອນຫລວງວຽງຈັນ.
ພິທີວາງສີລາລຶກ ໂຄງການພັດທະນາ ເຂດເສດຖະກິດສະເພາະ ບຶງທາດຫລວງ ຢູ່ທີ່ນະຄອນຫລວງວຽງຈັນ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດ Shanghai Wan Feng
ຜູ້ລົງທຶນໃນໂຄງການດັ່ງກ່າວນີ້ ກໍໄດ້ມີການໃຊ້ຈ່າຍເງິນທຶນ
ໄປແລ້ວ ຫຼາຍກວ່າ 43 ລ້ານດອນລາ ສຳລັບກໍ່ສ້າງຖະໜົນ
ທີ່ກວ້າງເຖິງ 36 ແມັດ ແລະ ຍາວ 360 ແມັດ ທີ່ເຊື່ອມຕໍ່ຈາກ
ຖະໜົນ T4 ເຂົ້າໄປໃນໂຄງການ ພ້ອມດ້ວຍການກໍ່ສ້າງສຳ
ນັກງານ ຫໍພັກສຳລັບຄົນງານ ແລະການວາງພື້ນຖານໃຫ້ກັບ
ລະບົບ ສາທາລະນຸປະໂພກຕ່າງໆເປັນຕົ້ນ.

ໂດຍກຸ່ມລົງທຶນຈາກຈີນ ໄດ້ເລີ້ມການພັດທະນາເຂດດັ່ງກ່າວນີ້
ນັບແຕ່ປີ 2012 ເປັນຕົ້ນມາ ແລະ ໄດ້ມີການວາງເປົ້າໝາຍ ທີ່
ຈະດຳເນີນການ ໃຫ້ສຳເລັດສົມບູນພາຍໃນປີ 2030 ແລະ ຈະໃຊ້ເງິນທຶນໃນມູນຄ່າ
ລວມເຖິງ 1,600 ລ້ານດອນລາ ໂດຍການດຳເນີນງານ ໃນປັດຈຸບັນ ເປັນການວາງ
ພື້ນຖານໂຄງລ່າງຕ່າງໆ ເຊັ່ນການກໍ່ສ້າງທາງເຂົ້າ ອອກ ໂຄງການການກໍ່ສ້າງຖະໜົນ
ພາຍໃນໂຄງການ ການວາງລະບົບລະບາຍນ້ຳ ການຂຸດໜອງນ້ຳສາທາລະນະ ແລະ
ການກໍ່ສ້າງຕຶກສູງ 18 ຊັ້ນນຳນວນ 10 ຕຶກ ສຳລັບການພັກອາໄສ ຊຶ່ງກຳນົດຈະໃຫ້
ແລ້ວສຳເລັດ ພາຍໃນປີ 2016.

ໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫລວງດັ່ງກ່າວນີ້ ຈະເປັນເມືອງແຫ່ງການ
ທ່ອງທ່ຽວ ທີ່ຕິດພັນກັບການພັດທະນາ ອະສັງຫາລິມະຊັບ ທີ່ມີຄວາມທັນສະໄໝ ທີ່
ຄຽງຄູ່ກັບການປົກປັກຮັກສາວັດທະນະທຳແລະຮ່ອງຮອຍປະຫວັດສາດເພື່ອໃຫ້ເປັນ
ຕົວແບບຂອງການພັດທະນາເມືອງໃໝ່ທີ່ທັນສະໄໝ ທີ່ຮອງຮັບທັງການດຳເນີນທຸລະ
ກິດການຄ້າ ແລະ ການຢູ່ອາໄສ ທີ່ມີສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ
ໂດຍຈະຮອງຮັບນັກທຸລະກິດຕ່າງຊາດໄດ້ ເຖິງ 5 ໝື່ນລາຍ.
XS
SM
MD
LG