ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວ ທີ່ຢາກເຮັດວຽກ ຢູ່ໄທ ຕ້ອງຍື່ນ ຄໍາຮ້ອງຜ່ານບໍລິສັດ ຈັດຫາງານ ທີ່ມີອະນຸຍາດ


ການເຊັນສັນຍາຮ່ວມມືດ້ານແຮງງານລະຫວ່າງ ສປປ ລາວ ແລະໄທ
ການເຊັນສັນຍາຮ່ວມມືດ້ານແຮງງານລະຫວ່າງ ສປປ ລາວ ແລະໄທ

ແຮງງານລາວທີ່ຕ້ອງການເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທ ຈະຕ້ອງຍື່ນ
ຄໍາຮ້ອງ ຂໍຕໍ່ບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວເທົ່ານັ້ນ ນັບ
ແຕ່ເດືອນເມສາ 2018 ເປັນຕົ້ນໄປ.


ທ່ານວໍຣະນົນ ປິຕິວັນ ອະທິບໍດີກົມຈັດຫາງານ, ກະຊວງແຮງງານຂອງໄທຖະແຫລງ
ຢືນຢັນວ່າ ການພິສູດສັນຊາດແຮງງານລາວ, ມຽນມາ, ແລະກໍາປູເຈຍ ໃນໄທ ທີ່ກໍາ
ລັງດໍາເນີນການຢູ່ໃນເວລານີ້ ຖືວ່າເປັນຄັ້ງສຸດທ້າຍ ທີ່ລັດຖະບານໄທ ອະນຸຍາດ
ໃຫ້ສາມາດດໍາເນີນການໄດ້ຈົນເຖິງວັນທີ 15 ມີນາ 2018 ໂດຍແຮງງານ ທີ່ຜ່ານການ
ພິສູດສັນຊາດໃນຄັ້ງສຸດທ້າຍນີ້ ກໍຈະໄດ້ຮັບອະນຸຍາດ ໃຫ້ສາມາດທໍາງານໃນໄທ ໄດ້
ຈົນເຖິງທ້າຍປີ 2019 ແລະຫລັງຈາກນັ້ນ ກໍຈະຕ້ອງເດີນທາງກັບຄືນໄປປະເທດທີ່
ເປັນພູມລໍາເນົາຂອງແຮງງານແຕ່ລະຄົນ ໂດຍຈະບໍ່ມີການອະນຸຍາດໃຫ້ທໍາງານໃນ
ໄທຕໍ່ໄປອີກ ແຕ່ຢ່າງໃດເລີຍ.

ທັງນີ້ ກະຊວງແຮງງານຂອງໄທ ໄດ້ດໍາເນີນການຮັບແຈ້ງເພື່ອຂຶ້ນທະບຽນບັນດານາຍ
ຈ້າງ ແລະແຮງງານລາວ, ມຽນມາ, ແລະກໍາປູເຈຍ ທີ່ຍັງລັກລອບຈ້າງງານ ແລະທໍາງານ
ໃນໄທ ຜິດກົດໝາຍ ເມື່ອວັນທີ 24 ກໍລະກົດ ຫາ 7 ສິງຫາຜ່ານມາ ຊຶ່ງປະກົດວ່າມີບັນ
ດານາຍຈ້າງຈໍານວນ 216,409 ລາຍ ແລະແຮງງານ 770,882 ຄົນ ທີ່ໄດ້ແຈ້ງຂຶ້ນທະ
ບຽນດັ່ງກ່າວ. ໃນນີ້ ແບ່ງເປັນແຮງງານມຽນມາ 447,134 ຄົນ, ກໍາປູເຈຍ 226,826
ຄົນ ແລະແຮງງານລາວ 96,922 ຄົນ ໂດຍຖ້າຫາກຜ່ານການພິສູດສັນຊາດທຸກຄົນກໍຈະ
ໄດ້ຮັບອະນຸຍາດໃຫ້ທໍາງານໃນໄທ ຕໍ່ໄປຈົນເຖິງທ້າຍປີ 2019 ນັ້ນເອງ.

