ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວຂໍຮ້ອງນາໆຊາດ ໃຫ້ຊ່ວຍຫລຸດຜ່ອນ ຄວາມທຸກຈົນ


ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໂຕະມົນ ຄັ້ງທີ 10 ລະຫວ່າງລັດ ຖະບານລາວ ແລະຜູ້ຊ່ວຍເຫລືອຈາກຕ່າງປະເທດ ຖ່າຍຮູບຮ່ວມກັນ ຫລັງສິ້ນສຸດກອງປະຊຸມ ທີ່ຈັດຂຶ້ນໃນວັນທີ 20-21 ຕຸລາ​ ​ຢູ່​ນະ​ຄອນ ຫລວງວຽງ​ຈັນ​
ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໂຕະມົນ ຄັ້ງທີ 10 ລະຫວ່າງລັດ ຖະບານລາວ ແລະຜູ້ຊ່ວຍເຫລືອຈາກຕ່າງປະເທດ ຖ່າຍຮູບຮ່ວມກັນ ຫລັງສິ້ນສຸດກອງປະຊຸມ ທີ່ຈັດຂຶ້ນໃນວັນທີ 20-21 ຕຸລາ​ ​ຢູ່​ນະ​ຄອນ ຫລວງວຽງ​ຈັນ​

ນາຍົກລັດຖະມົນຕີລາວຮຽກຮ້ອງຕໍ່ນາໆຊາດ ເພື່ອຂໍໃຫ້ຊ່ວຍເຫລືອແກ່ລາວ ໃນການ ຫລຸດຜ່ອນບັນຫາຄວາມທຸກຈົນ ຂອງປະຊາຊົນລາວຕໍ່ໄປ ເນື່ອງຈາກວ່າ ຍັງມີປະຊາຊົນລາວ ທີ່ຍາກຈົນ ເຖິງ 26%.

ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ ​ໄດ້​ກ່າວ​ຢືນຢັນ​ຕໍ່​ກອງ​ປະຊຸມ​ໂຕະ​ມົນ​ລະດັບ​ສູງ​ຄັ້ງ​ທີ່ 10 ລະຫວ່າງ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ລາວ​ກັບ​ຄະນະ​ຜູ້​ແທນ​ຈາກ​ຕ່າງປະ​ເທດ​ຈໍານວນ 82 ຄະ​ນະ ຫລື ຫລາຍ​ກວ່າ 300 ຄົນ ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ່ 20-21 ຕຸລາ​ນີ້​ຢູ່​ນະ​ຄອນວຽງ​ຈັນ​ວ່າ ​ເປົ້າໝາຍ​ການ​ພັດທະນາ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ລັດຖະບານ​ລາວ​ໃນ​ໄລຍະ​ຕໍ່​ໄປ​ນີ້ ກໍ​ຄື​ການ​ທີ່​ຈະ​ຕ້ອງ​ແກ້​ໄຂ​ບັນຫາ ຄວາມ​ທຸກຈົນ​ຂອງ​ປະຊາຊົນ​ໃຫ້​ໄດ້​ໂດຍ​ພື້ນຖານໃນ​ປີ 2015 ​ແລະ​ການ​ນໍາພາ​ຊາດ​ລາວ​ໃຫ້​ຫລຸດ​ພົ້ນ​ຈາກ ສະພາບ​ດ້ອຍ​ພັດທະນາ​ໃຫ້​ໄດ້​ພາຍ​ໃນ​ປີ 2020.

ຄວາມແຫ້ງແລ້ງໃນລາວ.
ຄວາມແຫ້ງແລ້ງໃນລາວ.

ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຄວາມ
ທຸກຈົນ​ຂອງ​ປະຊາຊົນ​ລາວ​ໃຫ້​
ໄດ້​ໂດຍ​ພື້ນຖານ​ນັ້ນ​ກໍ​ຈະ​ເປັນ​ການ​ປະຕິບັດ​ຕາມ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ລະຍະ 5 ປີ​ຄັ້ງ​ທີ່ 7 ຊຶ່ງ​ຈະ​ມີ​ການ​ປະຕິບັດ​ນັບ​ຈາກ​ປີ 2011- 2015 ​ແລະ​ກໍ​ເປັນ​ເປົ້າໝາຍ​ສະ ຫັດ​ສະ​ວັດ ​ດ້ານ​ການ​ພັດທະນາ​ ອັນ​ດຽວ​ກັນ​ກັບ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ແນ​ໃສ່ ການ​ບັນລຸ​ເປົ້າ
ໝາຍ ໃນ​ປີ 2015 ​ໃຫ້​ໄດ້
ຢ່າງ​ແທ້​ຈິງ ຊຶ່ງ​ກໍ​ຄື​ການ​ລົດ​ຈໍານວນ​ປະຊາຊົນ​ທີ່​ຍາກຈົນ​ໃຫ້​ໜ້ອຍ​ລົງ ຫລື​ໃຫ້​ມີ​ອັດຕາ​ສະ
ເລ່ຍ ທີ່​ບໍ່​ເກີນ 15% ຂອງ​ຈໍານວນ​ປະຊາກອນ​ທັງ​ໝົດ​ໃນ​ລາວ​ໃນ​ປີ 2015 ​ແລະ​ການ​ທີ່​
ຈະສາມາດບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້ ​ກໍ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ທ່ີຈະ​ຕ້ອງ​ມີ​ການ​ຮັກສາ
ລະດັບ​ການ​ຂະຫຍາຍຕົວ ທາງ​ເສ​ດຖະກິດ​ໃຫ້​ໄດ້​ບໍ່​ຕໍ່າ​ກວ່າ 8% ​ໃນ​ແຕ່ລະ​ປີ ຈຶ່ງ​ເຮັດ​
ໃຫ້​ລັດຖະບານ​ລາວມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ ທີ່​ຈະຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ນາໆ
ຊາດ ຕໍ່​ໄປ​ ຢ່າງ​ຕໍ່​ເນື່ອງ ແລະ​ຢ່າງ​ພຽງພໍ. ດັ່ງ​ທີ່​ທ່ານ​ບົວ​ສອນ ​ໄດ້​ກ່າວຊີ້ແຈງ​ເຖິງ​ສະ
ພາບ​ການ​ທີ່​ເປັນ​ຢູ່​ ແລະ​ກໍ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ກາ​ນຊ່ວຍ​ເຫລືອ​ຈາກ​ນາໆຊາດ
ຕໍ່​ໄປຢ່າງ ບໍ່​ຢຸດ​ຢັ້ງ​ໃນຕອນ​ນຶ່ງ​ວ່າ:

“ອັດຕາ​ສ່ວນ​ຄວາມທຸກ​ຍາກ​ຍັງ​ກວມ​ເຖິງ 26% ຂອງ​ຈໍານວນ​ປະຊາກອນ ຊຶ່ງ​ໃນ​ນັ້ນ​ສ່ວນ​ໃຫຍ່​ແມ່ນ​ຜູ້​ທີ່​ມີ​ລາຍ ​ໄດ້​ຕໍ່າ​ກວ່າ 2 ​ໂດ​ລາ​ຕໍ່​ວັນ ອັດຕາ​ການ​ຕາຍ​ຂອງ​ແມ່​ແລະ​ເດັກ​ນ້ອຍ ການ​ຕອບ​ສະໜອງ​ດ້ານ​ໂພຊະ​ນາ​ການ​ທີ່ ບໍ່​ທັນ​ດີ​ຍັງ​ເປັນ​ບັນ
ຫາ​ທີ່​ຕ້ອງ​ສືບ​ຕໍ່​ແກ້​ໄຂ ການ​ເຕີບ​ໂຕ​ທາງ​ເສ​ດຖະກິດ​ແຫ່ງ​ຊາດ​ ຍັງ​ອີງ​ໃສ່ການ​ຂຸດ​ຄົ້ນ​ແລະ​ສົ່ງ​ອອກ​ແຫ່ງ​ວັດຖຸ​ດິບ​ທໍາ​ມະ​ຊາດ​ເປັນ​ຕົ້ນຕໍ. ສະ​ນັ້ນ ສປປ.ລາວຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ຕ້ອງ​ຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດ​ແລະ​ອົງການ​ສາກົນ​ຕໍ່​ໄປ.”

