ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຂາດແຄນຊັບພະຍາກອນມະນຸດ ໂດຍສະເພາະ ໃນຂະແໜງເທັກໂນໂລຈີ ດ້ານຂໍ້ມູນຂ່າວສານ


ການສຳມະນາ ເພື່ອສົ່ງເສີມແຮງງານ ໃນຂະແໜງການເທັກໂນໂລຈີດ້ານຂໍ້ມູນຂ່າວສານ ຫລື ໄອທີ (IT) ໂດຍມີບັນດານັກສຳມະນາກອນເຂົ້າຮ່ວມ ໃນສູນການຄ້າວຽງຈັນ.
ການສຳມະນາ ເພື່ອສົ່ງເສີມແຮງງານ ໃນຂະແໜງການເທັກໂນໂລຈີດ້ານຂໍ້ມູນຂ່າວສານ ຫລື ໄອທີ (IT) ໂດຍມີບັນດານັກສຳມະນາກອນເຂົ້າຮ່ວມ ໃນສູນການຄ້າວຽງຈັນ.

ຂະນະທີ່ທຸລະກິດຕ່າງໆ ກໍາລັງພະຍາຍາມຟື້ນຕົວຄືນຈາກຜົນກະທົບໃນ​ການລະບາດຂອງພະຍາດໂຄວິດ-19 ຢູ່ນີ້ ກໍມີບັນຫາການຂາດແຄນຊັບພະຍາກອນມະນຸດໃນລາວໂດຍສະເພາະແມ່ນໃນຂະແໜງການເທັກໂນໂລຈີທາງດ້ານ ຂໍ້ມູນຂ່າວສານນັ້ນສູງຂຶ້ນນັບມື້ ເຖິງແມ່ນຈະມີນັກສຶກສາທີ່ຮຽນຈົບຈາກຂະແໜງ ການນີ້ຢູ່ທັງພາຍໃນແລະຕ່າງປະເທດມີຫລາຍສົມຄວນຢູ່ກໍຕາມ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລາວ ມີທ່າແຮງອັນສໍາຄັນເຊັ່ນ ມີປະຊາກອນທີ່ໜຸ່ມ ຈໍານວນຫລວງຫລາຍ, ມີຊາຍແດນຕິດຈອດກັບປະເທດທີ່ມີເສດຖະກິດເຕີບໂຕໄວທີ່ສຸດໃນໂລກ ແລະກໍາລັງພັດທະນາການເຊື່ອມຕໍ່ທາງລົດໄຟ ທີ່ສາມາດກະຕຸ້ນທ່າແຮງການຄ້າໄດ້, ອີງຕາມບົດຖະແຫລງຂ່າວຂອງທະນະາຄານໂລກ ທີ່ຫາກໍ່ພິມເຜີຍແຜ່ອອກມາ ໃນຕົ້ນເດືອນນີ້. ແຕ່ຢ່າງໃດກໍຕາມຕະຫລາດແຮງງານຂອງລາວ ທີ່ບອບບາງຢູ່ແລ້ວ ກໍຍິ່ງມີບັນຫາ ຫລັງຈາກຖືກກະທົບຈາກການລະບາດຂອງພະຍາດນີ້ ມາໄດ້ 3 ປີກວ່າແລ້ວ. ອັດຕາຫວ່າງງານຂອງຊາວໜຸ່ມລາວ ກ່ອນການລະບາດຂອງພະຍາດມີປະມານ 18 ເປີເຊັນ ແລະແຮງງານທີ່ບໍ່ຢູ່ໃນໂຮງຮຽນ ແລະ ບໍ່ຢູ່ໃນຕະຫລາດແຮງງານ ຫລາຍກວ່າ 40 ເປີເຊັນ, ອີງຕາມຜູ້ຊ່ຽວຊານອາວຸໂສຈາກອົງການແຮງງານສາກົນປະຈໍາລາວ. ແຕ່ບັນດາທຸລະກິດຕ່າງໆ ກັບຂາດແຄນແຮງງານ ໂດຍສະເພາະແມ່ນໃນຂະແໜງການເທັກໂນໂລຈີດ້ານຂໍ້ມູນຂ່າວສານ ຫລື ໄອທີ (IT) ຢ່າງຫລວງຫລາຍ ຫລັງຈາກມີການລະບາດຂອງພະຍາດນີ້ ດັ່ງທີ່ ປ.ອ. ລິດ​ທິ​ກອນ ພູມ​ມະ​ສັກ, ​ປະ​ທານບໍ​ລິ​ຫານກຸ່ມ​ບໍ​ລິ​ສັດໄອເອ​ເອັ​ຟ (IAF) ທີ່ສະໜອງການບໍລິການດ້ານໄອທີ ໃຫ້ແກ່ພາກລັດແລະເອກະຊົນ ຊຶ່ງ​ທ່ານ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ ​ລະ​ຫວ່າງ​ພາກ​ລັດ ແລະ​ເອກ​ະ​ຊົນ ​ໃນງານ​ມະ​ຫາ​ກຳສົ່ງ​ເສີມແຮງ​ງານ​ລາວ ປີ 2022 ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ຫາ ວັນທີ 20 ມີນາ ຜ່ານມາ ຢູ່ທີ່ນະຄອນຫລວງວຽງຈັນ​ວ່າ:

