ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ນໍ້າເຊກອງໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ແລະສ້າງເຂື່ອນ


ເຈົ້າໜ້າທີ່ລາວກັບເຈົ້າໜ້າທີ່ບໍລິສັດຂຸດຄົ້ນແຮ່ຂອງຈີນ ໃນ ສປປ ລາວ
ເຈົ້າໜ້າທີ່ລາວກັບເຈົ້າໜ້າທີ່ບໍລິສັດຂຸດຄົ້ນແຮ່ຂອງຈີນ ໃນ ສປປ ລາວ

ເຈົ້າແຂວງເຊກອງຍອມຮັບວ່າ ແມ່ນໍ້າເຊກອງໄດ້ຮັບຜົນກະທົບດ້ານລົບ ຈາກການຂຸດຄົ້ນແຮ່ແລະການສ້າງເຂຶ່ອນໃນແຂວງເຊກອງ ແລະແຂວງ ອັດຕະປືຫລາຍຂື້ນນັບມື້ ເນຶ່ອງຈາກປາກົດວ່າ ໄດ້ມີການປ່ອຍສານພິດ ແລະສິ່ງເສດເຫລືອ ລົງສູ່ແມ່ນໍ້າເຊກອງຕະຫລອດເວລາ.

ທ່ານຄຳພັນ ພົມມະທັດ ເຈົ້າແຂວງເຊກອງຖະແຫລງ ຍອມຮັບວ່າ ແມ່ນ້ຳເຊກອງໄດ້ຮັບຜົນກະທົບຈາກໂຄງ ການພັດທະນາຕ່າງໆ ຢ່າງໜັກໜ່ວງໃນເວລານີ້ ເນື່ອງ ຈາກວ່າໂຄງການພັດທະນາທີ່ເປັນການລົງທືນຈາກຕ່າງ ປະເທດເປັນສ່ວນໃຫຍ່ນັ້ນ ໄດ້ມີການປ່ອຍສິ່ງເສດເຫລືອ ຕ່າງໆລົງ ສູ່ແມ່ນ້ຳ ແລ້ວເຮັດໃຫ້ເກີດເປັນບັນຫາມົນ ລະພາວະ ໃນແມ່ນ້ຳ ແລະກໍໄດ້ສົ່ງຜົນກະທົບຕໍ່ປະຊາ ຊົນລາວ ທັງໃນແຂວງເຊກອງ ແລະແຂວງອັດຕະປື ຢ່າງກວ້າງຂວາງ. ຍິ່ງໄປກວ່ານັ້ນ ການທີ່ປາກົດວ່າ ທາງການລາວໄດ້ອະນຸຍາດ ສຳປະທານ ການຂຸດຄົ້ນ ແຮ່ຄຳແລະການຮ່ອນຄຳ ໃນແນວແມ່ນ້ຳເຊກອງຫລາຍ ຂື້ນຢ່າງຕໍ່ເນື່ອງໃນຕະຫລອດໄລຍະຫລາຍປີມານີ້ ກໍຍັງ ໄດ້ເປັນຜົນເຮັດໃຫ້ເກີດການຂຸ່ນຂອງນ້ຳແລະກາຍເປັນບັນຫາມົນ ລະພາວະ ໃນຕະຫລອດສາຍນ້ຳອີກດ້ວຍ ດັ່ງທີ່ທ່ານຄຳພັນໄດ້ໃຫ້ ການຊີ້ແຈງເຖິງ ສະພາບການທີ່ເກີດຂື້ນດັ່ງກ່າວນີ້ວ່າ:

“ໃນນັ້ນມັນກໍມີບັນດາໂຄງການແນວນີ້ ໂຄງການສ້າງເຂຶ່ອນໄຟຟ້າເຊກະໝານ 3 ຢູ່ເມືອງດາກຈຶງ ກັບໂຄງການເຂຶ່ອນເຊກະໝານ 1 ຢູ່ແຂວງອັດຕະປືອີກກໍມີການເຄຶ່ອນໄຫວຂອງວ່າເຮັດໃສ່ນ້ຳເດ້ ມັນຕ້ອງ ໄດ້ເຈາະທາງລະບາຍນ້ຳມັ ນຕ້ອງໄດ້ເຈາະໄດ້ຈົກ ໄດ້ລະເບີດ ອີຫຍັງຕ່າງໆແລ້ວທັງໝົດນີ້ ມັນກໍໄດ້ເປັນຜົນທີ່ສະທ້ອນທີ່ຕົກໃສ່ນ້ຳ ພ້ອມກັນນັ້ນການເຮັດທາງດຽວນີ້ທາງເບື້ອງລາວກໍໄດ້ເຮັດ ທາງ ໄປຊາຍແດນຕິດກັບຫວຽດນາມ ສ່ວນຢູ່ເບື້ອງຫວຽດນາມກໍມີການເຮັດທາງເຊັ່ນດຽວກັນ ມັນກໍ ຕ້ອງມີການຈົກການລະເບີດ ຕ້ອງໄດ້ດຸດດິນອອກ ຊຶ່ງທັງໝົດນີ້ກໍໄດ້ເຮັດໃຫ້ດິນປິ້ນຂື້ນມາ ນອກຈາກນີ້ອີກທາງລັດຖະບານກໍໄດ້ອະນຸຍາດໃຫ້ມີການຂຸດຄົ້ນຄຳ ກໍເຮັດໃສ່ນ້ຳຫັ້ນແຫລະ”