ແຮງງານຕ່າງດ້າວຢູ່ໄທ
ແຮງງານຕ່າງດ້າວຢູ່ໄທ

ສໍາລັບແຮງງານທີ່ບໍ່ຜ່ານການພິສູດສັນຊາດລວມເຖິງແຮງງານ ທີ່ບໍ່ໄດ້ແຈ້ງເພື່ອຂຶ້ນທະ
ບຽນໃນຄັ້ງສຸດທ້າຍນີ້ ກໍຈະຕ້ອງເດີນທາງ ກັບຄືນປະເທດພາຍໃນວັນທີ 31 ມີນາ 2018
ຫາກບໍ່ດັ່ງນັ້ນ ກໍຈະຖືກຈັບດ້ວຍຂໍ້ຫາລັກລອບທໍາງານໃນໄທຢ່າງຜິດກົດໝາຍ ທີ່ມີໂທດ
ຈໍາຄຸກເຖິງ 5 ປີ ແລະປັບໄໝອີກ 1 ແສນບາດ. ສ່ວນນາຍຈ້າງທີ່ວ່າຈ້າງແຮງງານຜິດກົດ
ໝາຍນັ້ນ ກໍຈະຖືກປັບໄໝ 4-8 ແສນບາດ ຕໍ່ການຈ້າງງານທີ່ຜິດກົດໝາຍ 1 ຄົນ.

ສ່ວນແຮງງານທີ່ຕ້ອງການຈະກັບຄືນມາທໍາງານໃນໄທອີກເທື່ອໃໝ່ ຈະຕ້ອງຍື່ນຄໍາຮ້ອງ
ເພື່ອຂໍອະນຸຍາດຈາກບໍລິສັດຈັດຫາງານ ທີ່ໄດ້ຮັບອະນຸຍາດຈາກລັດຖະບານຂອງແຮງ
ງານແຕ່ລະສັນຊາດ ເທົ່ານັ້ນ. ໂດຍເມື່ອຜ່ານການປະກອບເອກະສານທຸກຂັ້ນຕອນແລ້ວ
ນັ້ນ ບໍລິສັດຈັດຫາງານດັ່ງກ່າວ ກໍຈະສົ່ງແຮງງານ ກັບມາທໍາງານໃນໄທ ຢ່າງຖືກຕ້ອງ
ຕາມກົດໝາຍຕໍ່ໄປ ທີ່ເປັນການປະຕິບັດຕາມບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ
ລັດຖະບານໄທ ກັບກໍາປູເຈຍ, ມຽນມາ, ແລະລາວ ດັ່ງທີ່ທ່ານ ວໍຣະນົນ ໄດ້ໃຫ້ການອະ
ທິບາຍເຖິງວິທີການຈ້າງແຮງງານລາວ ໃນໄລຍະຕໍ່ໄປວ່າ:

“ຖ້າ​ຈະ​ກັບ​ເຂົ້າມ​າ​ເຮັດ​ວຽກ​ໃນ​ປະ​ເທດ​ໄທ​ໃໝ່ ທາງ​ການ​ລາວ​ຢືນຢັນ​ວ່າ ຈະ​ຕ້ອງ​
ກັບ​ໄປ ​ເຮັດ
MOU ເຂົ້າມາ​ເທົ່າ​ນັ້ນ ໝາຍຄວາມ​ວ່າ ຄົນ​ທີ່​ບໍ່ມີ​ປັສປອດ ກໍ​ຕ້ອງ​ໄປ​ຂໍ​
ເຮັດປັສປອດ. ຄົນ​ທີ່​ມີປັສປອດ​ແລ້ວ ​ແຕ່​ຍັງ​ມີ​ອາຍຸ​ຢູ່ ກໍ​ຈະສາມາດ​ໄປ​ຕິດຕໍ່
Broker
ທາງ​ຝັ່ງ​ລາວ ​ແລ້ວກໍ​ຂໍ​ກັບ​ເຂົ້າມາ ຊຶ່ງ​ຂະ​ບວນການ​ນີ້ ຈະ​ຂ້ອນ​ຂ້າງໄວ. ວັນນີ້ທາງ​
ການ​ລາວປັບ​ຂະ​ບວນການ​ຂ້ອນ​ຂ້າງ​ຈະ​ໄວ​ແລ້ວ.”

