ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ນັກ​ສຶກ​ສາ​ລາວ ທີ່​​ຍັງຄ້າງຢູ່​ຈີນ ມີ​ຄວາມ​ເປັນ​ຫ່ວງ ​ຕໍ່​ການ​ແຜ່​ລະ​ບາດຂອງ​ເຊື້ອ ​ໄວ​ຣັ​ສໂຄ​ໂຣ​ນາ


ໂຮງ​ໝໍ​ແມ່​ນ້ຳ​ຂອງໃນ​ນະ​ຄອນ​ຫລວງວຽງ​ຈັນ ທີ່​ລົງ​ທຶນ​ໂດຍ ເອ​ກະ​ຊົນ​ຈີນ
ໂຮງ​ໝໍ​ແມ່​ນ້ຳ​ຂອງໃນ​ນະ​ຄອນ​ຫລວງວຽງ​ຈັນ ທີ່​ລົງ​ທຶນ​ໂດຍ ເອ​ກະ​ຊົນ​ຈີນ

ໃນຂະນະທີ່ນັກສຶກສາລາວ ທີ່ໄປສຶກສາຢູ່ໃນ ສ.ປ. ຈີນ ຫລາຍກວ່າ 10 ພັນຄົນໃນປັດຈຸບັນ ຫຼາຍຄົນກໍໄດ້ເດີນທາງມາບ້ານດ້ວຍຄວາມສະດວກ ເພາະ ໄດ້ເດີນທາງກັບບ້ານກ່ອນຈະມີ ການປະກາດກ່ຽວກັບການລະບາດຂອງເຊື້ອໄວ ຣັສໂຄໂຣນາ(Coronavirus) ເພາະມະຫາ ວິທະຍາໄລຕ່າງໆ ພັກຮຽນໃນຊ່ວງປີໃໝ່ ຫລືກຸດຈີນ ແຕ່ກໍມີ ນັກສຶກສາຈໍານວນນຶ່ງ ທີ່ຍັງຄ້າງຢູ່ ໃນໂຮງຮຽນ ແລະບໍ່ ສາມາດກັບບ້ານໄດ້ນັ້ນ ກໍມີຄວາມກັງວົນໃຈຫລາຍ ຍ້ອນສະພາບການໄປ ມາ ຫຍຸ້ງຍາກແລະຮູ້ສຶກຢ້ານກົວວ່າຈະຕິດພະຍາດ ດັ່ງການໃຫ້ສໍາພາດຂອງນັກສຶກສາ ແລະ ຜູ້ປົກຄອງຂອງນັກຮຽນບາງຄົນຕໍ່ວີ​ໂອ​ເອ ຊຶ່ງ ​ກິ່ງ​ສະ​ຫວັນ ຈະນໍາມາສະເໜີທ່ານໃນອັນດັບ ຕໍ່ໄປ.

ມາຮອດວັນທີ 30 ມັງກອນ ການຕິດເຊື້ອ​ໄວ​ຣັ​ສໂຄໂຣນາ (Corona) ຢູ່ເມືອງວູຫານຂອງຈີນ ບ່ອນທີ່ໄດ້ເລີ້ມມີການເຊື້ອ​ໄວ​ຣັ​ສນີ້ນັ້ນ ໄດ້ເຮັດໃຫ້ຄົນເສຍຊີວິດຫລາຍກວ່າ 200 ຄົນ ແລະ ຜູ້ລົ້ມປ່ວຍທີ່​ໄດ້ຮັບ​ການຢືນ ຢັນວ່າຕິດເຊື້ອພະຍາດ 10,000 ກວ່າຄົນ ແລ້ວ ຢູ່ໃນປະເທດດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວຣອຍ ເຕີ້ ໃນວັນທີ 31 ມັງກອນຜ່ານມາ ຈົນເຖິງຂັ້ນ ອົງການອະນາໄມໂລກແລະຫລາຍ ປະເທດ ໄດ້ແນະນໍາໃຫ້ຄົນຫລີກລ້ຽງ ການ ເດີນທາງໄປຍັງ ປະເທດຈີນແບບບໍ່ມີກໍານົດ.

