ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຕົນກຽມພ້ອມ ໃນເລື້ອງຄວາມປອດໄພ ຂອງກອງປະຊຸມ ASEM


ທ່ານທອງບັນ ແສງອາພອນ ລັດຖະມົນຕີວ່າການ
ກະຊວງປ້ອງກັນຄວາມສະງົບພາຍໃນຂອງລາວ.
ທ່ານທອງບັນ ແສງອາພອນ ລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະງົບພາຍໃນຂອງລາວ.

ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບພາຍໃນລາວຢືນຢັນ ທີ່ຈະຮັບປະກັນ ການຮັກສາຄວາມສະຫງົບ ດ້ວຍການປະຕິບັດ 4 ຄາດໝາຍໃຫ້ໄດ້ຢ່າງຄົບຖ້ວນເພື່ອຮອງ ຮັບກອງປະຊຸມ (ASEM) ຄັ້ງທີ 9.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້
ໃຫ້ການຢືນຢັນວ່າ ທ່ານທອງ
ບັນ ແສງອາພອນ ລັດຖະມົນ
ຕີວ່າການກະຊວງປ້ອງກັນ
ຄວາມສະຫງົບພາຍໃນລາວ
ໄດ້ສັ່ັງໃຫ້ທຸກພາກສ່ວນຂອງ
ກະຊວງ ທັງໃນສູນກາງ ແລະ
ທ້ອງຖິ່ນໃນທົ່ວປະເທດ ໃຫ້
ເພີ້ມຄວາມເຂັ້ມງວດເຂົ້າໃນ
ການດໍາເນີນມາດຕະການ
ກວດກາ ແລະຄວບຄຸມທຸກ
ການເຄື່ອນໄຫວໃນສັງຄົມ
ຢ່າງໃກ້ຊິດ ໂດຍສະເພາະ
ແມ່ນໃນໂອກາດທີ່ລັດຖະ
ບານລາວຈະໄດ້ເປັນເຈົ້າພາບ
ຈັດກອງປະຊຸມສຸດຍອດຜູ້
ນໍາລັດຖະບານເອເຊຍກັບ
ສະຫະພາບຢູໂຣບ (ASEM) ຄັ້ງທີ 9 ໃນທ້າຍປີນີ້ ກໍຍິ່ງຈະຕ້ອງມີການຈັດເວນຍາມ
ຕາມໝູ່ບ້ານຕ່າງໆ ໃນທົ່ວນະຄອນວຽງຈັນຕະຫລອດ 24 ຊົ່ວໂມງອີກດ້ວຍ.

ທັງນີ້ ທ່ານທອງບັນ ໄດ້ຖະແຫລງຢືນຢັນວ່າ ກະຊວງປ້ອງກັນຄວາມສະຫງົບພາຍໃນ
ໄດ້ວາງຄາດໝາຍ ໃນການປະຕິບັດພາລະກິດບົດບາດໄວ້ 4 ດ້ານ ດ້ວຍກັນຄືການຮັບ
ປະກັນໃນການຮັກສາຄວາມໝັ້ນຄົງທາງການເມືອງໃຫ້ໄດ້ ການຮັບປະກັນເຖິງຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ ການເສີມສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີ
ປະສິດທິພາບ ແລະການເສີມສ້າງດ້ານພະລາທິການໃຫ້ແກ່ ກຳລັງປ້ອງກັນຄວາມສະ
ຫງົບໄດ້ຢ່າງທົ່ວເຖິງ.