ທັງ​ນີ້ທາງ​ການ​ລາວ​ໄດ້​ຈັດ​ສົ່ງ​ຄະນະ​ພະນັກງານ​ຝ່າຍ​ລາວ ຈໍາ​ນວນ 32 ຄົນ​ໄປ​ປະ​ຈໍາ​
ການຢູ່​ບາງ​ກອກ​ນັບ​ແຕ່​ວັນ​ທີ 28 ສິງຫາ 2017 ​ເປັນຕົ້ນມາ ​ເພື່ອ​ດໍາ​ເນີນ​ການ​ພິສູດ​ສັນ
ຊາດແຮງ​ງານ​ລາວ ທີ່​ໄດ້​ແຈ້ງ​ຂຶ້ນທະບຽນ​ໄວ້​ນໍາ​ກະຊວງ​ເຮ​ງງານ​ຂອງ​ໄທ ຈໍານວນ
96,922 ຄົນດັ່ງກ່າວ ຫາກ​ແຕ່​ຈາກ​ການກວດ​ສອບ​ເອກະສານ ​ໂດຍ​ທາງ​ການ​ໄທ ຈົນ​
ເຖິງ​ວັນ​ທີ 8 ສິງຫາ 2017 ກໍ​ພົບ​ວ່າ ມີ​ແຮງ​ງານ​ລາວ ທີ່​ບໍ່ມີ​ສິດ​ດັ່ງກ່າວຈໍານວນ 26,00
ກວ່າ​ຄົນນັ້ນກໍ​ຈະ​ຕ້ອງ​ກັບ​ຄືນ​ລາວ​ພາຍ​ໃນ​ວັນ​ທີ 31 ມີນາ 2018 ຫາກ​ບໍ່ສະນັ້ນກໍ​ຈະ​ຖືກ​
ຈັບ​ກຸມ​ໃນ​ຂໍ້​ຫາ​ທໍາ​ງານ​ໃນ​ໄທ ​ໂດຍ​ຜິດ​ກົດໝາຍ.

ລັດຖະບານໄທ ໄດ້ດຳເນີນມາດ​ຕະການ​ບັງຄັບ​ໃຫ້​ໃຊ້​ກົດໝາຍຕໍ່​ແຮງ​ງານລາວ ມຽນມາ
ແລະກຳປູເຈຍ ທີ່ລັກລອບທຳງານໃນໄທ ຢ່າງ​ເຂັ້ມງວດເພື່ອສະກັດກັ້ນການຄ້າມະນຸດ
ຂ້າມຊາດ ເນື່ອງຈາກວ່າ ສະຫະພາບຢູໂຣບ ​ແລະສະຫະລັດອາເມຣິກາ ແລະໄດ້ຈັດໃຫ້
ໄທ ເປັນປະເທດທີ່ມີການລັກລອບຄ້າມະນຸດຂ້າມຊາດ ຢ່າງ​ກວ້າງຂວາງ ທີ່​ຈະ​ຕ້ອງ​ໄດ້
​ຮັບ​ການ​ແກ້​ໄຂ ຢ່າງ​ຮີບດ່ວນ​ທີ່​ສຸດ.

ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີແຮງງານ
ລາວ ທີ່ຢູ່ໃນໄທ ຫຼາຍກວ່າ 4 ແສນຄົນ ໝາຍຄວາມວ່າ ມີແຮງງານລາວຫຼາຍກວ່າ 3
ແສນຄົນ ທີ່ລັກລອບທຳງານ ໂດຍຜິດກົດໝາຍ.

XS
SM
MD
LG