ກ່ອນໜ້ານີ້ ທ່ານຣັງສີ ສີບຸນເຮືອງ ຮອງປະທານໄອຍະການປະຊາຊົນສູງສຸດຂອງລາວໄດ້ ຖະແຫລງຍອມຮັບວ່າການລະເມີດກົດໝາຍ ແລະ ຂໍ້ຕົກລົງຫລືສັນຍາຕ່າງໆໃນຕະຫລອດໄລຍະປີ 2009 ທີ່ຜ່ານມາຍັງມີທ່າອຽງເພີ່ມຫລາຍຂື້ນຢ່າງຕໍ່ເນຶ່ອງ ທັງໃນທາງແພ່ງແລະທາງອາຍາ ໂດຍຈະເຫັນໄດ້ຈາກການຟ້ອງຮ້ອງຄະດີຄວາມຕໍ່ສານປະຊາຊົນລາວໃນຕະຫລອດຊ່ວງ 1 ປີທີ່ຜ່ານມາ ນັ້ນມີຈຳນວນຫລາຍກວ່າ 8,000 ຄະດີແລະໃນຈຳນວນນີ້ກໍປາກົດວ່າເກີນກວ່າ 42 ເປີເຊັນ ເປັນຄະດີຄວາມທາງອາຍາ. ຍິ່ງໄປກວ່ານັ້ນ ຜົນທີ່ໄດ້ຮັບຈາກການສືບສວນສອນ ສວນໃນທາງລັບ ຕາມການຮ້ອງຮຽນຂອງປະຊາຊົນລາວໃນທ້ອງຖິ່ນຕ່າງໆກໍຍັງເຮັດໃຫ້ຮູ້ດ້ວຍວ່າ ໄດ້ມີການລະເມີດກົດໝາຍແລະຂໍ້ຕົກລົງ ໃນສັນຍາລົງທຶນຕ່າງໆເກີດຂື້ນຢ່າງກວ້າງຂວາງ ໂດຍສະເພາະແມ່ນການ ລະເມີດສັນຍາລົງທຶນໃນພາກອຸດສາຫະກຳການຂຸດຄົ້ນບໍ່ແຮ່ນັ້ນ ຍັງໄດ້ສົ່ງຜົນກະທົບຕໍ່ສະພາບ ແວດລ້ອມທຳມະຊາດຢ່າງຫລີກລ່ຽງບໍ່ໄດ້. ທັງນີ້ໂດຍນອກຈາກກໍລະນີບັນຫາທີ່ເກີດຂື້ນຢູ່ໃນແຂວງ ເຊກອງ ແລະແຂວງອັດຕະປືແລ້ວ ກໍຍັງມີບັນຫາທີ່ເກີດຂື້ນຈາກການຂຸດຄົ້ນແຮ່ຄຳຢູ່ໃນເຂດແຂວງ ຊຽງຂວາງ ແລະສ້າງໂຮງງານຫລອມແຮ່ເຫລັກ ທອງແດງ ດີບຸກ ສັງກະສີ ແລະແຮ່ໂປຣເຕສຢູ່ ໃນແຂວງວຽງຈັນອີກດ້ວຍ ທີ່ກຳລັງເປັນບັນຫາທີ່ສ້າງຄວາມກັງວົນໃຈໃຫ້ກັບປະຊາຊົນລາວ ໃນທ້ອງຖິ່ນຢ່າງກວ້າງຂວາງ.

ປັດຈຸບັນນີ້ ທາງການລາວໄດ້ອະນຸມັດໃຫ້ບໍລິສັດເອກກະຊົນລາວແລະຕ່າງປະເທດຈຳນວນ 154 ລາຍດຳເນີນການສຳຫລວດແລະຂຸດຄົ້ນແຮ່ທາດ ໃນທົ່ວປະເທດລາວຈຳນວນລວມກັນເຖິງ 268 ໂຄງການແລະເກີນກວ່າເຄິ່ງນຶ່ງຂອງໂຄງການທັງໝົດນັ້ນກໍເປັນການອະນຸມັດໃຫ້ກັບບໍລິສັດຕ່າງ ຊາດເຖິງ 118 ລາຍ. ຍິ່ງໄປກວ່ານັ້ນ ຈາກລາຍງານຂອງກະຊວງພະລັງງານແລະບໍ່ແຮ່ ຂອງລາວເອງຍັງໄດ້ລະບຸວ່າ ໃນຈຳນວນໂຄງການທັງໝົດ ທີ່ໄດ້ອະນຸມັດແລ້ວນັ້ນມີພຽງແຕ່ 49 ໂຄງການເທົ່ານັ້ນທີ່ໄດ້ທຳການຂຸດຄົ້ນແລະຜະລິດແຮ່ທາດແລ້ວ ສ່ວນອີກ 217 ໂຄງການທີ່ເຫລືອ ຍັງຄົງຢູ່ ໃນຂັ້ນຕອນຂອງການສຳຫລວດແລະຈັດທຳບົດວິພາກເສດຖະກິດເປັນສ່ວນໃຫຍ່ ຊຶ່ງລວມ ເຖິງໂຄງການສຳຫລວດນ້ຳມັນແລະອາຍແກ໊ສ ໃນ ແຂວງສະຫວັນນະເຂດແລະສາລະວັນ ກັບໂຄງ ການຂຸດຄົ້ນແຮ່ບ໊ອກໄຊດ໌ ແລະການກໍ່ສ້າງໂຮງງານແປຮູບແຮ່ອະລູມິນຽມ ຢູ່ໃນແຂວງສາລະວັນ ຈຳປາສັກ ແລະອັດຕະປື ທາງພາກໃຕ້ຂອງລາວດ້ວຍ.

XS
SM
MD
LG