ການຊື້ຂາຍຮຸ້ນ ຂອງ 2 ບໍລິສັດ ໃນຕະຫຼາດຫຼັກຊັບ ແຫ່ງຊາດ
ລາວມີມູນຄ່າລວມກັນ ເກີນກວ່າ 2,000 ຕື້ກີບ ໃນຕະຫຼອດປີ
2013 ທີ່ຜ່ານມາ ແລະຄາດໝາຍວ່າ ຈະເພີ່ມຂຶ້ນອີກ ໃນປີ
2014 ນີ້.
ຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວ
ລາຍງານວ່າ ໃນຕະຫຼອດປີ 2013 ທີ່ຜ່ານມາ ການຊື້ຂາຍຮຸ້ນ
ຂອງ 2 ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບຂອງລາວ ກໍຄືທະນາຄານການຄ້າຕ່າງ
ປະເທດ (ມະຫາຊົນ) ຫຼື BCEL ແລະບໍລິສັດຜະລິດກະແສໄຟຟ້າ ລາວ(ມະຫາຊົນ) ຫຼື
EDL-GEN ນັ້ນ ມີມູນຄ່າລວມກັນເກີນ 2,000 ຕື້ກີບ ຫຼືຫຼາຍກວ່າ 250 ລ້ານໂດລ່າ.
ໂດຍສະເພາະແມ່ນວັນທີ 25 ທັນວາ ປີ 2013 ຊຶ່ງຖືເປັນມື້ທໍາອິດຂອງການຊື້ຂາຍຮຸ້ນຂອງ
ບໍລິສັດ Lao World ຈໍາກັດ(ມະຫາຊົນ) ໃນຖານະທີ່ເປັນບໍລິສັດອັນດັບ 3 ທີ່ຈົດທະບຽນ
ໃນຕະຫຼາດຫຼັກຊັບແຫ່ງຊາດລາວນັ້ນ ກໍໄດ້ເປັນຜົນເຮັດໃຫ້ມູນຄ່າການຊື້ຂາຍຮຸ້ນໃນຕະຫຼາດ
ຫຼັກຊັບແຫ່ງຊາດລາວເພີ່ມຂຶ້ນ ຈາກລະດັບປົກກະຕິ ທີ່ມີມູນຄ່າສະເລ່ຍ 10 ຕື້ກີບໃນແຕ່ລະມື້
ເປັນຫລາຍກວ່າ 14 ຕື້ກີບເປັນເທື່ອທໍາອິດ.
ທັງນີ້ ໂດຍປາກົດວ່າ ຮຸ້ນຂອງ BCEL ໄດ້ຊື້ຂາຍ ໃນລາຄາ
8,500 ກີບຕໍ່ຮຸ້ນ ສ່ວນທາງດ້ານຮຸ້ນຂອງບໍລິສັດ EDL-GEN
ນັ້ນ ກໍຢູ່ທີ່ລະດັບ 5,950 ກີບຕໍ່ຮຸ້ນ ໃນຂະນະທີ່ຮຸ້ນຂອງບໍລິສັດ
Lao World ທີ່ຊື້ຂາຍໃນຕະຫຼາດຫຼັກຊັບແຫ່ງຊາດລາວ ເປັນ
ເທື່ອທໍາອິດ ກໍມີລາຄາເຖິງ 11,000 ກີບຕໍ່ຮຸ້ນ ໂດຍສູງກວ່າລາ
ຄາຕັ້ງຕົ້ນທີ່ກໍາໜົດໄວ້ ທີ່ລະດັບ 10,200 ກີບຕໍ່ຮຸ້ນ ຈາກທັງ
ໝົດ 3,956,100 ຮຸ້ນ ທີ່ບໍລິສັດດັ່ງກ່າວ ໄດ້ສະເໜີຂາຍ ຕໍ່ປະ
ຊາຊົນລາວໄປແລ້ວໃນ ຊ່ວງກ່ອນໜ້ານີ້.
ທາງດ້ານທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານດ້ານ
ເສດຖະກິດ ແລະປະທານຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວ ກໍໄດ້
ໃຫ້ການຢືນຢັນກັບວີໂອເອ ວ່າລັດຖະບານລາວມີແຜນການຈະເປີດຮັບບໍລິສັດມະຫາຊົນ
ເຂົ້າຈົດທະບຽນ ໃນຕະຫຼາດຫຼັກຊັບແຫ່ງຊາດລາວເພີ່ມຂຶ້ນ ໃຫ້ໄດ້ຮອດ 20 ບໍລິສັດ.
