ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວວ່າ ລາວບໍ່ມີເຂົ້າກິນພຽງພໍ ໂດຍສະເພາະໃນພາກໃຕ້


ຊາວນາລາວຫຍິບເປົາເຂົ້າທີ່ເກັບກ່ຽວໄດ້ຈາກການຜະລິດໃນລະດູເຮັດນາ ປີ 2010 ທີ່ຜ່ານມານີ້.
ຊາວນາລາວຫຍິບເປົາເຂົ້າທີ່ເກັບກ່ຽວໄດ້ຈາກການຜະລິດໃນລະດູເຮັດນາ ປີ 2010 ທີ່ຜ່ານມານີ້.

ບັນດາ​ອົງການຈັດຕັ້ງ​ຂອງສະຫະ​ປະຊາ​ຊາດ​ ກ່າວ​ວ່າ
ປະຊາຊົນ​ຈໍານວນຫລາຍ​ກວ່າ 1 ​ແສນ​ຄົນ​ໃນ​ພາກ​ກາງ
ແລະ​ພາກ​ໃຕ້​ຂອງ​ລາວ​ແມ່ນຕ້ອງການ​ການ​ຊ່ອຍ​ເຫຼືອທາງ​
ດ້ານອາຫານຈາກນາໆຊາດຢ່າງ​ຮີບ​ດ່ວນຍ້ອນຂາດ​ແຄນ
ເຂົ້າ​ກິນ​ທີ່​ເກີດ​ຈາກ​ໄພ​ແຫ້ງ​ແລ້ງ​ແລະ​ນໍ້າ​ຖ້ວມໃນ​ປີ​ແລ້ວ​ນີ້.

ໃນ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງທີ່ອອກ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂຄງການ​ອາຫານ​ໂລກ​ແລະ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ບ່ອນທີ່​ຕ້ອງການ​ອາຫານ​ຫຼາຍ​ທີ່​ສຸດ​ແມ່ນຢູ່​ພາກ​ໃຕ້​ຂອງ​ລາວ ທີ່ປະຊາ​ຄົມ​ຕ່າງໆ​ກໍາລັງ​ຕໍ່ສູ້ດີ້ນຮົນ​ເພື່ອ​ຟື້ນ​ໂຕຄືນຈາກ​ຜົນ​ກະທົບຂອງລົມພາ​ຍຸ​ໄຕ້​ຟຸ່ນ​ເກດ​ສະໜາ​ໃນ​ປີ 2009 ນັ້ນ.

ອົງການ​ຈັດ​ຕັ້ງ​ຂອງສະຫະ​ປະຊາ​ຊາດທັງສອງກ່າວ​ວ່າ
ສ່ວນ​ໃຫຍ່​ຂອງ​ລາວ​ໄດ້​ປະສົບ​ກັບ​ໄພແຫ້ງແລ້ງ​ທີ່​ດົນຜິດ
ປົກກະຕິໃນ​ຕົ້ນ​ລະດູ​ປູກ​ເຂົ້າປີ​ແລ້ວ​ນີ້ ຊຶ່ງ​ໄດ້​ຍັງ​ຜົນ​ເຮັດ​
ໃຫ້ການ​ຜະລິດເຂົ້າ​ໄດ້​ຮັບ​ຜົນ​ຕໍ່າລົງ. ໄພນໍ້າ​ຖ້ວມ​ໃນ​ເວລາ​ຕໍ່​ມາ​ໃນ​ລະດູ​ດຽວ​ກັນ ພາ​ໃຫ້
ການປູກເຂົ້າຂອງຫລາຍຄອບຄົວ​ ໄດ້ຮັບຄວາມເສຍຫາຍ​ທັງ​ໝົດ​ເລີຍ.

ອົງການ​ຈັດ​ຕັ້ງ​ສະຫະ​ປະຊາ​ຊາດ​ທັງສອງກະ​ປະມານ​ວ່າ ຈະ​ຕ້ອງການ ເຂົ້າກິນ​ໃນ​ປະລິມານ
ຫລາຍ​ກວ່າ 4 ພັນ​ໂຕນ​ສໍາລັບ​ປີ​ນີ້ເພື່ອ​ຊ່ອຍ​ລ້ຽງ​ດູ​ປະຊາຊົນ​ໃນ​ຈໍານວນ 111 ພັນ​ຄົນ​ ທີ່
ຕ້ອງການ​ການຊ່ອຍ​ເຫລືອ​ເຂົ້າ​ກິນ​ຢ່າງ​ກະທັນຫັນ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ຂາດ​ແຄນ​ອາຫານ​ແມ່ນ​ຮ້າຍ​ແຮງ​ເປັນ​ພິ​ເສດ​ສໍາລັບ​ພວກ​
ຄອບຄົວມີ​ລາຍ​ໄດ້​ຕໍ່າ​ຍ້ອນ​ຄ່າ​ເຂົ້າປາ​ອາຫານ​ສູງ​ຜິດທໍາ​ມະ​ດາ ທັງ​ຢູ່​ໃນ​ລາວ​ແລະ​ໃນ​ທົ່ວ​ໂລກ.

ອົງການທັງສອງຂອງ​ສະຫະ​ປະຊາ​ຊາດອິງ​ລາຍ​ງານ​ຂອງ​ຕົນ​ຕາມ​ການ​ສໍາພາດ​ທີ່​ດໍາ​ເນີນ​ໄປ
ໂດຍພວກເຈົ້າ​ໜ້າ​ທີ່ລັດຖະບານ​ລາວແລະ​ພວກ​ອົງການ​ຈັດ​ຕັ້ງ​ລະຫວ່າງ​ຊາດ​ໃນ​ເດືອນ​ທັນວາ
ຜ່ານ​ມາ.

ນອກ​ນັ້ນ​ພວກ​ອົງການ​ເຫລົ່າ​ນີ້​ຍັງ​ໃຫ້​ຄໍາ​ແນະ​ນໍາ​ຫລາຍ​ຢ່າງ​ເພື່ອ​ປັບປຸງຄວາມ​ໜັ້ນຄົງ​ດ້ານ
ອາຫານ​ໃນ​ໄລຍະ​ປານ​ກາງ ຮວມທັງ​ການ​ປັບປຸງ​ໃນການປູກພືດ​ພັນ​ທີ່ຫລາກ​ຫລາຍ ການ
ຊົນລະປະທານ​ໃນ​ລະດູ​ຮ້ອນ ການ​ເກັບ​ມ້ຽນ​ເມັດ​ພືດ​ ແລະ​ການ​ຮັກສາ​ປິ່ນປົວສັດ.

XS
SM
MD
LG