ພາບຈໍາລອງສູນການຈັດກອງປະຊຸມ ASEM ຄັ້ງທີ 9 ທີ່ຈີນກໍາລັງ ຊ່ວຍລາວກໍ່ສ້າງ ເພື່ອໃຫ້ສະດວກໃນການຈັດກອງປະຊຸມຂຶ້ນໃນທ້າຍປີ ນີ້
ພາບຈໍາລອງສູນການຈັດກອງປະຊຸມ ASEM ຄັ້ງທີ 9 ທີ່ຈີນກໍາລັງ ຊ່ວຍລາວກໍ່ສ້າງ ເພື່ອໃຫ້ສະດວກໃນການຈັດກອງປະຊຸມຂຶ້ນໃນທ້າຍປີ ນີ້

ໂດຍສະເພາະແມ່ນການຮັກ
ສາຄວາມໝັ້ນຄົງ ແລະສະ
ຖຽນລະພາບທາງການເມືອງ
ແຫ່ງຊາດນັ້ນຖືເປັນຄາດໝາຍ
ທີ່ມີຄວາມສຳຄັນທີ່ສຸດ ຊຶ່ງກໍ
ຄືການສະກັດກັ້ນ ແລະປ້ອງ
ກັນບໍ່ໃຫ້ມີການເຄື່ອນໄຫວ
ໃດໆ ທີ່ມີເປົ້າໝາຍເພື່ອການ
ຊຸມນຸມປະທ້ວງທາງການເມືອງ
ເກີດຂຶ້ນຢູ່ໃນລາວຢ່າງເດັດຂາດ
ດັ່ງທີ່ ທ່ານທອງບັນໄດ້ເນັ້ນຢໍ້າ
ກ່ອນໜ້ານີ້ວ່າ:

"ຄາດໝາຍທີ່ 1 ກໍແມ່ນສືບຕໍ່ເຮັດໃຫ້ສະພາບການມີຄວາມສະຫງົບ ແລະມີຄວາມ
ໝັ້ນຄົງທາງການເມືອງ ຮັບປະກັນບໍ່ໃຫ້ມີບັນຫາໜໍ່ແໜງ ຫລືເຫດການທີ່ພົວພັນ
ເຖິງການເມືອງ ເຊັ່ນການປະທ້ວງ ການລຸກຮື ແລະການຮຽກຮ້ອງຕ່າງໆນັ້ນ ບໍ່
ໃຫ້ເກີດຂື້ນໃນປະເທດ ຂອງເຮົາຢ່າງເດັດຂາດ.
ຄາດໝາຍທີ່ 2 ກໍ ແມ່ນການຮັບປະກັນໃຫ້ປະເທດຊາດ ກໍຄືສັງຄົມມີຄວາມເປັນ
ລະບຽບຮຽບຮ້ອຍ.
ຄາດໝາຍທີ່ 3 ກໍແມ່ນສືບຕໍ່ສ້າງກຳລັງ ປ້ອງກັນ ຄວາມສະຫງົບໃຫ້ມີຄຸນນະພາບ ທັງທາງການເມືອງແລະວິຊາການ.
ຄາດໝາຍທີ່ 4 ກໍແມ່ນສຸມໃສ່ວຽກງານພະລາທິການ ເພື່ອເຮັດ ໃຫ້ກຳລັງປ້ອງກັນ
ຄວາມສະຫງົບປະຕິບັດໜ້າທີ່ໄດ້ຢ່າງດີ."

ທ່ານ ແກ້ວພິລາວັນ ອະໄພລາດ ຮອງເຈົ້າຄອງເຂດນະຄອນວຽງຈັນ ໄດ້ຖະແຫລງຢືນຢັນ
ວ່າ ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບການເປັນເຈົ້າພາບກອງປະຊຸມ
ສຸດຍອດລະຫວ່າງຜູ້ນໍາອາຊຽນ ກັບສະຫະພາບຢູໂຣບ (ASEM) ຄັ້ງທີ 9 ທີ່ຈະມີຂຶ້ນ
ຢ່າງເປັນທາງການໃນວັນທີ 5-6 ພະຈິກ 2012 ນີ້ ຢູ່ນະຄອນວຽງຈັນ ໄດ້ມີຄວາມຄືບໜ້າ
ເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ແລະຈະແລ້ວເສັດສົມບູນ ໃນທຸກໂຄງການ
ພາຍໃນເດືອນຕຸລາ ເປັນຢ່າງຊ້າທີ່ສຸດ.

