ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຈະຂະຫຍາຍ ກະແສໄຟຟ້າ ໄປສູ່ຊົນນະບົດ ຫຼາຍຂຶ້ນ


A member of staff at satellite communications company Inmarsat works in front of a screen showing subscribers using their service throughout the world, at their headquarters in London. Britain's Inmarsat used a wave phenomenon discovered in the nineteenth century to analyze the seven pings its satellite picked up from Malaysia Airlines Flight MH370 to determine its final destination.
A member of staff at satellite communications company Inmarsat works in front of a screen showing subscribers using their service throughout the world, at their headquarters in London. Britain's Inmarsat used a wave phenomenon discovered in the nineteenth century to analyze the seven pings its satellite picked up from Malaysia Airlines Flight MH370 to determine its final destination.
ລັດວິສາຫະກິດໄຟຟ້າລາວດໍາເນີນໂຄງການຂະຫຍາຍຕາ
ໜ່າງສາຍສົ່ງກະແສໄຟ ຟ້າໄປເຖິງຄົນທຸກຈົນໃນເຂດຊົນນະ
ບົດ ດ້ວຍການຕິດຕັ້ງລະບົບໄຟຟ້າໃຫ້ກ່ອນ ແລ້ວຄ່ອຍຜ່ອນ
ຊໍາລະຕາມຫຼັງ.

ເຈົ້າໜ້າທີ່ຂັ້ນສູງໃນລັດວິສາຫະກິດໄຟຟ້າລາວ (EDL) ເປີດ
ເຜີຍໃຫ້ຮູ້ວ່າ EDL ໄດ້ຮັບມອບໝາຍຈາກລັດຖະມົນຕີກະ
ຊວງພະລັງງານ ແລະບໍ່ແຮ່ຢ່າງເປັນທາງການ ເມື່ອບໍ່ນານມາ
ນີ້ ເພື່ອໃຫ້ເປັນພາກສ່ວນທີ່ຮັບຜິດຊອບໃນການດໍາເນີນໂຄງ ການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າເພື່ອໃຫ້ໄປເຖິງ
ຄົວເຮືອນຂອງປະຊາຊົນລາວ ທີ່ມີຖານະຍາກຈົນ ໃນເຂດຊົນ
ນະບົດ ໃຫ້ໄດ້ຫຼາຍຂຶ້ນໃນທົ່ວປະເທດ.

ການດໍາເນີນໂຄງການດັ່ງກ່າວ ຖືເປັນການປະຕິບັດຕາມມະຕິຕົກລົງຂອງສະພາແຫ່ງ ຊາດລາວ ທີ່ໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍໄຟຟ້າສະບັບດັດແກ້ໃໝ່ ແລະໄດ້ ມີຜົນບັງຄັບໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້ ຊຶ່ງກໍເປັນຜົນເຮັດໃຫ້ປະຊາຊົນລາວ ທີ່ທຸກຈົນທີ່ອາໄສຢູ່ໃນເຂດຊົນນະບົດທົ່ວປະເທດລາວນັ້ນ ມີໂອກາດທີ່ຈະໄດ້ຊົມໃຊ້ກະ ແສໄຟຟ້າຫຼາຍຂຶ້ນ.
ສະຖານີແຈກຈ່າຍກະແສໄຟຟ້າຮັບໃຊ້ຢູ່ພາຍໃນປະເທດ ແຫ່ງນຶ່ງ
ສະຖານີແຈກຈ່າຍກະແສໄຟຟ້າຮັບໃຊ້ຢູ່ພາຍໃນປະເທດ ແຫ່ງນຶ່ງ

