ຄະນະກວດກາພັກ-ລັດ ກວດພົບວ່າ ລັດຖະບານລາວ ສູນເສຍ
ລາຍຮັບໄປຫຼາຍກວ່າ 3,000 ຕື້ກີບ ໃນປີ 2015 ໂດຍມີສາເຫດ
ມາຈາກການທຸຈະລິດຂອງບັນດາພະນັກງານພັກ-ລັດ ໃນທົ່ວ
ປະເທດ.
ຄະນະກວດກາສູນກາງພັກ-ລັດ ລາຍງານວ່າ ໃນຕະຫຼອດປີ 2015 ທີ່ຜ່ານມາ ໄດ້ດຳ
ເນີນການກວດສອບ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະນະຄອນ
ຫຼວງວຽງຈັນ ໂດຍກວດພົບວ່າ ການສໍ້ລາດບັງຫຼວງຂອງບັນດາພະນັກງານພັກ-ລັດ ໃນ
ທົ່ວປະເທດ ໄດ້ເຮັດໃຫ້ລັດຖະບານສູນເສຍລາຍຮັບ ແລະງົບປະມານໄປ ຄິດເປັນມູນຄ່າ
ລວມເຖິງ 3,034.3 ຕື້ກີບ ຫຼືປະມານ 373 ລ້ານໂດລາ ຊຶ່ງໃນນີ້ ກໍສາມາດຢຶດຄືນມາໄດ້
ພຽງ 467.59 ຕື້ກີບ ຫຼືຄິດເປັນ 15 ເປີເຊັນ ເທົ່ານັ້ນ.
ພ້ອມກັນນີ້ ຄະນະກວດກາສູນກາງພັກ-ລັດ ກໍໄດ້ດຳເນີນ
ມາດຕະການ ລົງໂທດຕໍ່ພະນັກງານລັດ ຈຳນວນ 95 ຄົນ ທີ່
ທຸຈະລິດ ແລະໄດ້ຍັກຍອກເອົາງົບປະມານຂອງລັດໄປຫຼາຍ
ກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນ ເປັນພະນັກງານຂອງແຂວງ
ອຸດົມໄຊ, 22 ຄົນ ເປັນພະນັກງານທະນາຄານແຫ່ງຊາດ ແລະ
11 ຄົນ ເປັນພະນັກງານ ໃນກະຊວງການເງິນຕາມລຳດັບ.
ທາງດ້ານທ່ານນາງວຽງທອງ ສີພັນດອນ ປະທານອົງການກວດ
ສອບແຫ່ງລັດ ຖະແຫລງວ່າ ໃນຮອບປີ 2015 ໄດ້ກວດພົບ
ການສູນເສຍລາຍຮັບ ຂອງລັດຖະບານ ຫຼາຍກວ່າ 2,000 ຕື້ກີບ
ຫຼື 250 ລ້ານໂດລາ ຈາກການທີ່ກົມພາສີ ໄດ້ມີການຍົກເວັ້ນພາສີ ການນຳເຂົ້ານ້ຳມັນ ແລະ
ຍານພາຫະນະ ໃຫ້ແກ່ບັນດາບໍລິສັດ ຕ່າງຊາດ ທີ່ລົງທຶນໃນລາວລວມເຖິງ ການຈັດເກັບ
ອາກອນ ການສົ່ງໄມ້ໄປຕ່າງປະເທດ ໄດ້ຕ່ຳກວ່າແຜນການ.
ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍຍັງໄດ້ກວດພົບວ່າ
116 ໜ່ວຍງານຂອງລັດບໍ່ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານປະ
ຈຳປີ 2013-2014 ຂອງລັດຖະບານ ຄິດເປັນມູນຄ່າລວມເຖິງ
749.22 ຕື້ກີບ ໂດຍສ່ວນໃຫຍ່ ເປັນລາຍຮັບ ຈາກສ່ວຍສາອາ
ກອນ ການຫັນຊັບສິນເປັນທຶນ ແລະອື່ນໆ.
