ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການແລະ ກິລາ ຊຶ່ງມີປະສົບການໃນດ້ານການ
ພັດທະນາການຮຽນ ແລະ ການສອນໃນລາວມາຢ່າງຍາວນານກວ່າ 30ປີ ໄດ້ໃຫ້
ການຢືນຢັນວ່າ ສາເຫດສໍາຄັນທີ່ເຮັດໃຫ້ການສຶກສາໃນລາວມີຄຸນນະພາບຕໍ່າລົງ
ເລື້ອຍໆນັ້ນ ນອກຈາກຈະເປັນເພາະບັນຫາການຂາດແຄນທາງດ້ານງົບປະມານທີ່
ໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ເກີດເປັນບັນຫາ ຂາດແຄນຄູແລະອາຈານ ທີ່ມີ
ຄວາມຮູ້ຄວາມສາມາດແລ້ວ ກໍຍັງມີສາເຫດທີ່ສໍາຄັນອີກປະການນຶ່ງມາຈາກບັນດາ
ນັກຮຽນ-ນັກສຶກສາອີກດ້ວຍ.
ທັງນີ້ກໍເນື່ອງຈາກວ່ານັກຮຽນ-ນັກສຶກສາຂອງລາວໃນປະຈຸບັນນີ້ ສ່ວນຫຼາຍແລ້ວ ຕ່າງ
ກໍລ້ວນແຕ່ຂາດຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກຕົນ ແລະບໍ່ມີຄວາມ
ຫ້າວຫັນໃນການສຶກສາ ຫາຄວາມຮູ້ເພີ່ມເຕີມອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການອະທິບາຍເຖິງສະພາບການ ດັ່ງກ່າວນີ້ວ່າ:
“ຄວາມກະຕືລືລົ້ນຂອງລູກຫຼານພວກເຮົາຕໍ່ການຮໍ່າຮຽນໃນປະຈຸບັນນີ້ ຕາມ
ອາຈານສັງເກດຕີລາຄານັ້ນ ຄວາມເປັນເຈົ້າຫ້າວຫັນ ມັນບໍ່ໄດ້ເທົ່າທີ່ຄວນເນາະ ຄວາມຮັບຜິດຊອບໃນຕົວຂອງເຂົາເຈົ້າເອງນັ້ນ ບໍ່ໄດ້ດີປານໃດ ສ່ວນຫຼາຍແລ້ວ ມັນໃຫ້ແຕ່ຄູ-ອາຈານເປັນຜູ້ບັງຄັບ ຫຼືວ່າຊີ້ນໍາຫຼາຍກວ່າ ຄວາມຕັດສິນໃຈຂອງ
ເຂົາເຈົ້ານັ້ນ ບໍ່ສູງນະ ນັກຮຽນ.”
ກ່ອນໜ້ານີ້ ທ່ານ ທອງສິງ
ທໍາມະວົງ, ນາຍົກລັດຖະ
ມົນຕີລາວໄດ້ຖະແຫຼງຍອມ
ຮັບວ່າ ບັນຫາທີ່ເປັນອຸປະ
ສັກຕໍ່ພັດທະນາທາງດ້ານ
ການສຶກສາຢູ່ໃນລາວ
ຫລາຍທີ່ສຸດ ໃນປັດຈຸບັນ
ກໍຄືບັນຫາການຂາດແຄນ
ທາງດ້ານງົບປະມານ ເຖິງ
ແມ່ນວ່າ ສະພາແຫ່ງຊາດ
ຈະໄດ້ລົງມະຕິ ຮັບຮອງ
ເອົາແຜນຍຸດທະສາດການ
ປະຕິຮູບການສຶກສາແຫ່ງຊາດລາວເຖິງປີ 2015 ຢ່າງເປັນທາງການແລ້ວກໍຕາມ ຫາກ
ແຕ່ວ່າ ຍ້ອນຂໍ້ຈໍາກັດທາງດ້ານງົບປະມານ ກໍໄດ້ສົ່ງຜົນກະທົບຕໍ່ການປະຕິບັດແຜນ
ຍຸດທະສາດດັ່ງກ່າວ ຢ່າງຫລີກລ່ຽງບໍ່ໄດ້.
ທັງນີ້ພາຍໃຕ້ແຜນຍຸດທະສາດດັ່ງກ່າວ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຂະ
ຫຍາຍໂອກາດທາງດ້ານການສຶກສາ ເພື່ອຄົນລາວທຸກຄົນ ໂດຍສະເພາະແມ່ນການ
ຂະຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະ
ເທດ ພ້ອມທັງຈະດໍາເນີນການພັດທະນາຄຸນນະພາບໃນດ້ານການສຶກສາຂອງບັນດາ
ນັກຮຽນແລະນັກສຶກສາ ໃນທຸກລະດັບໃຫ້ໄດ້ມາດຕະຖານໃນລະດັບດຽວກັນ ກັບ
ບັນດາປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນໃຫ້ໄດ້ຢ່າງເປັນຮູບປະທໍາອີກດ້ວຍ.
ຫາກແຕ່ວ່າ ລະດັບຄຸນນະພາບການສຶກສາຂອງບັນດານັກຮຽນ ແລະນັກສຶກສາໃນ
ລາວນັ້ນ ຍັງຕໍ່າຫລາຍ ເມື່ອທຽບກັບບັນດາປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ
ເຖິງແມ່ນວ່າໃນປີ 2011 ທີ່ຜ່ານມາ ລາວຈະມີໂຮງຮຽນປະຖົມຢູ່ 94% ຂອງຈໍານວນ
ໝູ່ບ້ານທັງໝົດໃນທົ່ວປະເທດ ແລະໃນຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງເດັກ
ນ້ອຍໃນໄວຮຽນທັງໝົດ ມີໂອກາດໄດ້ຮຽນໜັງສືໃນລະດັບປະຖົມ. ແລະ 68% ກໍໄດ້
ຮຽນຈົນຈົບມັດທະຍົມຕົ້ນກໍຕາມ ຫາກແຕ່ວ່າໂອກາດໃນການໄດ້ຮຽນລະດັບມັດທະ
ຍົມປາຍແລະລະດັບປະລິນຍາຕີນັ້ນ ກໍຍັງຄົງມີອັດຕາສະເຫລ່ຍທີ່ຕໍ່າຫລາຍເມື່ອທຽບ
ໃສ່ ຈໍານວນປະຊາກອນທັງໝົດ.
ຍິ່ງໄປກວ່ານັ້ນ ການທີ່ທາງ
ການລາວໄດ້ດໍາເນີນການ
ປະຕິຮູບທາງດ້ານການສຶກ
ສາ ດ້ວຍການເພີ່ມປີຮຽນ
ສໍາລັບຂັ້ນມັດທະຍົມຕົ້ນຂຶ້ນ
ອີກ 1 ປີ ຊຶ່ງກໍເປັນຜົນເຮັດ
ໃຫ້ການຮຽນໃນລະດັບມັດ
ທະຍົມຕົ້ນ ຈະຕ້ອງໃຊ້ເວລາ
ເພີ່ມຂຶ້ນຈາກເດີມ 3 ປີ ເປັນ
4 ປີ. ສ່ວນການຮຽນໃນລະ
ດັບປະຖົມກໍຍັງຄົງຕ້ອງໃຊ້
ເວລາ 5 ປີ ແລະມັດທະຍົມ
ປາຍ 3 ປີເຊັ່ນເດີມນັ້ນ ກໍຍັງ
ມີຄວາມແຕກຕ່າງກັບປະເທດ
ອື່ນໆ ໃນກຸ່ມອາຊ່ຽນດ້ວຍກັນ ເພາະວ່າໃນລະດັບປະຖົມນັ້ນ ປະເທດສ່ວນໃຫຍ່ຈະມີ
ການຮຽນ-ການສອນ ເປັນເວລາ 6 ປີ ຫາກແຕ່ຢູ່ໃນລາວກໍຍັງຄົງເປັນ 5 ປີ ເຊັ່ນເດີມ
ໂດຍເຊື່ອວ່າມີສາເຫດສໍາຄັນ ມາຈາກຂໍ້ຈໍາກັດໃນດ້ານງົບປະມານລາຍຈ່າຍຂອງລັດຖະ
ບານລາວນັ້ນເອງ.
ຊຶ່ງການຂາດແຄນທາງດ້ານງົບປະມານດັ່ງກ່າວ ກໍຍັງເຮັດໃຫ້ການພັດທະນາດ້ານການ
ສຶກສາ ມີຄວາມແຕກໂຕນກັນຢ່າງຫລວງຫລາຍລະຫວ່າງເຂດໃນເມືອງກັບເຂດຊົນນະບົດ
ທັງນີ້ກໍເພາະວ່າ ງົບປະມານສໍາລັບພັດທະນາການສຶກສາຍັງຄົງບໍ່ຕົກ ໄປເຖິງເຂດຊົນນະ
ບົດຢ່າງແທ້ຈິງ.
ສໍາລັບເປົ້າໝາຍຂອງລັດຖະບານລາວ ນັບຈາກປີນີ້ໄປຈົນເຖິງປີ 2015 ກໍຄືການເພີ່ມງົບ
ປະມານ ສໍາລັບການພັດທະນາການສຶກສາໃຫ້ເປັນລະຫວ່າງ 18-20% ຂອງງົບປະມານ
ລາຍຈ່າຍທັງໝົດໃນແຕ່ລະປີ.