ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວໄດ້ປຽບດຸນການຄ້າຕ່າງປະເທດ 30 ລ້ານໂດລາ ໃນໄລຍະ 4 ເດືອນຕົ້ນປີ 2021 ນີ້


ພວກຜູ້ຊື້ ພວມພາກັນຊື້ເຄື່ອງນຸ່ງ ທີ່ງານສະແດງສິນຄ້າລາວ-ໄທ.
ພວກຜູ້ຊື້ ພວມພາກັນຊື້ເຄື່ອງນຸ່ງ ທີ່ງານສະແດງສິນຄ້າລາວ-ໄທ.

ລາວໄດ້ປຽບດຸນການຄ້າຕ່າງປະເທດໃນມູນຄ່າລວມ 30 ລ້ານໂດລາ ໃນໄລຍະ 4 ເດືອນຕົ້ນປີ 2021 ນີ້, ໂດຍສິນຄ້າສົ່ງອອກຫລາຍທີ່ສຸດຄືແຮ່ທາດ, ມັນຕົ້ນ, ກ້ວຍ. ສ່ວນສິນຄ້ານໍາເຂົ້າຫລາຍທີ່ສຸດຄືນໍ້າມັນ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.


ກະຊວງອຸດສາຫະກໍາ ແລະການຄ້າລາຍງານວ່າ ໃນໄລຍະຈາກເດືອນມັງກອນ ຫາເດືອນເມສາ 2021 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 4,010 ລ້ານໂດລາ ເຊິ່ງເພີ້ມຂຶ້ນເຖິງ 34 ເປີເຊັນ ທຽບກັບຊ່ວງດຽວກັນໃນປີ 2020, ໃນນີ້ເປັນການສົ່ງອອກໃນມູນຄ່າ 2,020 ລ້ານໂດລາ ແລະນໍາເຂົ້າໃນມູນຄ່າ 1,990 ລ້ານໂດລາ ເຮັດໃຫ້ລາວໄດ້ດຸນການຄ້າຕ່າງປະເທດໃນມູນຄ່າ 30 ລ້ານໂດລາ ທັ້ງນີ້ ສິນຄ້າສົ່ງອອກຫລາຍທີ່ສຸດກໍ່ຄື ແຮ່ທອງແດງ, ແຮ່ຄໍາປະສົມ, ມັນຕົ້ນ, ກ້ວຍ ແລະກາເຟ. ສ່ວນສິນຄ້ານໍາເຂົ້າຫລາຍທີ່ສຸດຄື ນໍ້າມັນກາຊວນ, ຍານພາຫະນະ, ເຄື່ອງຈັກ, ເຫລັກ, ພັດສະດຸກໍ່ສ້າງ ແລະເຄື່ອງອຸປະໂພກບໍລິໂພກ ໂດຍໄທຍັງເປັນຄູ່ຄ້າອັນດັບ 1 ຂອງລາວ ຕິດຕາມດ້ວຍຈີນ, ຫວຽດນາມ, ຍີ່ປຸ່ນ ແລະເກົາຫລີໃຕ້, ສ່ວນຈີນກໍ່ຍັງເປັນຕະຫລາດສົ່ງອອກອັນດັບນຶ່ງຂອງລາວ ຕິດຕາມດ້ວຍຫວຽດນາມ, ໄທ, ສະວິດເຊີແລນ ແລະເຢຍຣະມັນຕາມລໍາດັບ.

ສ່ວນທ່ານ ກີຣະຕິ ຣັດຊະໂນ ອະທິບໍດີກົມການຄ້າຕ່າງປະເທດ ກະຊວງການຄ້າໄທ ຖະແຫລງວ່າ ການຄ້າລະຫວ່າງໄທກັບລາວໃນຕະຫລອດປີ 2021 ຍັງບໍ່ມີປັດໄຈທີ່ຈະເຮັດໃຫ້ມີສະພາບການທີ່ດີຂຶ້ນ ເມື່ອທຽບກັບໃນປີ 2020 ທີ່ຜ່ານມາ, ໂດຍສະເພາະແມ່ນການລະບາດຂອງເຊື້ອໄວຣັສ COVID-19 ກໍ່ຍັງເປັນບັນຫາສໍາຄັນ ທີ່ສົມທົບດ້ວຍບັນຫາການແຂງຄ່າຂອງເງິນບາດ ເຊິ່ງເຮັດໃຫ້ສິນຄ້າໄທມີລາຄາທີ່ແພງຂຶ້ນດ້ວຍນັ້ນ ກໍ່ຄືປັດໄຈສໍາຄັນທີ່ຈະເຮັດໃຫ້ສະພາວະການຄ້າລະຫວ່າງ ໄທ-ລາວ ໃນປີ 2021 ນີ້ມີສະພາບການຄືກັບໃນປີ 2020 ທີ່ຜ່ານມາ ໂດຍສະເພາະແມ່ນການຄ້າຊາຍແດນນັ້ນ ດັ່ງທີ່ທ່ານ ກິຣະຕິໄດ້ຢັ້ງຢືນວ່າ:

“ການຄ້າຊາຍແດນກັບ ສປປ ລາວ ມີມູນຄ່າການຄ້າລວມທັງໝົດ 189,000 ລ້ານບາດ, ຫລົດລົງ 3.85 ເປີເຊັນ. ສໍາຫລັບສິນຄ້າສົ່ງອອກໄປກໍ່ໄດ້ແກ່ ນໍ້າມັນກາຊວນ, ສິນຄ້າປະສຸສັດ ແລະນໍ້າມັນສໍາເລັດຮູບ. ສໍາຫລັບປັດໄຈທີ່ເຮັດໃຫ້ການຄ້າຊາຍແດນຫລຸດລົງກໍ່ເນື່ອງມາຈາກສະພາ ວະເສດຖະກິດໂລກທີ່ຊະລໍໂຕ ແລະສິ່ງທີ່ສໍາຄັນທີ່ສຸດກໍ່ຄື ເລື່ອງຂອງສະຖານະການການແຜ່ລະບາດຂອງ COVID-19 ແລະກໍ່ເລື່ອງຂອງຄ່າເງິນບາດທີ່ແຂງຄ່າ.”

