ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນລະຍາ ທ່ານສົມບັດ ສົມພອນ ຢ້ຽມຢາມ ສະຫະລັດ ເພຶ່ອຮ້ອງຂໍ ການຊ່ວຍເຫຼືອ


ທ່ານນາງ Shui-Meng Ng ພັນລະຍາ ທ່ານສົມບັດ ສົມພອນ
ທ່ານນາງ Shui-Meng Ng ພັນລະຍາ ທ່ານສົມບັດ ສົມພອນ
ພັນ​ລະ​ຍາ​ຂອງ​ທ່ານ​ສົມບັດ ສົມ​ພອນ ນັກ​ພັດທະນາ​ຊຸມ​
ຊົນ ​ແລະນັກເຄື່ອນ​ໄຫວ​ເພື່ອສິດທິ​ພົນລະ​ເມືອງ​ລາວ ທີ່​
ຫາຍ​ສາບ​ສູນ​ໄປ ທ່ານ​ນາງ Shui Meng Ng ເດີນທາງ​
ມາສະ​ຫະລັດ ​ເພື່ອ​ຮ້ອງ​ຂໍ​ຄວາມ​ເຫັນ​ໃຈ ຈາກ​ທາງການ​
ສະຫະລັດ ​ໃຫ້​ຊ່ວຍຊອກ​ຫາ ຂ່າວຄາວ​ຂອງ​ສາມີຂອງ
​ທ່ານ​ນາງ ທີ່ຫາຍ​ຕົວ​ໄປ ​ເມື່ອ​ເກືອບ​ປີ​ເຄິ່ງຜ່ານ​ມາແລ້ວ
ຄື​ຕັ້ງ​ແຕ່​ກາງ​ເດືອນ​ທັນວາ ປີ 2012 ​ໂດຍ​ທີ່​ບໍ່ໄດ້​ຮັບ​ຂ່າວ​ຄືບ​ໜ້າ​ຫຍັງ​ເລີຍ
ຈາກ​ທາງ​ການ​ລາວ.

ທ່ານ​ນາງ Shui Meng ​ກ່າວ​ກັບ ວີ​ໂອ​ເອ ​ວ່າ:

"ຈຸດປະສົງ​ກໍ​ແມ່ນ​ຊອກຫາ​ສົມບັດ​ເນາະ. ຕອນ​ຢູ່​ວຽງ​ຈັນ ກໍ​ພະຍາຍາມ​ສຸດ​ຂີ​ດ
ຮ້ອງ​ຂໍ​ລັດຖະບານ​ແລະ​ຂັ້ນ​ເທິງ ສົ່ງ​ຂ່າວ​ແນ່​ວ່າ ສົມບັດ​ຢູ່​ໃສ ສົມບັດ​ຫາຍ​ຕົວ​
ແລ້ວ. ມື້​ນີ້ ຄົບ​ຮອບ 500 ວັນ ຮອດ​ປັດຈຸບັນ ບໍ່​ມີ​ຂ່າວ​ຫຍັງ​ເລີຍ ບໍ່​ຮູ້​ເພິ່ນ​ຢູ່​ໃສ?
ບໍ່​ຮູ້​ວ່າ​ຍັງ​ຫລື​ບໍ່​ຍັງ. ຂ້າພະ​ເຈົ້າ​ຢາກ​ໄດ້​ຂ່າວ​ວ່າ ​ເພິ່ນ​ຢູ່​ໃສ ​ເພິ່ນ​ຍັງຢູ່​ບໍ? ກໍ​
ເທົ່າ​ນັ້ນ. ມາຫາສະ​ຫະລັດ​ນີ້ ກໍ​ຢາກ​ໃຫ້​ສະຫະລັດ​ເຂົ້າ​ໃຈ ກໍລະນີ​ສົມບັດ​ຫາຍ
ຕົວ. ຮ້ອງ​ຂໍ​ລັດຖະບານ​ສະຫະລັດ ​ຖ້າວ່າ​ຊ່ວຍ​ໄດ້ ກໍໃຫ້​ຊ່ວຍ​ພັກ​ດັນ​ໃຫ້​ລາວ​
ເນາະ ຊອກ​ຫາ​ສົມບັດ ​ໃຫ້​ເພິ່ນ​ກັບ​ຄືນ​ສູ່​ຄອບຄົວ​ ດ້ວຍ​ຄວາມ​ປອດ​ໄພ.”


