ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄທວ່າຈະສະໜັບສະໜຸນ ເປົ້າໝາຍຂອງລາວທີ່ຢາກເປັນໝໍ້ໄຟ ຂອງເອເຊຍ.


ນາຍົກລັດຖະມົນຕີໄທຢືນຢັນວ່າລັດຖະບານໄທສະໜັບສະໜຸນແຜນການ ແລະເປົ້າໝາຍຂອງລັດຖະບານລາວທີ່ຈະພັດທະນາລາວ ໃຫ້ເປັນປະເທດຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫລືເປັນໝໍ້ໄຟຂອງເອເຊຍ.

ທ່ານອະພິສິດ ເວຊຊາຊີວະ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຢືນຢັນວ່າການທີ່ລັດຖະບານໄທຕົກລົງທີ່ຈະ ຮັບຊື້ພະລັງງານໄຟຟ້າຈາກລາວໃນປະລິມານລວມ 7,000 MW ນັບຈາກປີ 2015 ເປັນຕົ້ນໄປກັບທັງຍັງຈະ ພິດຈາລະນາຮັບຊື້ເພີ່ມຂຶ້ນອີກໃນອະນາຄົດນັ້ນ ນອກຈາກຈະຖືເປັນການຮ່ວມມືລະຫວ່າງລັດຖະບານທີ່ມີເປົ້າ ໝາຍໃນການຍົກລະດັບຄວາມເປັນຢູ່ຂອງປະຊາຊົນລາວ-ໄທໃຫ້ດີຂຶ້ນແລ້ວກໍຍັງເປັນການສະແດງເຖິງການສະ ໜັບສະໜຸນຂອງລັດຖະບານໄທທີ່ມີຕໍ່ແຜນການແລະເປົ້າໝາຍຂອງລັດຖະບານລາວທີ່ຈະພັດທະນາລາວໃຫ້ ເປັນປະເທດຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫລືເປັນໝໍ້ໄຟຂອງເອເຊຍອີກດ້ວຍ.

ໂດຍການຖະແຫລງດັ່ງກ່າວນີ້ຂອງທ່ານອະພິສິດ ໄດ້ມີຂຶ້ນໃນໂອກາດທີ່ທ່ານໄດ້ເດີນທາງໄປຮ່ວມເປັນປະທານ ໃນພິທີເປີດການນໍາໃຊ້ເຂື່ອນນໍ້າເທີນ 2 ຢູ່ເມືອງນາກາຍ ແຂວງຄໍາມ່ວນ ເມື່ອອາທິດທີ່ຜ່ານມາ ຊຶ່ງທ່ານອະພິ ສິດ ໃນຖານະນາຍົກລັດຖະມົນຕີໄທນັ້ນ ຖືເປັນສັນຍະລັກຂອງການຮ່ວມມືທີ່ຈະເຮັດໃຫ້ລາວສາມາດກ້າວໄປ ເຖິງເປົ້າໝາຍດັ່ງກ່າວໄດ້ໃນອະນາຄົດ ດັ່ງທີ່ທ່ານອະພິສິດ ໄດ້ກ່າວເນັ້ນຍໍ້າວ່າ:

“ລັດຖະບານໄທເຫັນວ່າການຮ່ວມເປັນຜູ້ພັດທະນາໂຄງການເຂື່ອນນໍ້າເທີນ 2 ແລະການຮັບຊື່ໄຟຟ້າທີ່ຜະລິດ ໄດ້ບໍ່ພຽງພໍທີ່ຈະຊ່ວຍສົ່ງເສີມການຄ້າແລະການລົງທຶນລະຫວ່າງກັນເທົ່ານັ້ນ ແຕ່ຍັງເປັນຕົວຢ່າງຂອງຄວາມ ຮ່ວມມືໃນລະດັບອະນຸພາກທີ່ຈະເຮັດໃຫ້ຕ່າງຊາດເກີດຄວາມເຊື່ອໝັ້ນແລະສົນໃຈເຂົ້າມາລົງທຶນຫລາຍຂຶ້ນ ໂດຍ ສະເພາະໃນສາຂາພະລັງງານທີ່ຈະຊ່ວຍຜັກດັນໃຫ້ ສປປ.ລາວພັດທະນາປະເທດໄດ້ຢ່າງລາບລື່ນແລະສອດ ຄ່ອງກັບວິໄສທັດ Battery ແຫ່ງເອເຊຍ ລວມທັງຈະສາມາດບັນລຸເປົ້າໝາຍຂອງການພັດທະນາແຫ່ງສະຫັດ ສະວັດຕາມແນວທາງຂອງສະຫະປະຊາຊາດພາຍໃນປີ 2015 ດ້ວຍ”$