ຫາກແຕ່ວ່າ ການຈົດທະບຽນດັ່ງກ່າວຈະມີຂຶ້ນຢ່າງເປັນທາງການມື້ໃດແທ້ນັ້ນ ກໍຍັງຄົງບໍ່
ສາມາດທີ່ຈະກໍາໜົດໄດ້ຈົນເຖິງຂະນະນີ້ ເນື່ອງຈາກວ່າຄວາມພ້ອມຕ່າງໆນັ້ນ ບໍ່ໄດ້ຢູ່ທີ່
ຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວແຕ່ຢ່າງໃດ ຫາກແຕ່ຂຶ້ນຢູ່ກັບ
ການພັດທະນາປັບປຸງລະບົບການບັນຊີ ແລະການບໍລິຫານງານທີ່ໄດ້ມາດຕະຖານສາກົນ
ຂອງແຕ່ລະບໍລິສັດເປັນສໍາຄັນ ດັ່ງທີ່ທ່ານສົມສະຫວາດ ໄດ້ໃຫ້ການຊີ້ແຈງວ່າ:
“ແຕ່ວ່າຄັນຖ້າພວກເຂົາ ບໍ່ກຽມພ້ອມໄດ້ຕາມນີ້ ຂ້ອຍກະບໍ່ຮັບ ຍົກຕົວຢ່າງ
ບໍລິສັດອັນນີ້ ທີ່ເຂົ້າມານີ້ ຄັນເຈົ້າມີໜີ້ສິນມະຫາສານແລ້ວ ຍັງຈະເອົາເຂົ້າມາ
ແມ່ນໃຜຈະມາຊື້ກັບເຈົ້າ ຫຼືວ່າຢູ່ບໍລິສັດ ໂຄງສ້າງການຈັດຕັ້ງຂອງເຈົ້າກໍບໍ່ດີ
ຜູ້ອໍານວຍການນີ້ເດ່ ເຂົາສົງໃສວ່າໝໍນີ້ມີປາກົດການສໍ້ໂກງແລ້ວ ຄົນທັງຫຼາຍ
ເຂົາກະຮູ້ກັນເດ່ເນາະ. ອັນນີ້ກະໄດ້ເວົ້າກັນລະອຽດສົມຄວນ.”
ໂດຍກ່ອນໜ້ານີ້ ຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວໄດ້ດໍາເນີນການ
ສໍາຫຼວດບັນດາບໍລິສັດໃນລາວຈໍານວນ 1,087 ລາຍ ຊຶ່ງກໍພົບວ່າມີຢູ່ 38 ບໍລິສັດທີ່ມີເງື່ອນ
ໄຂ ທີ່ສາມາດຈະຂໍຈົດທະບຽນ ໃນຕະຫຼາດຫຼັກຊັບໄດ້ ຫາກແຕ່ວ່າພາຍຫຼັງທີ່ໄດ້ທໍາການ
ກວດກາຢ່າງຮອບດ້ານອີກເທື່ອໃໝ່ ກໍປະກົດວ່າ ມີຢູ່ 20 ບໍລິສັດທີ່ໄດ້ສະແດງເຈດຈໍານົງ
ທີ່ຈະຂໍຈົດທະບຽນໃນຕະຫຼາດຫຼັກຊັບ ໂດຍໃນນີ້ ກໍລວມເຖິງວິສາຫະກິດໂທລະຄົມມະນາ
ຄົມລາວ (ETL) ບໍລິສັດລາວໂທລະຄົມມະນາຄົມ (Lao Tele com) ກຸ່ມບໍລິສັດດາວເຮືອງ
ການຄ້າ ຂາອອກ-ຂາເຂົ້າ ບໍລິສັດອິນໂດຈີນຈໍາກັດ (ມະຫາຊົນ) ລັດວິສາຫະກິດການບິນ
ລາວ (Lao Airlines) ທະນາຄານພົງສະຫວັນ ແລະບໍລິສັດຄ້ານໍ້າມັນເຊື້ອໄຟ ເປັນຕົ້ນ.
ທັງນີ້ໂດຍທາງການລາວຄາດຫວັງວ່ າການຈົດທະບຽນບໍລິສັດເຂົ້າໃນຕະຫຼາດຫຼັກຊັບເພີ່ມຂຶ້ນນີ້ ຈະມີສ່ວນຢ່າງສໍາຄັນໃນການເຮັດໃຫ້ການຊື້-ຂາຍຮຸ້ນກັບຄືນສູ່ສະພາວະທີ່ຄຶກຄື້ນອີກເທື່ອໃໝ່ ເພາະວ່າການຊື້ຂາຍຮຸ້ນໃນຕະຫຼາດຫຼັກຊັບຂອງລາວນັບແຕ່ເດືອນມັງກອນ 2011 ເປັນຕົ້ນມາ ໄດ້ດໍາເນີນໄປພາຍໃຕ້ສະພາວະການຜັນຜວນມາໂດຍຕະຫຼອດ ຊຶ່ງກໍຈະເຫັນໄດ້ຈາກຮຸ້ນຂອງ BCEL ທີ່ເຄີຍມີລາຄາສູງເຖິງ 15,400 ກີບຕໍ່ຮຸ້ນ ໄດ້ລົດລົງສູ່ລະດັບຕໍ່າສຸດ
ຢູ່ທີ່ 5,700 ກີບຕໍ່ຮຸ້ນ ສ່ວນຮຸ້ນຂອງ EDL-GEN ທີ່ເຄີຍມີລາຄາທີ່ສູງເຖິງ 8,800 ກີບນັ້ນ
ກໍໄດ້ລົດລົງສູ່ລະດັບຕໍ່າສຸດ ທີ 4,100 ກີບ ຕໍ່ຮຸ້ນ.