ທ່ານ​ນາງ Shui Meng ກ່າວ​ເຊັ່ນ​ນັ້ນ ​ໃນ​ລະ​ຫວ່າງ​ໃຫ້​ສຳພາດ​ກັບ​ນັກ​ຂ່າວ ຫລັງ​ຈາກ​
ໄດ້​ເລົ່າ​ເລື້ອງ​ລາວ​ ກ່ຽວ​ກັບການ​ຫາຍ​ໂຕ​ໄປ​ ຂອງ​ສາມີ​ຂອງ​ທ່ານ​ນາງ ຢູ່ໃນ​ລາຍການ​
ສົນທະນາ​ ໃນ​ຫົວ​ຂໍ້​ເລື້ອງ “ການ​ລັກພາ​ໂຕ​ໃນ​ປະ​ເທດ​ລາວ” ທີ່ທາງສະ​ຖາ​ບັນ​ເພື່ອ​
ການ​ສຶກສາ​ນະ​ໂຍບາຍ ຈັດ​ຂຶ້ນ ຮ່ວມ​ກັບ ສະ​ຖາ​ບັນ​ການ​ສຶກສາ​ຍຸ​ທະ​ສາດ​ ແລະນາໆ
ຊາດ ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ເມື່ອວັນ​ອັງຄານ​ວານ​ນີ້ ​ຊຶ່ງ​ມີ​ເຈົ້າ​ໜ້າ​ທີ່​ກະຊວງການ ​ຕ່າງປະ​ເທດ​ສະຫະລັດ ​ແລະ​ແຂກ​ເຂົ້າ​ຮັບ​ຟັງ​ ຫລາຍ​ສິບ​ຄົນ.
ທ່ານສົມບັດ ສົມພອນ ທີ່ຫາຍສາບສູນໄປ ໃນວັນທີ 15 ທັນວາ 2012
ທ່ານສົມບັດ ສົມພອນ ທີ່ຫາຍສາບສູນໄປ ໃນວັນທີ 15 ທັນວາ 2012

ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ນີ້ ທ່ານ​ນາງ Shui Meng ມີ​ກຳນົດ
​ຈະ​ໄປພົບ​ປະ​ສົນທະນາ​ ກັບບັນດາ​ສະມາຊິກ​ ລັດຖະສະພາ ​
ແລະ​ບຸກຄົນສຳຄັນຫຼາຍໆ​ທ່ານ ຂອງ​ລັດຖະບານສະຫະລັດ ​
ເພື່ອ​ປຸກ​ລະ​ດົມ​ເອົາການ​ຊ່ວຍ​ເຫຼືອ ໃຫ້​ໄດ້ຮັບ​ຂ່າວ​ຄາວ​ແລະ​
ໄດ້​ຕົວ​ຂອງ​ສາມີ ຂອງ​ທ່ານ​ນາງ​ກັບ​ຄືນ​ມາ.

​ເຮົາ​ຍັງ​ຈະ​ມີ ລາຍ​ງານ​ເພີ້​ມຕື່ມ​ ກ່ຽວ​ກັບການ​ຢ້ຽມຢາມ​ຂອງ​
ທ່ານ​ນາງ Shui Meng ມາສະ​ເໜີ​ທ່ານ​ອີກ ​ໃນມື້​ໜ້າ. ​ໂປດ
​ຕິດຕາມ​ຟັງ.
XS
SM
MD
LG