ປະເທດໄທນັບເປັນລູກຄ້າລາຍໃຫຍ່ທີ່ສຸດຂອງລາວ ໂດຍໃນປັດຈຸບັນໄທໄດ້ຮັບຊື້ພະລັງງານໄຟຟ້າຈາກເຂື່ອນ ໃນລາວຈໍານວນ 6 ໂຄງການດ້ວຍກັນ ກໍຄືເຂື່ອນນໍ້າງື່ມ 1 ເຂື່ອນນໍ້າເທີນ-ຫິນບູນ ເຂື່ອນເຊເສດ 1 ແລະ ເຂື່ອນນໍ້າເທີນ 2 ແລະເຂື່ອນຫ້ວຍເຫາະ. ສ່ວນໂຄງການທີ່ຢູ່ໃນບັນຊີທີ່ທາງການໄທຈະຮັບຊື້ເມື່ອໄດ້ດໍາເນີນ ການກໍ່ສ້າງສໍາເລັດແລ້ວນັ້ນ ກໍມີໂຄງການເຂື່ອນນໍ້າຍອນ ເຂື່ອນນໍ້າເທີນ-ຫິນບູນສ່ວນຂະຫຍາຍ ເຂື່ອນນໍ້າງື່ມ 5 ແລະໂຄງການຫົງສາລິກໄນຕ໌ໃນແຂວງໄຊຍະບູລີ.

ຍິ່ງໄປກວ່ານັ້ນ ເນື່ອງຈາກວ່າຄວາມຕ້ັງການຊົມໃຊ້ພະລັງງານໄຟຟ້າໃນໄທໄດ້ເພີ່ມຂຶ້ນໂດຍສະເລ່ຍເຖິງ 10% ໃນແຕ່ລະປີ ຈຶ່ງເຮັດໃຫ້ໄທຕ້ອງນໍາເຂົ້າພະລັງງານໄຟຟ້າເພີ່ມຂຶ້ນທຸກປີເຊັ່ນກັນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ລັດຖະ ບານໄທໄດ້ເບິ່ງໄປເຖິງການທີ່ຮັບຊື້ພະລັງງານໄຟຟ້າຈາກລາວເພີ່ມຂຶ້ນ ຊຶ່ງໃນນີ້ກໍລວມໄປເຖິງານທີ່ຈະຮັບຊື້ ພະລັງງານໄຟຟ້າຈາກໂຄງການເຂື່ອນຕ່າງໆເທິງແນວແມ່ນໍ້າຂອງໃນເຂດປະເທດລາວດ້ວຍ ກໍຄືໂຄງການ ເຂື່ອນໄຊຍະບູລີ ເຂື່ອນສານະຄາມ ເຂື່ອນປາກລາຍ ເຂື່ອນບ້ານກຸ່ມ ເຂື່ອນດອນສະຫົງ ເຂື່ອນປາກແບ່ງ ເຂື່ອນຫລວງພະບາງ ເຂື່ອນປາກຊົມ ແລະເຂື່ອນລາດເສືອ.

ແຕ່ຢ່າງໃດກໍຕາມ ໂຄງການເຫລົ່ານີ້ ກໍຍັງຄົງບໍ່ສາມາດດໍາເນີນການໄດ້ຢ່າງເປັນຮູບທໍາຈົນທຸກມື້ນີ້ ເນື່ອງຈາກ ວ່າຖືກຄັດຄ້ານໂດຍກຸ່ມອະນຸລັກສະພາບແວດລ້ອມທໍາມະຊາດທັງໃນແລະໃນລະດັບສາກົນ ຊຶ່ງເຫັນວ່າການກໍ່ ສ້າງເຂື່ອນຕ່າງໆເທິງແນວແມ່ນໍ້າຂອງນັ້ນ ຈະສົ່ງຜົນກະທົບຢ່າງຮຸງແຮງຕໍ່ສະພາບແວດລ້ອມແລະຊັບພະຍາ ກອນທໍາມະຊາດໃນແນວແມ່ນໍ້າຂອງທີ່ຫລໍ່ລ້ຽງຊີວິດຄົນຫລາຍກວ່າ 350 ລ້ານຄົນນັ້ນເອັງ.

XS
SM
MD
LG