ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

6 ແຂວງພາກກາງ ຂອງລາວ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ເພີ່ມຂຶ້ນ 4 ລ້ານ 2 ແສນຄົນ ໃນປີ 2015


ກອງປະຊຸມ ຄະນະລັດຖະບານ ໂດຍມີບັນດາເຈົ້າແຂວງໆຕ່າງໆ ເຂົ້າຮ່ວມ ເພື່ອປຶກສາຫາລື ແຜນຍຸດທະສາດ ວ່າດ້ວຍການພັດທະນາ ການທ່ອງທ່ຽວແຫ່ງຊາດ ເພື່ອຈັດຕັ້ງ ປະຕິບັດ ນັບຈາກປີ 2016 ໄປຈົນເຖິງປີ 2025 ຢ່າງເປັນທາງການ.
ກອງປະຊຸມ ຄະນະລັດຖະບານ ໂດຍມີບັນດາເຈົ້າແຂວງໆຕ່າງໆ ເຂົ້າຮ່ວມ ເພື່ອປຶກສາຫາລື ແຜນຍຸດທະສາດ ວ່າດ້ວຍການພັດທະນາ ການທ່ອງທ່ຽວແຫ່ງຊາດ ເພື່ອຈັດຕັ້ງ ປະຕິບັດ ນັບຈາກປີ 2016 ໄປຈົນເຖິງປີ 2025 ຢ່າງເປັນທາງການ.

ເຂດ 6 ແຂວງພາກກາງຂອງລາວ ໄດ້ຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນປີ 2015 ໄດ້ຕ້ອນຮັບນັກທ່ອງທ່ຽວ 4 ລ້ານ 2 ແສນກວ່າຄົນ ແລະຈະເພີ່ມ ຂຶ້ນເປັນເກີນກວ່າ 4 ລ້ານ 8 ແສນຄົນ ໃນປີ 2016 ນີ້.

ທ່ານບຸນສອນ ເພັດລາວັນ ຮອງເຈົ້າແຂວງໆ ວຽງຈັນ ຢືນຢັນວ່າ ເຂດ 6 ແຂວງພາກ
ກາງຂອງລາວ ທີ່ປະກອບດ້ວຍນະຄອນຫຼວງວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນ ນະເຂດ ໄຊສົມບູນ ແລະແຂວງວຽງຈັນ ຖືເປັນເຂດທີ່ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງຊາດ ເດີນທາງມາທ່ອງທ່ຽວຫຼາຍທີ່ສຸດ ໃນລາວໂດຍໃນປີ 2015 ທີ່ຜ່ານມາ ກໍປາກົດວ່າ ມີນັກທ່ອງທ່ຽວຈຳນວນ 4,221,048 ເທື່ອຄົນ ທີ່ໄດ້ເດີນທາງມາຢ້ຽມ
ຢາມ 6 ແຂວງດັ່ງກ່າວແລະຄາດວ່າ ຈະເພີ່ມຂຶ້ນເປັນ 4 ລ້ານ 8 ແສນເທື່ອຄົນ ໃນ ຕະຫຼອດປີ 2016 ນີ້.

ໂດຍໃນປັດຈຸບັນ ເຂດ 6 ແຂວງພາກກາງຂອງລາວດັ່ງກ່າວ ມີສະຖານທີ່ທ່ອງທ່ຽວ ຈຳນວນ 602 ແຫ່ງ ແລະມີໂຮງແຮມ-ບ້ານພັກທັງໝົດ 1,115 ແຫ່ງ ທີ່ສາມາດຮອງ
ຮັບນັກທ່ອງທ່ຽວໄດ້ຢ່າງພຽງພໍ ກັບລະດັບຄວາມຕ້ອງການທີ່ເປັນຢູ່ໃນເວລານີ້ ຫາກ
ແຕ່ ວ່າດ້ວຍສະພາວະ ທີ່ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມເຂດ 6 ແຂວງດັ່ງກ່າວນີ້ ເພີ່ມຂຶ້ນຄິດເປັນອັດຕາສະເລ່ຍເຖິງ 14 ເປີເຊັນ ໃນແຕ່ລະປີ ລັດຖະບານລາວ ຈຶ່ງໄດ້ ວາງແຜນຍຸດທະສາດ ວ່າດ້ວຍການພັດທະນາການທ່ອງທ່ຽວແຫ່ງຊາດ ເພື່ອຈັດຕັ້ງ ປະຕິບັດ ນັບຈາກປີ 2016 ໄປຈົນເຖິງປີ 2025 ຢ່າງເປັນທາງການແລ້ວໃນຂະນະນີ້.

ທັງນີ້ ໂດຍທ່ານອຸ່ນທວງ ຂາວພັນ ກຳມະການຄະນະພັກໃນກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຢືນຢັນວ່າ ແຜນຍຸດທະສາດດັ່ງກ່າວ ມີເປົ້າໝາຍຈະ ດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ່ໄດ້ເດີນທາງເຂົ້າມາໃນລາວ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຄືໃນປີ 2020 ຊຶ່ງເປັນປີສິ້ນສກຸດຂອງການຈັດຕັ້ງປະຕິບັດ ແຜນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ກໍຈະດຶງດູດເອົານັກທ່ອງ ທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ແລະສ້າງລາຍຮັບໄດ້ເຖິງ 953 ລ້ານໂດລາ ໃນປີ 2020 ດັ່ງກ່າວ.

ບ້ານພັກແຫ່ງໜຶ່ງ ຢູ່ໃນນະຄອນຫຼວງວຽງຈັນ
ບ້ານພັກແຫ່ງໜຶ່ງ ຢູ່ໃນນະຄອນຫຼວງວຽງຈັນ

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວຢ່າງແທ້ຈິງ ທາງການລາວ ກໍໄດ້ ວາງແຜນການພັດທະນາໃນ 3 ໜ້າວຽກດ້ວຍກັນ ກໍຄື ການຄຸ້ມຄອງການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ ແລະສະຖານບໍລິການ ຕ່າງໆ ທີ່ມີສິ່ງອຳນວນຄວາມສະດວກຢ່າງຄົບຊຸດ ແລະຮັບປະກັນຄວາມປອດໄພ ໃຫ້ ກັບນັກທ່ອງທ່ຽວໃຫ້ໄດ້ຢ່າງຄັກແນ່ ຮວມເຖິງການມີບ່ອນພັກເຊົາ ສຳລັບນັກທ່ອງທ່ຽວ ຊາວຕ່າງຊາດ ຢ່າງພຽງພຊ ກັບຄວາມຕ້ອງການ ທີ່ເພີ່ມຂຶ້ນນັບມື້ ພ້ອມກັນນີ້ ຮ່າງແຜນ ຍຸດທະສາດດັ່ງກ່າວ ກໍຍັງໃຫ້ຄວາມສຳຄັນກັບການພັດທະນາການທ່ອງທ່ຽວ ທີ່ເປັນ ເອກະລັກ ທີ່ໂດດເດັ່ນ ຂອງແຕ່ລະແຂວງອີກດ້ວຍ ດັ່ງທີ່ທ່ານອຸ່ນທວງ ໄດ້ໃຫ້ການ ອະທິບາຍວ່າ:

