ທ່ານວິໄລວັນ ພົມເຂ ເຈົ້າແຂວງແລະເລຂາພັກແຂວງສະຫວັນນະເຂດ ໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ່ 7 ຂອງພັກປະຊາຊົນປະຕິວັດລາວ ປະຈຳແຂວງສະຫວັນນະເຂດ ວ່າເສດຖະກິດຂອງແຂວງໄດ້ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນຶ່ອງ ໃນຕະຫລອດໄລຍະ 5 ປີທີ່ຜ່ານມາ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ຍອດຜະລິດຕະພັນ ລວມ ຫລື GDP ຂອງແຂວງໃນປີ 2010 ນີ້ ມີມູນຄ່າ ລວມເກືອບ 7,000 ຕື້ກີບ ໂດຍສາມາດໄລ່ສະເລ່ຍເປັນ ລາຍຮັບຂອງປະຊາຊົນໃນແຂວງ ໄດ້ເກີນກວ່າ 7 ລ້ານກີບຫລື 897 ໂດລາຕໍ່ຄົນຕໍ່ປີ ດັ່ງທີ່ທ່ານວິໄລວັນໄດ້ຖະ ແຫລງຊີ້ແຈງໃນຕອນນຶ່ງວ່າ:
“ຄາດໝາຍປີ 2009-2010 ນີ້ ພວກເຮົາບໍ່ໃຫ້ຫລຸດ 13% ໂດຍມູນຄ່າ GDP ຄິດສະເລ່ຍຕໍ່ຫົວຄົນໆນຶ່ງ ບໍ່ໃຫ້ຫລຸດ 8 ລ້ານກີບ ແລະດຽວນີ້ພວກເຮົາປະຕິບັດໄດ້ແລ້ວ 7 ລ້ານ 6 ແສນປາຍນີ້ຫລະ.”
ພ້ອມກັນນີ້ ທ່ານວິໄລວັນ ກໍຍັງໄດ້ສະແດງຄວາມເຊື່ອໝັ້ນດ້ວຍວ່າສໍາຫລັບໃນໄລຍະ 5 ປີ ຕໍ່ໄປນີ້ ການຂະຫຍາຍຕົວທາງເສດຖະກິດ ໃນອັດຕາສະເລ່ຍລະຫວ່າງ 11-12% ຕໍ່ປີ ຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນໃນແຂວງເພີ່ມຂຶ້ນເປັນ 1,705 ໂດລາຕໍ່ຄົນພາຍໃນ ປີ 2015 ຫລືເພີ່ມຂຶ້ນຈາກປີ 2005 ຄິດເປັນອັດຕາສ່ວນທີ່ສູງກວ່າ 3 ເທົ່າຕົວ ຊຶ່ງດ້ວຍ ສະພາບການດັ່ງກ່າວນີ້ ກໍຍັງໄດ້ເປັນຜົນໃຫ້ອັດຕາສະເລ່ຍຄວາມຍາກຈົນຂອງປະຊາຊົນໃນແຂວງ ລົດລົງຢ່າງຕັ້ງໜ້າອີກດ້ວຍ. ໂດຍການສໍາຫລວດກໍພົບວ່າ ຈໍານວນປະຊາຊົນທີ່ຍາກ ຈົນໃນແຂວງ ໄດ້ລົດລົງຈາກ 24,965 ຄອບຄົວໃນປີ 2005 ມາເປັນ 12,133 ຄອບຄົວ ໃນປີ 2010 ນີ້ ແລະກໍເຊື່ອວ່າຈະລົດລົງມາເຫລືອ ບໍ່ເກີນ 5,513 ຄອບຄົວ ໃນປີ 2015 ອັນຈະເປັນຜົນໃຫ້ແຂວງສະຫວັນນະເຂດ ກາຍເປັນແຂວງທີ່ສາມາດລົບລ້າງບັນຫາຄວາມຍາກຈົນໄດ້ ຢ່າງແທ້ຈິງໃນປີ 2020 ນັ້ນເອງ.