ທັງນີ້ກໍເນື່ອງຈາກວ່າ ກົດໝາຍວ່າດ້ວຍໄຟຟ້າສະບັບດັດແກ້
ໃໝ່ ໄດ້ເປີດໂອກາດໃຫ້ແກ່ທຸກຄອບຄົວຂອງປະຊາຊົນລາວ ສາມາດທີ່ຈະຂໍຕິດຕັ້ງລະບົບໄຟຟ້າ ສໍາລັບຊົມໃຊ້ໃນຄົວເຮືອນ
ໄດ້ ໂດຍບໍ່ຕ້ອງເສຍຄ່າທໍານຽມ ແລະຄ່າໃຊ້ຈ່າຍຕ່າງໆ ໃນອັດ
ຕາທີ່ສູງອີກຕໍ່ໄປ ຫາກແຕ່ ສາມາດທີ່ຈະຜ່ອນຊໍາລະເປັນລາຍ
ເດືອນໄດ້ ໃນອັດຕາລະຫວ່າງ 25,000-30,000 ກີບຕໍ່ເດືອນ
ເປັນເວລາ 36 ເດືອນຕິດຕໍ່ກັນ ແລະເປັນການຊໍາລະພ້ອມກັນ
ກັບຄ່າຊົມໃຊ້ ກະແສໄຟຟ້າໃນແຕ່ລະເດືອນນັ້ນເອງ.

ທາງດ້ານທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່
ແຮ່ ກໍໄດ້ໃຫ້ການຊີ້ແຈງກ່ອນໜ້ານີ້ວ່າ ການປະຕິບັດຕາມກົດໝາຍວ່າດ້ວຍໄຟຟ້າສະບັບ
ດັດແກ້ໃໝ່ດັ່ງກ່າວ ຍັງຈະເຮັດໃຫ້ລັດຖະບານລາວສາມາດທີ່ຈະບັນລຸເປົ້າໝາຍສໍາຄັນ ໃນໄລຍະຕໍ່ໜ້າໄດ້ອີກດ້ວຍ ຊຶ່ງກໍຄືການຕອບສະໜອງການຊົມໃຊ້ໄຟຟ້າພາຍໃນປະ ເທດ ໃຫ້ກວາມໄດ້ເຖິງ 90% ຂອງຄົວເຮືອນທັງໝົດພາຍ ໃນປີ 2020 ດັ່ງທີ່ທ່ານ ຄໍາມະ ນີ ໄດ້ໃຫ້ການຢືນຢັນໃນຕອນນຶ່ງວ່າ:
ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່
ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່

ພວກເຮົາຈະສຸມໃສ່ພັດທະນາສອງດ້ານຕົ້ນຕໍໄປ
ພ້ອມໆກັນ ພັດທະນາການຜະລິດແລະການຈໍາໜ່າຍ
ຢ່າງແຂງແຮງ ສົມທົບຢ່າງແໜ້ນແຟ້ນລະຫວ່າງການ
ຈໍາໜ່າຍຢູ່ພາຍໃນປະເທດໃຫ້ພຽງພໍກັບຄວາມຕ້ອງ
ການ ແລະການສົ່ງອອກໄປຕ່າງ ປະເທດໃຫ້ນັບມື້ນັບ
ເພີ່ມຂຶ້ນ ສໍາລັບການຈໍາໜ່າຍເພື່ອຊົມໃຊ້ຢູ່ພາຍໃນ
ປະເທດ ເມື່ອຮອດປີ 2015 ແມ່ນຈະໃຫ້ບັນລຸຈໍານວນ
ຄອບຄົວໃນທົ່ວປະເທດໃຫ້ໄດ້ໃຊ້ໄຟຟ້າຕັ້ງແຕ່ 80%
ຂຶ້ນໄປ ແລະເມື່ອຮອດປີ 2020 ກໍຈະໃຫ້ບັນລຸຄາດ
ໝາຍ ໃຫ້ໄດ້ຫຼາຍກວ່າ 90%”


ໃນປັດຈຸບັນນີ້ ຢູ່ໃນປະເທດລາວ ມີເຂື່ອນທີ່ສ້າງສໍາເລັດແລ້ວ ແລະກໍໄດ້ທໍາການຜະລິດ ກະແສໄຟຟ້າແລ້ວ ຈໍານວນທັງໝົດ 18 ໂຄງການ ຊຶ່ງມີກໍາລັງຕິດຕັ້ງລວມກັນ 2,572
ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້ລວມກັນ ຫຼາຍກວ່າ 12,800 ລ້ານ ກິໂລວັດ ໂມງຕໍ່ປີ.

