ທ່ານບົວສອນ ບຸນຜາວັນ ນາຍົກລັດຖະມົນຕີລາວໄດ້ຖະແຫລງຕໍ່ກອງປະຊຸມເພື່ອການເຜີຍແຜ່ການພັດທະນາ ເສດຖະກິດແລະສັງຄົມແຫ່ງຊາດປະຈໍາປີ 2010-12011 ເມື່ອບໍ່ນານມານີ້ຢູ່ນະຄອນວຽງຈັນວ່າ ເປົ້າໝາຍສູ້ຊົນ ທີ່ສໍາຄັນທີ່ສຸດປະການນຶ່ງຂອງລັດຖະບານລາວໃນການປະຕິບັດແຜນການດັ່ງກ່າວນີ້ກໍຄືການຊຸກຍູ້ແລະສົ່ງເສີມ ໃຫ້ກະເສດຕະກອນລາວໃນທົ່ວປະເທດທໍາການປູກເຂົ້ານາປີແລະນາແຊງເພື່ອເຮັດໃຫ້ໄດ້ຜົນຜະລິດລວມບໍ່ໜ້ອຍກວ່າ 3,35 ລ້ານໂຕນ.
ຖ້າຫາກວ່າສາມາດປະຕິບັດໄດ້ຈິງຕາມເປົ້າໝາຍທີ່ວາງໄວ້ດັ່ງກ່າວ ກໍຈະເປັນຜົນເຮັດໃຫ້ ລາວມີຜົນຜະລິດເຂົ້າເກີນລະດັບຄວາມຕ້ອງການບໍລິໂພກພາຍໃນປະເທດໃນປະລິມານ ລວມເກີນ 8 ແສນຕັນສໍາລັບສົ່ງອອກໄປຕ່າງປະເທດ ທັງນີ້ໂດຍແຂວງສະຫວັນນະເຂດ ກໍຍັງຄົງເປັນແຂວງທີ່ຜະລິດເຂົ້າໄດ້ຫລາຍທີ່ສຸດໃນລາວ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນແຂວງສະຫວັນນະເຂດໄດ້ໃຫ້ການຢືນຢັນວ່າ:
“ສໍາລັບແຂວງສະຫວັນນະເຂດແລ້ວ ການຜະລິດເຂົ້າເພື່ອການບໍລິໂພກນີ້ ກໍຖືວ່າພຽງພໍ ຈົນກ່າວໄດ້ວ່າໄດ້ມີການ ສົ່ງເສີມການຜະລິດໃຫ້ເປັນສິນຄ້າແລ້ວໃນປັດຈຸ ບັນນີ້ ເພາະວ່າຄິດໄລ່ເຂົ້າກິນຕໍ່ຫົວຄົນກໍແມ່ນຕົກຢູ່ໃນ 780 ກິໂລກໍາຕໍ່ຄົນຕໍ່ປີ ແລະໃນປີນີ້ກໍຄາດໝາຍວ່າເຂົ້າຈະເຫລືອກິນຢູ່ປະມານ 3 ແສນກວ່າຕັນ. ສະນັ້ນ ສໍາລັບແຂວງສະຫວັນນະເຂດນີ້ ຈຶ່ງບໍ່ມີບັນຫາສໍາລັບການບໍລິໂພກເຂົ້າ.”
ແຕ່ຢ່າງໃດກໍຕາມ ໄພທໍາມະ ຊາດໂດຍສະເພາະແມ່ນໄພແຫ້ງແລ້ງແລະໄພນໍ້າຖ້ວມ ກໍຍັງນັບ ເປັນປັດໃຈ ທີ່ຈະເຮັດໃຫ້ລັດຖະ ບານລາວບໍ່ສາມາດທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ເຊັ່ນກັນ ດັ່ງກໍລະນີທີ່ເກີດຂຶ້ນໃນປີ 2009 ກໍຄືພາຍຸເກດສະໜາທີ່ບໍ່ພຽງແຕ່ຈະສົ່ງຜົນກະທົບຢ່າງ ໜັກ ຕໍ່ປະຊາຊົນໃນແຂວງເຊກອງ ອັດຕະປື ແລະຈໍາປາສັກເທົ່ານັ້ນ ຫາກແຕ່ພາຍຸດັ່ງກ່າວນີ້ກໍຍັງເຮັດໃຫ້ການຜະລິດເຂົ້າໃນລາວ ໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ເຖິງ 2 ແສນກວ່າຕັນອີກດ້ວຍ.