ກອງປະຊຸມໂຕະມົນ ຂອງພວກປະເທດແລະອົງການທີ່ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ທີ່ວຽງຈັນ, ວັນທີ 20-21 ຕຸລາ 2010.
ກອງປະຊຸມໂຕະມົນ ຂອງພວກປະເທດແລະອົງການທີ່ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ທີ່ວຽງຈັນ, ວັນທີ 20-21 ຕຸລາ 2010.

ສໍາລັບ​ແຜນການ​ພັດທະນາ​ຈາກ​
ປີ 2006-2010 ທີ່​ຫາ​ກໍ​ໄດ້​ສິ້ນ​
ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ປີ​ນີ້​
ກໍ​ປາກົດ​ວ່າ ລັດ​ຖະບານ​ລາວ​ໄດ້​
ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ນານາ​
ຊາດ​ຄິດ​ເປັນ​ມູນ​ຄ່າ​ສະ​ເລ່ຍ​ເກີນ
ກວ່າ 500 ລ້ານ​ໂດ​ລາ​ໃນ​ແຕ່
ລະ​ປີ ​ໂດຍ​ສະ​ເພາະແມ່ນ​ໃນ
ຊ່ວງ​ແຜນ ການ​ປີ 2009-2010 ນັ້ນ ນານາ​ຊາດ​ໄດ້​ໃຫ້ການ​ຊ່ວຍ​ເຫລືອແກ່​ລັດຖະບານ​ລາວ​ ເກືອບ​ເຖິງ 600 ລ້ານ​ໂດ​ລາ ຊຶ່ງ​ຫລາຍກວ່າ 70% ​ເປັນ​ການ​ຊ່ວຍ​ເຫລືອ​ລ້າ ສ່ວນ​ທີ່​ເຫລືອ​ເກືອບ 30% ນັ້ນ​ເປັນ​ເງິນ​ກູ້​ຢືມ​ລະຍະ​ຍາວ​ດອກ​ເບ້ຍ​ຕໍ່າ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ໄລຍະ​ແຜນການ​ປີ 2011-2015 ຕໍ່​ໄປ​ນີ້ ລັດ​ຖະບານ​ລາວ​ກໍ​ຕ້ອງການ​ທີ່​ຈະ​ໄດ້​ຮັບ ການ​ຊ່ວຍ​ເຫລືອ​ຈາກ​ນານາ​ຊາດ​ໃນ​ມູນ​ຄ່າ​ສະ​ເລ່ຍບໍ່​ໜ້ອຍ​ກວ່າ 750 ລ້ານ​ໂດ​ລາ​ຕໍ່​ປີ ຫລື 3,750 ລ້າ​ນ​ໂດ​ລາ ​ໃນໄລຍະ 5 ປີ​ຕໍ່​ໄປ​ນີ້. ຫາກ​ແຕ່​ວ່າ​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ປາກົດ​ວ່າ​ມີ​ພຽງ​ກຸ່ມ​ສະຫະພາບ​ຢຸ​ໂຣບທີ່​ໄດ້​ຕົກລົງ​ໃຫ້ ການ​ຊ່ວຍເຫລືອ​ແກ່​ລັດຖະບານ​ລາວ​ໃນ​ມູນ​ຄ່າ 36 ລ້ານ​ຢູ​ໂຣ​ໃນ​ຊ່ວງ​ປີ 2011-2013 ສ່ວນ​ທະນາຄານ​ພັດທະ ນາ​ເອ​ເຊຍ (ADB) ກໍ​ໄດ້​ຕົກລົງ​ໃນ​ຫລັກການ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ 147 ລ້ານ​ໂດ​ລາ​ຕໍ່​ປີ ​ໃນ​ຂະນະ​ທີ່​ພາກສ່ວນ​ອື່ນໆ​ກໍ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ພິດ​ຈາລະ​ນາ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ.

XS
SM
MD
LG