ຍິ່ງໄປກວ່ານັ້ນ ທາງການແຂວງສະຫວັນນະເຂດຍັງໄດ້ຄາດຫວັງດ້ວຍວ່າ ເຂດເສດຖະກິດ ພິເສດສະຫວັນເຊໂນ ຈະມີສ່ວນຢ່າງສໍາຄັນໃນການຊ່ວຍລົບລ້າງບັນຫາຄວາມຍາກຈົນດັ່ງ ກ່າວ ທັງນີ້ດ້ວຍການດຶງດູດເອົາການລົງທຶນຈາກຕ່າງປະເທດ ເຂົ້າມາໃນເຂດເສດຖະກິດພິເສດແລ້ວ ຈຳນວນ 16 ບໍລິສັດດ້ວຍກັນ ແລະຍັງມີອີກ 7 ບໍລິສັດທີ່ໄດ້ສະແດງຄວາມຕ້ອງການ ທີ່ຈະລົງທຶນຢູ່ໃນເຂດເສດຖະກິດພິເສດ ໃນດ້ານອຸດສາຫະກໍາແປຮູບອາຫານ ໂຮງງານປະກອບລົດຍົນ ໂຮງງານຜະລິດຊິ້ນສ່ວນເຮືອບິນ ໂຮງງານຜະລິດໂມງແລະໂຮງ ງານຜະລິດເຄຶ່ອງເພັດພອຍ ເປັນຕົ້ນ.
ທາງດ້ານທ່ານ ພະນົມກອນ ດາລາລັດສະໝີ ຜູ້ອໍານວຍການຝ່າຍກົດໝາຍ ແລະສົ່ງເສີມ ການລົງທຶນໃນເຂດເສດຖະກິດພິເສດ ກໍໄດ້ຖະແຫລງຊີ້ແຈງວ່າ ຖ້າຫາກບໍ່ເກີດບັນຫາວິກິດ ການທາງການເງິນໂລກຂຶ້ນນັບແຕ່ປີ 2008 ເປັນຕົ້ນມານັ້ນ ກໍເຊື່ອວ່າຈະມີບໍລິສັດຕ່າງຊາດຫລາຍກວ່າ 40 ບໍລິສັດແລ້ວ ທີ່ຈະເຂົ້າມາລົງທຶນຢູ່ໃນເຂດເສດຖະກິດພິເສດ ຫາກແຕ່ວ່າ ເມື່ອເກີດບັນຫາວິກິດການທາງການເງິນຂຶ້ນ ກໍໄດ້ເປັນຜົນເຮັດໃຫ້ບໍລິສັດຕ່າງຊາດສ່ວນໃຫຍ່ ຕ້ອງພາກັນໂຈ໋ະແຜນການລົງທຶນທຸກມື້ນີ້.
ແຕ່ຢ່າງໃດກໍຕາມ ທາງການລາວກໍເຊື່ອໝັ້ນວ່າ ບັນຫາເຫລົ່ານີ້ຈະໝົດໄປ ເມື່ອເສດຖະກິດ ໂລກໄດ້ຮັບການຟື້ນຟູ ໃຫ້ກັບຄືນສູ່ສະພາວະປົກກະຕິໃນໝໍ່ໆນີ້ ແລະໃນຂະນະດຽວກັນ ການປະຕິບັດດໍາລັດຂອງນາຍົກລັດຖະມົນຕີລາວ ວ່າດ້ວຍລະບົບໃຫ້ບໍລິການແບບປະຕູດຽວ ຫລື One-Stop Service ຢູ່ເຂດເສດຖະກິດພິເສດນັ້ນ ກໍຈະມີການປະຕິບັດຢ່າງຄົບຖ້ວນ ພາຍໃນທ້າຍປີນີ້ດ້ວຍແລ້ວ ກໍຍິ່ງເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ບໍລິສັດຕ່າງຊາດຈະພາ ກັນເຂົ້າມາລົງທຶນໃນເຂດເສດຖະກິດພິເສດ ຫລາຍຂື້ນນັບມື້.