"ໂຄວິດນີ້ ຊ່ວຍໃຫ້ເລື້ອງການພັດທະນາຂະແໜງໄອທີ ໄປຫຼາຍພໍສົມຄວນ ແລະລັດຖະບານເອງ ໃນປັດຈຸບັນນີ້ ກະໃຫ້ຄວາມສຳຄັນແທ້ໆ ໃນການຫັນໃຫ້ທັນສະໄໝ ໂດຍສະເພາະໄອເອເອັຟ ພວກເຮົາເອງກະຮັບວຽກເລື້ອງການສ້າງຖານຂໍ້ມູນໃຫ້ກະຊວງແຮງງານເນາະ ອັນນັ້ນ ການຫັນທັນສະໄໝຂອງພາສີອາກອນ ຕໍ່ໄປເນາະ ວຽກຫັນທັນສະໄໝຂອງວຽກງານສານຕຸລາການເນາະ ແມ່ນກະທັງວຽກເລື້ອງພາສີທີ່ດິນຕ່າງໆເນາະ ຫລະກະທັງເລື້ອງຫລ້າສຸດ ພວກເຮົາເຮັດ ກະແມ່ນວຽກເລື້ອງບັດ E-Id Card ກັບກະຊວງເທັກໂນໂລຢີ ແລະການສື່ສານເນາະ ອັນນີ້ຖືວ່າ ເປັນວຽກທີ່ສຳຄັນທີ່ຜ່ານມາພວກເຮົາເອງ ກໍໃຊ້ແຕ່ໄອທີຈາກຕ່າງປະເທດ".

ທ່ານຊີ້ໃຫ້ເຫັນອີກວ່າ ນອກນັ້ນແລ້ວ ຄວາມຕ້ອງການໃນການບໍລິການດ້ານໄອທີ ໃນພາກເອກະຊົນ ເຊັ່ນຂະແໜງການຂົນສົ່ງ ແລະການຄ້າທາງອອນໄລນ໌ ຫລື E-commerce ກໍນັບມື້ນັບສູງຂຶ້ນ.

ໂຮງຮຽນເຕັກນິກວິຊາຊີບ ເວດສະພົງ ຕັ້ງຮ້ານປະຊາສຳພັນ ເພື່ອດຶງດູດນັກສຶກສາ ເຂົ້າມາຮ່ວມໃນກິດຈະກຳ ການຮຽນ-ການສອນ.
ໂຮງຮຽນເຕັກນິກວິຊາຊີບ ເວດສະພົງ ຕັ້ງຮ້ານປະຊາສຳພັນ ເພື່ອດຶງດູດນັກສຶກສາ ເຂົ້າມາຮ່ວມໃນກິດຈະກຳ ການຮຽນ-ການສອນ.

ສ່ວນນັກສຶກສາບາງຄົນກໍເຫັນວ່າ ຄວາມຕ້ອງການວິຊາການໃນດ້ານນີ້ ຍັງມີ ຫລາຍແຕ່ກໍຍັງເປັນການຍາກທີ່ຈະໄດ້ວຽກງານທີ່ໝັ້ນຄົງ ດັ່ງທີ່ນັກສຶກສາຮຽນ ຈົບໃໝ່ຜູ້ນຶ່ງ ເປີດເຜີຍສູ່ຟັງວ່າ:

“ເອີຂ້ອຍຫາກະຈົບມາໝາດໆມາກະ 3-4 ເດືອນນີ້ລະຈົບນໍາກັນ ກະເກືອບປະມານຫ້າສິບ ຫົກສິບຄົນ ໂດຍລວມມີວຽກເຮັດຫລາຍເນາະ ສ່ວນຫລາຍກະວຽອອກແບບວຽກຕັດຕໍ່ວິດີໂອຕ່າງໆ ງານໂຄສະນາອອນໄລນ໌ ມັນຫລາຍດຽວນີ້ນະ ສ່ວນວຽກປະຈໍາມີຫນ້ອຍ. ຍອມຮັບວ່າຫາວຽກງ່າຍຫລາຍ ຖ້າໃຜບໍ່ຄ້ານນະ ສໍາລັບນັກສຶກສາທີ່ຈົບໄອທີນີ້ ເພາະວ່າຕະຫລາດແຮງງານມີຄວາມຕ້ອງການສູງທັງແຮງງານທັງພາຍໃນ ແລະຕ່າງປະເທດ ເພາະວ່າຊ່ວງນີ້ເປັນຊ່ວງໂຄວິດໃຜກະຕ້ອງການຫລາຍ”.

