ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ກໍລະກົດ ໒໐໒໔

ທາງ​ການ​ລາວ ແລະ ໄທ ເພີ່ມ​ດ່ານກວດກາ ແລະ ເພີ່ມ​ກຳ​ລັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ເຂົ້າ​ໃນ​ການ​ປາບ​ປາມ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ


ຢາ​ເສບ​ຕິດ​ໄທ.
ຢາ​ເສບ​ຕິດ​ໄທ.

ພົນ​ຕຳຫຼວດ ທ່ານ ພາ​ນຸ​ຣັດ ຫຼັກ​ບຸນ ເລ​ຊາ​ທິ​ການ​ໃນ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ ແລະ ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ ໄທ ຖະ​ແຫຼງ​ຢືນ​ຢັນ​ວ່າ ການ​ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ກາ​ເຂດ​ຊາຍ​ແດນ​ລະ​ຫວ່າງ ໄທ ກັບ ລາວ ໄດ້​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ໄທ​ສາ​ມາດ​ສະ​ກັດ​ກັ້ນ ແລະ ຍຶດ​ຢາ​ເສບ​ຕິດ​ທີ່​ລັກ​ລອບ​ຂົນ​ສົ່ງ​ຈາກ​ລາວ​ໄປ​ໄທ ໄດ້​ເພີ່ມ​ຂຶ້ນ​ນັບ​ມື້​ໂດຍ​ພື້ນ​ທີ່ໆ​ຍຶດ​ຢາ​ເສບ​ຕິດ​ໄດ້ຫຼາຍ​ທີ່​ສຸດ​ຄື​ເຂດ​ຊາຍ​ແດນ​ໃນ​ນ້ຳ​ຂອງ​ລະ​ຫວ່າງ​ແຂວງບໍ່​ແກ້ວ ກັບ​ຈັງ​ຫວັດ​ຊຽງ​ຣາຍ ແລະ ແຂວງ​ຄຳ​ມ່ວນ ກັບ​ຈັງ​ຫວັດ​ນະ​ຄອນ​ພະ​ນົມ ແນ່​ເນື່ອງ​ຈາກວ່າ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໄດ້​ມີ​ການ​ຂະ​ຫຍາຍ​ເຂດ​ພື້ນ​ທີ່​ລັກ​ລອບ​ຂົນ​ສົ່ງ​ທີ່ກວ້າງ​ຂຶ້ນ​ນັບ​ມື້​ຈຶ່ງ​ເຮັດ​ໃຫ້​ທາງ​ການ​ໄທ​ໄດ້​ສະ​ເໜີ​ແຜນ​ການ​ຕໍ່​ທາງ​ການ​ລາວ ເພື່ອ​ຂໍ​ໃຫ້​ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ກາ​ພື້ນ​ທີ່​ຊາຍ​ແດນ​ລະ​ຫວ່າງ​ລາວ​ກັບ​ໄທ ດ້ວຍ​ການ​ເພີ່ມ​ດ່ານກວດ​ລະ​ຫວ່າງ 2 ຝ່າຍ​ໃຫ້ຫຼາຍ​ຂຶ້ນ​ອີກ ຊຶ່ງ​ຖ້າ​ຫາກວ່າ​ທາງ​ການ​ລາວ​ເຫັນ​ດ້ວຍ​ທີ່​ຈະ​ເພີ່ມ​ດ່ານກວດ​ດັ່ງ​ກ່າວ​ກໍ​ຈະ​ນຳ​ສະ​ເໜີ​ເພື່ອ​ຂໍ​ການ​ອະ​ນຸ​ຍາດ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໃຫ້​ໄວ​ທີ່​ສຸດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG