ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ລາວ ພົບ COVID-19 ຕື່ມອີກ 2 ກໍລະນີ


ແມ່ຍິງຄົນນຶ່ງໃສ່ໜ້າກາກ, ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການແຜ່ລາມຂອງໄວຣັສໂຄໂຣນາສາຍພັນໃໝ່, ຂັບລົດຈັກຜ່ານປ້າຍໂຄສະນາຮູບເງົາ ມູລານ ໃນນະຄອນຫຼວງ ວຽງຈັນ, 11 ມີນາ, 2020. (Photo by Mladen ANTONOV / AFP)
ແມ່ຍິງຄົນນຶ່ງໃສ່ໜ້າກາກ, ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການແຜ່ລາມຂອງໄວຣັສໂຄໂຣນາສາຍພັນໃໝ່, ຂັບລົດຈັກຜ່ານປ້າຍໂຄສະນາຮູບເງົາ ມູລານ ໃນນະຄອນຫຼວງ ວຽງຈັນ, 11 ມີນາ, 2020. (Photo by Mladen ANTONOV / AFP)

ລັດຖະບານ ສປປ ລາວ ໄດ້ປະກາດມີການກວດພົບກໍລະນີ COVID-19 ຕື່ມອີກໃນປະເທດ, ເຊິ່ງຄັ້ງນີ້ແມ່ນກວດພົບສອງກໍລະນີ.

ໃນການຖະແຫຼງຂ່າວ ກ່ຽວກັບ COVID-19 ປະຈຳວັນທີ 7 ທັນວາທີ່ຜ່ານມາ, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄຸ້ມຄອງພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ລາຍງານການພົບຜູ້ຕິດເຊື້ອໃນລາວ ຕື່ມອີກ ສອງກໍລະນີ, ເຊິ່ງແມ່ນຄົນລາວ ແລະ ຄົນ ຣັດເຊຍ.

ດຣ. ສີສະຫວາດ ສຸດທານີລະໄຊ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ “ພົບຜູ້ຕິດເຊື້ອສອງຄົນເພີ່ມຢູ່ໃນສະເພາະມື້ວັນທີ 7 ນີ້. ສ່ວນລາຍລະອຽດຫັ້ນກະມີກໍລະນີ ຢັ້ງຢືນກໍລະນີທີ 40 ກະແມ່ນອາຍຸ 65 ປີ. ອາຊີບແມ່ນຈຸບິນ, ສັນຊາດກະແມ່ນ ຣັດເຊຍ. ຈຳກັດບໍລິເວນຢູ່ໂຮງແຮມແຫ່ງນຶ່ງທີ່ຄະນະສະເພາະກິດໄດ້ກຳນົດໄວ້ ໃນນະຄອນຫຼວງ. ສຳລັບກໍລະນີຢັ້ງຢືນທີ 41 ກໍແມ່ນເພດຍິງ ອາຍຸ 19 ປີ ສັນ ຊາດ ລາວ, ອາຊີບນັກສືຶກສາ ເຊິ່ງຮຽນຢູ່ ຣັດເຊຍ. ຜູ້ກ່ຽວກໍໄດ້ຈຳກັດບໍລິເວນ ຢູ່ສູນແຫ່ງນຶ່ງທີ່ຄະນະສະເພາະກິດໄດ້ກຳນົດໄວ້ໃນນະຄອນຫຼວງ ວຽງຈັນ.”

ຜູ້ຕິດເຊື້ອຄົນ ຣັດເຊຍ ໄດ້ເດີນທາງຜ່ານປະເທດ ອິນໂດເນເຊຍ, ມາເລເຊຍ ແລະ ໄທ ກ່ອນຈະມາເຖິງ ລາວ, ແຕ່ກໍບໍ່ພົບເຊື້ອ ແລະ ວັນທີ 6 ທັນວາ ຜ່ານມາຜູ້ກ່ຽວແມ່ນຮູ້ສຶກເຈັບຄໍ ແລະ ໜາວສັ່ນໜ້ອຍນຶ່ງ ແຕ່ກໍບໍ່ມີໄຂ້. ເມື່ອຜົນ ການກວດອອກມາ ຜູ້ກ່ຽວແມ່ນມີເຊື້ອ COVID-19, ອີງຕາມການກ່າວຂອງ ດຣ. ສີສະຫວາດ ສຸດທານີລະໄຊ.

ປະຊາຊົນທີ່ອາໄສຢູ່ໃນປະເທດ ລາວ ກໍໄດ້ມີຄວາມຢ້ານກົວຂຶ້ນມາອີກ ຫຼັງຈາກ ໄດ້ມີການລາຍ ງານຜູ້ຕິດເຊື້ອໃນໄລຍະໃກ້ໆກັນ. ເຊິ່ງທ່ານນາງ ທິບພາພອນ ຜູ້ທີ່ອາໄສຢູ່ໃນນະຄອນຫຼວງ ວຽງຈັນ ກໍໄດ້ກ່າວຕໍ່ພວກເຮົາຜ່ານການສົ່ງ ຂໍ້ຄວາມວ່າ ລາວເບື່ອກັບການຢູ່ບ້ານ, ຈະໄປທ່ຽວພາຍໃນປະເທດກໍບໍ່ກ້າໄປ ຍ້ອນມີການລາຍງານຜູ້ຕິດເຊື້ອໃໝ່ ແລະ ອາດມີຜູ້ທີ່ຕິດເຊື້ອລັກລອບເດີນທາງ ເຂົ້າມາປະເທດດ້ວຍ.

XS
SM
MD
LG