ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມພັດທະນາເຂື່ອນໄຊຍະບຸລີ ຈະປັບປຸງ ລະບົບປ້ອງກັນ ສະພາບແວດລ້ອມໃໝ່


ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ທີ່ເລີ້ມມີການບຸກເບີກສ່ວນນຶ່ງ ໄປແລ້ວ.
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ທີ່ເລີ້ມມີການບຸກເບີກສ່ວນນຶ່ງ ໄປແລ້ວ.
ກຸ່ມ​ພັດທະນາ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ ​ເທິງ​ລໍາແມ່​ນໍ້າຂອງໃນ
​ ລາວ ​ເພີ່ມ​ການ ລົງທຶນ​ສໍາລັບ​ທໍາ​ການ​ອອກ​ແບບ​ກໍ່ສ້າງ​ໃໝ່​ເພື່ອ​
ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ໃນ​ດ້ານຕ່າງໆ​ໃຫ້​ໄດ້​ຢ່າງ​ສົມບູນ​ແບບ.

ທ່ານ ​ເຣວັດ ສຸວັນນະ​ກິດ​ຕິ ຮອງ​ຜູ້​ອໍາ​ນວຍ​ການ​ບໍລິສັດ​ໄຟຟ້າ​ໄຊ​
ຍະ​ບູລີ​ຈໍາກັດ ຖະ​ແຫຼງຢືນຢັນ​ວ່າ ​ກຸ່ມ​ລົງທຶນໃນ​ການ​ພັດທະນາ​
ໂຄງການ​ເຂື່ອນ​ໄຊ​ຍະ​ບຸລີເທິງ​ແນວ​ແມ່​ນໍ້າຂອງ​ໃນ​ລາວ​ໄດ້​ເພີ່ມ​
ການ​ລົງ​ທຶນ​ສໍາລັບ​ທໍາ​ການ​ອອກ​ແບບ​ກໍ່​ສ້າງ​ເຂື່ອນໄຊ​ຍະ​ບູລີ​ອີກ​
ເທື່ອ​ໃໝ່​ແລ້ວ​ໃນ​ຂະນະ​ນີ້ ​ແລະ​ຄາດ​ວ່າການ​ອອກ​ແບບ​ດັ່ງກ່າວ​
ຈະສໍາ​ເລັດ​ສົມບູນ​ພາຍ​ໃນ 3 ​ເດືອນ​ຂ້າງ​ໜ້າ.

​ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ເຂື່ອນ​ໄຊ​ຍະ​ບູລີ​ເປັນ​ໂຄງ ການ​ທີ່​ມີ​ຄວາມໂປ່​ງ​ໃສ​ ແລະ​ບໍ່​ສ້າງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສະພາບ​ແວດ ລ້ອມ​ທໍາ​ມະ​ຊາດ​ໃຫ້​ກັບ​ພື້ນ​ທີ່​ທີ່ຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ທັງ​ນີ້​ດ້ວຍ​ການ​ເພີ່ມ ​ເງິນ​ລົງທຶນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ແລະ​ສັດ​ນໍ້າ​ຢ່າງ​ໄດ້ມາດຕະຖານ​ສາກົນ ດັ່ງ​ທີ່​ທ່ານ​ເຣວັດ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

ພາບຖ່າຍໃນເດືອນຕຸລາ, 2012 ສະແດງໃຫ້ເຫັນວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ກໍາລັງດໍາເນີນໄປ
ພາບຖ່າຍໃນເດືອນຕຸລາ, 2012 ສະແດງໃຫ້ເຫັນວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ກໍາລັງດໍາເນີນໄປ
“​ເຮົາ​ໄດ້​ອອກ​ແບບ​ເຜື່ອ​ໄວ້​ໃນ​ອະນາຄົດ​ດ້ວຍ​ວ່າ​ເຮືອ​ທີ່​ຈະ​ຂຶ້ນ-ລ່ອງ​ອັນ​ນີ້​ໄດ້​ເຖິງ 500 ​ໂຕນ​ໄດ້​ຕະຫຼອດ​ປີ​ເລີຍ ພ້ອມ​ນີ້​ພວກ​ເຮົາ​ຍັງ​ອອກ​ແບບ​ໃຫ້​ມີ​ທາງ​ປາ​ຜ່ານ​ຢູ່ ທາງ​ຝັ່ງ​ເມືອງ​ນ່ານ ຊຶ່ງ​ເລຶ່ອງນີ້​ກໍ​ເສຍ​ເງິນເພີ່ມ​ອີກ ​ແຕ່​ກໍ​ບໍ່​ເປັນ​ຫຍັງ ​ເພື່ອ​ໃຫ້​ປະ ຊາ​ຊົນ​ທີ່​ອາ​ໃສ​ຢູ່​ຕອນ​ລຸ່ມແມ່ນໍ້າຂອງ​ນີ້ ມີ​ຄວາມ​ສະບາຍ​ໃຈ​ວ່າ​ເຂື່ອນ​ຂອງ​ເຮົາ​ນີ້ ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ​ແລ້ວ ​ເຮົາ​ຍັງ​ຮັບປະກັນ​ເລື່ອງ​ຕົກ ຕະກອນວ່າ​ເຮົາຈະ​ບໍ່​ໃຫ້​ເກັບ​ກັກ​.”

ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ດັ່ງກ່າວ​ນີ້ ​ເປັນ​ການ​ປະຕິບັດ​ຕາມການ​ສຶກສາ​ຂອງ​ ບໍລິສັດ​ທີ່​ປຶກສາ 2 ​ແຫ່ງ​ທີ່​ລັດຖະບານ​ລາວ​ໄດ້​ວ່າ​ຈ້າງ​ໃຫ້​ທໍາ​ການ
ສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ ​ແລະ​ກໍ​ໄດ້​ດໍາ​ເນີນ ການ​ດັ່ງກ່າວ​ສໍາ​ເລັດ​ແລ້ວ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ຄື ບໍລິສັດ POYRY ຈາກ​ສະ​ວິດ​ເຊີ​ແລນ​ດ໌ ​ແລະບໍລິສັດ CNR ຈາກ​ປະ​ເທດ​ຝຣັ່ງ ຊຶ່ງ​ທັງ​ສອງ​ບໍລິສັດ​ດັ່ງກ່າວ​ກໍ​ຢືນຢັນ​ວ່າສາມາດ​ທີ່​ຈະ​ປ້ອງ​ກັນ​ຜົນ​ກະທົບ​ໄດ້​ຢ່າງ​ແນ່ນອນ.ທັງ​ນີ້ດ້ວຍ​ການ​ສ້າງ​ລະບົບ​ທາງ​ປາ​ຜ່ານ​ທີ່​ໃຊ້​ວິດ​ທະ​ຍາ​ການສະ​ໄໝ​ໃໝ່ ພ້ອມ​ດ້ວຍ​ການ​ສ້າງ​ອູ່​ຂອງ​ປາ ການ​ສ້າງປ່ອງ​ປາຂຶ້ນ-ລົງ ​ຢູ່ໃນ​ລະບົບ​ປະຕູ​ເດີນ​ເຮືອ ການ​ສ້າງ​ສະຖານີ​ປາ​ທີ່​ຕິດ​ຕັ້ງ​ດ້ວຍ​ລະບົບກັງ​ຫັນ​ນໍ້າ​ທີ່​ເປັນ​ມິດ​ກັບ​ ສັດ​ນໍ້າ​ທຸກ​ຊະນິດ ​ແລະ​ການ​ກໍ່ສ້າງ​ປະຕູ​ລະບາຍ​ດິນ​ຕົກຕະກອນ​ທີ່​ເປັນ​ແຫຼ່ງອາຫານ​ຂອງ​ສັດ​ ນໍ້າ​ແລະ​ປຸ໋ຍຂອງພືດ​ພັນ​ຕ່າງໆ​ເປັນ​ຕົ້ນ.
ພາບຈໍາລອງຂອງເຂື່ອນໄຊຍະບູລີ
ພາບຈໍາລອງຂອງເຂື່ອນໄຊຍະບູລີ

ທາງ​ດ້ານເຈົ້າໜ້າ​ທີ່​ ຂັ້ນ​ສູງ​ໃນ​ກະຊວງ​ພະລັງງານ​ ແລະ​ບໍ່​ແຮ່ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ລໍາແມ່​ນໍ້າຂອງ​ໃນ​ລາວ​ ຍັງຈະ​ມີ​ການດໍາ​ເນີນ​ງານ​ຕໍ່​ໄປ​ຢ່າງ​ແນ່ນອນ ຊຶ່ງ​ເວລາ​ນີ້ ​ຍັງ​ລໍຖ້າ​ພຽງ​ການ​ເຫັນ​ຊອບ​ຈາກຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ (MRC) ທີ່​ມີ​ ລາວ ​ໄທ ກໍາປູ​ເຈຍ ​ແລະ​ຫວຽດນາມ ຊຶ່ງ​ເປັນ​ປະ​ເທດ​ສະມາຊິກ​ຮ່ວມ​ກັນ​ເທົ່າ​ນັ້ນ.

