ລັດຖະມົນຕີຂອງລາວຢືນຢັນວ່າປະຊາຊົນລາວຕ້ອງປະເຊີນກັບຄວາມສ່ຽງຫລາຍຂຶ້ນທັງຈາກໄພພິບັດທໍາມະຊາດແລະຈາກເຊື້ອໂຣກຕ່າງໆທີ່ສາມາດຕິດຕໍ່ຂ້າມແດນມາຈາກຕ່າງປະເທດ.
ທ່ານ ລາວລີ ໄຟເພັງຢົວ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານແລະສະວັດດີການສັງຄົມ ໄດ້ຖະແຫລງ ຢືນຢັນເມື່ອໝໍ່ໆມານີ້ວ່າ ລາວເປັນປະເທດນຶ່ງທີ່ມີປະຊາຊົນໄດ້ຮັບຜົນກະທົບທັງຈາກໄພພິບັດທໍາມະຊາດ ແລະຈາກເຊື້ອໂຣກຕ່າງໆທີ່ສາມາດຕິດຕໍ່ຂ້າມຊາຍແດນເຂົ້າມາໃນລາວຫລາຍຂຶ້ນນັບມື້.
ທ່ານ ລາວລີ ໄດ້ຍົກຕົວຢ່າງເຖິງກໍລະນີໄພນໍ້າຖ້ວມໃນປີ 2008 ທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 2 ແສນກວ່າຄົນແລະພື້ນທີ່ການກະເສດກວ້າງກວ່າ 75,000 ເຮັກຕ້າ ກໍໄດ້ຮັບການເສຍຫາຍຢ່າງສິ້ນເຊີງ ພໍຕໍ່ມາ ໃນປີ 2009 ກໍປະເຊີນກັບພາຍຸໂຊນຮ້ອນເກດສະໜາ ທີ່ເຮັດໃຫ້ປະຊາຊົນ 2 ແສນກວ່າຄົນໃນແຂວງອັດຕະປື ເຊກອງ ແລະຈໍາປາສັກ ຕ້ອງສູນເສຍຜົນປູກ ທີ່ໄຮ່ທີ່ນາ ແລະຫລາຍໝື່ນຄົນກໍຕ້ອງສູນເສຍທີ່ຢູ່ອາໃສໄປຢ່າງ ສິ້ນເຊີງ. ສ່ວນໃນປີ 2010 ນີ້ ກໍປາກົດວ່າລາວຕ້ອງປະເຊີນກັບບັນຫາໄພແຫ້ງແລ້ງຢ່າງໜັກນັບຈາກຕົ້ນປີເຖິງກາງປີ ແລະໃນປັດຈຸບັນນີ້ກໍຍັງປາກົດວ່າມີຫລາຍພື້ນທີ່ໃນເຂດແຂວງພາກໃຕ້ທີ່ຍັງຄົງຕ້ອງປະເຊີນກັບໄພ ແຫ້ງແລ້ງເລື້ອຍມາ ຊຶ່ງກົງຂ້າມກັບຫລາຍພື້ນທີ່ໃນພາກເໜືອທີ່ຍັງຕ້ອງປະເຊີນກັບໄພນໍ້າຖ້ວມ ໃນຂະນະດຽວກັນປະຊາຊົນໃນທົ່ວປະເທດກໍຍັງຕ້ອງສ່ຽງກັບໂຣກຕິດຕໍ່ຕ່າງໆຫລາຍຂຶ້ນດ້ວຍ ດັ່ງທີ່ທ່ານລາວລີ ໄດ້ໃຫ້ການຊີ້ ແຈງໃນຕອນນຶ່ງວ່າ:
“ລະຍະເດືອນກໍລະກົດ-ສິງຫາ ປີ 2010 ກໍມີເຫດນໍ້າຖ້ວມສູງເກີດຂຶ້ນຢູ່ບັນດາແຂວງພາກເໜືອຂອງ ສປປ. ລາວ ເຮັດໃຫ້ມີຜູ້ເສຍຊີວິດໄປ 7 ຄົນ ໂຄງລ່າງພື້ນຖານ ພື້ນທີ່ກະສິກໍາ ຊົນລະປະທານຖືກເສຍຫາຍໄປຄິດ ເປັນມູນຄ່າກວ່າ 40 ຕື້ກີບ ເກີດພະຍາດອະຫິວາ ຖອກທ້ອງຮ້າຍແຮງຢູ່ບັນດາແຂວງພາກໃຕ້ເຮັດໃຫ້ມີຜູ້ຄົນ ເສຍຊີວິດໄປອີກ 2 ຄົນ”
