ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃກ້ຈະສຳເລັດຕາມເປົ້າໝາຍ ແຕ່ການຊົດເຊີຍ ຍັງຊັກຊ້າຢູ່


ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ຢູ່ທີ່ຄຳສະຫວາດ ນະຄອນວຽງຈັນ ສປປ ລາວ.
ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ຢູ່ທີ່ຄຳສະຫວາດ ນະຄອນວຽງຈັນ ສປປ ລາວ.

ທາງລົດໄຟລາວ-ຈີນທີ່ເລີ້ມຕົ້ນຈາກຊາຍແດນພາກເໜືອຂອງລາວຕິດ ກັບປະເທດຈີນ ໄປຫານະຄອນຫລວງວຽງຈັນ ແລະຄາດວ່າ ຈະເຊື່ອມຕໍ່ໄປຫາສິງກະໂປນັ້ນ ໃກ້ຈະສໍາເລັດແລ້ວ ຊຶ່ງນໍາເອົາຄວາມຕື່ນເຕັ້ນມາໃຫ້ຊາວລາວຈໍາ ນວນນຶ່ງ ແຕ່ວ່າກໍເຮັດໃຫ້ປະຊາຊົນທີ່ຖືກກະທົບໂດຍທາງລົດໄຟນີ້ຫລາຍຄົນບໍ່ ດີໃຈ ຍ້ອນການຊົດເຊີຍແກ່ການເວນຄືນທີ່ດິນ ແລະຄ່າເສຍຫາຍຕໍ່ຊັບສິນຂອງເຂົາເຈົ້າຫລ້າຊ້າຫລາຍ ຊຶ່ງເຮັດໃຫ້ເຂົາເຈົ້າ ຕ້ອງດີ້ນຮົນ ໃນການຂໍຄວາມເປັນ ທໍາຈາກການນໍາຂັ້ນສູງ ຂອງສະພາແຫ່ງຊາດລາວ. ໄຊຈະເລີນສຸກ ມີລາຍງານຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ພາຍຫລັງທີ່ໄດ້ເລີ້ມຕົ້ນສ້າງມາແຕ່ປີ 2016 ແລ້ວ ເສັ້ນທາງລົດໄຟຄວາມໄວສູງທີ່ທັນສະໄໝແລະຍາວ 414 ກິໂລແມັດປາຍ ຈາກເມືອງບໍ່ເຕັນທາງພາກເໜືອຂອງລາວ ທີ່ມີຊາຍແດນຕິດກັບແຂວງຢຸນນານ, ໃນພາກໃຕ້ຂອງຈີນ ໄປເຖິງນະຄອນຫລວງວຽງຈັນນັ້ນ ອາດຈະສໍາເລັດຕາມແຜນການຊຶ່ງກໍຄື ວັນທີ 2 ທັນວານີ້ ດັ່ງທີ່ຫົວໜ້າໜ່ວຍງານປະສານງານ ຂອງກົມທາງລົດໄຟ, ກະຊວງໂຍທາແລະຂົນສົ່ງ ກ່າວວ່າ:
“ຄວາມຄືບໜ້າຂອງທາງລົດໄຟຫັ້ນນະ ຄືມາຮອດປັດຈຸບັນນີ້ ກະຢູ່ໃນຄວາມຄືບ ໜ້າຢູ່ໃນ 95 ເປີເຊັນນີ້ລະ. ສ່ວນແຜນທີ່ວ່າຈະເປີດການນໍາໃຊ້ຢ່າງເປັນທາງການໃນທ້າຍປີນີ້ ກະຄືອີງຕາມສະເກດດູນເກົ່າ ຄືເກົ່າຄືວັນຊາດ ວັນທີ 2 ທັນ ວາ ເດືອນ 12 ເນາະ ແຕ່ຈະປ່ຽນແນວໃດນັ້ນ ແມ່ນຍັງບໍ່ຮູ້ເທື່ອເນາະ ສ່ວນຄວາມຄຶບໜ້າວຽກຍາມຝົນກະຢາກຊ້ານ້ອຍນຶ່ງ”

ການສ້າງທາງລົດໄຟນີ້ເປັນການກໍ່ສ້າງພື້ນຖານໂຄງລ່າງທີ່ມີລາຄາແພງ ແລະໃຫຍ່ທີ່ສຸດໃນລາວ. ມັນເປັນໂຄງການທີ່ຕ້ອງໃຊ້ເງິນເກືອບຮອດ 6 ຕື້ໂດລາ ແລະແລ່ນຜ່ານ 4 ແຂວງ, ສໍາລັບນະຄອນຫລວງວຽງຈັນຊຶ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ຈໍານວນ 4,411 ຄອບຄົວ ຊຶ່ງໃນນັ້ນ ມີທີ່ດິນຂອງເຂົາເຈົ້າຖືກກະທົບເຖິງ 3,832 ເຮັກຕາ, ສິ່ງປຸກສ້າງ 3,346 ຫລັງ, ຕົ້ນໄມ້ຕ່າງໆ ແລະໄມ້ກິນຫມາກ ລວມກັນເປັນລ້ານກວ່າຕົ້ນ, ອີງຕາມທ່ານ ຊົງລິດ ໂພນເງິນ, ນັກຂ່າວວີໂອເອ ທີ່ເຄີຍໄດ້ລາຍງານມາ.