ເໝືອນກັບຫລາຍປະເທດໃນໂລກ ສປປ ລາວ ກໍເປັນປະເທດນຶ່ງ ທີ່ໄດ້ສົ່ງນັກສຶກ ສາໄປ
ຮຽນຢູ່ໃນຫລາຍໆ ມະຫາວິທະຍາໄລຂອງຈີນ. ອີງຕາມສະຖິຕິກະຊວງສຶກ ສາຂອງຈີນ
ໃນປີ 2018, ມີນັກສຶກສາລາວ ຮຽນຢູ່ຈີນ 14,645 ຄົນ ຊຶ່ງເປັນຈໍານວນນັກສຶກສາສາ
ກົນ ທີ່ມີຈໍານວນຫຼາຍໃນອັນດັບ 8 ຢູ່ໃນປະເທດນັ້ນ. ທ່າມ ກາງການແຜ່ລະບາດຢ່າງ
ວ່ອງໄວຂອງເຊື້ອ​ໄວ​ຣັ​ສໂຄໂຣນາ (Corona) ຫລາຍ ປະເທດທີ່ມີເງື່ອນໄຂສະດວກ ເຊັ່ນສະຫະລັດອາເມຣິກາແລະຍີ່ປຸ່ນກໍໄດ້ຈັດການ ຂົນສົ່ງໂດຍເອົາເຮືອບິນ ໄປຮັບເອົາ
ພົນລະເມືອງ ຂອງເຂົາເຈົ້າ ລວມທັງນັກສຶກ ສາທີ່ກໍາລັງຮຽນຢູ່ໃນເມືອງວູຫານ ຫລືແຫ່ງ
ອື່ນໆ ທີ່ມີການແຜ່ລະບາດຫລາຍນັ້ນ ກັບຄືນປະເທດ. ແຕ່ວ່າ ສໍາລັບນັກສຶກສາລາວ
ແລ້ວສ່ວນໃຫຍ່ແມ່ນໄດ້ກັບຄືນບ້ານ ຕັ້ງແຕ່ຕອນທີ່ເລີ້ມມີຂ່າວ ກ່ຽວກັບການລະບາດ
ພະຍາດນີ້ ຢູ່ ເມືອງວູຫານ ຂອງຈີນ ເນື່ອງຈາກວ່າ ມັນຖືກກັບຊ່ວງປີໃໝ່ຈີນ ແລະ ມະຫາວິທະຍາໄລຍະທັງ ຫລາຍກໍປິດການຮຽນ ໃນໄລຍະນີ້ ຈຶ່ງບໍ່ຄ່ອຍມີບັນຫາຫລາຍ
ປານໃດ,

ອີງຕາມ ການໃຫ້ສໍາພາດ ຂອງຊາວນະຄອນວຽງຈັນຄົນນຶ່ງ ທີ່ມີລູກສາວໄປສຶກສາ ຢູ່
ແຂວງກວາງຊີຂອງຈີນ ໃນວັນສຸກຜ່ານມາ ແລະລູກສາວຂອງນາງກໍໄດ້ກັບບ້ານ ແລ້ວ
ແຕ່ກໍຍັງບໍ່ຮູ້ວ່າ ເມື່ອໃດຈະໄດ້ກັບໄປ ເພາະທາງມະຫາວິລະຍາໄລ ທີ່ລູກ ສາວຂອງ
ນາງຮຽນຢູ່ນັ້ນ ໄດ້ປິດແບບບໍ່ມີກໍານົດເທື່ອ.

