ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລາວ​​ ເລັ່ງກໍ່ສ້າງ​ ເຂື່ອນ​ໄຟຟ້າ​ 9 ​ແຫ່ງ ແລະ​ບຸກ​ເບີກ​ ບໍ່​​ແຮ່​ອີກ 25 ​ແຫ່ງ ​


ໂຮງງານຜລິດຄໍາ ແລະທອງແດງ ທີ່ເມືອງເຊໂປ​ນ
ໂຮງງານຜລິດຄໍາ ແລະທອງແດງ ທີ່ເມືອງເຊໂປ​ນ
ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ​ຂະນະ​ນີ້​ກໍາລັງ​ເລັ່ງດໍາ​ເນີນ​ການ​
ກໍ່ສ້າງ​ເຂື່ອນ​ຜະລິດ​ກະ​ແສ​ໄຟຟ້າ​ຈໍານວນ 9 ​ໂຄງການ​ ແລະ​
ບຸກ​ເບີກ​ບໍ່ແຮ່​ເພີ່ມ​ຂຶ້ນອີກ 25 ​ແຫ່ງ​ໃຫ້​ສໍາ​ເລັດ​ຕາມ​ແຜນການ​
ທີ່ວາງ​ເອົາ​ໄວ້.

ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ການ​ກະຊວງ​ພະ​ລັງ​ງານ
​ແລະ​ບໍ່​ແຮ່ ​ໄດ້​ຖະ​ແຫຼງຢືນຢັນ​ວ່າ ​ຜົນ​ຜະລິດ​ໃນ​ພາກ​ພະລັງ
ງານ ​ແລະ​ບໍ່​ແຮ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຍອດ​ຜະລິດຕະພັນ
​ລວມພາຍ​ໃນ ຫລື GDP ຂອງ​ລາວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ. ​ສໍາ
ລັບ​ໃນ​ໄລຍະ​ແຜນການ​ປະ​ຈໍາປີ 2011-2012 ທີ່​ຜ່ານ​ມາ​ ກໍ
​ປາກົດ​ວ່າ ຜົນ​ຜະລິດ​ໃນ​ພາກ​ພະລັງງານ ​ແລະ​ບໍ່​ແຮ່ນັ້ນ ​ຄິດ
​ເປັນ​ອັດຕາ​ສ່ວນ​ເຖິງ 19.79% ຂອງ​ມູນ​ຄ່າ GDP ທັງ​ໝົດ.

ສ່ວນ​ໃນ​ໄລຍະ​ແຜນການ​ປະ​ຈໍາປີ 2012-2013 ນີ້​ກໍ​ເຊື່ອໝັ້ນວ່າ ຜົນຜະລິດ​ໃນ​ພາກ​ພະ ລັງງານ ​ແລະ​ບໍ່​ແຮ່ ຍັງ​ຈະ​ເພີ່ມ​ຂຶ້ນຢ່າງ​ຕັ້ງໜ້າ ​ເນື່ອງ​ຈາກ​ວ່າ​ໃນເວລາ​ນີ້ ກໍ​ມີ​ການ​ກໍ່ສ້າງ
ເຂື່ອນ​ຜະລິດ​ກະ​ແສ​ໄຟຟ້າ​ຈໍານວນ​ເຖິງ 9 ​ໂຄງການ​ ທີ່​ກໍາລັງ​ດໍາ​ເນີນ​ການ​ຢ່າງ​ຕັ້ງໜ້າ ແລະ​
ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ບໍ່​ແຮ່​ເຖິງ 25 ​ແຫ່ງ ​ທີ່​ກໍາລັງ​ເລັ່ງດໍາ​ເນີນການ​ກໍ່ສ້າງ​ເພື່ອ​ໃຫ້ສໍາ​ເລັດ​ແລະ​ເລີ່​ມການ​ຜະລິດ​ແຕ່​ປີ 2013 ​ເປັນ​ຕົ້ນ​ໄປ ດັ່ງ​ທີ່​ທ່ານ ສຸ​ລິ​ວົງ ​ໄດ້​ໃຫ້ການຢືນຢັນ​ວ່າ:
ພິທີວາງສີລາເລີກໃນການກໍ່ສ້າງເຂື່ອນນໍ້າງຽບ 2 ຂອງກຸ່ມນັກລົງທຶນຈາກຈີນ
ພິທີວາງສີລາເລີກໃນການກໍ່ສ້າງເຂື່ອນນໍ້າງຽບ 2 ຂອງກຸ່ມນັກລົງທຶນຈາກຈີນ
“​ໃນ​ເວລາ​ນີ້ ມີ​ໂຮງງານ​ໄຟຟ້າ​ນໍ້າຕົກ​ໃໝ່ 9 ​ແຫ່ງ​
ທີ່​ກໍາລັງ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່ ​ແລະ​ມີ​ກິດ​ຈະ​ການ​
ຂຸດ​ຄົ້ນ​ບໍ່​ແຮ່​ຕ່າງໆ​ລວມ 25 ​ແຫ່ງ ກໍາລັງ​ໄດ້​ຮັບ​
ການ​ກໍ່ສ້າງ ສະ​ນັ້ນ​ສັງລວມ​ແລ້ວ​ຈະ​ເຫັນ​ວ່າ​ຂະ
​ແໜງ​ພະລັງງານແລະ​ບໍ່ແຮ່​ນັ້ນ ​ໄດ້​ມີ​ການ​ພັດທະນາ
ມີ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​
ແລະ​ສັງຄົມ​ຂອງ​ພວກ​ເຮົາ​ນັ້ນ ​ໄດ້​ດີ​ພໍ​ສົມຄວນ.”