ເຖິງແມ່ນວ່າທາງລົດໄຟອັນສໍາຄັນນີ້ໃກ້ຈະສ້າງສໍາເລັດພາຍໃນບໍ່ເທົ່າໃດເດືອນນີ້ກໍຕາມ ແຕ່ການຊົດເຊີຍຄ່າເສຍຫາຍຕໍ່ຊັບສິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ກໍຍັງຊັກຊ້າຫລາຍ ດັ່ງທີ່ນັກທຸລະກິດທ່ານນຶ່ງທີ່ມີດິນຖືກເວນຄືນເພື່ອເຮັດທາງ ລົດໄຟ ຢູ່ໃນບ້ານຄໍາສະຫວາດ ແລະບ້ານດົງຫວາຍ ບ່ອນທີ່ທາງລົດໄຟລາວ-ຈີນ ສ້າງໄປສຸດນັ້ນບອກວ່າ: (ອ່ານໂດຍນັກຂ່າວ)
“ທາງລົດໄຟໜີ້ ສໍາລັບນ້ອງໜິ ແມ່ນມີບັນຫາ. ທາງດ່ວນຫັ້ນຍັງດີກວ່າຊໍ້າ. ທາງດ່ວນນະຄອນຫລວງໄປວັງວຽງ, ໄປຫລວງພະບາງ ຫັ້ນເຂົາເຈົ້າໄດ້ ຮັບການຊົດເຊີຍໄວ. ນ້ອງມີດິນຢູ່ຫັ້ນ ຕີມູນຄ່າກະເປັນ 100 ກວ່າລ້ານ, ດິນກະບໍ່ຫລາຍດອກ ແຕ່ຄົນອື່ນຫັ້ນຕິ ເປັນຫລາຍຕື້, ຄົນອື່ນຫັ້ນນະ. ທໍາອິດຮອງເຈົ້າເມືອງວ່າ ມີເງິນ, ເອົາເງິນມາແລ້ວ 500 ກວ່າລ້ານ (ກີບ), ໄທເອົາມາໃຫ້ ເພາະຮ່ວມມືກັບໄທນໍາເດະ. ມີເງິນແລ້ວ ທໍາອິດຫັ້ນ ໃຫ້ເອົາໃບຕາດິນມາໃຫ້ໂລດ. ທໍາອິດເຂົາກະບໍ່ຢາກໃຫ້ ໄປເຮັດທາງລົດໄຟແຫລ້ວ ປະຊາຊົນໄປຢືນຂວາງໄວ້ພຸ້ນໄດ໋! ຕໍ່ມາ ກະມາຕົວະປະຊາຊົນວ່າ ເອີ້ຊິຈ່າຍເງິນໃຫ້ດອກ, ເກັບລາຍຊື່ມາ. ມາເອົາຂໍ້ມູນແລ້ວ. ແຕ່ວ່າມາຮອດດຽວນີ້ ເລື່ອນມາໄດ້ 2 ປີ, 3 ປີແລ້ວ. ທາງລົດໄຟ, ສະຖານີລົດໄຟຈົນແລ້ວລະ ນ້ອງຍັງ ບໍ່ທັນໄດ້ເງິນຢູ່ 3 ປີລະ. ຕົວະວ່າ ກອງປະຊຸມສະພາອະນຸມັດງົບປະມານ ແລ້ວ ແຕ່ວ່າ 3 ປີແລ້ວຍັງບໍ່ໄດ້ເງິນປານນີ້ໄດ໋. ລະບັດນີ້ ນ້ອງໜິກະຕຽມຊິໄປຍື່ນໜັງສື, ຊິໄປສາຍດ່ວນ, ຊິໄປຫາສະພາແຫ່ງຊາດໜີ້ຫລະ, ຫລາຍຄົນ ກະບໍ່ໄດ້ເງິນຊິໜາ”.

ສ່ວນທາງເຈົ້າໜ້າທີ່ຈາກໜ່ວຍປະສານງານຂອງກະຊວງໂຍທາແລະຂົນສົ່ງທີ່ ກ່າວມາຂ້າງເທິງນັ້ນ ກໍຍອມຮັບວ່າ:(ອ່ານໂດຍນັກຂ່າວ)
“ສ່ວນຄ່າຊົດເຊີຍອີ່ຫຍັງຕ່າງໆຫັ້ນ ແມ່ນຢູ່ທີ່ 94 ເປີເຊັນ ສ່ວນທີ່ເຫລືອກະລໍ ຖ້າ ການຈ່າຍຫັ້ນລະເນາະ. ການຈ່າຍເງິນກະວ່າຢາກຈ່າຍຍາກແດ່ໜ້ອຍນຶ່ງ. ມີເງິນຢູ່ກະຈ່າຍຍາກ. ສະນັ້ນ ຄວາມຄືບໜ້າຄວາມໃຊ້ຈ່າຍຢູ່ທີ່ 94 ເປີເຊັນ ໜີ້ຫລະ”