ແຕ່ຢ່າງໃດກໍຕາມ ໃນຈໍານວນ 18 ໂຄງການເຂື່ອນດັ່ງກ່າວ ກໍເປັນເຂື່ອນທີ່ຢູ່ພາຍໃຕ້ ການດູແລ ແລະຄຸ້ມຄອງຂອງ EDL ຈໍານວນ 9 ໂຄງການ ຊຶ່ງມີກໍາລັງຕິດຕັ້ງລວມກັນ ພຽງແຕ່ 385 ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້ລວມກັນ ໃນປະລິມານ ບໍ່ເກີນ 1,800 ລ້ານກິໂລວັດໂມງຕໍ່ປີ ໂດຍໃນນີ້ ກໍເປັນກະແສໄຟຟ້າ ທີ່ຕອບສະໜອງ
ການຊົມໃຊ້ພາຍໃນ 1,400 ລ້ານກິໂລວັດໂມງຕໍ່ປີ ແລະສົ່ງອອກໄປຕ່າງປະເທດບໍ່ເກີນ 400 ລ້ານກິໂລວັດໂມງຕໍ່ປີເທົ່ານັ້ນ.

ສ່ວນອີກ 9 ໂຄງການທີ່ເປັນການລົງທຶນຂອງຕ່າງປະເທດນັ້ນ ກໍສາມາດຜະລິດກະແສ ໄຟຟ້າໄດ້ໃນປະລິມານລວມຫຼາຍກວ່າ 1 ໝື່ນລ້ານກິໂລວັດໂມງຕໍ່ປີ ແຕ່ເນື່ອງຈາກວ່າ ເປັນເຂື່ອນທີ່ມີເປົ້າໝາຍສົ່ງອອກກະແສໄຟຟ້າໄປຕ່າງປະເທດເປັນດ້ານຫຼັກ ຈຶ່ງເຮັດໃຫ້ ມີການຕອບສະໜອງການຊົມໃຊ້ພະລັງງານໄຟຟ້າພາຍໃນລາວພຽງແຕ່ 1,158 ລ້ານກິ ໂລວັດໂມງ ຕໍ່ປີ ຄິດເປັນ 10% ຂອງກະແສໄຟຟ້າທີ່ຜະລິດໄດ້ທັງໝົດໃນລາວ ເທົ່ານັ້ນ.

ຊຶ່ງດ້ວຍສະພາບການດັ່ງກ່າວ ເມື່ອປະກອບກັບຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າ ໃນລາວ ກໍມີທ່າອຽງເພີ່ມຂຶ້ນເກີນກວ່າ 17% ໃນແຕ່ລະປີອີກດ້ວຍແລ້ວ ຈຶ່ງເຮັດໃຫ້ EDL ຕ້ອງຫາທາງເພີ່ມການຜະລິດພະລັງງານໄຟຟ້າດ້ວຍການລົງທຶນກັບຕ່າງຊາດ ເພື່ອດໍາ ເນີນການກໍ່ສ້າງເຂື່ອນໃນລາວຫຼາຍຂຶ້ນ ພາຍໃຕ້ເປົ້າໝາຍທີ່ຈະຮ່ວມລົງທຶນສ້າງເຂື່ອນ ເພີ່ມຂຶ້ນໃຫ້ໄດ້ບໍ່ໜ້ອຍກວ່າ 29 ໂຄງການໃນ 10 ປີຂ້າງໜ້າ.
XS
SM
MD
LG