ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມາຮອດວັນອາທິດ ລາວເກັບກູ້ໄດ້ 39 ສົບ ຈາກເຫດເຮືອບິນຕົກ ( ວີດີໂອ)


Laos Recovers 39 Bodies From River Plane Crash
please wait

No media source currently available

0:00 0:00:51 0:00
ລິງໂດຍກົງ

ການເກັບກູ້ ຊາກເຮືອບິນ ໃນແມ່ນໍ້າຂອງ

ບັນດາ​ເຈົ້າ​ໜ້າ​ທີ່ລາວ​ກ່າວວ່າ ມາ​ຮອດ​ວັນ​ອາທິດ​ວານ​ນີ້ ພວກ
​ຕົນກູ້​ສົບ​ມາໄດ້ 39 ສົບ​ແລ້ວ ຊຶ່ງ​ເປັນ​ສົບ​ຂອງພວກ​ເຄາະ​ຮ້າຍ​ ​
ໃນ​ອຸບັດເຫດເຮືອບິນ​ລຳ​ນຶ່ງ​ຂອງ​ສາຍ​ການບິນ​ລາວ ​ຕົກລົງ​ໃນ
ແມ່​ນ້ຳຂອງ​ ​ເມື່ອ​ວັນ​ພຸດ​ຜ່ານ​ມາ ​ໃນ​ຈໍານວນ​ທັງ​ໝົດ 49 ຄົນ
ຢູ່​ໃນ​ເຮືອບິນ​ລໍາ​ນັ້ນ.

ທາງ​ການ​ລາວກ່າວ​ວ່າ ບັນດາ​ເຈົ້າ​ໜ້າທີ່​ສືບສວນ​ຈາກຝຣັ່ງ
​ແລະ​ພວກດຳ​ນ້ຳ​ຈາກ ກອງ ທັບ​ເຮືອ​ໄທ ​ໄດ້​ໃຊ້​ອຸບປະກອນ
​ຊອກ​ຫາ​ຄື້ນສຽງໃຕ້​ນ້ຳ ​ໃນ​ວັນ​ອາທິດ​ວານ​ນີ້ ໃນ​ຄວາມ ​ພະຍາ
ຍາມເພື່ອຊອກ​ຫາ​ເສດ​ຫັກ​ພັງ​ຂອງ​ເຮືອບິນ ​ແລະ​ເຄື່ອງ​ບັນທຶກ
​ຖ້ຽວ​ບິນ ຫລື black box ຊຶ່ງ​ກໍ​ໄດ້​ພົບ​ແລ້ວ ​ໃນ​ວັນ​ອາທິດວານນີ້.
ພວກ​ເຂົາ​ເຈົ້າ​ເວົ້າວ່າ ກະ​ແສ​ນ້ຳ​ທີ່​ໄຫຼ​ແຮງ​ໄດ້​ ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່ຄວາມ​ພະຍາ
ຍາມດັ່ງກ່າວ.

​ເຮື​ອບິນ​ໝາກ​ປິ່ນ ລຸ້ນ ATR-72 ​ໄດ້​ເກີດ​ອຸບັດ​ເຫດ​ຕົກລົງ​ໃນ​ແມ່​ນ້ຳຂອງ ໃນ​ທ່າມກາງ​
ດິນ​ຟ້າອາກາດ​ປັ່ນ​ປ່ວນ ລົມ​ແຮງ​ແລະ​ຝົນຕົກ ​ເວລາ​ເຮືອບິນ​ລຳ​ນີ້​ໃກ້​ຈະ​ຮອດ​ເມືອງ
​ປາກ​ເຊ​ ໃນ​ພາກ​ໃຕ້​ຂອງ​ລາວ ໃນຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ ​ທີ່ໄປ​ຈາກ​ນະຄອນຫຼວງ
​ວຽງ​ຈັນ​.

ຫຼາຍ​ກວ່າ​ເຄິ່ງນຶ່ງຂອງຜູ້​ໂດຍສານ 44 ຄົນ ​ໃນ​ເຮືອບິ​ນ​ ເປັນ​ຄົນ​ຕ່າງປະ​ເທດ ທີ່​ຮວມທັງ
ຄົນ​ອອສ​ເຕຣ​ເລຍ ກາ​ນາ​ດາ ຈີນ ຝຣັ່ງ ມາ​ເລ​ເຊຍ ​ເກົາຫຼີ​ໃຕ້ ​ໄຕ້​ຫວັນ ​ໄທ ສະຫະລັດ
​ອາ​ເມຣິກາ ​ແລະ​ຫວຽດນາມ. ​ເຮືອບິນ​ມີ​ນັກ​ບິນ​ 2 ຄົນ ແລະ​ພະນັກງານ​ປະ​ຈໍາ​ເຮືອບິນ
3 ຄົນ​ ​ໂຮມ​ທັງ​ນັກ​ບິນ​ຄົນ​ນຶ່ງ​ທີ່​ເປັນຊາວ​ກຳປູ​ເຈຍ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 14 ສົບ​ ໃນ​ພວກ​ສົບ​ທີ່​ກູ້​ຂຶ້ນ​ມາ​ໄດ້​ນັ້ນ ​ໄດ້​ຖືກ​ຢັ້ງຢືນ​ແລ້ວ.
​ເຮືອບິນ​ຕົກ​ຄັ້ງ​ນີ້​ນັບ​ວ່າ​ເປັນຄັ້ງ​ທີ່​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ທີ່​ສຸດ ​ທີ່​ເກີດ​ຂຶ້ນ​ໃນ​ຮອບ​ຫຼາຍ​ທົດ
​ສະວັດ​ຜ່ານ​ມາ ​ໃນ​ປະ​ເທດ​ລາວ.
XS
SM
MD
LG