ແຕ່ວ່າ ກໍຍັງມີນັກສຶກສາຈໍານວນ ນຶ່ງທີ່ຍັງຄ້າງຢູ່ທີ່ນັ້ນ ແມ່ນຮູ້ສຶກກັງວົນໃຈ ຫຼາຍ ເມື່ອ
ເຫັນວ່ານັກສຶກສາຈາກປະເທດອື່ນ ສ່ວນຫລາຍລັດຖະບານເອົາເຮືອບິນໄປຮັບ ຫລື ຫາທຸກວິທີທາງເພື່ອຊ່ວຍພົນລະເມືອງ ລວມທັງນັກສຶກສາຂອງເຂົາເຈົ້າ. ສ່ວນນັກ
ສຶກສາລາວນັ້ນແມ່ນຊອກຫາທາງກັບບ້ານເອງ ໂດຍ ທາງການລາວ ບໍ່ໄດ້ມີການຕິດ
ຕໍ່ຫາ ເພື່ອຊ່ວຍເຫລືອແຕ່ຢ່າງໃດ ດັ່ງການໃຫ້ສໍາພາດຂອງນັກສຶກ ສາລາວຂັ້ນປະລິນ
ຍາໂທຄົນນຶ່ງ ທີ່ຮຽນຢູ່ໃນມະຫາວິທະຍາໄລແຫ່ງນຶ່ງ ໃນເມືອງ ຄຸນໝິງ, ມົນທົນຢູໜ່ານ ໃຫ້ຄໍາເຫັນຜ່ານ ວິນແຊັສ ໃນວັນສຸກຜ່ານມາວ່າ:
“ແຕ່ວ່າຄົນລາວນີ້ຕິ ບໍ່ມີໃຜໄປຮັບ ບໍ່ມີໃຜສົນໃຈເລີຍ, ຕອນສວຍໄປໃສກໍ່ບໍ່ໄດ້ ໄດ້
ຢູ່ໂຮງຮຽນຫັ້ນ ຢູ່ໃນຫ້ອງອອກໄປນອກກໍ່ບໍ່ກ້າອອກ ເປັນຕາຢ້ານ ເປັນຈັງໃດ ລະບໍ່

ມີກໍານົດເທື່ອ.”

ເຊັ່ນດຽກກັນນັກສຶກສາຍິງຄົນນຶ່ງຕາມການບອກເລົ່າຂອງຜູ້ເປັນແມ່ ກໍຄືນາງແສງ ຢູ່
ນະຄອນຫລວງວຽງຈັນ ເວົ້າສູ່ວີໂອເອຟັງວ່າ ລູກສາວຂອງນາງທີ່ຮຽນຢູ່ໃນມະຫາວິ
ທະຍາໄລແຫ່ງນຶ່ງ ຢູ່ໃນເມືອງຄຸນໝິງເຊັ່ນກັນ ກໍຮູ້ສຶກຢ້ານຫລາຍ ຢ້ານວ່າ ຈະຕິດເຊື້ອ
ພະຍາດໂຄໂຣນານີ້ຄືກັນ ແລະຕອນນີ້ໂຮງຮຽນກໍປິດ, ບໍ່ໄດ້ຮຽນໜັງສື ຈຶ່ງເຮັດໃຫ້ ຄິດ
ຮອດບ້ານຫລາຍ. ການໄປຊື້ອາຫານການກິນ ກໍລໍາບາກ ທຸກຢ່າງຕ້ອງໄດ້ລະວັງ ແລະ ຢູ່ໃນກອບຂອງໂຮງຮຽນ ບໍ່ໄດ້ໄປໃສຫຼາຍ. ແຕ່ນາງແສງ ກໍໄດ້ໂທລະສັບໄປລົມກັບລູກ ແລະໃຫ້ກໍາລັງໃຈແກ່ລູກຂອງຕົນ ຕະຫລອດຈົນ ກວ່າລູກຂອງນາງໄດ້ກັບມາຮອດ
ບ້ານໃນວັນພະຫັດຜ່ານມານີ້ຊຶ່ງນາງເລົ່າສູ່ວີໂອເອຟັງວ່າ ນາງໄດ້ເວົ້າລົມ ແລະໃຫ້ກໍາ
ລັງໃຈລູກດັ່ງນີ້:
“ບໍ່ເປັນຫຍັງດອກ ພະຍາດສາຍພັນໃໝ່ ຫາກພວກລູກຢູ່ໃນຄວາມລະມັດລະວັງ ຂອງໂຮງຮຽນທີ່ ເພີ່ນສັ່ງບໍ່ໃຫ້ອອກ ກໍ່ບໍ່ຕ້ອງອອກ ມີຜ້າອັດປາກເດີລູກເດີ ບໍ່ເປັນ ຫຍັງດອກຂ່າວຄົນຈີນຕາຍຕອນນີ້, ຄົນລາວເຮົາຕ້ອງມີສະຕິລະວັງຕົວອົດທົນຕື່ມ ແລະຟັງຂ່າວອອກມາເລື້ອຍໆ”.