ແຕ່ຢ່າງໃດກໍ່ຕາມ ເນື່ອງຈາກວ່າການຄ້າສ່ວນໃຫຍ່ລະຫວ່າງ ລາວ-ໄທ ນັ້ນເປັນການຄ້າຊາຍ ແດນທີ່ຈະຕ້ອງມີການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າທີ່ດ່ານຊາຍແດນລະຫວ່າງກັນດ້ວຍ ແຕ່ເມື່ອເກີດການລະບາດຂອງໄວຣັສ COVID-19 ອັນເຮັດໃຫ້ຕ້ອງເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາການເດີນທາງຂອງປະຊາຊົນ ແລະການຂົນສົ່ງສິນຄ້າ ເຂົ້າ-ອອກ ລະ ຫວ່າງລາວກັບໄທດ້ວຍນັ້ນ ຈຶ່ງເຮັດໃຫ້ການຄ້າຊາຍແດນລະຫວ່າງລາວກັບໄທຫລົດລົງດ້ວຍເຊັ່ນກັນ. ດັ່ງທີ່ທ່ານ ອະນຸຣັຕ ອິນທອນ ປະທານຫໍການຄ້າ ຈັງ ຫວັດຊຽງລາຍ ໄດ້ໃຫ້ການອະທິບາຍ ກ່ຽວກັບສະພາບການຄ້າຊາຍແດນ ລະຫວ່າງແຂວງບໍ່ແກ້ວກັບຈັງຫວັດຊຽງຣາຍໃນຕະຫລອດປີ 2020 ທີ່ຜ່ານມາວ່າ:

“ກ່ອນມີໂຄວິດ ມູນຄ່າເຮົາປະມານ 5 ຫມື່ນລ້ານບາດ ແຕ່ຫລັງໂຄວິດນີ້ມີບັນຫາ, ຊ່ວງທໍາອິດ ເນື່ອງຈາກເຮົາປິດດ່ານໝົດ ກໍ່ອາດຈະມີຜົນກະທົບ ອາດຈະລົງມາເປັນບາງເດືອນ ທີ່ໂຕເລກກໍ່ອາດຈະຕົກລົງໄປເກີນເຄິ່ງ ແຕ່ຫລັງໆນີ້ ກໍ່ເລີ້ມມີການຂົນສົ່ງສິນຄ້າໄດ້ ກໍ່ອາດຈະມີໂຕເລກກະໂດດຂຶ້ນ ສິນຄ້າຊາຍແດນກໍ່ຄືສິນຄ້າໄປ ສປປ ລາວ ສ່ວນໃຫຍ່ ກໍ່ຈະເປັນພວກສິນຄ້າອຸປະ ໂພກບໍລິໂພກ ສ່ວນອັນດັບລອງລົງມາ ກໍ່ເປັນຈໍາພວກນໍ້າມັນ ທີ່ເຂົາເຈົ້າຕ້ອງໄດ້ໄຊ້ນໍ້າມັນຈາກບ້ານເຮົາ.”

ໂດຍເງິນບາດແຂງຄ່າຂຶ້ນ ກ່ວາ 21 ເປີເຊັນ ທຽບກັບເງິນກີບກໍ່ຄືອັດຕາແລກ ປ່ຽນໄດ້ປັບຕົວຂຶ້ນຈາກ 1 ບາດຕໍ່ 271 ກີບ ໃນເດືອນເມສາ 2020, ເປັນ 1 ບາດຕໍ່ 330 ກີບໃນປັດຈຸບັນນີ້. ສ່ວນການຄ້າລວມລະຫວ່າງ ລາວ-ໄທ ໃນປີ 2020 ມີມູນຄ່າລວມທັງໝົດ 197,443.44 ລ້ານບາດ, ໃນນີ້ກໍ່ເປັນການສົ່ງສິນຄ້າໄປລາວ 104,017.33 ລ້ານບາດ ຫລຸດລົງເຖິງ 12.68 ເປີເຊັນທຽບກັບປີ 2019 ໂດຍສິນຄ້າສໍາຄັນທີ່ລາວສົ່ງໄປໄທຫລາຍທີ່ສຸດກໍ່ຄື ພະລັງງານໄຟຟ້າ, ແຮ່ຄໍາ ແລະສິນຄ້າກະສິກໍາ. ສ່ວນສິນຄ້າທີ່ລາວນໍາເຂົ້າຈາກໄທຫລາຍທີ່ສຸດຄືນໍ້າມັນ, ອຸປະກອນກະສິກໍ າແລະປະສຸສັດ, ເຄື່ອງອຸປະໂພກບໍລິໂພກ ຕາມລໍາດັບ.

XS
SM
MD
LG