ສາເຫດທີ່ເຮັດໃຫ້ປະຊາຊົນຕ້ອງປະເຊີນກັບຄວາມສ່ຽງຈາກໄພພິບັດທໍາມະຊາດແລະເຊື້ອໂຣກ
ຕິດຕໍ່ຕ່າງໆ ຫລາຍຂື້ນນັບມື້
ນັ້ນ ກໍໄດ້ຮັບການອະທິບາຍ
ຈາກທ່ານຄໍາອ້ວນ ບຸບຜາ ລັດ
ຖະມົນຕີປະຈໍາສໍານັກງານນາຍົກ
ລັດຖະມົນຕີ ວ່າເປັນຍ້ອນການ
ຕັດໄມ້ທໍາລາຍປ່າຢ່າງຊະຊາຍ
ແລະການນໍາໃຊ້ທີ່ດິນທີ່ບໍ່ມີ
ການວາງແຜນແລະ ຄວບຄຸມ
ຢ່າງມີປະສິດທິພາບ ຊຶ່ງກໍໄດ້
ສົ່ງຜົນເຮັດໃຫ້ເກີດເປັນບັນຫາໂລກຮ້ອນຂື້ນຢ່າງກວ້າງຂວາງແລະສະ ພາບອາກາດທີ່ປ່ຽນແປງໄປກໍຍັງປາກົດວ່າມີຫລາຍກໍລະນີທີ່ເປັນສະພາບອາກາດທີ່ເໝາະແກ່ການຈະເຣີນເຕີບ ໂຕແລະການຂະຫຍາຍພັນຂອງເຊື້ອໂຣກຕິດຕໍ່ຊະນິດຕ່າງໆອີກດ້ວຍ.
ໂດຍຈາກການສໍາຫລວດສະພາບປ່າໄມ້ໃນປີ 1992 ພົບວ່າລາວຍັງມີຄວາມໜາແໜ້ນຂອງປ່າໄມ້ຄິດເປັນ 47% ຂອງພື້ນທີ່ທັງໝົດຂອງປະເທດ ຫາກແຕ່ວ່າລະດັບຄວາມໜາແໜ້ນກໍລົດລົງເປັນ 42%ໃນປີ 2002 ແລະໃນປັດຈຸບັນນີ້ ທ່ານຄໍາອ້ວນ ກໍເຊື່ອວ່າສະພາບປ່າໄມ້ໃນລາວຍັງຄົງເຫລືອຄວາມໜາແໜ້ນຢູ່ພຽງ 35% ຂອງພື້ນທີ່ທັງໝົດເທົ່ານັ້ນ.
ສ່ວນການຊົມໃຊ້ປະໂຫຍດຈາກທີ່ດິນ ໂດຍປາດສະຈາກການບໍລິຫານ ແລະຄຸ້ມຄອງຢ່າງມີ
ປະສິດທິພາບນັ້ນ ກໍປາກົດວ່າ ກໍລະນີທີ່ກາຍເປັນບັນຫາຫລາຍທີ່ສຸດ ໃນລາວໃນທຸກມື້ນີ້
ກໍຄືການໃຫ້ສໍາປະທານສິດທິ ໃນການເຊົ່າທີ່ດິນ ລະຍະຍາວແກ່ເອກະຊົນຕ່າງຊາດ ທີ່ໄປ
ກວມເອົາທີ່ດິນຂອງປະຊາຊົນລາວ ແລະເຂດປ່າສະຫງວນ ໂດຍອີງຕາມ ລາຍງານຂອງ
ທາງການລາວເອງ ກໍໄດ້ລະບຸວ່າ ຈົນເຖິງປັດຈຸບັນນີ້ ໄດ້ໃຫ້ສໍາປະທານທີ່ດິນແກ່ເອກະຊົນ
ຕ່າງຊາດໄປແລ້ວກວ້າງກວ່າ 4 ແສນເຮັກຕ້າ. ນອກຈາກນີ້ກໍຍັງໄດ້ໃຫ້ສໍາປະທານໃນ ການ
ສໍາຫລວດແລະຂຸດຄົ້ນບໍ່ແຮ່ ເອກະຊົນລາວແລະຕ່າງຊາດໄປແລ້ວ 154 ບໍລິສັດ ຫລື 269
ໂຄງການ ຊຶ່ງມີພື້ນທີ່ໃນການສໍາຫລວດແລະຂຸດຄົ້ນລວມກັນກວ້າງກວ່າ 2.88 ລ້ານເຮັກຕ້າ
ໃນທົ່ວປະເທດລາວໃນປັດຈຸບັນນີ້ອີກດ້ວຍ.