​ສາ​ເຫດ​ທີ່​ທາງ​ການລາວ​ຍັງ​ຕ້ອງ​ລໍຖ້າ​ການ​ເຫັນ​ຊອບ​ດັ່ງກ່າວ ກໍ​ຍ້ອນ​ວ່າ​ສະ​ມາ​ຊິກ​ບາງ​ປະ​ເທດ​ຍັງ​ມີ​ຄວາມ​ກັງວົນ​ໃຈ​ ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມທໍາ​ມະ​ຊາດ​ແລະ​ຜົນ​ກະທົບ​ຕໍ່​ສັງຄົມ​ ທີ່​ອາດ​ຈະ​ເກີດ​ຂຶ້ນຈາກ​ການ​ກໍ່ສ້າງ​ເຂື່ອນ​ໄຊຍະ​ບຸລີ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ທໍາ​ການ​ສຶກສາ ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບດັ່ງກ່າວ​ອີກ​ເທື່ອ​ໃໝ່ ​ໃຫ້​ໄດ້​ມາດຕະຖານ​ສາກົນ ​ແລະ​ເປັນ​ທີ່​ຍອມຮັບ​ຂອງ​ສະມາຊິກ​ໃນ MRC ດ້ວຍ​ກັນ​ຢ່າງ​ແທ້​ຈິງ.

ຫາກ​ແຕ່​ວ່າອີກ​ບັນຫາ​ນຶ່ງ​ທີ່​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ກໍາລັງ​ປະ​ເຊີນ​ຢູ່​ໃນ​ເວລາ​ນີ້ ກໍ​ຄື​ການ​ຄັດຄ້ານ​ຈາກ​ເຄືອ​ຂ່າຍ​ປະຊາຊົນ​ໄທ ​ເພື່ອ​ການ​ອະນຸລັກ​ແມ່​ນໍ້າຂອງ ຊຶ່ງ​ໄດ້​ພາກັນ​ເຄື່ອນ​ໄຫວ​ຄັດຄ້ານ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ຢ່າງ​ຕໍ່​ເນື່ອງ.


ການປຶກສາຫາລືກັນເລື້ອງສ້າງເຂື່ອນໄຊຍະບູລີ
ການປຶກສາຫາລືກັນເລື້ອງສ້າງເຂື່ອນໄຊຍະບູລີ

​ການ​ເຄື່ອນ​ໄຫວ​ທີ່​ຜ່ານ​ມາ ກໍ​ມີ​ທັງ​ການ​ລວມກັນ​ຍື່ນ​ຄໍາ​ຮ້ອງ​ເຖິງ​ຄະນະ​ຕຸລາການ​ສານ​ປົກຄອງ​ຂອງ​ໄທ​ເພື່ອ​ຂໍ​ໃຫ້​ມີ​ຄໍາ​ສັ່ງ​ຍົກ​ເລີກ​ສັນຍາ​ທີ່​ການໄຟຟ້າຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໄດ້​ຕົກລົງ​ທີ່​ຈະ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ໃນ​ລາວ ດ້ວຍ​ເຫດຜົນ​ທີ່​ວ່​າ ​ໂຄງການ​ດັ່ງກ່າວ​ຍັງ​ບໍ່ໄດ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະ ທົບ​ຕໍ່​ສິ່ງ​ແວດ​ລ້ອມທໍາ​ມະ​ຊາດ​ຢ່າງ​ໄດ້​ມາດຕະຖານ​ສາກົນ.

​ນອກຈາກ​ນີ້ ​ເຄືອ​ຂ່າຍ​ປະຊາຊົນ​ໄທ​ກໍ​ຍັງຈະ​ຟ້ອງ​ຮ້ອງກຸ່ມ​ບໍລິສັດ ຊ.ການ​ຊ່າງ​ຈໍາ​ກັດ (ມະ ຫາຊົນ) ​ແລະຍັງ​ຈະ​ຟ້ອງ​ຮ້ອງ​ທະນາຄານໃນ​ໄທ​ທຸກ​ທະນາຄານ ​ທີ່ຈະຕົກລົງ​ອະນຸມັດ​ເງິນ​ກູ້​ໃຫ້​ກັບ​ກຸ່ມ​ບໍລິສັດ ຊ.ການ​ຊ່າງ​ ​ເພື່ອ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີອີກ​ດ້ວຍ.
XS
SM
MD
LG