ໂດຍພາຍໃຕ້ສະພາບບັນຫາດັ່ງກ່າວ ກໍເຮັດໃຫ້ທ່ານນາງວຽງທອງ
ໄດ້ໃຫ້ການຍອມຮັບວ່າ ການຈັດຕັ້ງປະຕິບັດຂອງອົງການກວດ
ສອບແຫ່ງລັດ ໃນແຜນການປີ 2014-2015 ທີ່ວາງຄາດໝາຍໄວ້
ວ່າ ຕ້ອງດຳເນີນການກວດສອບໜ່ວຍງານ ຂອງລັດຖະບານ ໃຫ້
ໄດ້ ບໍ່ນ້ອຍກວ່າ 95 ຫົວໜ່ວຍ ຫາກແຕ່ວ່າ ຈາກການຈັດຕັ້ງປະຕິບັດ ໃນພາກຕົວຈິງນັ້ນ
ສາມາດກວດສອບໄດ້ພຽງ 60 ຫົວໜ່ວຍ ຄິດເປັນ 63 ເປີເຊັນເທົ່ານັ້ນ ຂອງແຜນການປີ
ທັງຍັງເຮັດໃຫ້ຕ້ອງລົດເປົ້າໝາຍ ຂອງການກວດສອບ ໃນແຜນການປີ 2015-2016 ລົງ
ເຫຼືອພຽງແຕ່ 89 ຫົວໜ່ວຍເທົ່ານັ້ນອີກດ້ວຍ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການແລະການລົງທຶນ ເປີດເຜີຍວ່າ ໜ່ວຍ
ສະເພາະກິດ ຂອງກະຊວງແຜນການ ໄດ້ກວດພົບການສູນເສຍລາຍຮັບ ຂອງລັດຖະບານ
ຫຼາຍກວ່າ 6,000 ຕື້ກີບ ໃນແຜນການປີ 2013-2014 ທີ່ເກີດຈາກການຈັດຕັ້ງປະຕິບັດ
ໂຄງການພັດທະນາ ທີ່ບໍ່ຖືກຕ້ອງຕາມກົດໝາຍຍ ກໍຄືບໍ່ຜ່ານການເຫັນຊອບ ຂອງກະຊວງ
ການເງິນ ກັບກະຊວງແຜນການແລະການລົງທຶນ ຈຳນວນ 57 ໂຄງການ ດັ່ງທີ່ທ່ານກິແກ້ວ
ຈັນທະບູລີ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ຢືນຢັນວ່າ:
“ບັນດາຂະແໜງການໄດ້ເຊັນສັນຍາໂຄງການເກີນມູນຄ່າທີ່ສະພາແຫ່ງຊາດອະນຸມັດ
ມີ 18 ໂຄງການ ໄດ້ດຳເນີນການດັດແກ້ໂຄງການ ຈຳນວນ 38 ໂຄງການ ມູນຄ່າ 6,000.92 ຕື້ກີບ ໂດຍບໍ່ໄດ້ນຳສະເໜີຕໍ່ກະຊວງແຜນການ ແລະການລົງທຶນ ກັບ
ກະຊວງການເງິນ ຈຶ່ງຕີລາຄາວ່າ ບໍ່ເຄົາລົບກົດໝາຍຢ່າງເຂັ້ມງວດ.”
ທາງດ້ານອົງການເພື່ອຄວາມໂປງໃສສາກົນ (Transparency International) ທີ່ໄດ້ດຳ
ເນີນການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດກ່ຽວກັບສະພາບການສໍ້ລາດບັງຫຼວງ
ຢູ່ໃນ 167 ປະເທດ ທົ່ວໂລກນັ້ນ ໄດ້ຈັດໃຫ້ລາວຢູ່ອັນດັບທີ 139 ໃນປີ 2015 ໂດຍໄດ້ຮັບ
ຄວາມໄວ້ວາງໃຈຈາກບັນດານັກທຸລະກິດຊາວຕ່າງຊາດ ທີ່ລົງທຶນໃນລາວ ທີ່ລະດັບ 25
ຄະແນນຈາກ 100 ຄະແນນເຕັມ.
ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າ ຈະຖືເປັນລະດັບຄວາມໄວ້ວາງໃຈທີ່ດີກວ່າປີ
2012 ທີ່ລາວຖືກຈັດໃຫ້ຢູ່ໃນອັດດັບທີ່ 160 ຊຶ່ງໄດ້ຮັບຄວາມໄວ້ວາງໃຈ ຈາກບັນດານັກ
ທຸລະກິດຊາວຕ່າງປະເທດ ທີ່ລົງທຶນໃນລາວພຽງແຕ່ 21 ຄະແນນເທົ່ານັ້ນກໍຕາມ ຫາກແຕ່
ກໍເປັນສະຖານະ ທີ່ຕ່ຳລົງເມື່ອທຽບກັບປີ 2013 ຊຶ່ງລາວໄດ້ຮັບຄວາມໄວ້ວາງໃຈ ທີ່ລະດັບ
26 ຄະແນນ ໝາຍຄວາມວ່າ ການສໍ້ລາດບັງຫຼວງ ໃນລາວຍັງມີທ່າອຽງເພີ້ມຂຶ້ນ ໃນສາຍຕາ
ຂອງນັກທຸລະກິດຊາວຕ່າງຊາດນັ້ນເອງ.