ສໍາລັບຜູ້ທີ່ມີດິນບໍ່ຖືກທາງລົດໄຟນັ້ນ ກັບມີຄວາມຕື່ນເຕັ້ນທີ່ຈະມີລົດໄຟ ແລ່ນຜ່ານລາວ ເປັນຄັ້ງທໍາອິດ ເພາະຄິດວ່າ ມັນຈະກະຕຸ້ນ ໃຫ້ມີການ ຂະຫຍາຍດ້ານການທ່ອງທ່ຽວ ແລະການຄ້າຂາຍອື່ນໆ ອີກ ດັ່ງທີ່ນັກ ທຸລະກິດທ່ານນຶ່ງທີ່ມີດິນຢູ່ບ້ານຄໍາສະຫວາດ ບ່ອນທີ່ມີສະຖານີລົດໄຟ ຈຸດສຸດທ້າຍຕັ້ງຢູ່ໃນນະຄອນຫລວງວຽງຈັນ ເຊັ່ນກັນນັ້ນ ລົມສູ່ຟັງວ່າ:
“ຂຶ້ນແຜນວ່າຊິເຮັດຮ້ານຄ້າຢູ່ເຮືອນ ເຮັດເປັນບ້ານພັກ ເຮັດເປັນຫ້ອງແຖວ ຄາລະໂອເກະ ກະຍັງຄິດວ່າ ຊິນໍາເອົາແບ້ຂອງສະຫະກອນ, ເອົາແບ້ມາ, ເອົາເປັດເອົາໄກ່ມາຂາຍທາງພີ້ຫັ້ນນະ. ເພາະວ່າທາງບ້ານພວກນ້ອງມັນໃກ້ສະຖານີທາງລົດໄຟ ມັນກະຊິຄັກຢູ່ຫັ້ນແຫລະ. ມັນຕິດທາງໃຫຍ່ທີ່ຫາຍາກເພາະມັນພຸກໄດ້ຊື່ໆ ປົກກະຕິມັນບໍ່ໜ້າຈະໄດ້”.

ທາງລົດໄຟ ລາວ-ຈີນ ເມື່ອສ້າງສໍາເລັດແລ້ວຈະແລ່ນໃນຄວາມໄວ 160 ກິໂລ ແມັດຕໍ່ຊົ່ວໂມງສໍາລັບການຂົນສົ່ງຄົນໂດຍສານ ແລະ 120 ກິໂລແມັດຕໍ່ຊົ່ວ ໂມງສໍາລັບການຂົນສົ່ງສິນຄ້າ. ມັນຈະເປັນພາກສ່ວນສໍາຄັນຂອງໂຄງການທາງລົດໄຟຈາກຄຸນໝິງຂອງຈີນ ໄປຫາສິງກະໂປຊຶ່ງນອນຢູ່ໃນໂຄງການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງ ຫລື One Belt One Road Initiative ຊຶ່ງເປັນໂຄງ ການກໍ່ສ້າງພື້ນຖານໂຄງລ່າງລະດັບໂລກອັນທໍາອິດ ທີ່ຈີນໄດ້ພະຍາຍາມເຮັດສຸດຂີດ. ສະນັ້ນທາງການລາວຄາດຫວັງໄວ້ວ່າ ມັນຈະເຮັດໃຫ້ລາວທີ່ເປັນປະເທດບໍ່ມີທາງອອກສູ່ທະເລນັ້ນ ກາຍເປັນຈຸດສູນກາງການເຊື່ອມຕໍ່ຢູ່ໃນຂົງເຂດເອເຊຍ ແລະ ມັນໄດ້ນໍາເອົາຄວາມຕື່ນເຕັ້ນດີໃຈມາໃຫ້ຄົນລາວ ຈໍານວນນຶ່ງ. ແຕ່ວ່າສໍາລັບປະຊາຊົນຜູ້ທີ່ສູນເສຍທີ່ດິນ ແລະຊັບສິນຍ້ອນໂຄງການນີ້ແລ້ວ ກັບຮູ້ສຶກວ່າ ຕົນບໍ່ໄດ້ຮັບຄວາມເປັນທໍາເມື່ອເຂົາເຈົ້າຍັງບໍ່ທັນ ໄດ້ຮັບຄ່າຊົດເຊີຍຄວາມເສຍຫາຍ ທີ່ມີຕໍ່ຊັບສິນຂອງເຂົາເຈົ້າ ຕາມຄໍາສັນຍາ ຂອງອໍານາດການປົກຄອງທ້ອງຖິ່ນ ເທື່ອນັ້ນ.

XS
SM
MD
LG