ທາງດ້ານທ່ານນາງ ມົນທາທິບ ຈັນເພັງໃຊ ຫົວໜ້າກົມກະສິກໍາ ກະຊວງກະສິກໍາ-ປ່າໄມ້ ກໍ ໄດ້ຖະແຫລງຢືນຢັນວ່າ ຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນລາວກໍາລັງປະ ເຊີນກັບບັນຫາທ້າທາຍທີ່ສໍາຄັນທີ່ສຸດອີກປະການນຶ່ງ ຊຶ່ງກໍຄືການປ່ຽນສະພາບທີ່ນາແລະພື້ນທີ່ການກະເສດໄປເປັນເຂດທີ່ຢູ່ອາໃສຫລາຍຂຶ້ນນັບມື້ ໂດຍສະເພາະແມ່ນພື້ນທີ່ການກະເສດທີ່ຢູ່ໄກ້ເຂດຕົວເມືອງໃຫຍ່ ແລະທີ່ຢູ່ແຄມທາງນັ້ນ ນັບເປັນພື້ນທີ່ການກະເສດທີ່ຖືກປ່ຽນສະ ພາບໄປເປັນເຂດທີ່ຢູ່ອາໃສ ເພີ່ມຂຶ້ນຢ່າງວ່ອງໄວທີ່ສຸດ.
ທັງນີ້ໂດຍເປັນຜົນທີ່ສືບເນື່ອງມາຈາກການເພີ່ມຂຶ້ນຂອງໂຄງການລົງທຶນຕ່າງໆ ທີ່ເຮັດໃຫ້ມີ ການອົບພະຍົບຂອງປະຊາຊົນ ຈາກເຂດຊົນນະບົດເຂົ້າມາຢູ່ໃນເຂດເມືອງຫລາຍຂຶ້ນເລື້ອຍໆ ແລະໃນເມື່ອເຂດຕົວເມືອງມີປະຊາກອນເພີ່ມຫລາຍຂຶ້ນ ກໍເຮັດໃຫ້ຕ້ອງມີການກໍ່ສ້າງທີ່ຢູ່ອາໃສເພີ່ມຂຶ້ນນັ້ນເອງ. ພ້ອມກັນນີ້ທ່ານນາງມົນທາທິບ ຍັງໄດ້ຢືນຢັນດ້ວຍວ່າ ສາເຫດສໍາຄັນອີກປະການນຶ່ງ ທີ່ຈະເຮັດໃຫ້ຄວາມໝັ້ນຄົງດ້ານສະບຽງອາຫານໃນລາວລົດລົງນັບມື້ນັ້ນ ກໍຄືການທີ່ຍັງຄົງບໍ່ມີການກໍານົດພື້ນທີ່ການກະເສດແລະເຂດທີ່ຢູ່ອາໃສໃນລາວຢ່າງແຈ່ມແຈ້ງ ໃນຂະນະທີ່ການກໍ່ສ້າງທີ່ຢູ່ອາໃສຂອງປະຊາຊົນສ່ວນໃຫຍ ່ກໍບໍ່ໄດ້ມີການຂໍອະນຸຍາດຢ່າງຖືກ ຕ້ອງ.
ເມື່ອປະກອບກັບການຂະຫຍາຍຕົວຫລາຍຂຶ້ນຂອງພາກທຸລະກິດອະສັງຫາລິມະຊັບໃນລາວ ທີ່ເຮັດໃຫ້ທີ່ດິນມີລາຄາແພງຂຶ້ນດ້ວຍແລ້ວ ກໍຍັງເຮັດໃຫ້ກະເສດຕະກອນລາວພາກັນຂາຍທີ່ໄຮ່ທີ່ນາແລະພື້ນທີ່ການກະເສດຂອງພວກຕົນເພີ່ມຫລາຍຂຶ້ນນັບມື້ດ້ວຍເຊັ່ນກັນ. ນອກຈາກນີ້ການທີ່ປາກົດວ່າກະເສດຕະກອນລາວ ຈຳນວນບໍ່ໜ້ອຍ ຕ່າງກໍໄດ້ພາກັນປະລະຈາກການປູກເຂົ້າໄປປູກພືດເສດຖະກິດຊະນິດອື່ນໆເພື່ອຕອບສະໜອງຕະຫລາດຕ່າງປະເທດເປັນດ້ານ ຫລັກດ້ວຍແລ້ວ ກໍຍັງຈະເຮັດໃຫ້ຄົນລາວຕ້ອງຂາດແຄນເຂົ້າກິນໃນໄລຍະຕໍ່ໄປຢ່າງຫລີກ ລ່ຽງບໍ່ໄດ້.
ລັດຖະບານລາວວາງແຜນການທີ່ຈະຂະຫຍາຍພື້ນທີ່ປູກເຂົ້າຈາກ 8 ແສນກວ່າເຮັກຕ້າໃນປັດຈຸບັນ ໃຫ້ເພີ່ມຂຶ້ນ ເປັນບໍ່ໜ້ອຍກວ່າ 2 ລ້ານເຮັກຕ້າພາຍໃນປີ 2020 ເນຶ່ອງຈາກຄາດໝາຍວ່າໃນປີດັ່ງກ່າວນ ີ້ລາວຈະມີປະຊາກອນເພີ່ມຂຶ້ນເປັນຫລາຍກວ່າ 8 ລ້ານຄົນ ຊຶ່ງຈະຕ້ອງມີຜົນຜະລິດເຂົ້າກິນຫລາຍກວ່າ 4 ລ້ານຕັນ ຈຶ່ງຈະພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນປະເທດນັ້ນເອງ.