ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະເໜີຂາຍຮຸ້ນຊຸດທໍາອິດຢູ່ລາວ ດໍາເນີນໄປດ້ວຍດີ


ພິທີເປີດຕະຫຼາດຄ້າຮຸ້ນຫຼືຕະຫຼາດຫຼັກຊັບ ແຫ່ງທຳອິດຂອງລາວ ທີ່ນະຄອນວຽງຈັນ (10 ຕຸລາ 2010)
ພິທີເປີດຕະຫຼາດຄ້າຮຸ້ນຫຼືຕະຫຼາດຫຼັກຊັບ ແຫ່ງທຳອິດຂອງລາວ ທີ່ນະຄອນວຽງຈັນ (10 ຕຸລາ 2010)

ເຈົ້າໜ້າທີ່ລາວລາຍງານວ່າມີການຕອບຮັບຢ່າງກະຕືລືລົ້ນ
ຕໍ່ການສະເໜີຂາຍຮຸ້ນ ຊຸດທຳອິດ ໃຫ້ປະຊາຊາຊົນຢູ່ໃນ
ສປປ ລາວ.

ພວກນາຍໜ້າກ່າວວ່າ ການສະເໜີຂາຍຮຸ້ນຂັ້ນທຳອິດໃຫ້
ປະຊາຊົນຂອງບໍລິສັດ​ຜະລິດໄຟຟ້າ EDL-Generation
ທີ່​ໄດ້ແຍກອອກ​ມາຈາກບໍລິສັດລັດວິສາຫະກິດໄຟຟ້າລາວ
ໃນຕົ້ນເດືອນນີ້ໄດ້ອັດລົງແລ້ວ ໃນມື້ວັນຈັນວານນີ້. ສ່ວນ
ການສະເໜີຂາຍຮຸ້ນຂອງທະນາຄານການຄ້າຕ່າງປະເທດ
ຊຶ່ງເປັນທະນາຄານລັດວິສາຫະກິດນັ້ນໄດ້ອັດລົງໃນສັບປະ
ດາແລ້ວ.

ອົງການຂ່າວຝຣັ່ງ ໄດ້ອ້າງຄຳເວົ້າຂອງນາຍໜ້າຄົນນຶ່ງທີ່ກ່າວວ່າ ປະຊາຊົນໄດ້ພາກັນເຂົ້າ
ແຖວຈົດ​ຊື່ ຂໍຊື້ຮຸ້ນຂອງບໍລິສັດຜະລິດໄຟຟ້າ EDL-Generation ຊຶ່ງຂາຍກັນໃນລາຄາປະ
ມານຮຸ້ນລະ 4,000 ກວ່າກີບຫຼື 53 ເຊັນ. ການຊື້ຂາຍຮຸ້ນຂອງບໍລິສັດທັງສອງຈະເລີ້ມຂຶ້ນ ເວລາຕະຫຼາດຮຸ້ນຂອງລາວ ເລີ້ມເປີດກິດຈະການ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 11
ມັງກອນ ປີ 2011 ຈະມາ.

ການສະເໜີຂາຍຮຸ້ນທີ່ວ່ານີ້ ແມ່ນຂີດໝາຍເທື່ອທຳອິດທີ່ປະຊາຊົນລາວຈະໄດ້ມີໂອກາດຖື
ຮຸ້ນຢູ່ໃນບໍລິສັດຕ່າງໆ. ທັງຈີນແລະຫວຽດນາມໄດ້ເປີດເສລີເສດຖະກິດຂອງພວກເຂົາເຈົ້າ ອະນຸຍາດໃຫ້ມີການຖືຮຸ້ນຢູ່ໃນບໍລິສັດມາໄດ້ຫຼາຍປີແລ້ວ.

XS
SM
MD
LG