ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ລາວ ພົບຜູ້ຕິດຊື້ອ COVID-19 ໃໝ່ອີກ 14 ກໍລະນີ


ເຈົ້າໜ້າທີສະເພາະກິດ ຄວບຄຸມ ໂຄວິດ-19 ຂອງ ສປປ ລາວ
ເຈົ້າໜ້າທີສະເພາະກິດ ຄວບຄຸມ ໂຄວິດ-19 ຂອງ ສປປ ລາວ

ໃນຂະນະທີ່ທົ່ວໂລກໄດ້ມີການລະບາດ COVID-19 ຄື້ນໃໝ່, ທາງການ ລາວ ໄດ້ລາຍງານ ການພົບຜູ້ຕິດເຊື້ອໄວຣັສໂຄໂຣນາຈຳນວນຫຼາຍໃນປະເທດ ລາວ ເຊັ່ນກັນເມື່ອບໍ່ດົນມານີ້.

ໃນກອງປະຊຸມລາຍງານ COVID-19 ປະຈຳວັນຂອງລັດຖະບານ ລາວ ໃນ ວັນທີ 23 ພະຈິກທີ່ຜ່ານມາ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮອງສາສະດາຈານ ດຣ. ພູທອນ ເມືອງປາກ ໄດ້ລາຍງານຜູ້ຕິດ COVID-19 ລາຍໃໝ່ໃນລາວເຖິງ 14 ຄົນ. ເຊິ່ງເປັນການກວດພົບຫຼາຍກໍລະ ນີ ພາຍໃນມື້ດຽວ ໃນປະເທດ ລາວ.

ຮອງສາສະດາຈານ ດຣ. ພູທອນ ເມືອງປາກ ໄດ້ກ່າວວ່າ “ພວກເຮົາໄດ້ເກັບຕົວຢ່າງສຳລັບຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຂອງພວກເຮົານີ້ ໄດ້ພົບຜູ້ຕິດເຊື້ອທັງໝົດ 14 ຄົນ. ໃນ 14​ ຄົນນີ້ ແມ່ນເປັນຜູ້ທີ່ຖືສັນຊາດລາວ 1 ຄົນ, ລະກະເຫຼືອນັ້ນ 13 ຄົນແມ່ນເປັນຄົນຕ່າງປະເທດ. ໃນຄົນຕ່າງປະເທດນີ້ຖືວ່າມີອາຍຸຕໍ່າສຸດ 12 ປີ. ຖືວ່າເປັນຄັ້ງທຳອິດທີ່ພວກເຮົາພົບຜູ້ຕິດເຊື້ອທີ່ມີອາຍຸຕໍ່າ ຢູ່ໃນປະເທດຂອງພວກເຮົາ. ອາຍຸຕໍ່າສຸດ 12 ປີເປັນເດັກຊາຍ ແລະ ອາຍຸສູງສຸດແມ່ນ 51 ປີ. ໃນຈຳນວນ 14 ຄົນນີ້. ເພດຍິງ 3​ ຄົນ ແລະ ເພດຊາຍ 11 ຄົນໃນຈຳນວນ 14 ຄົນນີ້.”

ທ່ານຮອງສາສະດາຈານໄດ້ກ່າວຕື່ມວ່າທຸກຄົນທີ່ເຂົ້າມານີ້ແມ່ນບໍ່ມີອາການຫຍັງ. ຜ່ານການສະແກນອຸນຫະພູມກໍເຫັນວ່າບໍ່ມີໄຂ້, ບໍ່ມີໄອ, ຫຼືວ່າບໍ່ມີອາການຜິດປົກກະຕິທາງດ້ານລະບົບຫາຍໃຈ. ເວລາເກັບຕົວຢ່າງໄປກວດນັ້ນ ກໍພົບວ່າມີເຊື້ອ ແລະ ໄດ້ຊໍ້າຄືນຫຼາຍຄັ້ງ.

ຮອງສາສະດາຈານ ດຣ. ພູທອນ ເມືອງປາກ ບໍ່ໄດ້ໃຫ້ລາຍລະອຽດວ່າຕ່າງ ປະເທດທີ່ຕິດເຊື້ອ 13 ຄົນນັ້ນ ມາຈາກປະເທດໃດ.

ຜູ້ທີ່ໄດ້ເດີນທາງເຂົ້າມາ ລາວ ດັ່ງກ່າວໄດ້ທຳການກວດເຊື້ອກ່ອນແລ້ວ 72 ຊົ່ວ ແລະ ກໍບໍ່ໄດ້ພົບເຊື້ອ.

ການກວດພົບເຊື້ອຄັ້ງຫຼ້າສຸດນີ້ແມ່ນຈາກຖ້ຽວບິນສອງຖິ້ວທີ່ເດີນທາງໄປຮອດນະຄອນຫຼວງວຽງຈັນ. ເຊິ່ງລຳທຳອິດມີຜູ້ໂດຍສາຍ 62 ຄົນ ແລະ ລຳທີສອງ 49 ຄົນ.

ສຳລັບຜູ້ທີ່ຕິດເຊື້ອນັ້ນ ທາງການລາວກໍໄດ້ນຳສົ່ງໄປແຍກປ່ຽວປິ່ນປົວຢູ່ໂຮງໝໍ ແລະ ຄົນອື່ນໆທີ່ກວດບໍ່ພົບເຊື້ອ ແມ່ນກັກບໍລິເວນກວດໂຣກຢູ່ສະຖານທີ່ໆທາງ ການລາວຈັດໃຫ້.

XS
SM
MD
LG