ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານສຸບັນ ສຣິດທິຣາດ ເຖິງແກ່ມໍລະນະກຳ ຮວມອາຍຸໄດ້ 76 ປີ


ເອກອັກຄະທູດສະຫະລັດປະຈໍາປະເທດລາວ ມອບລົດຈັກຈໍານວນ 21 ຄັນ ແກ່ທ່ານສຸບັນ ສະຣິດທິຣາດ ປະທານຄະນະກຳມະການແຫ່ງຊາດ ເພື່ອກວດກາແລະຄວບຄຸມຢາເສບຕິດຂອງລາວ
ເອກອັກຄະທູດສະຫະລັດປະຈໍາປະເທດລາວ ມອບລົດຈັກຈໍານວນ 21 ຄັນ ແກ່ທ່ານສຸບັນ ສະຣິດທິຣາດ ປະທານຄະນະກຳມະການແຫ່ງຊາດ ເພື່ອກວດກາແລະຄວບຄຸມຢາເສບຕິດຂອງລາວ

ທ່ານ​ສຸບັນ ສຣິດທິຣາດ ອະດີດ​ລັດຖະມົນຕີ​ທີ່​ສຳຄັນ​ຄົນ​ນຶ່ງລາວ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ແລ້ວ
ຮວມອາຍຸ​ໄດ້ 76 ປີ.

ມື້ລາງທ່ານ​ສຸບັນ ​ເຄີຍ​ກຳ​ຕຳ​ແໜ່​ງທີ່​ສຳຄັນໆ​ທັງ​ໃນ​ພັກ​ແລະ​ລັດຖະບານ​ຂອງ​ລາວ ​ຮວມທັງ
ກຳມະການ​ສູນ​ກາງ​ພັກ​ ສະມາຊິກສະພາ​ປະຊາຊົນສູງ​ສຸດ ລັດຖະມົນຕີປະຈຳ​ສຳນັກງານ​ປະ
ທານ​ປະ​ເທດ ລັດຖະມົນຕີປະ​ຈຳສຳນັກງານນາຍົກລັດຖະມົນຕີ ປະທານ​ຄະນະ​ກຳມະການ​
ແຫ່ງ​ຊາດ​ເພື່ອ​ກວດກາ​ແລະ​ຄວບ​ຄຸມ​ຢາ​ເສ​ບຕິດ ​ແລະ​ລັດຖະມົນຕີຊ່ອຍ​ວ່າການກະຊວງານ​
ຕ່າງປະ​ເທດ.

ທ່ານສຸບັນໄດ້ເຖິງແກ່​ມໍລະນະ​ກຳ ​ໃນ​ວັນ​ທີ 17 ກໍລະກົດ​ຜ່ານ​ມານີ້.

​ໃນ​ຖານະ​ທີ່​ເປັນປະທານ​ຄະ​ນຳ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ກວດກາ​ແລະ​ຄວບ​ຄຸມ​ຢາ​ເສບຕິດ​
ທ່ານ​ສຸບັນ​ໄດ້​ດຳ​ເນີນງານ​ຢ່າງ​ໃກ້ຊິດ​ຮ່ວມກັນກັບ​ສະຫະລັດ​ແລະ​ບັນດາ​ອົງການ​ຈັດຕັ້ງສາກົນ​
ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ພະ​ແນ​ກການ​ຕ່າງໆ​ຂອງ​ສະຫະປະຊາ​ຊາດ.

ມື້ລາ​ງທ່ານ​ສຸບັນ ​ແມ່ນ​ຜູ້​ນຶ່ງ​ ທີ່ມີ​ຄວາມ​ຮອບຮູ້​ໃນ​ດ້ານ​ພາສາ​ສາດ ​ໂດຍ​ສະ​ເພາະ​ແລ້ວ ​ແມ່ນ​
ການ​ຂຽນ​ພາສາ​ລາວ. ​

ທາງການ​ລາວ​ໄດ້​ປະກາດ​ໄວ້ອາ​ໄລ​ໃຫ້​ແກ່​ທ່ານ​ສຸບັນ​ເປັນ​ເວລາ 3 ມື້ ແລະ​ພິທີ​ຊາ​ປະ​ນະ​ກິດ​
ສົບ ​ຈະ​ຈັດ​ຂຶ້ນ​ໃນ​ວັນອາທິດ​ທີ 22 ກໍລະກົດນີ້.

XS
SM
MD
LG