ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຂາດແຄນແຮງງານ ໃນ​ຂະ​ແໜງ ບໍ​ລິ​​ການດ້ານ​ການທ່ອງ​ທ່ຽວ​ ​ຂະ​ນະ​ທີ່ທຸ​ລະ​ກິດ​ ດ້ານນີ້ ເລີ້ມ​ຟື້ນ​ຕົວ​ຄືນ ຫລັງ​ຈາກ​ເປີດ​ປະ​ເທດຄືນ​ແລ້ວ


ນັກ​ທ່ອງ​ທ່ຽວ​ຖ່າຍ​ຮູບ​ຢູ່​ຕາດ ກວງ​ຊີ, ແຂວງຫຼວງ​ພະ​ບາງ (ພາບ​ໂດຍ by Manan VATSYAYANA / AFP)
ນັກ​ທ່ອງ​ທ່ຽວ​ຖ່າຍ​ຮູບ​ຢູ່​ຕາດ ກວງ​ຊີ, ແຂວງຫຼວງ​ພະ​ບາງ (ພາບ​ໂດຍ by Manan VATSYAYANA / AFP)

ຫລັງ​ຈາກ​ລາວ​ເລີ້ມ​ເປີດ​ປະ​ເທດຄືນນັບ​ແຕ່​ຕົ້ນ​ປີນີ້​ເປັນ​ຕົ້ນ​ມາ ບວກ​ກັບການ​ເປີດບໍ​ລິ​ການ​ລົດ​ໄຟ​ໃນ​ລາວ​ເປັນ​ຄັ້ງ​ທຳ​ອິດ ທີ່​ພາ​ໃຫ້​ຄົ​ນ​ພາຍ​ໃນ​ປະ​ເທດ​ໄປທ່ອງ​ທ່ຽວຫລາຍ​ຂຶ້ນ ​ທຸ​ລະ​ກິດ​ດ້ານການ​ທ່ອງ​ທ່ຽວ​ໃນ​ລາວ​ກໍຄ່ອຍໆ ຟື້ນ​ຕົວ​ຂຶ້ນ​ມາ ແລະ​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນ ແຕ່​ນັກ​ທຸ​ລະ​ກິດ​ໃນ​ຂະ​ແໜງນີ້ ກໍ​ຍັງ​ມີ​ຄວາມເປັນ​ຫ່​ວງ ​ເລື້ອງ​ຂາດແຄນ​ແຮງ​ງານ​ທີ່​ມີ​ປະ​ສົບ​ການ ດັ່ງ​ທີ່​ທ່ານອາ​ນຸ​ສິດ ເຈົ້າ​ຂອງ​ບ້ານ​ພັກ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ພະ​ບາງ​ຍົກ​ໃຫ້​ເຫັນ​ບັນ​ຫານີ້​ວ່າ:

ສຳ​ລັບ​ນັກ​ທ່ອງ​ທ່ຽວ ​ເຂົ້າ​ໄປ​ທ່ຽວ​ຊົມ​ຫລວງ​ພະ​ບາງໃນ 6 ເດືອນ​ຕົ້ນ​ປີນີ້ມີ​ທັງ​ໝົດ 98,700 ກວ່າ​ຄົນເພີ້ມ​ຂຶ້ນ 51 ເປີ​ເຊັນ​ເມື່ອ​ທຽບ​ໃສ່​ໝົດ​ປີ 2021. ພ້ອມ​ກັນ​ນັັ້ນ​ ຄາດ​ຄະ​ເນ​ວ່າ ໃນ 6 ເດືອນ​ທ້າຍ​ປີນີ້ ຈະ​ມີ​ນັກ​ທ່ອງ​ທ່ຽວ​ໄປ​ຫລວງ​ພະ​ບາງເພີ້ມ​ຂຶ້ນ​ ຫລາຍກວ່າ​ສາມ​ເທົ່າ ເຖິງ 424,800 ກວ່າ​ຄົນ ເມື່ອ​ທຽບ​ກັບ 6 ເດືອນ​ຕົ້ນ​ປີນີ້, ອີງ​ຕາມພະ​ແນກ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ​ຂອງ​ແຂວງ​ຫລວງ​ພະ​ບາງ. ສະ​ພາບ​ການນີ້ ​ທ່ານອາ​ນຸ​ສິດຄິດ​ວ່າ ຈະ​ພາ​ໃຫ້ມີ​ການ​ຂາດ​ແຄນ​ແຮງ​ງານ​ໃນ​ຂະ​ແໜງ​ການນີ້ ບໍ່​ພຽງ​ແຕ່​ຢູ່​ຫລວງ​ພະ​ບາງເທົ່າ​ນັ້ນ ແຕ່​ຢູ່​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ສ່ວນ​ນັກ​ຮຽນທີ່​ຮຽນ​ຈົບ​ອອກ​ມາ​ໃໝ່ ​ກໍມີ​ຫລາຍ ແຕ່​ເຂົ້າ​ເຈົ້າ​ກໍ​ຍັງບໍ່ຊຳ​ນາ​ນ​ງານພຽງ​ພໍກັບ​ຄວາມຕ້ອງການໃນ​ການບໍ​ລິ​ການ​ດ້ານນີ້​ເທື່ອ, ອີງ​ຕາມ​ການບອກ​ເລົ່າ​ຂອງ​ທ່ານ.

XS
SM
MD
LG