ໄລຍະຜ່ານມາ ທາງການລາວໄດ້ແບ່ງການດໍາເນີນງານອອກເປັນ 6 ພາກສ່ວນດ້ວຍກັນ ກໍຄືການກໍ່ສ້າງສູນການປະຊຸມນາໆຊາດ ເຊິ່ງຕັ້ງຢູ່ບົນເນື້ອທີ່ກ້ວາງ 7 ເຮັກຕາ ຢູ່ຫຼັກ
6 ຖະໜົນໄກສອນພົມວິຫານ ຊຶ່ງລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ
ຈີນ ໃນມູນຄ່າລວມເຖິງ 450 ລ້ານຢວນ ຫຼືປະມານ 80 ລ້ານໂດລາ ໂດຍການກໍ່ສ້າງ
ຈະແລ້ວສໍາເລັດພາຍໃນເດືອນຕຸລາ.

ການປັບປຸງຖະໜົນໄກສອນພົມວິຫານທີ່ແລ່ນຜ່ານຫລັກ 6 ຊຶ່ງສູນການປະຊຸມນາໆຊາດກໍາລັງໄດ້ຮັບການກໍ່ສ້າງຢູ່
ການປັບປຸງຖະໜົນໄກສອນພົມວິຫານທີ່ແລ່ນຜ່ານຫລັກ 6 ຊຶ່ງສູນການປະຊຸມນາໆຊາດກໍາລັງໄດ້ຮັບການກໍ່ສ້າງຢູ່

ໂຄງການທີ່ 2 ກໍແມ່ນການ
ຂະຫຍາຍບ່ອນຈອດເຮືອບິນ
ຢູ່ສະໜາມບິນນາໆຊາດວັດ
ໄຕ ເພື່ອໃຫ້ສາມາດຮອງຮັບ
ທາງເຮືອບິນຂະໜາດໃຫຍ່
ໃຫ້ໄດ້ເຖິງ 40 ລຳພ້ອມດ້ວຍ
ອຸປະກອນຮັກສາຄວາມປອດ
ໄພ ແລະສິ່ງອໍານວຍຄວາມ
ສະດວກຕ່າງໆ ຢ່າງຄົບຊຸດ
ໂດຍເປັນການຊ່ວຍເຫຼືອຈາກ
ລັດຖະບານຍີ່ປຸ່ນ ໃນມູນຄ່າ
1,246 ລ້ານເຢນ ແລະກູ້ຢືມ
ຈາກລັດຖະບານຈີນຈໍານວນນຶ່ງ.

ສ່ວນອີກ 4 ໂຄງການທີ່ເຫລືອ ປະກອບດ້ວຍການພັດທະນາປັບປຸງເສັ້ນທາງ 21 ເສັ້ນ
ໃນເຂດນະຄອນວຽງຈັນ ການກໍ່ສ້າງເຮືອນພັກຮັບຮອງຈຳນວນ 52 ຫຼັງ ຢູ່ຫາດດອນຈັນ
ການກໍ່ສ້າງໂຮງແຮມ 8 ຊັ້ນ ລະດັບ 5 ດາວຢູ່ດອນຈັນ ແລະການກໍ່ສ້າງເຮືອນພັກສຳລັບ
ຄະນະຜູ້ແທນທີ່ຈະເຂົ້າຮ່ວມໃນກອງປະຊຸມ 50 ຫລັງ ຢູ່ບ້ານພະຂາວ ເມືອງໄຊທານີ ຊຶ່ງ
ທັງໝົດນີ້ກໍເປັນການລົງທຶນ ແລະການຊ່ວຍເຫລືອຈາກຈີນເຊັ່ນດຽວກັນ.

XS
SM
MD
LG