“ຈຸດປະສົງຕົ້ນຕໍກໍແມ່ນເພື່ອສະຫລຸບລາຍງານແຜນການຈັດຕັ້ງປະຕິບັດ ໃນລະ
ຍະ 5 ປີ ຜ່ານມາ ແຕ່ 2011 ເຖິງ 2015 ແລະແຜນການພັດທະນາການທ່ອງທ່ຽວ
ໃນ 5 ປີ ແຕ່ 2016-2020 ແລະແຜນຍຸດທະສາດ 2025 ຈາກນັ້ນ ບັນດາແຂວງ
ໄດ້ສະຫລຸບລາຍງານ ຕົວແບບຂອງແຂວງ ເຊັ່ນຢູ່ນະຄອນຫຼວງວຽງຈັນ ກໍໄດ້ເວົ້າ ເຖິງວຽກງານການໂຄສະນາການທ່ອງທ່ຽວ ຢູ່ໃນແຂວງຈຳປາສັກ ກໍໄດ້ເວົ້າເລື່ອງ ວຽກງານການພັດທະນາການທ່ອງທ່ຽວພາຍໃນແຂວງ ຈາກນັ້ນກະຫລວງພະບາງ ໄດ້ເວົ້າເຖິງການຄຸ້ມຄອງຂອງການທ່ອງທ່ຽວເພາະວ່າຫລວງພະບາງເປັນເມືອງໜຶ່ງ ທີ່ມີນັກທ່ອງທ່ຽວເຂົ້າຫຼາຍ ສະນັ້ນກໍແນ່ນອນ ກະສິມີບັນຫາດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ.”

ງານປາຕີ ທີ່ມີນັກທ່ອງທ່ຽວຊາວຕ່າງຊາດ ພາກັນໄປຮ່ວມຢ່າງໜາແໜ້ນ ໃນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ, ລາວ
ງານປາຕີ ທີ່ມີນັກທ່ອງທ່ຽວຊາວຕ່າງຊາດ ພາກັນໄປຮ່ວມຢ່າງໜາແໜ້ນ ໃນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ, ລາວ

ທັງນີ້ ໂດຍພາກທຸລະກິດບໍລິການ ແລະທ່ອງທ່ຽວງໃນລາວມີໂຮງແຮງ ແລະບ້ານພັກ ທັງໝົດ 1,926 ແຫ່ງ ທີມີຈຳນສວນຫ້ອງພັກ ລວມກັນ 32,960 ຫ້ອງໃນປີ 2011 ແລະ ເພີ່ມຂຶ້ນເປັນ 2,426 ແຫ່ງ ມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງ ໃນປີ 2015
ແລະ ເພີ່ມຂຶ້ນເປັນ 50,000 ຫ້ອງໃນປີ 2016 ນີ້.

ໂດຍການມີຈຳນວນຫ້ອງພັກເພີ່ມຂຶ້ນດັ່ງກ່າວນີ້ ຍັງເຮັດໃຫ້ພາກທະລະກິດບໍລິການ ແລະການທ່ອງທ່ຽວໃນລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ ເພີ່ມຂຶ້ນ ທຸກປີອີກດ້ວຍ ກໍຄືຈາກ 2 ລ້ານ 7 ແສນກວ່າຄົນ ໃນປີ 2011 ເປັນ 4 ລ້ານ 1 ແສນ ກວ່າຄົນ ໃນປີ 2014 ແລະຫຼາຍກວ່າ 4 ລ້ານ 3 ແສ່ນຄົນ ໃນປີ 2015 ທັງຍັງເຮັດໃຫ້ ພາກທຸລະກິດບໍລິການຂອງລາວ ມີລາຍຮັບເພີ່ມຂຶ້ນ ຈາກ 400 ລ້ານໂດລາ ໃນປີ
2011 ແລະ 560 ລ້ານໂດລາ ໃນປີ 2014 ເປັນຫຼາຍກວ່າ 670 ລ້ານໂດລາ ໃນປີ
2015 ສ່ວນໃນປີ 2016 ຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດເກີນກວ່າ 4 ລ້ານ
6 ແສນຄົນ ທີ່ເດີນທາງເຂົ້າມາໃນລາວ ແລະຈະສ້າງລາຍຮັບ ໄດ້ຫຼາຍກວ່າ 725 ລ້ານໂດລາ ຊຶ່ງຖືເປັນສະພາວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຕາມລຳດັບ ໂດຍກໍເປັນຜົນຈາກການພັດທະນາຫຼາຍດ້ານ ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ ເຊັ່ນຮ້ານອາຫານ ການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະເຫັນໄດ້ຈາກການທີ່ລາວ ມີບໍລິສັດທ່ອງທ່ຽວຫຼາຍກວ່າ
340 ລາຍ ໃນປັດຈຸບັນ.

XS
SM
MD
LG