ສ່ວນຢູ່ໃນລາວນັ້ນ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອໄວຣັສສາຍພັນໃໝ່ຊະໜິດນີ້ ທາງການ
ລາວ ກໍໄດ້ຕັ້ງຄະນະສະເພາະກິດຂຶ້ນ ເພື່ອຮັບຜິດຊອບ ດໍາເນີນມາຕະການ ປ້ອງກັນ
ຢ່າງເຂັ້ມງວດ. ຕົວຢ່າງເຊັ່ນໃນແຂວງຫຼວງນໍ້າທາ ທີ່ມີຊາຍແດນຕິດກັບ ຈີນນັ້ນ ຕາມ
ການບອກເລົ່າຂອງປະຊາຊົນ ເມືອງຫລວງນໍ້າທາ ທີ່ບໍ່ປະສົງບອກ ນາມເວົ້າວ່າ ຕອນ
ນີ້ກໍມີຄໍາສັ່ງຈາກທາງກະຊວງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມ ງວດກວດຂັນການເຂົ້າ
ອອກຂອງຄົນຈີນ ແລະມີການຈັດຕັ້ງໜ່ວຍກວດກາ ຂອງ ກະຊວງສາທາລະນະສຸກ
ໂດຍໄດ້ສົ່ງແພດໄປປະຈໍາຢູ່ດ່ານບໍ່ເຕັນທີ່ມີຄົນຈີນເດີນ ທາງຜ່ານເຂົ້າອອກເລື້ອຍໆ
ນັ້ນ ເພື່ອຕິດຕາມຢ່າງເຄັ່ງຄັດເຝົ້າລະວັງ ເຖິງແມ່ນ ວ່າ ຈະບໍ່ມີຂ່າວອັນໃດວ່າ ມີຄົນ
ລາວຕິດເຊື້ອພະຍາດນີ້ກໍຕາມ.ຜູ້ກ່ຽວເລົ່າສູ່ຟັງ ເພີ້ມວ່າ ໂດຍລວມການຊື້ຂາຍ ແລະ ການດໍາລົງຊີວີດຂອງຄົນລາວ ຢູ່ໃນແຂວງ ດັ່ງກ່າວ ຍັງດໍາເນີນໄປຕາມປົກກະຕິ ແລະ ບໍ່ໄດ້ມີການຢ້ານກົວອັນໃດຫລາຍ.

ສະຫລຸບແລ້ວ ສປປ ລາວ ແມ່ນມີນັກສຶກສາ ທີ່ຮຽນຢູ່ຈີນ ບໍ່ຕໍ່າກວ່າ 10 ພັນຄົນ ເຖິງ
ແມ່ນຫຼາຍຄົນໃນນັ້ນຈະໄດ້ກັບບ້ານດ້ວຍຄວາມສະດວກ ກ່ອນທີ່ຈະມີຂ່າວ ຄາວຂອງ
ການລະບາດຂອງເຊື້ອໄວຣັສໂຄໂຣນາ ແຕ່ວ່າ ກໍຍັງມີນັກສຶກສາ ຈໍາ ນວນນຶ່ງທີ່ບໍ່ໄດ້
ກັບບ້ານ ທັງຍິງ ແລະຊາຍຕ່າງກໍແມ່ນມີຄວາມຢ້ານກົວ ແລະກັງວົນໃຈຫລາຍ ເພາະ
ການໄປມາ ແລະການຊື້ອາຫານການກິນ ມີຄວາມລໍາບາກ ແລະຄິດຮອດບ້ານຫລາຍ ໃນຂະນະທີ່ທາງການລາວກໍຍັງບໍ່ທັນໄດ້ ມີວິທີການ ຊ່ວຍເຫລືອເຂົາເຈົ້າແນວໃດ
ເທື່ອນັ້ນ.

XS
SM
MD
LG