ໃນ​ໄລຍະ​ນັບ​ແຕ່​ເດືອນ​ຕຸລາ 2011 ​ເຖິງ​ທ້າຍ​ເດືອນ​ສິງຫາ 2012 ລັດຖະບານກໍ ​ໄດ້​ເຊັນ​ສັນຍາ​ວ່າ ດ້ວຍ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ລົງທຶນ​ເພື່ອ​ການ​ກໍ່ສ້າງ​ແຫຼ່ງຜະລິດ​ກະ​ແສ​ໄຟ ຟ້າ​ຮ່ວມ​ກັບ​ທັງ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ​ຈໍານວນ​ທັງ​ໝົດ 80 ​ໂຄງການ

ຊຶ່ງ​ໃນ​ຈໍານວນ 80 ​ໂຄງການ​ດັ່ງກ່າວ​ນີ້ ກໍ​ແ​ບ່ງ​ເປັນ 39 ໂຄງການ​ ທີ່ຢູ່​ໃນ​ຂັ້ນ​ຕອນຂອງ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ ສ່ວນ 28 ​ໂຄງການ​ກໍ​ຢູ່​ໃນ​ຂັ້ນ​ຂອງ​ການ​ພັດທະນາ ​ໃນ​ຂະນະ​ທີ່ 13 ​ໂຄງການ​ ກໍ​ໄດ້​ເຊັນ​ສັນຍາ​ສໍາ​ປະທານ​ຢ່າງ​ເປັນ​ທາງ​ການແລ້ວ ສ່ວນນອກ​ນັ້ນ​ ກໍາລັງ​ດໍ​າ​ເນີນ​ການ​ກໍ່ສ້າງ​ຢ່າງ​ຕັ້ງໜ້າ ຊຶ່ງ​ໃນ​ນີ້​ກໍ​ມີ​ຢູ່ 4 ​ໂຄງການ​ທີ່​ຈະ​ດໍາ​ເນີນການ​ກໍ່ ສ້າງ​ໃຫ້​ສໍາ​ເລັດ​ໃນ​ທ້າ​ຍປີ 2012 ນີ້ ​ແລະ​ຈະ​ສາມາດເລີ່​ມຜະລິດ​ກະ​ແສ​ໄຟຟ້າ ​ເພື່ອ​ສົ່ງໄປ ​ຂາຍ​ໃຫ້​ໄທ​ໄດ້ ​ໃນ​ກາງ​ປີ 2013 ນີ້.

ທ່ານ​ສຸ​ລິ​ວົງ ​ໄດ້​ໃຫ້ການ​ເປີດ​ເຜີຍ​ດ້ວຍ​ວ່າ​ ໃນ​ປັດຈຸບັນ​ນີ້ ຢູ່​ໃນ​ລາວ​ມີ​ເຂື່ອນ​ທີ່​ກໍ່ສ້າງສໍາ​ເລັດ​ແລ້ວ ແລະ​ກໍ​ໄດ້​ຜະລິດ​ກະ​ແສ​ໄຟຟ້າ​ແລ້ວ​ຈໍານວນ 18 ​ໂຄງການ​ໂດຍ​ສາມາດຜະ ລິດ​ພະລັງງານ​ໄຟຟ້າໄດ້​ໃນ​ປະລິ​ມາ​ນລວມກັນ​ເຖິງ 12,039.69 ລ້ານ​ກິ​ໂລວັດ/​ໂມງ ຕໍ່​ປີ ​ແລະ​ໃນ​ນີ້​ກໍ​ໄດ້​ສົ່ງ​ໄປ​ຂາຍ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ EGAT ​ໃນ ປະລິ
ມານ​ລວມ​ເຖິງ 11,178.5 ລ້ານ​ກິ​ໂລ​ວັດ/​ໂມງ ຫຼືຄິດ​ເປັນ​ມູນ​ຄ່າການ​ສົ່ງ​ອອກ​ເຖິງ 3,256 ຕື້​ກີບ ຫຼື​ເກືອບ 470 ລ້ານ​ໂດ​ລາ​.
ການມອບລາຍຮັບຈາກຄ່າຊັກພິເສດຂອງບໍລິສັດບໍ່ແຮ່ເຊໂປນ ໃຫ້ແກ່ລັດຖະບານລາວ
ການມອບລາຍຮັບຈາກຄ່າຊັກພິເສດຂອງບໍລິສັດບໍ່ແຮ່ເຊໂປນ ໃຫ້ແກ່ລັດຖະບານລາວ

ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນ
ການ​ທີ່​ລັດຖະບານ​ລາວ​ໄດ້​ວາງ​ເອົາ​ໄວ້ ກໍ​ຄື​ການ​ກໍ່ສ້າງ​ແຫຼ່ງ
ຜະລິດ​ກະ​ແສ​ໄຟຟ້າ​ໃຫ້​ສໍາ​ເລັດ​ທັງ 80 ​ໂຄງການ ທີ່ລັດຖະ
ບານ​ລາວ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​
ຊາດ​ໄປ​ແລ້ວ​ນັ້ນ ກໍ​ຍັງ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ລາວ​ມີ​ຄວາມອາດ​
ສາມາດ​ໃນ​ການ​ຜະລິດ​ກະ​ແສ​ໄຟຟ້າ​ເພີ່ມ​ຂຶ້ນອີກ​ຫຼາຍກວ່າ 10
​ຕື້​ກິໂລວັດ/​ໂມງ ຫຼື​ເພີ່ມ​ຂຶ້ນຈາກ​ປັດຈຸບັນ​ນີ້​ເຖິງ 10 ​ເທົ່າ​ພາຍ
​ໃນ​ປີ 2025 ອີກ​ດ້ວຍ.

ສ່ວນໃນດ້ານອຸດສາຫະກໍາ​ບໍ່ແຮ່​ນັ້ນ ລັດຖະບານ​ລາວ​ກໍ​ໄດ້​ໃຫ້​
ສໍາ​ປະທານ​ການ​ສໍາຫຼວດ ແລະ​ຂຸດ​ຄົ້ນ​ແຮ່​ທາດ​ກັບ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວ​ ແລະ​ຕ່າງ​ຊາດ​ໄປ​ແລ້ວ​ເຖິງ 184 ບໍລິ​ສັດ ​ໂດຍ​ເປັນ​ການ​ສໍາ​ປະທານ​ໃນ 200 ​ໂຄງການ​ໃນ​ທົ່ວ​ປະ​ເທດ ​ແລະ​ທີ່​ຖື​ວ່າເປັນ​ບໍ່ແຮ່​ທີ່​ໃຫຍ່​ທີ່​ສຸດ​ນັ້ນ ກໍ​ແມ່ນບໍ່ແຮ່​ຄໍາ ​ແລະ​ທອງ​ແດງ​ຢູ່​ເມືອງ ເຊໂປ​ນ ​ແລະ​ວີລະ​ບູລີ​ໃນ​ແຂວງ​ສະຫວັນ​ນະ​ເຂດ.

​ໃນ​ປີ 2011 ທີ່​ຜ່ານ​ມາ​ນັ້ນ ບໍລິສັດ​ລ້ານ​ຊ້າງມິ​ເນີຣັລຈໍາກັດ ຊຶ່ງ​ເປັນ​ຜູ້​ລົງທຶນ​ໃນ​ບໍ່​ແຮ່ດັ່ງ ກ່າວ​ນີ້ ກໍ​ສາມາດ​ຂຸດ​ຄົ້ນແຮ່​ຄໍາ​ໄດ້​ໃນ​ປະລິມານ​ລວມ 74,484 ອອນຊ໌ ​ແລະ​ຂຸດ​ຄົ້ນ​ແຮ່​ທອງ​ແດງ​ໄດ້​ເຖິງ 78,859 ​ໂຕນ ຫຼື​ເພີ່ມ​ຂຶ້ນຈາກ​ປີ 2010 ຄິດ​ເປັນສັດສ່ວນ​ເຖິງ 23% ຊຶ່ງ​ກໍ​ເຮັດ​ໃຫ້​ເຊື່ອ​ໝັ້ນ​ວ່າ​ ຜົນ​ຜະລິດ​ແຮ່​ທອງ​ແດງ​ໃນ​ປີ 2012 ນີ້ ຈະມີປະລິມານ​ລວມບໍ່ໜ້ອຍ​ກວ່າ 80,000 ​ໂຕນ​ຢ່າງ​ແນ່​ນອນ.
XS
SM
MD
LG