ສ່ວນຜູ້ຈ້າງງານໃນດ້ານນີ້ກໍເຫັນວ່າຄວາມຮູ້ ຄວາມສາມາດຂອງນັກສຶກສາຮຽນ ຈົບໃໝ່ນັ້ນ ຍັງບໍ່ໄດ້ມາດຕະຖານຂອງບໍລິສັດເທື່ອ ດັ່ງທີ່ຜູ້ຕາງໜ້າຂອງບໍລິສັດ ນຶ່ງທີ່ຕັ້ງຮ້ານຮັບສະໝັກພະນັກງານຢູ່ໃນງານມະຫາກໍາສົ່ງເສີມແຮງງານລາວ ທີ່ກ່າວມາຂ້າງເທິງນັ້ນ ອະທິບາຍໃຫ້ຟັງວ່າ:

“ໃນການຮັບພະນັກງານ ເຮົາກະມີບັນຫາເນາະ ຊິຈົບໃບປະກາດຫຍັງກະຕາມ ແຕ່ມາເຮັດວຽກຕົວຈິງມັນກະມີບັນຫາຂອງມັນເນາະ ແຕ່ວ່າຄັນມີຄວາມມຸ້ງໝັ້ນເຮົາສາມາດເທຣນຈາກຄົນທີ່ບໍ່ເປັນຫຍັງໃຫ້ເປັນໃນລະດັບ Expert ໄດ້ ສໍາຄັນແມ່ນຄວາມມຸ້ງໝັ້ນ ຄວາມຕັ້ງໃຈເຮັດ ຄັນເວົ້າໃນຫົວຂໍ້ Digital ມັນກວ້າງ ມັນສາມາດອັບພຣາຍເຂົ້າໄດ້ໃນທຸກຂະແໜງການ ເຮົາບໍ່ຈໍາເປັນຕ້ອງເກັ່ງ ໄອທີ ຂ້ອຍຈິ່ງສາມາດນໍາ Digital ເຂົ້າໃນອົງກອນໃດນຶ່ງໄດ້ ສິ່ງສໍາຄັນແມ່ນເຮົາມີຄວາມມຸ້ງໝັ້ນ ຕົວຢ່າງໃນທາງກັບກັນໃນໂຕຂອງຂ້າພະເຈົ້າເອງຮຽນທາງ Digital ຮຽນທາງດ້ານໄອທີມາ ແຕ່ໃນປະຈຸບັນແມ່ນເຮັດວຽກກ່ຽວກັບວຽກບໍລິຫານມັນຄົນລະເລື້ອງກັນ ແຕ່ມີຄວາມມຸ້ງໝັ້ນແລ້ວເຮົາກະສາມາດເຮັດໄດ້.”

ແຕ່ແນວໃດກໍຕາມນັກສຶກສາລາວຈໍານວນນຶ່ງທີ່ຮຽນຈົບໃໝ່ ກໍຍັງມີຄ່ານິຍົມສູງໃນການເຂົ້າເຮັດວຽກນໍາລັດຖະບານຢູ່. ດັ່ງທີ່ນັກສຶກສາລາວ ທີ່ຫາກໍຮຽນຈົບມາຜູ້ນຶ່ງເລົ່າສູ່ຟັງວ່າ:

ຂ້ອຍຈົບວິຊາຊັ້ນສູງໄອ​ທີ ທີ່ມິດຕະພາບລາວຫວຽດໂພນໄຊນີ້ເດ ກະຢາກໄປເຮັດວຽກກັບລັດເດ ຄັນເສັງເຂົ້າໄດ້ ແຕ່ມັນກະຍາກຫລາຍ ເຂົາຫລິ້ນເສັ້ນຫລິ້ນສາຍຫລາຍ ຫລືບໍ່ກະຕ້ອງໃຊ້ເງິນໃຊ້ງົບປະມານຫລາຍ ມີເປີເຊັນໜ້ອຍຫລາຍ.

ສະຫລຸບແລ້ວ ຫລັງຈາກມີການລະບາດຂອງພະຍາດ ໂຄວິດ-19 ນີ້ ເຮັດໃຫ້ ຄວາມຕ້ອງຊັບພະຍາກອນມະນຸດ ດ້ານໄອທີ ນັບມື້ນັບສູງຂຶ້ນທັງຢູ່ໃນພາກລັດ ແລະພາກເອກະຊົນ ແຕ່ວ່ານັກສຶກສາລາວ ທີ່ຮຽນຈົບໃໝ່ຍັງປະສົບຄວາມຫຍຸ້ງ ຍາກ ໃນການຊອກວຽກເຮັດງານທໍາທີ່ໝັ້ນຄົງຢູ່ ຊຶ່ງສາເຫດຕົ້ນຕໍແມ່ນມາຈາກການຂາດປະສົບການ ໃນດ້ານນີ້ ແລະມີຄ່ານິຍົມທີ່ຢາກເຮັດການໃນວົງການລັດຖະບານ ທີ່ຮັບເອົາພະນັກງານໃນຈໍານວນຈໍາກັດ ແລະບໍ່ໂປ່ງໃສນັ້ນຍັງສູງຢູ່.

XS
SM
MD
LG